Breaking News

ຂ່າວບັນເທີງໃນປະເທດ

ງາມໆທັງນັ້ນ! ສ່ອງສາວງາມຜູ້ເຂົ້າປະກວດ Miss Grand International 2018 

ຈະພາແຟນໆມາສ່ອງບັນດາສາວງາມຜູ້ເຂົ້າປະກວດ Miss Grand International 2018  ເຊິ່ງຫຼ້າສຸດທາງເພສການປະກວດຫຼັກກໍ່ໄດ້ປ່ອຍຮູບພາບບັນດາສາວງາມໃນຊຸດງານລ້ຽງຕ້ອນຮັບ ຂໍບອກເລີຍວ່າແຕ່ລະສາວງາມຈາກຫຼາຍປະເທດທົ່ວທຸກມຸມໂລກກໍ່ຈັດເຕັມແບບບໍ່ມີໃຜຍອມໃຜ ງາມໆທັງນັ້ນ ໜຶ່ງໃນນັ້ນກໍ່ມີ ນ້ອງ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ອີກດ້ວຍ. ມີຮູບພາບຂອງບັນດາສາວງາມຜູ້ເຂົ້າປະກວດ  Miss Grand International 2018 ມາຝາກ… ເປັນແນວໃດກັນແນ່ ສາວໆຜູ້ເຂົ້າປະກວດແຕ່ລະຄົນງາມໆທັງນັ້ນເລີຍວ່າບໍ່ແຟນໆ, ສຳລັບການປະກວດ Miss Grand International 2018 ຈະມີຮອບຕັດສິນໃນວັນທີ 25.10.2018 ທີ່ຈະມາເຖິງນີ້, ຢ່າງໃດກໍ່ຝາກຄົນລາວເຮົາທຸກໆຄົນ ຊ່ວຍເປັນກຳລັງໃຈໃຫ້ ນ້ອງ ມາລີ ນົບພະລັດ ກັນຫຼາຍໆເລີຍເດີ້ແຟນໆ. #ຮັກລາວເຊຍລາວ #ເຊຍລາວສຸດໃຈ  ?? ?? ?? ຮູບພາບ: Miss Grand International

Read More »

ໄຂຄວາມຂ້ອງໃຈ! ຄວາມແຕກຕ່າງລະຫວ່າງ ເວສເທນນິ່ງ (Weight Training) vs ຄາດິໂອ (Cardio)

ເຊື່ອວ່າໝູ່ເພື່ອນຫຼາຍໆຄົນຄົງຈະ ຮັກ ແລະ ມັກ ໃນການເບິ່ງແຍງສຸຂະພາບ ຄວບຄຸມນໍ້າໜັກ ແລະ ອາຫານການກິນ ລວມເຖິງການອອກກຳລັງກາຍ ແລະ ກໍ່ຄົງຈະເຄີຍໄດ້ຍິນຄຳວ່າ ເວສເທນນິ່ງ (Weight Training) ແລະ  ຄາດິໂອ (Cardio) ມາແດ່ແລ້ວ, ແຕ່ເຄີຍສົງໃສບໍ່ວ່າການອອກກຳລັງກາຍທັງ 2 ຢ່າງນີ້ແຕກຕ່າງກັນຢ່າງໃດ ຖ້າອອກກຳລັງກາຍໄປແລ້ວຜົນທີ່ໄດ້ຈະເປັນແນວໃດ… ຖ້າຍັງບໍ່ເຂົ້າໃຈ ລອງມາໄຂຄວາມຂ້ອງໃຈກັນລອງເບິ່ງເນາະ ເອົາໃຫ້ມັນຮູ້ກັນໄປເລີຍ… ຄວາມແຕກຕ່າງລະຫວ່າງ ເວສເທນນິ່ງ (Weight Training) vs ຄາດິໂອ (Cardio) ເວສເທນນິ່ງ (Weight Training) ການອອກກຳລັງກາຍແບບ  ເວສເທນນິ່ງ ຄຶ ການກະຊັບກ້າມຊີ້ນ ເຮັດໃຫ້ກ້າມຊີ້ນຂອງເຮົາເບິ່ງເປັນຮູບເປັນຮ່າງ ແລະ ເຫັນແຈ້ງຍິ່ງຂຶ້ນ ເຊິ່ງການອອກກຳລັງກາຍແບບ  ເວສເທນນິ່ງ ໄດ້ແກ່: ການຊິດອັບ ຄຣັ້ນ ລວມເຖິງການເຝິກກັບອຸປະກອນອອກກຳລັງກາຍຊະນິດຕ່າງ ເຊັ່ນ ດຳເບວ ເປັນຕົ້ນ… ຄາດິໂອ (Cardio) ສ່ວນການອອກກຳລັງກາຍແບບ ຄາດິໂອ ຈະເປັນການເຜົາຜານໄຂມັນ ກຳຈັດໄຂມັນສ່ວນເກີນທີ່ຢູ່ໃນຮ່າງກາຍອອກມາ ໂດຍຈະເນັ້ນໄປທີ່ການຫຼຸດຕາມສັດສ່ວນຕ່າງໆ ຂອງຮ່າງກາຍ …

