Breaking News

ຂ່າວບັນເທີງໃນປະເທດ

ກັບມາອີກແລ້ວ! ກັບເທສະການດົນຕີທີ່ໃຫ່ຍທີ່ສຸດໃນປະເທດລາວ Vangvieng Fest 2018 (ມ່ວນກວ່າ ໃຫ່ຍກວ່າ)

ມາອັບເດດງານເທສະການດົນຕີສຸດຍິ່ງໃຫ່ຍ Vangvieng Fest  2018 ທີ່ໃນປີນີ້ຄອນເຟີມມາແລ້ວວ່າ “ມ່ວນກວ່າ ໃຫຍ່ກວ່າ” ແນ່ນອນ, ຈະຈັດຂຶ້ນໃນວັນທີ 14-15 ທັນວາ 2018 ສະຖານທີ່ ຖໍ້າລົມ ມ.ວັງວຽງ ແຂວງ ວຽງຈັນ.   ແນ່ນອນວ່າ ເທສະການດົນຕີສຸດຍິ່ງໃຫ່ຍ Vangvieng Fest  2018  ເປັນທີ່ກ່າວຂານເລື່ອງຄວາມຍິ່ງໃຫ່ຍມາຫຼາຍປີ ແລະ ໃນ 2~3ຄັ້ງ ທີ່ຜ່ານມາ ໄດ້ມີປະກົດການໂຮງແຮມ ແລະ ທີ່ພັກໃນເຂດ ມ.ວັງວຽງ ເຕັມເກີນ 100% ເພາະໄດ້ມີນັກທ່ອງທ່ຽວຈາກນະຄອນຫລວງວຽງຈັນ , ຕ່າງແຂວງ ຫຼັ່ງໄຫຼເຂົ້າຮ່ວມງານດັ່ງກ່າວກັນຢ່າງຫຼວງຫຼາຍ ເອີ້ນໄດ້ວ່າຍັງບໍ່ເຄີຍມີແບບນີ້ມາກ່ອນໃນປະເທດລາວ. (ທ່ານ ອະນຸລັກ ປະຖຳມະວົງ (ອ້າຍ ເປັດ), ຜູ້ອຳນວຍການບໍລິສັດ ອິນດີ້ ເຣັກຂອດ, ບໍລິສັດ ສາມາດ ອໍແກໄນ້ເຊີ້ ແລະ ເປັນຜູ້ອຳນວຍການຈັດງານເທສະການດົນຕີ Vangvieng Fest) ກຽມຕົວກຽມໃຈໃຫ້ພ້ອມແລ້ວໄປມັນນຳກັນ!!! …

Read More »

ລາວສົ່ງອີກໜຶ່ງເວທີໂລກ! ມີ່ມີ່ ວິລະພອນ ໄດ້ເປັນ Miss Planet Laos 2018 ຈະເປັນຕົວແທນແມ່ຍິງລາວໄປປະກວດໄວໆນີ້!!!

ສະແດງຄວມຍິນດີ! ມີ່ມີ່ ວິລະພອນ ຂັນແກ້ວ ອະດີດຮອງອັນດັບ 2 ນາງສາວລາວ ຖືກແຕ່ງຕັ້ງໃຫ້ເປັນ  Miss Planet Laos 2018 ເຊິ່ງຈະໄດ້ເປັນຕົວແທນສາວງາມຈາກປະເທດລາວໄປປະກວດໃນເວທີ Miss Planet International ປະເທດ ກຳປູເຈຍ. ເຊິ່ງນັບວ່າເປັນອີກໜຶ່ງສາວງາມຈາກປະເທດລາວທີ່ຈະໄດ້ໄປປະກວດໃນເວທີໂລກ, ສຳລັບຮອບຕັດສິນໃນການປະກວດ Miss Planet International  ຈະມີຂຶ້ນໃນຕົ້ນປີໜ້າ ວັນທີ 23 ກຸມພາ 2019. ເປັນແນວໃດ ສາວ ມີ່ມີ່ ວິລະພອນ ງົດງາມ ເໝາະສົມ Miss Planet Laos 2018 ກັນແດ່ບໍ່?, ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ຕົວແທນສາວງາມຈາກປະເທດລາວກັນແດ່ເດີ້. ຮູບພາບ: fb/Mimie Vilaphone

Read More »

5 ເຄັດລັບ! ວິທີທ່ອງທ່ຽວ ປະເທດ ຍີ່ປຸ່ນ ໃນງົບທີ່ກໍານົດເອງໄດ້!

ເວົ້າເຖິງ ປະເທດຍີ່ປຸ່ນ ແນ່ນອນວ່າສາວໆຫຼາຍຄົນຄົງຈະພໍຈິນຕະນາການອອກວ່າງົດງາມ ແລະ ໜ້າທ່ຽວຊົມຂະໜາດໃດ! ເພາະເປັນປະເທດທີ່ຫຼາຍໆຄົນໄຟ່ຝັນຢາກໄປທີ່ສຸດ ແຕ່ກໍມີຄົນຈໍານວນຫຼາຍທີ່ກັງວົນເລື່ອງຄ່າໃຊ້ຈ່າຍທີ່ຄ້ອນຂ້າງຈະສູງນັ້ນເອງ. ມື້ນີ້ ຂວັນໃຈເລີຍຢາກຈະມາແນະນໍາເຄັດລັບ! ໃນການທ່ອງທ່ຽວຍີ່ປຸ່ນດ້ວຍງົບທີ່ເຮົາກໍານົດເອງຄື ບໍ່ໃຫ້ກາຍ 3 ລ້ານກີບ… ຢາກຮູ້ວ່າເຮັດໄດ້ແນວໃດ? ນໍາມາເບິ່ງນໍາກັນ!!! 1. ວາງແຜນລ່ວງໜ້າແບບຂ້າມປີ ບາງເທື່ອຖ້າຕ້ອງການລາຄາຖືກແທ້ໆ ປັດໃຈຫຼັກຄືປີ້ຍົນນັ້ນເອງ ເຮົາຈະເຮັດແນວໃດໃຫ້ໄດ້ປີ້ລາຄາຖືກ? ແນ່ນອນວ່າຫຼາຍໆບໍລິສັດຂາຍປີ້ຍົນຈະມີໂປຣໂມຊັ່ນແຕ່ລະໄລຍະ ແລະ ຍິ່ງໄປກວ່ານັ້ນຖ້າຈອງລ່ວງໜ້າຍິ່ງດົນກໍຈະຍິ່ງໄດ້ລາຄາທີ່ຖືກລົງ. ອັນນີ້ຂໍແນະນໍາວ່າໃຫ້ຕິດຕາມ ຕິດດາວເພຈຂາຍປີ້ຍົນໄວ້ເລີຍ ເພື່ອຕິດຕາມໂປຣໂມຊັ່ນ ຖ້າເຫັນວ່າເໝາະສົມກໍຊື້ໄວ້ລ່ວງໜ້າເລີຍ ເພາະແນວໃດເຮົາກໍຈະໄປຢູ່ແລ້ວ. 2. ກິນອາຫານແບບນັກສຶກສາ ຍີ່ປຸ່ນຖືວ່າເປັນປະເທດທີ່ມີອາຫານຫຼາກຫຼາຍ ແລະ ມີແຫຼ່ງລາຄາຖືກຫຼາຍບ່ອນ ເຮົາສາມາດເຂົ້າໄປກິນອາຫານແບບ ໂຍຊິໂນຍະ, ສຸກິຍະ ຫຼື ເທນຍະ ທີ່ອີ່ມດ້ວຍລາຄາບໍ່ເກີນ 30.000 ກີບໄດ້. ຫຼືຮ້ານຕາມມະຫາວິທະຍາໄລ ຫຼືເຂດວິທະຍາໄລລາຄາກໍບໍ່ເກີນ 50.000 ກີບ. ສ່ວນອີກວິທີໜຶ່ງຄື ຊື້ອາຫານຕາມຊຸບເປີ່ມາເກັດໃນຕອນກາງຄືນ ເພາະຈະໄດ້ລາຄາທີ່ຫຼຸດແບບບໍ່ໜ້າເຊື່ອ ແຕ່ຄຸນນະພາບຍັງຄືເກົ່າ. 3. …

