Breaking News

ຂ່າວບັນເທີງໃນປະເທດ

ເຊັກຊີ່ບາດໃຈ! ມາເບິ່ງການເຮັດກິດຈະກຳຂອງບັນດານາງສາວຜູ້ເຂົ້າປະກວດ Miss World Laos 2018

ມີແນວງາມໆມາຝາກແຟນໆກັນອີກແລ້ວ ເປັນຄວາມງາມ ແລະ ເຊັກຊີ່ຂອງບັນດານາງສາວຜູ້ເຂົ້າຮອບ 20 ຄົນສຸດທ້າຍຂອງເວທີການປະກວດສາວງາມ ມິສເວີຣລາວ 2018 (Miss World Laos)  ນັ້ນເອງ, ເຊິ່ງໃນວັນທີ 11 ກັນຍາ ທີ່ຜ່ານມາບັນດາສາວໆເຫຼົ່ານີ້ກໍໄດ້ດຳເນີນເຮັດກິດຈະກຳໃນກອງປະກວດ, ບັນດາສາວງາມຜູ້ເຂົ້າປະກວດ ມິສເວີຣລາວ 2018 ກໍໄດ້ໄປເຮັດກິດຈະກຳຮ່ວມອອກກຳລັງກາຍຫລີ້ນກິລາລອຍນໍ້າ ໂດຍການສວມໃສ່ຊຸດລອຍນໍ້າແບບງາມໆ ໜ້າຮັກ ແລະ ເຊັກຊີ່ບາດໃຈຫຼາຍໆ… ລອງມາເບິ່ງສາວໆຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍໃນຊຸດກິລາລອຍນໍ້າກັນເບິ່ງເນາະ!!! ນອກຈາກນັ້ນສາວໆທັງໝົດກໍໄດ້ມີການຖ່າຍຮູບລວມໝູ່ ແລະ ຫຼິ້ນນໍ້າກັນໃນສະລອຍນໍ້າ ເຫັນແລ້ວເປັນຕາຮັກຕາແພງຫຼາຍໆສຳລັບສາວລາວເຮົາ. #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ ຂໍຂອບໃຈຮູບພາບຈາກ: Miss World Laos ມີສເວີຣ ລາວ

Read More »

Nia Imani ຄວ້າມົງກຸດ Miss America 2019  ໂດຍບໍ່ຕ້ອງໃສ່ຊຸດລອຍນໍ້າ!!!!

ການປະກວດນາງງາມ ຫຼາຍເວທີ ຫຼາຍປະເທດຄົງຈະຮູ້ກັນດີແລ້ວວ່າ ການປະກວດຊຸດລອຍນໍ້າ ຖືເປັນອີກໜຶ່ງໄຮໄລ້ສຳຄັນຂອງການປະກວດນາງງາມ ແຕ່ໃນປິນີ້ ການປະກວດໃນເວທີ ມິສອາເມຣິກາ 2019  (Miss America)  ໄດ້ຍົກເລີກການປະກວດໃນຊຸດລອຍນໍ້າ ຖືເປັນການປ່ຽນແປງຄັ້ງຍິ່ງໃຫ່ຍຂອງການປະກວດທີ່ມີອາຍຸກວ່າ 98 ປີ ເຊິ່ງສາວງາມທີ່ໄດ້ຮັບຕຳແໜ່ງອັນຊົງກຽດໃນປີນີ້ກໍຄື Nia Imani Franklin ສາວງາມຈາດຣັດ ນິວຍອກ ຈົບການສຶກສາປະລິນຍາໂທດ້ານດົນຕີ ຈາກ UNC School oh the Arts ມີດີກຼີເປັນນັກໂອເປຣ່າ ແລະ ຮັກໃນສຽງດົນຕີ ມີຄວາມສາມາດໃນດ້ານການແຕ່ເພງຄັ້ງທຳອິດໃນຕອນອາຍຸ 6 ປີ ເຊິ່ງປັດຈຸບັນນາງງາມຄົນນີ້ແຕ່ງເພງມາແລ້ວ 100 ກວ່າເພງ. ແຟນໆບາງທ່ານຄົງກຳລັງງົງໆລະຫວ່າງເວທີ Miss America  ແລະ Miss USA ເຊິ່ງສຳລັບການປະກວດເວທີ ມິສອາເມລິກາ  (Miss America) ຈະບໍ່ໄດ້ສົ່ງສາວງາມໄປປະກວດທາງໃດຕໍ່ ແຕ່ຈະເນັ້ນເລື່ອງການເຮັດກິດຈະກຳຕ່າງໆພາຍໃນປະເທດ ເຊິ່ງຖືເປັນປີທຳອິດ ທີ່ຍົກເລີກການປະກວດຮອບຊຸດລອຍນໍ້າ ພ້ອມກັບຊຸດລາຕີ …

