Breaking News

ຂ່າວບັນເທີງໃນປະເທດ

ງາມໆທັງນັ້ນ! ເປີດໂຕ  40 ສາວງາມຜູ້ຜ່ານເຂົ້າຮອບ  MISS LAOS  2018

ວົງການນາງງາມບ້ານເຮົາຖືວ່າກຳລັງມາແຮງຕິດກະແສກັນສຸດໆໃນເວລານີ້ ແວະວຽນມາທີ່ອີກໜຶ່ງເວທີ ນາງສາວລາວ (MISS LAOS  2018) ເຊິ່ງເປັນອີກເວທີໜຶ່ງທີ່ຈະເປີດໂອກາດໃຫ້ແມ່ຍິງລາວໄດ້ມາປະຊັນຄວາມງາມ ສະແດງຄວາມສາມາດ ແລະ ເປັນທູດວັດທະນະທຳ, ທ່ອງທ່ຽວລາວ ແລະ ນາງສາວທູດດ້ານການສຶກສາ. ຫຼ້າສຸດ!!! ທາງກອງປະກວດກໍໄດ້ເປີດໂຕ 40 ສາວງາມຜູ້ຜ່ານເຂົ້າຮອບ  MISS LAOS  2018 ເຊິ່ງສາວງາມທັງໝົດ 40 ຄົນແມ່ນໄດ້ຄັດເລືອກມາຈາກ 18 ແຂວງທົ່ວປະເທດລາວ, 40 ສາວງາມທີ່ຜ່ານເຂົ້າຮອບສຸດທ້າຍຈະໄດ້ຮ່ວມເກັບຕົວເພື່ອເຮັດກິດຈະກຳ ແລະ ຮອບຕັດສິນ ນາງສາວລາວ (MISS LAOS  2018 ) ຈະມີຂຶ້ນໃນວັນທີ 7 ທັນວາ 2018ທີ່ຈະມາເຖິງນີ້. (40 ສາວງາມຜູ້ຜ່ານເຂົ້າຮອບ  MISS LAOS  2018 ຕົວແທນຈາກ 18 ແຂວງ ມີໃຜແນ່ນັ້ນມາເບິ່ງກັນເລີຍ) ສາວງາມທີ່ໄດ້ຮັບຕຳແໜ່ງ Miss Laos 2018 ຈະໄດ້ຮັບເງິນ ພ້ອມມົງກຸດປະຈຳຕຳແໜ່ງ, ທຶນການສຶກສາຕໍ່ລະດັບປະລິນຍາຕີ ທີ ສປ …

Read More »

ສະແດງຄວາມຍິນດີ! “ທີມມິດຕະພາບກັນເອງ” ນັກກາຍະສິນຈາກລາວ ຜ່ານເຂົ້າສູ່ຮອບ Final ໃນລາຍການ Thailand’s Got Talent

ຊ່ວງນີ້ວົງການບັນເທີງປະເທດລາວເຮົາຖືວ່າຄຶກຄັກ ຄືກຄື້ນແບບບໍ່ເຄີຍມີມາກ່ອນ ແລະ ເມື່ອບໍ່ດົນມານີ້ກໍມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວເຮົາອີກແລ້ວ ເພາະຫຼ້າສຸດ “ທີມມິດຕະພາບກັນເອງ” ນັກກາຍະສິນຈາກລາວໄດ້ຜ່ານເຂົ້າສູ່ຮອບ Final ໃນລາຍການ Thailand’s Got Talent ເປັນທີ່ຮຽບຮ້ອຍ. (ຊົມເຊີຍ! ຂໍສະແດງຄວາມຍິນດີນຳຫຼາຍໆ) (ມີຄລິບ) TGT11 มิตรภาพกันเอง | Semi – Final | 29 ต.ค. 61 ? TGT11 มิตรภาพกันเอง โชว์จาก คุณแหวง และคุณสิบ สองหนุ่มสาวจากประเทศเพื่อนบ้านที่เดินทางมาจาก สาธารณรัฐประชาธิปไตยประชาชนลาว ยังคงทำให้เราประทับใจในความแข็งแกร่ง และงดงามอ่อนช้อยเหมือนเดิม ▶▶▶▶▶▶#ThailandsGotTalent ทุกวันจันทร์ เวลา 20.05 น. #Workpoint23 Posted by Thailand's Got Talent on Monday, October 29, 2018 …

