Breaking News

ຂ່າວບັນເທີງໃນປະເທດ

ຈົບບໍ່??? ເລື່ອງລາວດຣ່າມ່າເງິນລາງວັນລາຍການດັງ ຈະເປັນແນວໃດມາຕິດຕາມກັນຕໍ່…

ຫຼັງຈາກທີ່ເປັນກະແສດຣ່າມ່າກັນພາຍໃນຂ້າມຄືນ ເນື່ອງຈາກມີປະເດັນທີ່ ໜຸ່ມ ເອ ຜູ້ຊະນະເລີດລາຍການດັງ The Featuring  ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວ ໃນວັນທີ 10 ຕຸລາ 2018 ເຊິ່ງໃຈຄວາມກໍ່ຄື ຍັງບໍ່ໄດ້ເງິນລາງວັນຄ່າຕົວທີ່ຕົນໄດ້ຊະນະເລີດໃນລາຍການດັ່ງກ່າວ, ພໍແຕ່ໂພສນີ້ໄດ້ເຜີຍແຜ່ອອກໄປເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈ ແລະ ເຂົ້າມາສະແດງຄວາມຄິດເຫັນ ແລະ ກົດໄລ້ ກົດແຊຣກັນແບບລົວໆ. ຫຼັງຈາກນັ້ນບໍ່ພໍເທົ່າໃດ ໜຸ່ມ ເອ ກໍ່ໄດ້ໂພສອີກຄັ້ງ ເຊິ່ງເປັນການອອກມາໂພສເພື່ອ ຂໍໂທດ ທາງເຈົ້າຂອງໂຄງການດັ່ງນີ້: ແລະ ຍັງບໍ່ໝົດພຽງແຕ່ເທ່ານັ້ນ ໜຸ່ມຄົນນີ້ກໍ່ຍັງໄດ້ໂພສຢ່າງຕໍ່ເນື່ອງ ກ່ຽວກັບບັນຫາດັ່ງກ່າວວ່າ… ຕົນໄດ້ຮັບເງິນລາງວັນເປັນທີ່ຮຽບຮ້ອຍ ພ້ອມທັງຂອບໃຈ…    ເອົ້າ!!! ງານນີ້ຖືວ່າເຄຍທຸກປະເດັນເນາະ ແລະ ຈົບແບບ Happy Ending!!! ຮູບພາບ: Ae MX

Read More »

11 ຕຸລາ ວັນເດັກຍິງສາກົນ (International Day of the Girl Child)

ທຸກໆວັນທີ 11 ຕຸລາ ແມ່ນວັນເດັກຍິງສາກົນ  (International Day of the Girl Child) ທີ່ໄດ້ສະເຫຼີມສະຫຼອງຢູ່ທົ່ວໂລກ. ເຊິ່ງນອກຈາກຈະມີການສະເຫຼີມສະຫຼອງຢູ່ທົ່ວໂລກແລ້ວ, ໃນມື້ນີ້ຍັງຍົກໃຫ້ເຫັນເຖິງປັນຫາ ແລະ ສິ່ງທ້າທ້າຍທີ່ເດັກຍິງຕ້ອງພົບພໍ້, ພ້ອມທັງສະໜັບສະໜຸນການສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມການບັນລຸເປົ້າໝາຍຂອງພວກເຂົາ. ຄລິກເບິ່ງວິດີໂອນາງ"ນ້ອຍ"ແບບເຕັມໄດ້ເລີຍ!Check out the full story of "Noi"! Posted by UNFPA Laos on Monday, October 24, 2016 ວາລະສານ ຂວັນໃຈ ຂໍປະກາດຈຸດຍືນ ຂໍຮ່ວມສະເຫຼີມສະຫຼອງພ້ອມກັບຄົນທົ່ວໂລກ ແລະ ສະໜັບສະໜຸນໃຫ້ບັນດາເດັກຍິງ ໄດ້ມີຊີວິດທີ່ດີ ມີຄວາມຮູ້ ມີຄວາມເຂັ້ມແຂງທັງສຸຂະພາບກາຍ ຈິດໃຈ ໄດ້ເປັນຕົວຂອງຕົວເອງ ໄດ້ເຮັດຕາມຄວາມຝັນຂອງພວກເຂົາໃຫ້ປະສົບຜົນສຳເລັດ. ທີ່ມາ: UNFPA Laos

