ຕັດສິນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດນາງສາວງາມໃນເວທີ “Miss China Asean Etiquette 2017” ທີ່ ສປ ຈີນ ໃນວັນທີ 13 ກັນຍາ 2017 ແລະ ຂໍສະແດງຄວາມຍິນດີກັບສາວງາມຕົວແທນປະເທດລາວ ກິດສະດາ ວົງໄຊສະຫວາດ (ມຸກ) ທີ່ຄວ້າໄປເຖິງ 2 ລາງວັນນັ້ນກໍຄື ຂວັນໃຈຊ່າງພາບສື່ມວນຊົນ (Best Media Award) ແລະ ລາງວັນ “The best model”. ໃນການປະກວດໃນເວທີ “Miss China Asean Etiquette 2017” ກໍມີຫຼາຍຊຸດທີ່ສວມໃສ່ ມີຊຸດລາຕີ ຊຸດປະຈຳຊາດ ແລະ ກໍຍັງມີຊຸດລອຍນໍ້າ ເຊິ່ງ ມຸກ ກິດສະດາ ກໍນຸ່ງແຕ່ລະຊຸດອອກມາໄດ້ງາມຫຼາຍ. ຢ່າງໃດກໍຂໍສະແດງຄວາມຍິນດີກັບ ກິດສະດາ ວົງໄຊສະຫວາດ (ມຸກ) ທີ່ສະແດງສັກກະຍະພາບ ໄປໂຊຄວາມເປັນລາວ ແລະ ສາມາດຄວ້າເຖິງ 2 ລາງວັນມາຝາກພໍ່ແມ່ພີ່ນ້ອງຊາວລາວ… …
Read More »ຂ່າວບັນເທີງໃນປະເທດ
ສ່ອງ! ຫຼິງຫຼິງ ປິຍະດາ ແຕ່ງແບບໃດກໍເລີດ… ແຟນຄລັບຍົກໃຫ້ເປັນ Fashionista ໂຕແມ່!!!
ຂໍບອກວ່າຕ້ອງຍອມໃນຄວາມງາມເລີດຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວເຮົາ ນອກຈາກຜົນງານການສະແດງລະຄອນ ຖ່າຍແບບ ເດີນແບບທົ່ວໄປແລ້ວ ນາງຍັງຂຶ້ນຊື່ດ້ານການແຕ່ງໂຕ ຖ້າໃຜທີ່ມັກຕິດຕາມເຟສບຸກ ຫຼື ອິນສະຕາແກມຂອງເພິ່ນກໍຈະເຫັນໄດ້ເລີຍວ່າ ນາງເປັນຄົນທີ່ມີສະຕາຍການແຕ່ງໂຕທີ່ບໍ່ຄືໃຜ ບໍ່ວ່າຈະໃສ່ຊຸດໃດກໍງາມເດັ່ນ ຈົນແຟນຄລັບສ່ວນໃຫ່ຍຍົກໃຫ້ນາງເປັນໄອດໍ້ທັງເລື່ອງຄວາມງາມ ແລະ ເລື່ອງແຟຼຊັ່ນ ເອີ້ນໄດ້ວ່າເປັນ Fashionista ໂຕແມ່ໄປແລ້ວ!!! ຮູບພາບ: Pitadar Lingling Inthavong
Read More »ມາແຮງແຊງທາງໂຄ້ງ! Miss Universe Laos ຂຶ້ນອັນດັບໜຶ່ງຂອງຜົນໂຫວດ “MISS UNIVERSE 2017 PEOPLE’S CHOICE”
ສຸດຍອດ!!! ມາແຮງແຊງທາງໂຄ້ງອີ່ຫລີສຳລັບ ສຸພາພອນ ສົມວິຈິດ (ນຸ້ຍ) Miss Universe Laos 2017 ທີ່ຕິດ Top5 ແລະ ຂຶ້ນເປັນອັນດັບໜຶ່ງຂອງຜົນໂຫວດໃນລາງວັນ ຂວັນໃຈມະຫາຊົນ (MISS UNIVERSE 2017 PEOPLE’S CHOICE) ດ້ວຍຄະແນນ 24,455 ເຊິ່ງເປັນຄະແນນທີ່ຫຼາຍກວ່າໝູ່ໃນເວລານີ້. ອັນດັບ 1 ໄດ້ແກ່ປະເທດ ລາວ (LAOS) 24,455 ຄະແນນ ອັນດັບ 2 ໄດ້ແກ່ປະເທດ ອິນໂດເນເຊຍ (INDONESIA) 7,792 ຄະແນນ ອັນດັບ 3 ໄດ້ແກ່ປະເທດ ກຳປູເຈຍ (CAMBODIA) 5,495 ຄະແນນ ອັນດັບ 4 ໄດ້ແກ່ປະເທດ ໄທ (THAILAND) 5,415 ຄະແນນ ອັນດັບ 5 ໄດ້ແກ່ປະເທດ ເຮຕິ …
Read More »ຈັບອາບນໍ້າ ຫວີຜົມ! ມີຄົນໃຈດີຍື່ນມືເຂົ້າມາຊ່ວຍ ນາງ ນ້ອຍ ຫຼື “ຜູ້ສາວຂາລັກ” ຕໍ່ໄປນີ້ຈະເປັນຄົນມີບ່ອນຢູ່ອາໄສແລ້ວ!!!