Read More »

ຂ່າວດີ! ປະຫວັດສາດວົງການນາງງາມລາວ ບາບີ້ ປິຍະມາດ ຂຶ້ນເປັນຕົວເກັງອັນດັບ 1  ມີສິດຄວ້າມົງ Miss International 2018 (ແຊຣໄປໃຫ້ໂລກຮູ້)

ມາມາມາ…ມາອັບເດດວົງການນາງງາມທີ່ກຳລັງເປັນກະແສກັນແບບສົດໆ ຮ້ອນໆ ຫຼ້າສຸດມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວ ຫຼັງຈາກທີ່ເວັບໄຊ້ນາງງາມລະດັບໂລກ www.officialglobalbeauties.com ໄດ້ອອກມາຈັດລຳດັບວ່າ https://www.globalbeauties.com/ ສາວງາມ 1-15 ປະເທດດັ່ງຕໍ່ໄປນີ້ແມ່ນມີສິດຈະຄວ້າມົງກຸດໃນເວທີ Miss International 2018 ທີ່ປະເທດ ຍີ່ປຸ່ນຫຼາຍທີ່ສຸດ. ແລະ ບາບີ້ ປິຍະມາດ Miss International Laos 2018 ກໍບໍ່ເຮັດໃຫ້ຜິດຫວັງ ເພາະສາມາດຂຶ້ນເປັນຕົວເກັງອັນດັບ 1 ທີ່ມີສິດຈະຄວ້າມົງກຸດ Miss International 2018 ທີ່ປະເທດ ຍີ່ປຸ່ນ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ການຂຶ້ນເປັນຕົວເກັງອັນດັບ 1 ໃນເທື່ອນີ້ ນັບວ່າເປັນຄັ້ງປະຫວັດສາດຂອງສາວງາມຈາກລາວເລີຍກໍວ່າໄດ້ ແລະ ໄລຍະນີ້ ບາບີ້ ປິຍະມາດ Miss International Laos 2018 ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ …

Read More »

ຈັກກະວານໄປທາງໃດ??? ອັບເດດຄວາມພ້ອມຂອງ ອອນອະນົງ  ຫອມສົມບັດ Miss Universe Laos 2018

ມາອັບເດດອີກໜຶ່ງສາວງາມ ທີ່ກ່ອນໜ້ານີ້ມີການມອບຕຳແໜ່ງໃຫ້ ອອນອະນົງ ຫອມສົມບັດ ໃຫ້ໄດ້ເປັນ Miss Universe Laos 2018 ເພື່ອໄປເປັນຕົວແທນປະກວດສາວງາມໃນເວທີທີ່ຍິ່ງໃຫ່ຍລະດັບໂລກ Miss Universe 2018 ເຊິ່ງປີນີ້ພິເສດຫຼາຍເພາະຈະຈັດຂື້ນທີ່ປະເທດໄທ ປະເທດເພື່ອນບ້ານເຮົານີ້ເອງ. ຕັ້ງແຕ່ມື້ທີ່ໄດ້ຮັບຕຳແໜ່ງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍໄດ້ເຝິກຝົນຢ່າງໜັກທາງດ້ານຄວາມຮູ້ຄວາມສາມາດ ທັກສະຕ່າງໆ ແລະ ທີ່ສຳຄັນກໍຄືຮູບຮ່າງ ໜ້າຕາ ແລະ ບຸກຂະລິກກະພາບເພື່ອໄປແຂ່ງຂັນກັບແມ່ຍິ່ງຈາກອີກຫຼາຍປະເທດທົ່ວໂລກທີ່ຈະມາປະຊັນກັນໃນເວທີຍິ່ງໃຫ່ຍທີ່ຈະຈັດຂື້ນໄວໆນີ້… ປັດຈຸບັນ Miss Universe Laos 2018 ຖືວ່າມີຄວາມພ້ອມຫຼາຍທີ່ຈະໄປເປັນຕົວແທນແມ່ຍິງລາວໃນເວທີ ນາງງາມຈັກກະວານ ( Miss Universe 2018) ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ຕົວແທນສາວງາມຈາກປະເທດລາວ, ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy ຮູບພາບ: FB/On-anong Homsombath

Read More »

(ຕຸ້ຍ ຕຸ້ຍ ຕຸ້ຍ ເບື່ອກັບຄຳນີ້ບໍ່?) ວີທີຄວບຄຸມອາຫານ ສຳລັບມືໃໝ່ໄດ້ຜົນດີ ເຫັນຜົນໄວ!!!