Read More »

ດ່ວນນນ!!! ຂໍພະລັງຄວາມສາມັກຄີຈາກຄົນລາວມາຮ່ວມໂຫວດໃຫ້ ມາລີ ນົບພະລັດ Miss Grand Laos ໃຫ້ໄດ້ເຂົ້າຮອບ

ດ່ວນນນ!!! ຂໍພະລັງຄວາມສາມັກຄີຈາກຄົນລາວມາຮ່ວມໂຫວດໃຫ້ ມາລີ ນົບພະລັດ ສີໄກພັກ Miss Grand Laos ໃຫ້ໄດ້ເຂົ້າຮອບ 9 ຄົນ ທີ່ຈະໄດ້ຖ່າຍຮູບຊຸດລອຍນໍ້າທີ່ Chatrium Hotel Royal Lake Yangon ໂດຍການເຂົ້າໄປ ກົດໄລ້ ແລະ ແຊຣ ຮູບພາບຂອງສາວງາມຈາກປະເທດລາວ  ໄດ້ຕາມລິ້ງນີ້ເລີຍ ( The Top 9 most-liked and shared ) , ຄະແນນທີ່ທຸກຄົນໂຫວດຖ້າໄດ້ຫຼາຍຈະຊ່ວຍສົ່ງໃຫ້ສາວງາມຕົວແທນຈາກປະເທດລາວໄດ້ເຂົ້າຮອບໃນການແຂ່ງຂັນໂດຍອັດຕະໂນມັດ. (ຂໍເນັ້ນວ່າຕ້ອງແມ່ນຮູບພາບຂອງ ນ້ອງ ມາລີ ນົບພະລັດ Miss Grand Laos  ເທົ່ານັ້ນເດີ້, ຄລິກເຂົ້າໄປທີ່ອະລະບໍ້າຮູບນີ້ The Top 9 most-liked and shared. ແລ້ວຄລິກຊອກຮູບ Miss Grand Laos ເຮົາ ແລ້ວ ກົດໄລ້ ກົດແຊຣເລີຍ!!!) ເຊິ່ງທາງກອງປະກວດ Miss …

Read More »

ຊີວິດຈິງຍິ່ງກວ່າລະຄອນ! ຈາກທີ່ບໍ່ມີເງິນຮຽນ ຄອບຄົວບໍ່ມີເງິນສົ່ງເສຍ ຈົນສາມາດຄວ້າໃບປະກາດແດງມາໄດ້ເຖິງ 2 ໃບ!!!

