Breaking News

ຂ່າວບັນເທີງໃນປະເທດ

ເປັນຄວາມຄິດທີ່ດີຫຼາຍ!! ໝໍແນ່ງ ຈັນດາລີ ໂພສໃຫ້ຄວາມຮູ້ກ່ຽວກັບ ໄວຣັສ ໂຄໂຣນ່າ ພ້ອມທັງຢາກໃຫ້ທຸກຄົນເຂົ້າໃຈ ບໍ່ມີໃຜຢາກໃຫ້ເກີດຂຶ້ນ ຄືກັບປະເທດລາວ ທີ່ເຄີຍປະສົບກັບອຸທົກກະໄພ…

ຈັນດາລີ ສິດພະໄຊ ຫຼືທີ່ຫຼາຍໆຄົນຮູ້ຈັກກັນ “ໝໍແນ່ງ”  ນາງເອກຈາກຮູບເງົາເລື່ອງ “ດອກຈໍາປາບານ” ເຊິ່ງໝໍແນ່ງກໍເປັນອີກບຸກຄົນໜື່ງຂອງວົງການບັນເທິງລາວທີ່ງາມທັງໜ້າຕາ ແລະ ຈິດໃຈ ທີ່ຜ່ານມາໜໍແນ່ງກໍໄດ້ຊ່ວຍເຫຼືອສັງຄົມເຮົາຫຼາຍໆຢ່າງ ແລະ ຕອນນີ້ ພະຍາດລະບາດ ໄວຣັສ ໂຄໂຣນາ ກໍກໍາລັງລະບາດຢ່າງຕໍ່ເນື່ອງ ເຊິ່ງລ່າສຸດໝໍແນ່ງກໍອອກມາສະແດງຄວາມຄິດເຫັນສະແດງເຖິງຄວາມເປັນຫ່ວງເປັນໄຍຜູ້ທີ່ຕິດເຊື້ອພະຍາດ ແລະ ໃຫ້ຂໍ້ຄິດຜູ້ທີ່ຍັງບໍ່ຕິດເຊື້ອ ໂດຍໄດ້ໂພສຂໍ້ຄວາມຜ່ານ Facebook ສ່ວນຕົວ Chandaly Ningnang Sitpraxay ວ່າ: ປະເທດຈີນ+ຄົນຈີນ + virus corona ??❤️ ?? ຄວນຖືກຊ່ວຍເຫລືອ ຖືກປິ່ນປົວຮັກສາ ຖືກສົງສານ ບໍ່ແມ່ນຖືກລັງກຽດ #ທຸກຄົນຕ້ອງປ້ອງກັນແຕ່ບໍ່ແມ່ນໃຊ້ທ່າທາງເກີນເຫດ ບໍ່ຄວນຖືກຂີ້ດຽດແລະຕໍ່ຕ້ານເກີນໄປແລະບໍ່ຄວນຖິ້ມເຂົາເຈົ້າໃນຍາມວິກິດ (ຖ້າສັງເກດ ດີດີ ເຂົາເຈົ້າສູ້ຄົນດຽວອີ່ຫລີ ?) ສ ປ ຈີນ ຕອນຍາມເຮົາມີສົງຄາມ+ໄພພິບັດ, (ພໍ້ເຂົາເຈົ້າຫລາຍຄົນທີ່ອັດຕະປື ເຂົາເຈົ້າບໍ່ເຄີຍຖິ້ມເຮົາ ) ໂຮງຫມໍຫລັງໃຫມ່ ,ເສັ້ນທາງລົດໄຟ +++ ,ເຂື່ອນຄູພັງ , ທຶນນັກສຶກສາຈັກ …

Read More »

