Breaking News

ຂ່າວບັນເທີງໃນປະເທດ

ຍິນດີນໍາ!!!ສາວ ລູກນໍ້າ ທິດາລັດ ທີ່ໄດ້ລາງວັນ Model Star Award 2020 ຈາກເວທີ Asia Model Festival

ຄົນມັນຈະປັງ ອີ່ຫຍັງກະສຸດບໍ່ຢູ່!!! ລູກນໍ້າ ທິດາລັດ ນາງເອກຊຸບຕາເບີໜຶ່ງຂອງປະເທດລາວ ທີ່ບໍ່ໄດ້ມີດີພຽງແຕ່ໜ້າຕາ ແຕ່ຍັງເຕັມໄປດ້ວຍຄວາມສາມາດທີ່ຫຼາກຫຼາຍ ແລະ ທີ່ສໍາຄັນສາວລູກນໍ້າຍັງໃຈບຸນນໍາອີກ… ນອກຈາກສາວຄົນນີ້ຈະມີຜົນງານທີ່ໂດດເດັ່ນຫຼາຍຢ່າງຢູ່ໃນວົງການບັນເທີງຂອງພວກເຮົາ ແລ້ວ ຍັງມີໂອກາດໂກອິນເຕີໄປຮ່ວມງານບໍ່ວ່່າຈະເປັນງານຖ່າຍໂຄສະນາ ແລະ ຮູບເງົາ… ເຊິ່ງຫຼ້າສຸດປີນີ້ງານ Asia Model Festival ກໍໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ເນື່ອງໃນໂອກາດຄົບຮອບ 15 ປີີ ແລະ ທີ່ພິເສດໄປກວ່ານັ້ນ ປະເທດລາວເປັນປີທໍາອິດທີ່ໄດ້ເຂົ້າຮ່ວມໃນງານ Asia Model Festival ແລະ ສາວລູກນໍ້າກໍເປັນໜຶ່ງໃນນັກສະແດງຈາກ ສປປ ລາວ ທີ່ຖືກຄັດເລືອກເຂົ້າຮ່ວມຊິງລາງວັນໃນງານນີ້ ແລະ ກໍໄດ້ຮັບລາງວັນ Model Star Award ຈາກເວທີ Asia Model Festival ແລະ ຍັງເປັນຄົນລາວຄົນທຳອິດທີ່ໄດ້ຮັບລາງວັນນີ້ນໍາອີກ. ຂວັນໃຈຂໍສະແດງຄວາມຍິນດີນໍາສາວ ລູກນໍ້າ ທິດາລັດ ນໍາເດີ້… ຂອບໃຈຮູບພາບຈາກ: Louknum Thidalat

Read More »

ຄໍ່າຄືນແຫ່ງແຟຊັ່ນ!!! ສ່ອງບັນຍາກາດ LAO FASHION WEEK 2020

ເພື່ອສົ່ງເສີມວົງການແຟຊັ່ນຂອງລາວໃຫ້ໄດ້ຮັບການພັດທະນາ ແລະ ມີບາດກ້າວສໍາຄັນສາມາດເຊື່ອມຕໍ່ກັບເວທີແຟຊັ່ນລະດັບສາກົນ ພ້ອມທັງສະເຫຼີມສະຫຼອງໂອກາດຄົບຮອບ 7 ປີ ຂອງລາວແຟຊັ່ນວີກ ໃນວັນທີ 5 ທັນວາ 2020 ໄດ້ຈັດງານ LAO FASHION WEEK 2020 ຄໍ່າຄືນແຫ່ງແຟຊັ່ນເປັນງານສະແດງອາພອນທີ່ຍິງໃຫຍ່ ແລະ ມີຄວາມສໍາຄັນຫຼາຍທີ່ສຸດຂອງລາວ ໂດຍມີການສະແດງແບບຈາກ 20 ນັກອອກແບບໃນລາວ ລວມມີ 5 ຫ້ອງເສື້ອຊື່ດັງ ແລະ 15 ນັກອອກແບບໝຸ່ມທີ່ກໍາລັງມາແຮງ ຈາກໂຄງການສົ່ງເສີມນັກອອກແບບໝຸ່ມນ້ອຍຂອງລາວ. ງານ LAO FASHION WEEK 2020 ນີ້ ຂວັນໃຈຈະພາທຸກຄົນໄປເບິ່ງພາບບັນຍາກາດຂອງງານ ພ້ອມທັງບັນດາເຫຼົ່າດາລາເຊເລບຄົນດັງລະດັບປະເທດ, ນາງແບບ-ນາຍແບບຊື່ດັງຂອງລາວຮ່ວມເດີນ Fashion Show ໃນຄັ້ງນີ້ຈະສຸດອະລັງການ ແລະ ຍິ່ງໃຫຍ່ ເຮົາໄປເບິ່ງນໍາກັນເລີຍວ່າ… ຄຽງຄູ່ກັບການສະແດງອາພອນ ຍັງມີການວາງສະແດງຮູບພາບ ຈາກຊ່າງຖ່າຍພາບຊາວຝຣັ່ງ – ຝຣັງຊົວ ເຮວີ້ …