ກາຍເປັນກະແສໂດ່ງດັງໃນໂລກອອນລາຍມາຫຼາຍເດືອນສຳລັບ ນາງ ນ້ອຍ ຫຼືຄົນສ່ວນຫຼາຍຮູ້ກັນໃນນາມ “ຜູ້ສາວຂາລັກ” ທີ່ຈະເຫັນນາງໄປທົ່ວທຸກໆແຂວງ ໄປຂຶ້ນເຮືອນຫຼັງນັ້ນຫຼັງນີ້ ແລະ ມັກຈະມີພໍ່ແມ່ປະຊາຊົນເຫັນ ແລະ ຖ່າຍຮູບລາຍງານຄວາມເຄື່ອນໄຫວຂອງນາງຄົນນີ້ຢູ່ເລື້ອຍໆ ແລະ ຫຼ້າສຸດກໍມີຄົນໃຈດີນັ້ນກໍຄື ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ໄດ້ຍື່ນມີເຂົ້າມາຊ່ວຍ ພໍແຕ່ມາກໍຊ່ວຍອານາໄມຮ່າງກາຍ ຫວີຜົມ ເພາະຜູ້ກ່ຽວຢູ່ໃນສະພາບທີ່ບໍ່ຈົບງາມ ແລະ ທາງສະມາຄົມຍັງໄດ້ໂພສຂໍຄວາມເຫັນໃຈຈາກຜູ້ໃຈບຸນທັງຫຼາຍວ່າ: “ສະບາຍດີພໍ່ແມ່ພີ່ນ້ອງຜູ້ໃຈບຸນທັງຫລາຍ ຕອນນີ້ທາງສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ຮ່ວມກັບທີ່ປືກສາຂອງສະມາຄົມ ໄດ້ຊອກບ່ອນຢູ່ອາໃສໃຫ້ນາງນ້ອຍ ຄົນນີ້ໄດ້ແລ້ວ, ເຊີ່ງຫຼາຍໆຄົນອາດຈະຮູ້ຈັກນາງນ້ອຍຄົນນີ້ ນາງບໍ່ມີບ່ອນພັກອາໃສ ສະຕິບໍ່ດີ ພວກເຮົາຈື່ງຢາກວິງວອນໃຫ້ສັງຄົມເຫັນໃຈແລະຊ່ວຍນາງແດ່ເພາະນາງຕ້ອງໄດ້ຮັບການຮັກສາປີ່ນປົວ ຄ່າຢາແລະການຢູ່ກິນ ເພື່ອຈະໄດ້ຫາຍປົກກະຕິຄືຄົນອື່ນ ໃນການປີ່ນປົວຮັກສານາງຕ້ອງໄດ້ໃຊ້ເວລາແຕ່ພວກເຮົາກໍ່ຈະຕິດຕາມແລະເບິ່ງແຍງນາງຕະຫຼອດໄປ ດັ່ງນັ້ນຈື່ງຂໍໃຫ້ຜູ້ໃຈບຸນທັງຫຼາຍຮ່ວມຊ່ວຍນາງເພື່ອບໍ່ໃຫ້ນາງໄປເປັນພາລະຂອງສັງຄົມຄືທີ່ຜ່ານມາ ແລະ ພວກເຮົາຂໍຂອບໃຈມາຍັງອົງການຈັດຕັ້ງຕ່າງໆ ທີ່ໄດ້ຊ່ວຍໃຫ້ຄຳປືກສາແນະນຳເພື່ອໃຫ້ນາງນ້ອຍຄົນນີ້ໄດ້ມີບ່ອນພັກອາໃສ ບໍ່ໄປສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ” ສຳລັບແຟນໆທ່ານໃດທີ່ມີໃຈບຸນຢາກຊ່ວຍເຫຼຶອນາງນ້ອຍຄົນນີ້ ສາມາດຄລິກເຂົ້າໄປທີ່ເພສຂອງ ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ໄດ້ເລີຍ!!! #ແຊຣໄປຕໍ່ໄປນີ້ຜູ້ສາວຂາລັກຈະມີບ່ອນຢູ່ອາໄສແລ້ວ ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624 , Nhipoun Ouanmixay
Read More »ມາແລ້ວ! ແອັບເປີ້ນ-ຟຸກ ຄູ່ຮັກດາລາ (ສາວລາວ ບ່າວໄທ) ປ່ອຍຮູບພາບ Pre-Wedding ສຸດໜ້າຮັກມາໃຫ້ແຟນຄລັບໄດ້ກົດໄລ້ ກົດແຊຣລົວໆ!!!
ໂອ້ຍ!!! ຢາກຈະບອກວ່າມີຄວາມອິດສາໃນຄວາມໜ້າຮັກຂອງ ແອັບເປີ້ນ ສີສະຫງວນ ສີຫາລາດ ແລະ ຟຸກ ຈິລະ ຄູ່ຮັກດາລາສາວລາວບ່າວໄທ ທີ່ກ່ອນໜ້ານີ້ທັງສອງເພິ່ນກໍມີການເປີດເຜີຍມາແລ້ວວ່າທັງສອງຈະຈູງມືກັນເຂົ້າພິທີວິວາໃນຊ່ວງເດືອນ ພະຈິກ ທີ່ຈະມາຮອດມາເຖິງນີ້ ເພາະທັງສອງກໍຄົບຫາເບິ່ງໃຈກັນມາເປັນເວລາດົນແລ້ວ ກ່ອນໜ້ານີ້ທັງສອງກໍໄດ້ປ່ອຍຮູບພາບຊຸດທີ່ໃຊ້ໃນພິທີງານດອງໃນຊຸດລາຕີຍາວສີຂາວ ເຊື່ອວ່າແຟນໆຫຼາຍໆຄົນຄົງຈະຈື່ກັນໄດ້. ແຕ່ຫຼ້າສຸດໃນວັນທີ 8 ກັນຍາ 2017 ແອັບເປີ້ນ ແລະ ຟຸກ ກໍໄດ້ປ່ອຍຮູບພາບ Pre-Wedding ສຸດຫວານຈົນນໍ້າຕານຍັງອາຍ ເປັນຮູບພາບເຊັດທີ່ຖ່າຍໃນຊຸດໄໝລາວ ທີ່ແຟນຄລັບຫຼາຍຄົນຕ່າງລໍຖ້າເບິ່ງ ແລະ ແອັບເປີ້ນຍັງໄດ້ບອກແຟນໆອີກວ່າ: “ມາແລ້ວວວວ ອິອິ ຊຸດເຈົ້າສາວລາວ ຊຸດທຳອິດ ຕື່ນເຕັ້ນແລ້ວ ໄກ້ແລ້ວ ຮູບພີເວດດິ້ງໄດ້ຄົບ ແລ້ວຈະຄ່ອຍໆລົງໃຫ້ເບິ່ງ ມີຫຼາຍໆ” ຈົນມີບັນດາໝູ່ເພື່ອນ ຄົນໃນວົງການ ແລະ ບັນດາແຟນຄລັບເຂົ້າໄປໄລ້ ແຊຣ ແລະ ສະແດງຄວາມຍິນດີກັນລົວໆ!!! #ໃຜເປັນແຟນຄລັບຄູ່ນີ້ໄລ້ແຊຣກັນລົວໆແດ່ ຂໍຂອບໃຈສຳລັບຮູບພາບ: appleminiberry , fluke_jira
Read More »