ກາຍເປັນ ຂວັນໃຈ ຄົນໃໝ່ຂອງປະຊາຊົນລາວເຮົາໄປແລ້ວສຳລັບ ອຸງ ທົດສະພອນ ສິດພະໄຊ ທີ່ກ່ອນໜ້ານີ້ເພິ່ນໄດ້ໄປສ້າງຊື່ສຽງໃຫ້ປະເທດລາວຂອງເຮົາໂດຍການໄປປະກວດ “Mister national universe 2017” ແລະ ແຖມຍັງບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງເພາະຄວ້າລາງວັນຂວັນໃຈສື່ມວນຊົນ “Media’s Choice Awards” ມາຝາກຄົນລາວເຮົາຈົນສ້າງສຽງຮືຮາມາແລ້ວ, ແລະ ຫຼ້າສຸດເລື່ອງລາວຂອງໜຸ່ມຮ໋ອດຄົນນີ້ກໍຍັງບໍ່ໝົດໄປເພາະ ອຸງ ໄດ້ກັບໄປຮັບໃບປະກາດໃນລະດັບປະລິນຍາຕີ ສາຂາ “Accounting – Marketing” ທີ່ປະເທດ ອົດສະຕຣາລີ ຈາກ University of New South Wales ເຊິ່ງກໍຖືວ່າເປັນມະຫາວິທະຍາໄລທີ່ມີຄຸນນະພາບ ແລະ ຕິດອັນດັບໂລກ ແຖມບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໄປສຶກສາຖ້າບໍ່ເກັ່ງແທ້ໆ, ເອົ້າ ຢ່າງໃດກໍຂໍສະແດງຄວາມຍິນດີ ແລະ ຊົມເຊີຍໝຸ່ມ ອຸງ ໜຸ່ມລາວເຮົາຄົນນີ້ທີ່ທັງເຈົ້າຊູ້ ມີຄວາມສາມາດແຖມຮຽນເກັ່ງ ຂໍຕົບມືໃຫ້ເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຮູບພາບຈາກ: Oung Thotsaphone Sitphaxay
Read More »ຂ່າວບັນເທີງໃນປະເທດ
ມ່ວນຫຼາຍ! “ປ່ຽນ” ເພງໃໝ່ຊຶ້ງກິນໃຈຈາກ 4 ໜຸ່ມວົງ GB2
ມາເດີ້ໆໆ ມາຟັງເພງລາວສະໜັບສະໜູນເພງລາວນຳກັນ!!! ມື້ນີ້ ຊະນີIndy ກໍມີເພງລາວໃໝ່ໆ ມ່ວນໆ ມາຝາກທຸກໆຄົນເປັນເພງຈາກ 4 ໜຸ່ມສຸດເຈົ້າຊູ້ແຫ່ງວົງ GB2 ເຊິ່ງເມື່ອບໍ່ດົນມານີ້ເພິ່ນກໍໄດ້ເປີດຕົວເພງໃໝ່ຊື່ວ່າເພງ “ປ່ຽນ” ເປັນບົດເພງທີ່ມ່ວນກິນໃຈ ຖືກໃຈໄວໜຸ່ມບ້ານເຮົາກັນສຸດໆ, ປົກກະຕິ ເວົ້າແທ້ໄດ໋ວ່າແຕ່ກ່ອນ ຊະນີIndy ເປັນຄົນທີ່ບໍ່ມັກຟັງເພງລາວປານໄດ໋ ສ່ວນຫຼາຍຈະເປັນສາຍເພງ Inter ຫັ້ນນ່າ… ແນະໆ ແຕ່ບໍ່ໄດ້ໝາຍຄວາມວ່າເພງລາວເຮົາບໍ່ມ່ວນເດີ້ ເປັນບົດເພງທີ່ມ່ວນ ແລະ ໜ້າສະໜັບສະໜູນຫຼາຍ ແຕ່ມັນກໍຂຶ້ນກັບຄວາມມັກຂອງໃຜມັນຫັ້ນເດ ແຮ່ໆ… ແຕ່ມາດຽວນີ້ມີເພງລາວມ່ວນໆ ຊຶ້້ງໆ ມາໃຫ້ເຮົາໄດ້ຟັງກັນເລື້ອຍໆ ຈົນເຮັດໃຫ້ ຊະນີIndy ເອງມີຄວາມຄິດປ່ຽນ ແລະ ຫັນມາຟັງເພງລາວຈົນຮ້ອງໄດ້ເກືອບໝົດທຸກເພງ (ເອົາຈົນ…ໝູ່ທາງຂ້າງລຳຄານພຸ້ນລະ ຮະຮ່າ) ແລະ ກໍຢາກມາຊວນໝູ່ເພື່ອນທຸກຄົນຫັນມາຟັງເພງລາວ ເພື່ອເປັນການສະໜັບສະໜູນສິລະປິນລາວ ຜູ້ສ້າງສັນເພງລາວເຮົາໃຫ້ກ້າວໄກລະດັບໂລກ. ໂອ້ຍ…ຝອຍສະຍືດຍາວເລີຍແມ່ນບໍ່? ບໍ່ວ່າກັນເນາະ ແນວຄົນມັກຝອຍເຮັດແນວໄດ໋ໄດ້ 555, ເອົາເປັນວ່າລອງມາຟັງບົດເພງ “ປ່ຽນ” ເພງໃໝ່ຊຶ້ງກິນໃຈຈາກວົງ GB2 ກັນເລີຍ!!! #ແຊຣໄປເພື່ອໃຫ້ກຳລັງໃຈສິລະປິນລາວ ຄລິບຈາກ: Indee Laos
Read More »ເລີ່ມແລ້ວ! ການປະກວດວົງດົນຕີລະດັບປະເທດ “Beerlao Band Challenge Season2” ຊິງເງິນລາງວັນເຖິງ 150 ລ້ານກີບ!!!
ການປະກວດວົງດົນຕີລະດັບປະເທດ “Beerlao Band Challenge Season2” ຊິງເງິນລາງວັນເຖິງ 150 ລ້ານກີບ!!! ກັບມາອີກຄັ້ງກັບໂຄງການປະກວດ Beerlao Band Challenge Season2 ເຊິ່ງໄດ້ມີຮອບAuditionໃນວັນທີ 17 ມິຖຸນາ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມ ແລະ ເປີດພິທີໃນການແຂ່ງຂັນຢ່າງເປັນທາງການໂດຍ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ຈັດການຝ່າຍການຕະຫຼາດ ບໍລິສັດເບຍລາວ, ພ້ອມດ້ວຍຄະນະກຳມະການຜູ້ທີ່ມີປະສົບການໃນວົງການບັນເທີງລາວມາດົນນານ ທ່ານ ສົມສິນ ຜູ້ບໍລິຫານໂຄງການ Yamaha by Imusic, ທ່ານ ສຸລິນທອນ ຂຸນສະທອງ ນັກດົນຕີຣ ຜູ້ປະດິດດົນຕີ ຫຼື ອ້າຍ ໝີ ເມັກກ່າແດັນ, ທ່ານນາງ ອາລູນາ ຖາວອນສຸກ, ທ່ານ ອຸດາໄລ ນູສີຫາລາດ ຫຼື …
Read More »ນູ່ນີ່ ອອກມາເວົ້າແລ້ວກ່ຽວກັບຮູບຄູ່ກັບຜູ້ຊາຍ ແລະ ແຄັບຊັ້ນສຸດຫວານທີ່ເຮັດເອົາແຟນຄລັບງົງ!!! (ມີຄລິບ)