Read More »

ພາສ່ອງ!!! Looks ຫວານໆ Style ໝໍແນ່ງ

ວິນາທີນີ້ປະຕິເສດບໍ່ໄດ້ເລີຍວ່າ ບໍ່ມີໃຜຈະບໍ່ຮູ້ຈັກສາວງາມໃຈບຸນຄົນນີ້ນັ້ນກໍຄື “ຈັນດາລີ ສິດພະໄຊ” ຫຼືທີ່ທຸກຄົນຮູ້ກັນດີໃນນາມ “ໝໍແນ່ງ” ດາລາ-ນັກສະແດງລາວ, ນາງເອກຈາກຮູບເງົາເລື່ອງ “ດອກຈໍາປາບານ” ເຊິ່ງໝໍແນ່ງກໍເປັນອີກບຸກຄົນໜຶ່ງຂອງວົງການບັນເທິງລາວທີ່ງາມທັງໜ້າຕາ ແລະ ຈິດໃຈ ທີ່ຜ່ານມາໜໍແນ່ງກໍໄດ້ຊ່ວຍເຫຼືອສັງຄົມເຮົາຫຼາຍໆຢ່າງ… ແຕ່ມື້ນີ້ຂວັນໃຈຈະພາທຸກຄົນໄປສ່ອງເບິ່ງການແຕ່ງຕົວ Looks ຫວານໆ Style ຂອງໝໍແນ່ງ ວ່າຈະເປັນແນວໃດ!!! ເຮົາໄປເບິ່ງນໍາກັນເລີຍ… ເວົ້າໄດ້ວ່າເປັນອີກ 2 Looks 2 Style ທີ່ມີຄວາມຫວານ ຈົນແອັດລະລາຍໄປໝົດແລ້ວຕອນນີ້!!! ຮູບພາບຈາກ: Chandaly Ningnang Sitpraxay

Read More »

ມາຮູ້ຈັກກັບສາວງາມ!!! ຕົວແທນຈາກແຂວງຊຽງຂວາງ ML3 ແມັກກີ້ ມະນີວັນ (ມາຮອດຈຸດນີ້ກໍຖືວ່າ ຊະນະໃຈຕົນເອງແລ້ວ)

ປັດຈຸບັນບ້ານເຮົາໄດ້ຈັດການປະກວດນາງງາມຫຼາກຫຼາຍເວທີ ເພື່ອເປີດໂອກາດໃຫ້ແມ່ຍິງລາວເຮົາໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນ ພ້ອມທັງບອກໃຫ້ໂລກຮູ້ວ່າ ແມ່ຍິງລາວເຮົາກໍມີດີບໍ່ແພ້ຊາດໃດໃນໂລກ. ຫຼ້າສຸດເມື່ອບໍ່ດົນມານີ້ເວທີການປະກວດນາງງາມລາວ Miss Laos 2020 ກໍໄດ້ຈັດການປະກວດຂຶ້ນອີກຄັ້ງ ແລະ ໄດ້ຄັດເລືອກສາວງາມທີ່ຜ່ານເຂົ້າຮອບທັງໝົດ 40 ຄົນ ເວົ້າໄດ້ວ່າແຕ່ລະຄົນບໍ່ທໍາມະດາອີຫຼີ!!! ມື້ນີ້ຂວັນໃຈຈະພາມາສ່ອງສາວງາມອີກໜຶ່ງຄົນທີ່ເປັນຕົວແທນຈາກແຂວງຊຽງຂວາງ ນັ້ນກໍຄືສາວ ແມັກກີ້ ມະນີວັນ ຜູ້ເຂົ້າປະກວດນາງສາວລາວໝາຍເລກ ML3 ສາວ ແມັກກີ້ ມະນີວັນ ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດສິ່ງແວດລ້ອມ, ພາສາອັງກິດ ວິທະຍາໄລ ເຄວີນ ແລະ ຈົບຫລັກສູດພາສາອັງກິດ ຂອງທຶນການສຶກສາມູນລະນິທິ ເອເຊຍ(ອົດສະຕາລີ່) ລະບົບ 4 ປີ ແລະ ປັດຈຸບັນເປັນພະນັກງານຢູ່ ກົມປ່າໄມ້ ໂຄງການ ອະນຸລັກຊີວະນາໆພັນ ຕາມແລວເຊື່ອມຕໍ່ (biodiversity conservation corridors project) ຖີ່ນຖານບ້ານເກີດຂອງສາວ ແມັກກີ້ ມະນີວັນ ແມ່ນເປັນຄົນ …