ສ່ອງ! Fashion ຊຸດກີ່ເພົ້າ ຂອງຄົນດັງວົງການບັນເທິງລາວ ຕ້ອນຮັບວັນກຸດຈີນ…

“ຊິນເຈຍຢູອີ່ ຊິນນີ່ຮົ່ວໄຊ”  ໄລຍະນີ້ກໍໃກ້ຈະຮອດເທສະການກຸດຈີນ ກັນແລ້ວ ເຊິ່ງເປັນເທສະການໜຶ່ງທີ່ສໍາຄັນທີ່ສຸດຂອງຄົນຈີນເພາະຖືໄດ້ວ່າເປັນວັນຂຶ້ນປີໃໝ່ຂອງຈີນ. ສໍາລັບຄົນລາວທີ່ເປັນເຊື້ອສາຍຈີນ ຫລືຄົນຈີນທີ່ອາໄສຢູ່ລາວກໍກຽມພາກັນສະເຫຼີມສະຫຼອງກຸດຈີນຢ່າງຄຶກຄື້ນບໍ່ໜ້ອຍໜ້າກວ່າປະເທດອື່ນແນ່ນອນ.  ເວົ້າຮອດກຸດຈີນກັນແລ້ວ ເລື່ອງ ຄອສສະຕູມ ເສື້ອຜ້າໜ້າຜົມກໍເປັນອີກໜຶ່ງຈຸດເດັ່ນທີ່ຈະໄດ້ເຫັນການໃນເທສະການນີ້ ງາມລໍ້ານໍາເທຣນ Fashion ຕ້ອງຍົກໃຫ້ຄົນດັງວົງການບັນເທິງລາວເລີຍໂດຍສະເພາະບັນດາ ນາງງາມ, ນາງແບບ, ດາລາ, ເນັດໄອດໍຄົນດັງ ທີ່ພາກັນ ນຸ່ງຊຸດກີ່ເພົ້າຖ່າຍແບບ  ເອີ້ນໄດ້ວ່າເປະປັງຕ້ອນຮັບປີໃໝ່ກຸດຈີນກັນເລີຍ ງານນີ້ຈະໝວຍ ຫຼືບໍ່ໝວຍນັ້ນ  ຂວັນໃຈຊິພາໄປສ່ອງເບິ່ງນໍາກັນ!!! ເລີ່ມຈາກ ນາງເອກເບີ 1 ຂອງລາວ ລູກນໍ້າ ທິດາລັດ       ນາງແບບສຸດໝັ້ນແຫ່ງວົງການ… ຕຸກ The Wow    ນາງແບບ – ເນັດໄອດໍຄົນດັງ ແກ້ວຕາ ພອນປະເສີດ     ເມ ເນລະມິດ Miss World LAOS 2019   …

Read More »

ວ້າວ!!! 9 ຄົນດັງໃນວົງການບັນເທີງລາວ ກຽມເດີນທາງໄປຮັບລາງວັນ Thailand Digital Award 2020

ຖືໄດ້ວ່າເປັນອີກເລື່ອງທີ່ໜ້າຊື່ນຊົມ ແລະ ຍິນດີນໍາ ສໍາລັບ ສິລະປິນ ແລະ ຄົນດັງໃນວົງການບັນເທີງລາວຫຼາຍໆ ຄົນທີ່ໄດ້ຮັບກຽດໃນການເຂົ້າຮັບລາງວັນ Thailand Digital Award ໃນຄັ້ງນີ້ຢູ່ທີ່ປະເທດ ໄທ. ປະເທດເພື່ອນບ້ານຂອງເຮົານັ້ນເອງ ເຊິ່ງງານ Thailand Digital Award ນັ້ນເປັນງານປະກາດລາງວັນສື່ອອນລາຍທີ່ໃຫຍ່ທີ່ສຸດຂອງ ປະເທດ ໄທ. ທີ່ມອບໃຫ້ຜູ້ທີ່ມີຜົນງານດີເດັ່ນ ແລະ ສາມາດສ້າງຊື່ສຽງໄດ້ໃນຍຸກສື່ອອນລາຍ ແລະ ນີ້ຄືໂສມໜ້າຄົນດັງ  9 ຄົນ ທີ່ເປັນ ສິລະປິນ ແລະ ຄົນດັງໃນວົງການບັນເທີງລາວ ທີ່ກຽມຈະເດີນທາງໄປຮັບລາງວັນ Thailand Digital Award 2020 ໃນວັນທີ 26 ມັງກອນ 2020 ທີ່ໃກ້ຈະມາເຖິງນີ້ທີ່ຈະຈັດຂຶ້ນທີ່ ບາງກອກ ປະເທດ ໄທ. ເຊິ່ງຈະມີໃຜນັ້ນເຮົາມາເບິ່ງນໍາກັນເລີຍ!!! 1. ທ່ານ ເທບມະຫາວິໄຊ (ຕ້າ) …

Read More »

ຍິນດີນໍາ!!! ເຈົ້າພໍ່ຜູ້ໄທ “ເທີ ຢູນາ” ສູ່ຂໍແຟນສາວແບບລຽບງ່າຍ ພ້ອມບອກວ່າ “ເພາະຄວາມຮັກບໍ່ໄດ້ວັດກັນທີ່ຄ່າດອງ”