ກາຍເປັນກະແສຮືຮາໃນຊ່ວງທ້າຍອາທິດທີ່ຜ່ານມາ ເປັນເລື່ອງລາວຂອງສາວ ນູ່ນີ່ ກຸມພົນພັກດີ ສາວໂຕນ້ອຍໜ້າຮັກຂວັນໃຈຂອງຫຼາຍໆຄົນ ທີ່ຢູ່ໆນາງກໍໄດ້ອອກມາໂພສຮູບຄູ່ພ້ອມແຄັບຊັ່ນສຸດຫວານ…ຈົນກາຍເປັນກະແສ ດຣ່າມ່າ ພາຍໃນຂ້າມຄືນ ເພາະເປັນໃຜກໍຄົງຈະຄິດວ່າຜູ້ຊາຍທີ່ຢູ່ໃນຮູບພາບເປັນຫວານໃຈຂອງນາງ, ຈົນຫຼ້າສຸດ ນູ່ນີ່ ແລະ ຜູ້ຊາຍຢູ່ໃນຮູບພາບກໍໄດ້ອອກມາຂໍໂທດແຟນຄລັບທີ່ເຮັດໃຫ້ເຂົ້າໃຈຜິດ ເພາະທັງສອງເປັນພຽງແຕ່ໜູ່ຮ່ວມງານທີ່ມີຄວາມຮູ້ສຶກດີໆໃຫ້ກັນເທົ່ານັ້ນ ບໍ່ໄດ້ເປັນແຟນແຕ່ຢ່າງໃດ!!! https://www.facebook.com/noony.koumphonphakdee/videos/1883473171907691/ ໂອ້ຍ!!! ໃຄແດ່…ເຮັດເອົາ ຊະນີIndy ແລະ ແຟນໆງົງ ແລະ ໃຈຫາຍໃຈຄວໍ້າໄປຕາມໆກັນ ມື້ໜ້າຖ້າຈະໂພສລັກສະນະແບບນີ້ຝາກສາວ ນູ່ນີ່ ຄົນງາມບອກເປັນໄນໆໃຫ້ທຸກໆຄົນໄດ້ຮູ້ກັນກ່ອນແດ່ເດີ້ ອິອິ ເພື່ອຈະບໍ່ໄດ້ມານັ່ງງົງວ່າມັນເປັນແນວໃດກັນແທ້ຫັ້ນນ່າ (555) ຂໍຂອບໃຈຮູບພາບ: Noony Koumphonphakdee
Read More »ຕະລຶງ! ນູ່ນີ່ ໂຊຄວາມຫວານຜ່ານສື່ ເປີດໂຕແຟນຕົວຈິງສຽງຈິງ!!!
ກາຍເປັນກະແສສຸດຮ້ອນແຮງທາງສັງຄົມອອນລາຍ ເພາະວ່າສາວ ນູ່ນີ່ ກຸມພົນພັກດີ ຫຼື (ນູ່ນີ່ Take me out Thailand) ໄດ້ອອກມາໂພສຮູບຄູ່ກັບຫວານໃຈ ແຖມຍັງຂຽນຄຳອະທິບາຍສຸດແສນຈະໂລແມນຕິກວ່າ: “ຂອບໃຈຫຼາຍໆ ທີ່ຢູ່ນຳກັນຕະຫຼອດມາ ໃນເວລາທຸກ ແລະ ເວລາສຸກ ຂອບໃຈທີ່ຮັກກັນສະເໝີມາ” ພໍແຕ່ໂພສແບບນີ້ເຮັດໃຫ້ມີແຟນຄລັບເຂົ້າມາສະແດງຄວາມຍິນດີກັບສາວນູ່ນີກັນຢ່າງຫຼວງຫຼາຍ. ແຕ່ກໍເກີດມີກະແສ ດຣ່າມ່າ ເພາະເກີດຄວາມຕະລຶງຂອງແຟນໆວ່າ ໃນຂະນະນີ້ ນູ່ນີ່ ຍັງເປັນອີກໜຶ່ງສາວທີ່ໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງຝັ່ງປະເທດເພື່ອນບ້ານ ແຕ່ກັບເປີດໂຕແຟນຕົວຈິງສຽງຈິງ ເຮັດໃຫ້ເກີດມີຄົນເຂົ້າໄປສະແດງຄວາມຄິດເຫັນກັນຕ່າງໆນາໆ, ເຖິງຢ່າງໃດກໍຕາມກໍຂໍເປັນກຳລັງໃຈໃຫ້ກັບສາວ ນູ່ນີ່ ເພາະຄວາມຮັກງົດງາມສະເໝີເນາະ!!! ຂໍຂອບໃນຮູບພາບຈາກ: Noony Koumphonphakdee
Read More »