Read More »

ຕຸກກີ້ ນັກສະແດງຕະຫຼົກຊື່ດັງເດີນທາງເຊັກອິນທີ່ລາວ ພ້ອມບໍ່ພາດທີ່ຈະເຮັດແບບນີ້…

ນັບຄັ້ງບໍ່ຖ້ວນສຳລັບ ຕຸກກີ້ ສຸດາລັດ ບຸດພົມ (ຫຼື ຕຸກກີ້ ຊິງລ້ອຍຊິງລ້ານ) ນັກສະແດງຕະຫຼົກຊື່ດັງຂອງປະເທດເພື່ອນບ້ານ ທີ່ມີໂອກາດໄດ້ເດີນທາງມາຢ້ຽມຢາມປະເທດລາວ  ແລະ ເມື່ອທ້າຍອາທິດທີ່ຜ່ານມາກໍ່ໄດ້ມີການເຄື່ອນໄຫວທີ່ ອິນສະຕາແກຼມ ຂອງເພິ່ນວ່າໄດ້ເດີນທາງມາທີ່ປະເທດລາວອີກຄັ້ງ ພ້ອມເຊັກອິນບອກແຟນໆໃຫ້ໄດ້ຮັບຮູ້ກັນອີກດ້ວຍ. ແລະ ການມາໃນເທື່ອນີ້ ຂອງ ຕຸກກີ້ ສຸດາລັດ ກໍ່ບໍ່ພາດທີ່ຈະເດີນທາງໄປທີ່ ສະຖານທີ່ສັກສິດຄູ່ບ້ານຄູ່ເມືອງຂອງປະເທດລາວນັ້ນກໍ່ຄຶ ວັດສີເມືອງ ເພື່ອເຮັດບຸນ ພ້ອມທັງໂພສຮູບ ພ້ອມແຄັບຊັ່ນ ເອົາບຸນມາຝາກບັນດາແຟນຄລັບຂອງນາງອີກດ້ວຍ. https://www.instagram.com/p/BoqVd_zhl7Y/?taken-by=tukky66 ຢ່າງໃດກໍ່ຂໍຕ້ອນຮັບ ເອື້ອຍ ຕຸກກີ້ ເຂົ້າສູ່ປະເທດລາວ, ແລ້ວຢ່າລືມມາຢ້ຽມຢາມກັນໃໝ່ເດີ້!!! ຮູບພາບ: IG/tukky66

Read More »

ຂໍກຳລັງໃຈໃຫ້  ມາລີ ນົບພະລັດ ໃນການປະກວດເວທີລະດັບໂລກ Miss Grand International 2018 (ເຊຍລາວສຸດໃຈ)

ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ໄດ້ເດີນທາງໄປເປັນຕົວແທນສາວງາມປະເທດລາວໃນການປະກວດໃນເວທີລະດັບໂລກ Miss Grand International 2018 ທີ່ປະເທດ ມຽນມ້າ ຕັ້ງແຕ່ວັນທີ 4 ຕຸລາ 2018 ທີ່ຜ່ານມາ ແລະ ໃນປັດຈຸບັນນີ້ນາງກຳລັງເຮັດໜ້າທີ່ ແລະ ຮ່ວມກິດຈະກຳກັບທາງກອງປະກວດ, ດັ່ງນັ້ນ ຄົນລາວເຮົາ ບໍ່ຄວນພາດທີ່ຈະສົ່ງແຮງເຊຍ ແຮງໃຈໄປໃຫ້ Miss Grand Laos 2018. ສຳລັບການປະກວດ Miss Grand International 2018 ຈະມີຮອບຕັດສິນໃນວັນທີ 25.10.2018 ທີ່ຈະມາເຖິງນີ້, ຢ່າງໃດກໍ່ຝາກຄົນລາວເຮົາທຸກໆຄົນ ຊ່ວຍເປັນກຳລັງໃຈໃຫ້ ນ້ອງ ມາລີ ນົບພະລັດ ກັນຫຼາຍໆເລີຍເດີ້ແຟນໆ. #ຮັກລາວເຊຍລາວ #ເຊຍລາວສຸດໃຈ  ?? ?? ?? ຮູບພາບ: Miss Grand International

Read More »

ງົດງາມຫຼາຍ! ເດີນໂຊຊຸດປະຈຳແຂວງຂອງ Miss Tourism Queen Laos 2018

ເຫັນເປັນກະແສຄຶກຄັກຫຼັງຈາກທີ່ກ່ອນໜ້ານີ້ມີການຖະແຫຼງຂ່າວເປີດໂຕໂຄງການປະກວດ Miss Tourism Queen Laos  2018 ໃນຊ່ວງເດືອນກັນຍາ ແລະ ພໍມາຮອດວັນທີ 5 ຕຸລາ 2018 ທີ່ຜ່ານມາ ເພິ່ນກໍ່ມີການຈັດງານເປີດໂຕນາງງາມ ຜູ້ເຂົ້າປະກວດໂຄງການ Miss Tourism Queen Laos  2018 ແລະ ຈັດພິທີມອບສາຍສະພາຍ ພ້ອມມົງກຸດນາງງາມ ຮັບຕຳແໜ່ງ ທູດວັດທະນະທຳແຂວງ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນພາຍໃນງານຍັງມີການຈັດການການເດີນໂຊຊຸດປະຈຳແຂວງຂອງ 20ສາວງາມ ໃນພິທີມອບສາຍສະພາຍ ແລະ ມຸງກຸດທູດວັດທະນະທຳປະຈຳແຂວງ ໃຫ້ກັບ 20ສາວງາມຈາກ 18ແຂວງທົ່ວປະເທດ. ມີຮູບພາບບັນຍາກາດການເດີນແບບໂຊ ຊຸດປະຈຳແຂວງ ຂອງສາວງາມທັງ 20 ຄົນມາຝາກ, ບອກເລີຍແຕ່ລະຄົນງົດງາມ ແລະ ມີສະເໜ່ຫຼາຍໆ… ຢ່າງໃດກໍ່ຕາມ ຍັງຈະມີການຈັດກິດຈະກຳເວລາຫວ່າງ ກິດຈະກຳການທ່ອງທ່ຽວລາວ, ກິດຈະກຳ Roadshow ໃນເທສະການບຸນນະມັດສະການພຣະທາດຫຼວງ ເພື່ອໃຫ້ປະຊາຊົນ ແລະ ນາງງາມ …

Read More »