Breaking News

ຂ່າວບັນເທີງໃນປະເທດ

ງານດີເວີ້! ສ່ອງນາຍແບບໃນງານ  Lao Fashion Week 2018 

ເອົາໃຈສາວນ້ອຍ ສາວໃຫ່ຍ ສາວແທ້ ສາວທຽມທັງຫຼາຍ ຫັ້ນແນ່…ຢາກຮູ້ແລ້ວແມ່ນບໍ່ວ່າຈະເປັນເລື່ອງຫຍັງ ໃນມື້ນີ້ ຊະນີIndy ຈະພາມາແອບສ່ອງ ຜູ້ຊາຍ (555) ເປັນນາຍແບບທີ່ເດີນໃນງານ Lao Fashion Week 2018  ຂໍບອກວ່າແຕ່ລະຄົນນັ້ນ ງານດີເວີ້ໆໆໆ… ບໍ່ເຊື່ອລອງມາເບິ່ງກັນເອງເດີ້… ງານດີໆທັງນັ້ນ!!! ເປັນແນວໃດແດ່ ງານດີສົມກັບ ຊະນີIndy ບອກເລີຍແມ່ນບໍ່? ເອົາເປັນວ່າເບິ່ງພໍຫອມປາກຫອມຄໍກັນໄປຊໍ່ານິກ່ອນເນາະ (555) ຮູບພາບ: Jean-Christophe Olry

Read More »

ສ່ອງ! ຫຼິງຫຼິງ ປິຍະດາ ໃນງານ Laos Fashion Week 2018 (ງານນີ້ອິິນເນີ້ມາເຕັມ)

Wowww ຕ້ອງຂໍບອກກ່ອນວ່າ ເລີດສຸດ!!! ຫຼ້າສຸດ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງຄົນດັງ ຮ່ວມເປັນໜຶ່ງໃນນາງແບບ ໃນງານ Laos Fashion Week 2018 ທີ່ເລີ່ມກັນໄປຕັ້ງແຕ່ວັນທີ 11 ກັນຍາ 2018 ທີ່ຜ່ານມາ, ເຊິ່ງງານນີ້ຂຶ້ນຊື່ວ່າ ຫຼິງຫຼິງ ແລ້ວມີຫວ໋າທີ່ນາງຈະທຳມະດາ ຕ້ອງຈັດເຕັມ ງາມ ເລີດແນ່ນອນ!!! ລອງມາສ່ອງແຕ່ລະຮູບຂອງນາງເບິ່ງເດີ້ ແຕ່ລະມຸມຂໍບອກວ່າອິນເນີ (Inner) ນາງມາເຕັມສຸດຍອດ. ຮູບພາບ: Pitadar Lingling Inthavong

Read More »

ຈະຕຸລົງ ຕະຫຼົກຊື່ດັງປະເທດເພື່ອນບ້ານ ລົງພື້ນທີ່ມອບເງິນຫຼາຍແສນບາດ ຊ່ວຍເຫຼືອຊາວ ມ.ສະໜາມໄຊ ແຂວງ ອັດຕະປື!!! 

ກ່ອນອື່ນຕ້ອງຂໍນົບງາມໆ ແລະ ກ່າວຄຳວ່າ “ຂອບໃຈຫຼາຍໆ”, ກ່ອນໜ້ານີ້ ຂວັນໃຈ ມີການສະເໜີຂ່າວໄປແລ້ວວ່າ  ຈະຕຸລົງ ໂພທາລາມ ຕະຫຼົກຊື່ດັງປະເທດເພື່ອນບ້ານ (ປະເທດໄທ) ອາຍຸ 52 ປີ, ໄດ້ອອກມາ ແລ່ນ ເພື່ອລະດົມທຶນຊ່ວຍເຫຼືອຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື. ມາຮອດຕົ້ນເດືອນ ກັນຍາ 2018 ທີ່ຜ່ານມາ ຈະຕຸລົງ ແລະ ໄມ້ ນົນທະພັນ ນັກສະແດງຊື່ດັງ ພ້ອມດ້ວຍທີມງາມ ກໍ່ໄດ້ລວບລວມຍອດເງິນບໍລິຈາກທີ່ໄດ້ຈາກການແລ່ນລະດົມທຶນ ທັງໝົດຢູ່ທີ່ 405,000 ບາດ (ສະກຣຸນເງິນໄທ) ຫຼື ຕົກເປັນເງິນປະມານ  100 ກວ່າລ້ານກີບ ລົງພື້ນທີ່ໄປມອບໃຫ້ພໍ່ແມ່ພີ່ນ້ອງຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື ເປັນຈຳນວນ 800 ຄອບຄົວ ຕົກເປັນຄອບຄົວລະ 500 ບາດ ຫຼື ປະມານຄອບຄົວລະ 1ແສນກວ່າກີບ. …

Read More »

