ຕ່າຍ ຂຸນຄຳ ຫຼື ຕ່າຍ ອາກາດ ນັກຮ້ອງ-ນັກດົນຕີ ສຸດເຈົ້າຊູ້ ເຈົ້າຂອງບົດເພງດັງຫຼາຍບົດເພງເຊັ່ນ: ແທງ, ເຈົ້າບໍ່ແມ່ນອາກາດ, ຕະຫຼອດໄປ ແລະ ອີກຫຼາຍໆບົດເພງ ໄດ້ປ່ອຍຊິງເກີ້ນ (Single) ເພງໃໝ່ຫຼ້າສຸດ “ມີແຕ່ໃຈ” ເຮັດອອກມາເອົາໃຈສາວໆໂດຍສະເພາະ, ບອກເລີຍງານນີ້ສາວໆຄົນໃດໄດ້ຍິນໄດ້ຟັງເປັນຕ້ອງອາຍແກ້ມແດງກັນໄປເລີຍ ເພາະບົດເພງນີ້ສື່ຄວາມໝາຍເຖິງຊາຍໜຸ່ມທີ່ຮ້ອງເພງໃຫ້ສາວຄົນຮັກ ແລະຊາຍໜຸ່ມຄົນນັ້ນກໍພະຍາຍາມບອກໃຫ້ສາວຄົນຮັກຟັງວ່າຕົນເປັນຄົນຮັກແທ້ແລະມີແຕ່ໃຈຈິງທີ່ຢາກມອບໃຫ້ສາວຄົນຮັກ. ເພງ: ມີແຕ່ໃຈ ເພງໃໝ່ລ້າສຸດຂອງໜຸ່ມ ຕ່າຍ ອາກາດ ທີ່ເຮັດເພງອອກມາເອົາໃຈສາວໆໂດຍສະເພາະ ແຟນຄັບຂອງໜຸ່ມຕ່າຍຢ່າລືມ LIke & Share (ກົດHDເພື່ອຮຽນຮ້ອງເພງນີກັບຕ່າຍ) โพสต์โดย Indeerecords Fan Page บน 16 สิงหาคม 2017 ສຳລັບ ຕ່າຍ ອາກາດ ປັດຈຸບັນກຳລັງສຶກສາຢູ່ທີ່ ສປ ຈີນ ແຕ່ຍ້ອນຄວາມຄິດຮອດແຟນເພງ ຄິດຮອດສຽງເພງລາວ ຈຶ່ງມີຄວາມຄິດຢາກເຮັດເພງເພື່ອເອົາໃຈແຟນໆ ແຕ່ ຕ່າຍ …
Read More »ຂ່າວບັນເທີງໃນປະເທດ
ມາລິສາ ສີດາຈັນ (ມ່າຊ່າ) ໂດດເດັ່ນທີ່ລວງສູງເຖິງ 180cm ໜຶ່ງໃນຜູ້ເຂົ້າປະກວດ Miss Universe Laos 2017
ມາລິສາ ສີດາຈັນ (ມ່າຊ່າ) ອາຍຸ 24 ປີ ໜຶ່ງໃນຜູ້ເຂົ້າປະກວດ Miss Universe Laos 2017 ໝາຍເລກ MUL6 ເປັນຜູ້ທີ່ມີຄວາມໂດດເດັ່ນເພາະມີລວງສູງເຖິງ 180cm ແລະ ເປັນລູກຊອດ ຣັດເຊຍ, ມ່າຊ່າ ມາລິສາ ເປັນຄົນທີ່ມີຄວາມສາມາດຫຼາກຫຼາຍດ້ານ ນາງມີຄວາມໝັ້ນໃຈ, ເກັ່ງດ້ານພາສາ ແລະ ຍັງມີຄວາມສາມາດເປັນນັກກິລາ volleyball ທີມຊາດລາວ ແລະຍັງເປັນນາງແບບ ປະສົບການທີ່ຜ່ານມາເຄີຍເດີນແບບມາຫລາຍເວທີທັງພາຍໃນ ແລະຕ່າງປະເທດເຊີ່ງຈະສາມາດສ້າງຄວາມໂດດເດັ່ນໃນເວທີສາກົນມາຫຼາຍເວທີ, ປັດຈຸບັນ ມ່າຊ່າ ມາລິສາ ສີດາຈັນ ໄດ້ເຂົ້າປະກວດນາງງາມ ແລະ ຕິດຮອບ 10 ຄົນສຸດທ້າຍ ແລະ ກຳລັງເປັນດາວເດັ່ນອີກໜຶ່ງຄົນໃນກອງປະກວດ Miss Universe Laos 2017. #ແຊຣເພື່ອເປັນກຳລັງໃຈໃຫ້ສາວກ້ານຍາວຄົນນີ້ ຂໍຂອບໃຈ: Masha Malisa Sidachanh , Firstmodelinglao , Miss Universe Laos ມີສຢູນີເວີຣສ …
Read More »ຜູ້ກຳກັບພັນລ້ານ ເຈ້ຍ ປາຊິຟິກ ຮ່ວມເປີດໂຕຮູບເງົາ ພ້ອມຖ່າຍຮູບກັບເນັດໄອດໍ້ໄທ ສຸດເຊັກຊີ່!!!