ກ່ອນອອກຈາກບ້ານພໍ່ມີເງິນໃຫ້ລ້ານປາຍກີບ ທາງຄອບຄົວບໍ່ມີເງິນສົ່ງເສຍໃຫ້ຮຽນ…  ເປັນປະໂຫຍດທີ່ເຮັດໃຫ້ຜູ້ຄົນສົນໃຈ ເລື່ອງລາວຂອງ ຈັນແດງ ທອງສະໄໝ ນັກສຶກສາທີ່ຄວ້າໃບປະກາດແດງມາໄດ້ເຖິງ 2 ໃບ (ເກັ່ງຫຼາຍໆໆ! ຊົມເຊີຍເດີ້) ເຊິ່ງກ່ອນຈະພາກພຽນ ຂຽນອ່ານ ແລະ ຄວ້າກຽດນິຍົມມາໄດ້ນັ້ນບໍ່ແມ່ນເລື່ອງງ່າຍ ລອງມາເບິ່ງເລື່ອງລາວຂອງຊາຍຄົນນີ້… “ຈົບແບບງຽບໆຢ່າງເປັນທາງການ!!! ນີ້ເປັນໃບປະກາດແດງໃບທີ 2 ໃນຊີວິດຂອງຂ້ອຍ ພາຍຫຼັງທີ່ດິ້ນຮົນຜ່ານທຸກຜ່ານຍາກມາຫຼາຍປີ. ຂ້ອຍຍັງຈື່ບໍ່ລືມວ່າມື້ອອກຈາກບ້ານມາຮຽນພໍ່ແມ່ມີເງິນໃຫ້ພຽງແຕ່ລ້ານປາຍ ເຊິ່ງມັນເປັນເງິນທັງໝົດທີ່ເພິ່ນມີ. ການຕັດສິນໃຈມາຮຽນມັນເປັນສິ່ງທ້າທາຍຫຼາຍສໍາລັບຂ້ອຍ ບໍ່ຮູ້ວ່າຊີວິດຂ້າງໜ້າຊິເປັນແນວໃດ ເພາະທາງຄອບຄົວບໍ່ມີເງິນສົ່ງເສຍໃຫ້ຮຽນ. ພໍແຕ່ກ້າວເຂົ້າມາຮຽນຢູ່ໃນຮົ້ວມະຫາວິທະຍາໄລ ຊີວິດກໍບໍ່ໄດ້ສຸກສະບາຍ ຂ້ອຍຕ້ອງໄດ້ຊອກວຽກຫາເງິນເພື່ອສົ່ງຕົນເອງຮຽນ ຕັ້ງແຕ່ປີ 1 ຮອດ ປີ 4 ໂດຍບໍ່ຂໍເງິນນໍາພໍ່ແມ່ ເຊິ່ງຮຽນທັງພາກປົກກະຕິ, ຮຽນເພີ່ມ ແລະ ເຮັດວຽກເສີມຫຼາຍຢ່າງນັບຕັ້ງແຕ່ຮັບຕັດຫຍ້າ, ເປັນພະນັກງານກວດຜົນຫວຍ ຈົນມາຮອດຮັບງານອິດສະລະເຊັ່ນ ງານວິດີໂອ, ງານອອກແບບປຶ້ມ ແລະ ເປັນອາຈານສອນພາສາອັງກິດ. 4 ປີແຫ່ງການຮຽນຮູ້ຂ້ອຍໄດ້ພົບເຫັນຫຼາຍສິ່ງຫຼາຍຢ່າງ ມີທັງສຸກ ແລະ ທຸກ, …

Read More »

ເປັນກະແສດຣ່າມ່າ! ໜຸ່ມ ເອ ອອກມາໂພສວ່າຍັງບໍ່ໄດ້ເງິນຄ່າຕົວຈາກລາຍການດັງ!!!

ເປັນກະແສດຣ່າມ່າໃຫ້ໄດ້ປູສາດລົມກັນອີກແລ້ວ!!! ເພາະຫຼ້າສຸດ ໜຸ່ມ ເອ ຜູ້ຊະນະເລີດລາຍການດັງ The Featuring  ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວ ໃນວັນທີ 10 ຕຸລາ 2018 ເຊິ່ງໃຈຄວາມກໍ່ຄື ຍັງບໍ່ໄດ້ເງິນລາງວັນຄ່າຕົວທີ່ຕົນໄດ້ຊະນະເລີດໃນລາຍການດັ່ງກ່າວ, ພໍແຕ່ໂພສນີ້ໄດ້ເຜີຍແຜ່ອອກໄປເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈ ແລະ ເຂົ້າມາສະແດງຄວາມຄິດເຫັນ ແລະ ກົດໄລ້ ກົດແຊຣກັນແບບລົວໆ. ສ່ວນເລື່ອງລາວຈະເປັນຢ່າງໃດຕໍ່ໄປ ກໍ່ຄົງໄດ້ຕິດຕາມກັນຕໍ່ໄປ, ເອົາເປັນວ່າຂໍເປັນກຳລັງໃຈໃຫ້ທັງສອງຝ່າຍກໍແລ້ວກັນເນາະ!!! ທີ່ມາ: Ae MX

Read More »