ຖ້າຢາກຈະມີຫຸ່ນງາມ ສິ່ງທີ່ຕ້ອງເຮັດຄວບຄູ່ກັບການອອກກຳລັງກາຍກໍຄື ການຄວບຄຸມອາຫານ ເຊິ່ງການຮູ້ຈັກເລືອກບໍລິໂພກແຕ່ສິ່ງທີ່ມີແຕ່ສານອາຫານດີໆ ເປັນປະໂຫຍດຕໍ່ຮ່າງກາຍ ແຕ່ບັນຫາທີ່ສາວໆຫຼາຍຄົນຕ້ອງພົບເລີຍກໍຄື ຮູ້ສຶກທໍ້ຖອຍໃຈ ຮູ້ສຶກທໍລະມານ ແລະ ຝືນໃຈສຸດໆ ຢາກກິນຫຍັງແຊບໆຕາມໃຈມັກກໍບໍ່ໄດ້ ໂດຍສະເພາະມືໃໝ່ທີ່ເບື່ອກັບຄົນອື່ນທ້ວງວ່າ ຕຸ້ຍ ຕຸ້ຍ ຕຸ້ຍ ຈົນຢາກຫັນມາອອກກຳລັງກາຍ ແລະ ຄວບຄຸມອາຫານ, ດັ່ງນັ້ນ!!! ໃນມື້ນີ້ເຮົາຈະມາບອກວິທີຄວບຄຸມອາຫານສະບັບມືໃໝ່ຫັດຄວບຄຸມຢ່າງຖືກວິທີ ໄດ້ຜົນດີ ແລະ ບໍ່ທໍລະມານ… ເຄັບລັບການຄວບຄຸມອາຫານທີ່ໄດ້ຜົນ ຫຼຸດແບບຮຸນແຮງອາດບໍ່ແມ່ນທາງອອກທີ່ດີ ກ່ອນອື່ນເຮົາຕ້ອງທຳຄວາມເຂົ້າໃຈກ່ອນວ່າ ຮ່າງກາຍເຮົາຕ້ອງການສານອາຫານໃຫ້ຄົບ 5ໝູ່ ເພາະດັ່ງນັ້ນການໃຊ້ວິທີຫຼຸດແປ້ງ ນໍ້າຕານ ແລະຫຼຸດໄຂມັນແບບຮຸນແຮງ ມັກຈະບໍ່ແມ່ນທາງອອກທີ່ດີ ຂອງແບບນີ້ມັນຕ້ອງຄ່ອຍໆເປັນໄປ ໃຫ້ເລີ່ມຈາກການຫຼຸດປະລິມານໃນການກິນລົງ ເພື່ອໃຫ້ຮ່າງກາຍໄດ້ປັບຕົວກ່ອນ ແລະ ຕ້ອງຫຼຸດປະລິມານໃນການກິນອາຫານບໍ່ກິນຫວານ ເຄັມ ແລະ ລົດຈັດຈົນເກີນໄປ ເປັນຄົນຕິດເຂົ້າໜົມຫວານ ກິນໄດ້ບໍ່??? ໝູ່ເພື່ອນຫຼາຍຄົນຕິດການກິນເຂົ້າໜົມ ຂອງຫວານ ເອົາແທ້ໆ…ຢາກຈະບອກວ່າມັນກໍຍັງສາມາດກິນໄດ້ຢູ່ ເພາະຮ່າງກາຍກໍຕ້ອງການຄວາມແຊບຈາກລົດຊາດຂອງອາຫານ ພຽງແຕ່ວ່າຄວບຄຸມໃຫ້ເປັນ ຢ່າຕາມໃຈປາກ ມີວິໄນໃນການກິນ ແລະ …

Read More »