Read More »

ບາບີ້ ປິຍະມາດ Miss International Laos 2018 ຕິດTop5ປະເທດ ຖືກເລືອກສຳພາດພິເສດກັບທາງຍີ່ປຸ່ນ.

ຫຼັງຈາກທີ່ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໄດ້ເດີນທາງໄປເປັນຕົວແທນສາວງາມປະເທດລາວ ເພື່ອໄປແຂ່ງຂັນສາວງາມໃນເວທີລະດັບໂລກ Miss International 2018 ທີ່ປະເທດຍີ່ປຸ່ນ, ຫຼ້າສຸດກໍມີເລື່ອງລາວດີໆມາອັບເດດໃຫ້ແຟນໆໄດ້ຮູ້ວ່າ ໃນວັນທີ 22 ຕຸລາ 2018 ທີ່ຜ່ານມາ ນາງຕິດ Top 5 ປະເທດທີ່ຖືກເລືອກໃຫ້ການສຳພາດແບບພິເສດກັບທາງ ປະເທດ ຍີ່ປຸ່ນ ເຊິ່ງເປັນເຈົ້າພາບຈັດງານໃນປີນີ້. ວ້າວວວ! ເຫັນແລ້ວ…ຍິນດີໄປຕາມໆກັນເລີຍແມ່ນບໍ່ແຟນໆ…. ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ບາບີ້ ປິຍາມາດ Miss​ International​ Laos 2018​ ໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy ຮູບພາບ: FB/B’Bie Piyamarth

Read More »

ສະແດງຄວາມຍິນດີ! ບໍ່ທຳມະດາ…ຊຸດປະຈຳຊາດລາວຕິດ Top12 (ແຊຣໄປໃຫ້ໂລກຮູ້)

ວ້າວວວ!!! ເປັນຂ່າວດີຂອງຄົນລາວເຮົາທຸກໆຄົນ ຫຼ້າສຸດເພສຫຼັກຂອງການປະກວດ  Miss Grand International ກໍໄດ້ປະກາດລາຍຊື່ຊຸດປະຈຳຊາດທີ່ຜ່ານເຂົ້າຮອບ 12 ປະເທດ ໂດຍເປັນການຄັດເລືອກຈາກຜົນໂຫວດຈາກຜູ້ຄົນທົ່ວໂລກ ແລະ ໜຶ່ງໃນນັ້ນກໍມີ ຊຸດປະຈຳຊາດຂອງປະເທດລາວ ທີ່ມີຊື່ວ່າ “ຊຸດນາງສັງຂານລາວ” ຕິດ Top12 ໃນເທື່ອນີ້ອີກດ້ວຍ (ສະແດງຄວາມຍິນດີ) ແຕ່ລະຊຸດຈະມີຄວາມງາມ ມີເອກະລັກ ແລະ ອະລັງການງານສ້າງດ້ານຄວາມຄິດສ້າງສັນພຽງໃດ ລອງມາເບິ່ງກັນ ເຊິ່ງປະເທດທີ່ເຂົ້າຮອບມີດັ່ງນີ້:  1. Miss Grand Cambodia 2. Miss Grand Vietnam 3. Miss Grand Indonesia 4. Miss Grand Mexico 5. Miss Grand Paraguay 6. Miss Grand Costa Rica 7. Miss Grand …

Read More »