Read More »

ສິ່ງທີ່ຄວນປະຕິບັດໃນການເຮັດວຽກ

9 ວິທີການເຮັດວຽກໃຫ້ປະສົບຜົນສໍາເລັດ… ເຊື່ອວ່າຫຼາຍໆຄົນເຈີປັນຫາເລື່ອງການເຮັດວຽກ!!! ມື້ນີ້ຂວັນໃຈຈະພາແຟນໆມາເບິ່ງວິທີການເຮັດວຽກໃຫ້ໄດ້ປະສິດທິພາບເພີ່ມຂຶ້ນ… ມາເບິ່ງກັນເລີຍວ່າຈະມີວິທີໃດແນ່… ເມື່ອໄດ້ຮັບມອບໝາຍວຽກ ລອງຢຸດຄິດກ່ອນວ່າ “ຄວນເຮັດຫຍັງ” ເລີ່ມຈາກການຈັດລໍາດັບຄວາມສໍາຄັນຂອງວຽກໂດຍຄິດວ່າສິ່ງໃດທີ່ເຮັດໃຫ້ຜົນງານເພີ່ມຂຶ້ນ ເພາະບໍ່ວ່າເຈົ້າຈະທຸ່ມເທເຮັດວຽກຫຼາຍຊໍາໃດ ທຸກຄົນກໍມີເວລາ 24 ຊົ່ວໂມງເທົ່າກັນ ບໍ່ມີທາງທີ່ເວລາຈະເພີ່ມຂຶ້ນ ສະນັ້ນ,  ເຮົາຈຶ່ງບໍ່ຈໍາເປັນທຸ່ມເທກັບວຽກທຸກອັນ. ຫາກຕ້ອງການເພີ່ມຜົນງານຕ້ອງຕັດສິນໃຈເລືອກ “ວຽກທີ່ບໍ່ຈໍາເປັນ” ບໍ່ວ່າການເຮັດວຽກສໍາເລັດທຸກອັນຈະເກີດຜົນງານສະເໜີໄປ ແລ້ວການເຮັດວຽກສໍາຄັນພຽງ “20%” ຕາມກົດ 20/80 ຊ່ວຍໃຫ້ມີຜົນງານພຽງພໍຕໍ່ຄວາມສໍາເລັດແລ້ວ ສະນັ້ນ,  “ການບໍ່ເຮັດ” ຈຶ່ງກາຍເປັນສິ່ງສໍາຄັນກວ່າ “ການລົງມືເຮັດ” ແລ້ວຍັງເຮັດໃຫ້ມີເວລາໄປເຮັດສິ່ງໃໝ່ອີກດ້ວຍ. ບໍ່ມີວຽກໃດທີ່ມີ “ໂອກາດຄວາມຜິດພາດເປັນສູນ” ຈຶ່ງແບ່ງຄວາມຜິດອອກເປັນ 2 ປະເພດຄື  ຄວາມຜິດທີ່ຍອມຮັບໄດ້ ເຊິ່ງສົ່ງຜົນກະທົບໃນລະດັບຕໍ່າ ກັບຄວາມຜິດທີ່ຍອມຮັບບໍ່ໄດ້ ເຊິ່ງສົ່ງຜົນກະທົບໃນລະດັບສູງ ສະນັ້ນ, ຈົ່ງຄໍານຶງເຖິງລະດັບຜົນກະທົບທີ່ໄດ້ຮັບຈາກຄວາມຜິດນັ້ນ ການຢຸດຄິດຈັກ 5 ວິນາທີ ກ່ອນລົງມືເຮັດອັນໃດຄື “ຄວາມຜິດທີ່ຍອມຮັບບໍ່ໄດ້” ຈະຊ່ວຍຫຼີກລ້ຽງປັນຫາທີ່ເກີດຂຶ້ນໄດ້. ການກວດສອບໃຫ້ດີກ່ອນຈະຊ່ວຍຫຼຸດອັດຕາການເກີດຄວາມຜິດພາດໄດ້ ເພື່ອໃຫ້ວຽກວ່ອງໄວຈຶ່ງຈໍາເປັນຕ້ອງກວດສອບລ່ວງໜ້າທຸກຂັ້ນຕອນ ແລະ ເອົາຄວາມຄິດທີ່ວ່າ …

Read More »