ມາເບິ່ງຫຍັງຜ່ອນຄາຍສະໝອງກັນແດ່!!! ຜູ້ກຳກັບພັນລ້ານ ອ້າຍ ເຈ້ຍ ປາຊິຟິກ ຮ່ວມເປີດໂຕຮູບເງົາ “ເນັດໄອດາຍ” ໃນວັນທີ 16 ສິງຫາ 2017 ທີ່ຜ່ານມາ ຢູ່ປະເທດເພື່ອນບ້ານ ພ້ອມຖ່າຍຮູບກັບບັນດາເນັດໄອດໍ້ສາວໄທ ສຸດເຊັກຊີ່ ແລະ ໄດ້ໂພສຮູບພາບດັ່ງກ່າວລົງໃນເຟສບຸກ ພ້ອມຂຽນຄຳອະທິບາຍອອກແນວຕະຫຼົກອີກວ່າ: “ງານເປີດໂຕ ເນັດ ໄອ ດາຍ ມື້ວານແຕ່ມື້ນີ້ສາຍແລ້ວເດີ້ມີທັງ ມັນແກວ ນົມຄຸນນະທໍາ ພາ ກັບໃຜອີກບຸ ສາຍຍາ ສຸດຊອຍ ບໍ່ຄ່ອຍໄດ້ຕິດຕາມ ແຕ່ເຫັນຫມູ່ ແຊຣ ຕະຫລອດ 555″ ເຮັດໃຫ້ແຟນຄລັບເຂົ້າມາກົດໄລ້ຮູບພາບກັນຢ່າງຫຼວງຫຼາຍ. ບອກເລີຍງານນີ້ໝຸ່ມໆຕ້ອງມີອິດສາ ອ້າຍ ເຈ້ຍ ກັນບໍ່ໜ້ອຍກໍຫຼາຍເລີຍ ກໍຈະບໍ່ໃຫ້ອິດສາໄດ້ແນວໃດ ສາວໆເນັດໄອດໍ້ຄົນໃດເບິ່ງແລ້ວເຊັກຊີ່ສຸດຍອດອີ່ຫລີ!!! ຮູບພາບ: Phoumsana Jear Pacific
Read More »ກຣີດໆໆໆ…ຢາກເບິ່ງແລ້ວ! ຮູບເງົາ “ຄິດຮອດຫຼວງພະບາງ” ສະແດງນຳໂດຍຄູ່ພະນາງ ລາວ-ໄທ (ບາບີ້-ຊາຄຣິດ)
ເປັນຂ່າວດີໃຫ້ກັບວົງການຮູບເງົາລາວອີກແລ້ວ ເພາະໄວໆນີ້ແຟນໆກຳລັງຈະໄດ້ເບິ່ງຮູບເງົາເລື່ອງໃໝ່ “ຄິດຮອດຫຼວງພະບາງ” ຮັບບົດສະແດງນຳໂດຍ ຊາຄຣິດ ແຍ້ມນາມ ພະເອກຊື່ດັງຈາກປະເທດເພື່ອນບ້ານ ແລະ ບາບີ້ ປີຍະມາດ ນາງແບບ-ນັກສະແດງຈາກລາວ, ເຊິ່ງເປັນການຢັນຢັນຈາກຄ້າຍ ເຟີດໂມເດວລິ່ງ ເຊິ່ງເປັນຄ້າຍທີ່ນາງເອກສາວ ບາບີ້ ສັງກັດຢູ່ໄດ້ອອກມາຢືນຢັນແລ້ວວ່າ ບາບີ້ ປີຍະມາດ ກຳລັງຈະມີການສະແດງຮູບເງົາເລື່ອງໃໝ່ເປັນຮູບເງົາລະຫວ່າງ ລາວ-ໄທ ມີຊື່ເລື່ອງວ່າ “ຄິດຮອດຫຼວງພະບາງ” ໂດຍໄດ້ພະເອກຄິວທອງຊື່ດັງ ຊາຄຣິດ ແຍ້ມນາມ ມາຮັບບົດເປັນພະເອກ ແລະ ໄດ້ນາງເອກຂອງເລື່ອງຈາກລາວ ບາບີ້ ປີຍະມາດ ມາຮັບບົດເປັນນາງເອກຂອງຮູບເງົາເລື່ອງດັ່ງກ່າວ. #ແຊຣໄປໃຫ້ໂລກຮູ້ ສຳລັບສາວ ບາບີ້ ປິຍະມາດ ຜົນງານການສະແດງທີ່ຜ່ານມາຂອງນາງກໍຄືຫຼິ້ນເປັນນາງເອກຮອງໃນຮູບເງົາພັນລ້ານຂອງລາວ “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າ ເຮົາຮັກກັນ” ແລະ ໃນຮູບເງົາເລື່ອງ “ຄິດຮອດຫຼວງພະບາງ” ນີ້ຈະຮັບບົດເປັນນາງເອກເຕັມໂຕ, ສ່ວນຜົນງານອື່ນໆກໍຈະມີຖ່າຍແບບ, ເດີນແບບ, ສະແດງເອັມວີ ແລະ ງານເດີນແບບຕ່າງໆທັງພາຍໃນແລະຕ່າງປະເທດມາຢ່າງຫຼວງຫຼາຍ. ຂໍຂອບໃຈສຳລັບຮູບພາບ
Read More »ແອບສ່ອງ! ຄວາມຫວານນໍ້າຕານຍັງອາຍຂອງຄູ່ ບາບີ້ ປີຍະມາດ ແລະ ອະເລັກ LOG
ຫວານເວີ້!!! ແບບບໍ່ອີ່ຕົນຄົນໂສດກັນເລີຍສຳລັບຄູ່ຮັກດາລາ ບາບີ້ ປີຍະມາດ (ນາງແບບ-ນັກສະແດງ) ແລະ ອະເລັກ (ນັກຮ້ອງຮິບຮ໋ອບແຫ່ງວົງ LOG) ທີ່ທັງສອງກໍຄົບຫາເບິ່ງໃຈກັນມາເປັນເວລາໄລຍະໜຶ່ງແລ້ວ ແຕ່ເບິ່ງໄປກໍຍັງບໍ່ມີທີທ່າວ່າຄວາມຫວານຈະຫຼຸດລົງແຕ່ຢ່າງໃດ, ຫຼ້າສຸດສາວ ບາບີ້ ກໍໄດ້ໂພສຮູບລົງໃນອິນສະຕາແກຼມເປັນຮູບຄູ່ສຸດໜ້າຮັກພ້ອມຂຽນຄຳອະທິບາຍວ່າ “ບໍ່ຄິດວ່າ ເວລາມັນຈະໄວປານນີ້ 2ປີລະເດ້ ຮັກບູ້ນະ” ພ້ອມຊູ 2 ນິ້ວໃນຮູບພາບເຊິ່ງຊື່ຄວາມໝາຍວ່າໄດ້ຄົບກັນມາເປັນເວລາ 2 ປີແລ້ວ, ພໍແຕ່ໂພສກໍເຮັດໃຫ້ມີບັນດາຄົນໃນວົງການບັນເທີງ ແລະບັນດາແຟນຄລັບຂອງທັງສອງເຂົ້າມາຄອມເມັ້ນຍິນດີ ແລະ ຍ້ອງໃນຄວາມໜ້າຮັກຂອງພວກເຂົາ. ບໍ່ຄິດວ່າ ເວລາມັນຈະໄວປານນີ້ 2ປີລະເດ້ ຮັກບູ້ນະ A post shared by Barbie? (@barbie_piyamarth) on Aug 15, 2017 at 6:42am PDT #ຖ້າຈະຫວານຂະໜາດນີ້ແຊຣໄປໃຫ້ໂລກຮູ້ນຳແດ່ ຮູບພາບ: barbie_piyamarth, aleqs
Read More »