ເມື່ອບໍ່ດົນມານີ້ຫຼາຍຄົນກໍໄດ້ເຫັນເຈົ້າພໍ່ຜູ້ໄທແຫ່ງແດນປາແດກດິບຢ່າງ  “ເທີ ຢູນາ”  ຂຶ້ນສະຖານະແຕ່ງງານກັນໄປແລ້ວໝາດໆເຊິ່ງໄດ້ສ້າງຄວາມຮືຮາຢູ່ໃນໂລກອອນລາຍວ່າແມ່ນແທ້ ຫຼືບໍ  ແຕ່ຫຼ້າສຸດກໍໄດ້ເຫັນພາບຈັດງານໝັ້ນຂອງ “ເທີ ຢູນາ” ອອກມາ ຖືໄດ້ວ່າເປັນງານໝັ້ນທີ່ມີຄວາມລຽບງ່າຍ ແຕ່ເຕັມປ່ຽມໄປດ້ວຍຄວາມອົບອຸ່ນທ່າມກາງພໍ່ແມ່ພີ່ນ້ອງ ໝູ່ເພື່ອນມາຮ່ວມຍິນດີນໍາສູ່ສົມຣົດໃໝ່  ເຊິ່ງລຸງເທີກໍໄດ້ໂພສວ່າ: “ງ່າຍໆຕາມຮີດຄອງຜູ້ໄທແບບປູ່ຍ່າຕາຍາຍເຮົາແຕ່ງກັນ ທໍ່ຍາດຕິພີ່ນ້ອງລະແລ້ວໂລດ ບໍ່ໃຫ້ຫຍຸ້ງຍາກ ຂີ້ຄ້ານລຳໄລ ບໍ່ມີປາຕີ້ ບໍ່ມີງັນດອງລະບົບດຽວກັນກັບບັກຂີ້ມ້ຽງໃນໜັງສັ້ນນາຮັງນ້ອຍ “ເພາະຄວາມຮັກບໍ່ໄດ້ວັດກັນທີ່ຄ່າດອງ” ການຈັດງານດອງຍິ່ງໃຫຍ່ອາດຈະບໍ່ແມ່ນການເອົາໜ້າເອົາຕາໃຫ້ພີ່ນ້ອງຢ່າງແທ້ຈິງ ແຕ່ງກັນໄປແລ້ວພ້ອມກັນສ້າງພ້ອມກັນສາໃຫ້ຮັ່ງມີດີໄດ້ ຮັກກັນແພງກັນຈົນແກ່ເຖົ້າ ເປັນທີ່ເພິ່ງພາອາໄສຂອງພໍ່ແມ່ພີ່ນ້ອງແລະສັງຄົມໄດ້ ແບບນັ້ນຕ່າງຫາກຍາດຕິພີ່ນ້ອງຈຶ່ງມີໜ້າມີຕາຢ່າງແທ້ຈິງ ຈົບຂ່າວ”.   ແນວໃດ ທາງຂວັນໃຈກໍຂໍສະດງຄວາມຍິນດີນໍາ ຄູ່ຂອງເຈົ້າພໍ່ຜູ້ໄທ “ເທີ ຢູນາ” ແລະ ແຟນສາວ ຂໍໃຫ້ເປັນຜົວແກ້ວເມຍທິບ ຜົວຄໍ້າເມຍຄູນ ມີລູກເຕັມບ້ານ ຫຼານເຕັມເມືອງ ຮັກກັນຕະຫຼອດໄປເດີ້!!!

Read More »

ຍິນດີນໍາ!!! ສາວງາມ ຈາກ ສປປ ລາວ ຄວ້າ 2 ຕໍາແໜ່ງ ຈາກເວທີ Miss Hmong international 2020 ຈາກ ປະເທດໄທ…

ປັດຈຸບັນນີ້ ແມ່ຍິງລາວ ຊົນເຜົ່າມົ້ງ ກໍໄດ້ສ້າງບົດບາດໃນສັງຄົມຫຼາຍຂຶ້ນ ແລະ ຫຼາຍພາກສ່ວນກໍໃຫ້ຄວາມສໍາຄັນ ໂດຍສະເພາະໃນເວທີ ນາງງາມ ທີ່ທຸກໆປີກໍໄດ້ມີການຈັດການປະກວດ Miss Hmong ໃນງານປະເພນີຂອງຊົນເຜົ່າມົ້ງ ນອກຈາກນັ້ນ ໃນເວທີນາງງາມຫຼາຍໆເວທີ ສາວມົ້ງເຮົາກໍໄດ້ເຂົ້າຮ່ວມປະກວດ ແລະ ໄດ້ຮັບລາງວັນໄປຫຼາຍຄົນ. ແລະ ເມື່ອບໍ່ດົນມານີ້ ນາງງາມສາວມົ້ງ ນາງ ປ່າຢອງ ເຮີ່ຫວ່າງຕົວ  ສາວງາມຈາກແຂວງ ໄຊສົມບູນ ກໍໄດ້ເປັນຕົວແທນ ປະເທດລາວ ເພື່ອໄປປະກວດ ເວທີ Miss Hmong international 2020 ຢູ່ທີ່ ປະເທດໄທ ແລະ ສາມາດຄ້ວາລາງວັນ ຮອງອັນດັບທີ່ 1 Miss Hmong international ແລະ Miss Beauty Smile  ມາຄອງ… ເຊິ່ງຖືວ່າເປັນອີກຂ່າວດີສໍາລັບວົງການນາງງາມລາວເຮົາ ທີ່ເປັນອີກບາດກ້າວໜຶ່ງໃນການສ້າງຊື່ສຽງ ແລະ …

Read More »