8 ເກາະທີ່ໜ້າທ່ຽວທີ່ສຸດ ຈາກທົ່ວທຸກມຸມໂລກ…

ສະບາຍດີສາວໆສາຍທ່ຽວທັງຫຼາຍ… ໃຜທີ່ກໍາລັງຊອກຫາບ່ອນຊາດແບັດເຕີຣີ່ໃຫ້ກັບຕົວເອງຢູ່ແດ່, ເອົາຮ່າງກາຍໄປໂອບອຸ້ມກັບທະເລສີຟ້າໄສ, ປີ່ນປ່າຍພູເຂົາ ແລະ ຖືກກອດດ້ວຍທໍາມະຊາດ ຫາດຊາຍຂາວ ມື້ນີ້ ຂວັນໃຈ ມີສະຖານທີ່ທ່ອງທ່ຽວຈາກທົ່ວທຸກມຸມໂລກ ທີ່ເອີ້ນໄດ້ວ່າເປັນທີ່ສຸດຂອງຄວາມງາມແບບຄົບສຸດ ມາຕ້ອນສາວໆ ໃຫ້ຕ້ອງຮ້ອງ ວ້າວວວວ… ແລ້ວເວົ້າວ່າ ຄັ້ງໜຶ່ງໃນຊີວິດຈະຕ້ອງໄປໃຫ້ໄດ້!!! ໄປເບິ່ງເລີຍ… 1. Reunion Island ເກາະເຣຢູ່ນຽນ ເປັນໜຶ່ງໃນໝູ່ເກາະປະເທດອານານິຄົມ ຂອງປະເທດຝຣັ່ງ ຢູ່ທາງຕອນໃຕ້ຂອງມະຫາສະໝຸດອິນເດຍ ເກາະນີ້ຍັງຄົງຄວາມເປັນທໍາມະຊາດຢູ່ຫຼາຍ ທັງພູຜາ, ນໍ້າຕົກຕາດ ແລະ ພູເຂົາໄຟ ທີ່ຍັງຄົງເດືອດຢູ່ ລວມເຖິງເສັ້ນທາງເດີນປ່າອັນທ້າທາຍຢູ່ທີ່ La Roche Ecrite ເມືອງແຊງ-ເດີນີ ທີ່ສາວໆຈະໄດ້ຊື່ນຊົມວິວ-ທິວທັດໄປຕະຫຼອດເສັ້ນທາງ. 2. Micronesia ເກາະສະວາດ ຫາດສະຫວັນ ຂຸມຊັບແຫ່ງຄວາມງາມທາງດ້ານທໍາມະຊາດ ຢູ່ໃຈກາງມະຫາສະໝຸດປາຊີຟິກ ທາງຕາເວັນຕົກສຽງໃຕ້ຂອງຮາວາຍ ເບິ່ງຈາກສະຖານທີ່ແລ້ວ ກິດຈະກໍາທີ່ໜ້າສົນໃຈຄົງຈະໜີບໍ່ພົ້ນ ດໍານໍ້າຊົມປະກາລັງ, ລອຍນໍ້າ, ອາບແດດ… ຖ້າໃຜເກີດຫຼົງສະເໜ່ເກາະນີ້ເຂົ້າໄປແລ້ວ ກໍສາມານອນຄ້າງຄືນໄດ້ …

Read More »

ຊົມເຊີຍ! ໃບປະກາດແດງຄົນທຳອິດ ຂອງສາຂາວິຊາກົດໝາຍອາຍາ (ເກັ່ງຫຼາຍໆ! ຂໍສະແດງຄວາມຍິນດີ)

ມີຂ່າວເປັນທີ່ໜ້າຍິນດີ ແລະ ໜ້າຊື່ນຊົມ ມາຝາກພໍ່ແມ່ພີ່ນ້ອງໃຫ້ໄດ້ຕົບມື ສະແດງຄວາມຍິນດີກັບວົງການ ການສຶກສາລາວ ຫຼ້າສຸດ ທ້າວ ສອນທະລີ ວິໄລສັກ ນັກສຶກສາຄົນທຳອິດທີ່ໄດ້ ໃບປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ) ຂອງສາຂາວິຊາກົດໝາຍອາຍາ. (ເກັ່ງຫຼາຍ! ຂໍສະແດງຄວາມຍິນດີ) ສຳລັບ ສອນທະລີ ວິໄລສັກ ມີຖານຖິ່ນກຳເນີດທີ່ ບ້ານຫາດຮ່ຽນ ນະຄອນຫລວງພະບາງ, ໜຸ່ມຄົນນີ້ເຄີຍເປັນອະດີດນັກຮຽນເກັ່ງລະດັບຊາດ ອັນດັບທີ 3 ວິຊາ ພາສາລາວ-ວັນນະຄະດີ, ໃບປະກາສະນີຍະບັດແດງ ມ 7, ກຽດນິຍົມ ອັນດັບ 2 ຈາກວິທະຍາໄລລາວນາໆຊາດ ແລະ ລ່າສຸດ ກໍສາມາດຄວ້າກຽດນິຍົມເປັນຄົນທຳອິດຂອງສາຂາວິຊາກົດໝາຍອາຍາ, ຄະນະ ນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດມາໄດ້ແບບສົດໆຮ້ອນໆ. ບອກໄດ້ເລີຍວ່າຄວາມສາມາດຂອງບ່າວຄົນນີ້ບໍ່ທຳມະດາອີ່ຫລີ ເພາະເປັນນັກຮຽນເກັ່ງຕັ້ງແຕ່ນ້ອຍຈົນມາຮອດປັດຈຸບັນ ສາມາດຮັກສາມາດຕະຖານຄວາມເກັ່ງໄດ້ຢ່າງຄົງເສັ້ນຄົງວາ ເຖິງແມ່ນວ່າຈະເຮັດວຽກ ແລະ ຮຽນໄປພ້ອມໆກັນກໍຕາມ. ຢ່າງໃດກໍຂໍສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້. ຖືວ່າເປັນຕົວແບບທີ່ດີໃຫ້ກັບນ້ອງໆຫລາຍໆຄົນເພື່ອຮຳຮຽນເອົາເປັນແບບຢ່າງ. ທີ່ມາ: GooD Students in LPB …

Read More »