Read More »

ງົດງາມ ອ່ອນຊ້ອຍ ເບິ່ງແລ້ວເປັນຕາສະອອນ Miss World Laos 2018

ແວະວຽນມາສ່ອງການປະກວດ ມິສເວີຣລາວ 2018 (Miss World Laos) ທີ່ກຳລັງເກັບຕົວ ແລະ ເຮັດກິດຈະກຳ, ຫຼ້າສຸດທາງກອງປະກວດກໍ່ໄດ້ປ່ອຍຮູບພາບສາວງາມມາອີກເຊັດ ແລະ ຍັງໄດ້ເປີດໂຫວດໃຫ້ແຟນໆໄດ້ເຂົ້າໄປກົດໄລ້ ກົດແຊຣ ສາວງາມຜູ້ເຂົ້າປະກວດໃນດວງໃຈອີກດ້ວຍ ເພື່ອຄົ້ນຫາສາ່ວງາມ ຂວັນໃຈມະຫາຊົນ, ແຕ່ຂໍບອກເລີຍວ່າຮູບພາບຂອງບັນດາສາວງາມຜູ້ເຂົ້າປະກວດ ມິສເວີຣລາວ 2018 ນັ້ນຊ່າງ ງົດງາມ ອ່ອນຊ້ອຍ ເບິ່ງແລ້ວເປັນຕາສະອອນ ສົມແລ້ວທີ່ເປັນແມ່ຍິງລາວກ້າວໄກສູ່ເວທີໂລກ. ລອງມາສ່ອງຮູບພາບງາມໆ ຂອງບັນດາສາວງາມຜູ້ຜ່ານເຂົ້າຮອບ…ຂໍບອກແຕ່ລະຄົນງາມໆທັງນັ້ນ!!! ສຳລັບແຟນໆທີ່ຢາກຮ່ວມໂຫວດໃຫ້ນາງງາມໃນດວງໃຈສາມາດເຂົ້າໄປເບິ່ງທີ່ເພສ Miss World Laos ມີສເວີຣ ລາວ

Read More »

ມາສ່ອງ! ບຸນຫໍ່ເຂົ້າປະດັບດິນ 9/9/2018 ຄົນບັນເທິງຮ່ວມເຮັດບຸນ!!!

ສະບາຍດີ!!! ແຟນໆທີ່ໜ້າັຮກ ຜ່ານໄປແປັບດຽວກໍ່ຮອດ ບຸນຫໍ່ເຂົ້າປະດັບດິນ ເຊິ່ງກົງກັບວັນທີ 9 ກັນຍາ 2018 ທີ່ຜ່ານມາ, ນອກຈາກພໍ່ແມ່ພີ່ນ້ອງ ແຟນໆທົ່ວໄປແລ້ວທີ່ຮ່ວມເຮັດບຸນໃນມື້ດັ່ງກ່າວ ບໍ່ພຽງແຕ່ເທົ່ານັ້ນເພາະບັນດາໜຸ່ມ ສາວຄົນບັນເທິງບ້ານເຮົາເຊັ່ນ: ເຈນນີ່ ຕົ້ນຄຳ ພົນຈັນເຮືອງ (Miss World Laos 2017), ບາບີ້ ປິຍະມາດ, ອຸງ ທົດສະພອນ ສິດພະໄຊ, ແອນນີ້ ວິໄລພອນ ແລະ ຕານ້ອຍ ພອນສຸດາ ເພິ່ນກໍ່ໄດ້ອອກໄປເຮັດບຸນໃສ່ບາດ ຮັບສິນຮັບພອນ ເພື່ອຄວາມເປັນສິຣິມົງຄຸນ ຕາມແບບສະບັບຊາວພຸດເຮົາເຊັ່ນດຽວກັນ. ເຈນນີ່ ຕົ້ນຄຳ ພົນຈັນເຮືອງ (Miss World Laos 2017) ບາບີ້ ປິຍະມາດ ນັກສະແດງ-ນາງແບບ ອຸງ ທົດສະພອນ ສິດພະໄຊ ນັກສະແດງ-ນາຍແບບ ແອນນີ້ ວິໄລພອນ …

Read More »

ອົບອຸ່ນ! ຊາຄຣິດ ພະເອກດັງຈາກເພື່ອນບ້ານ ພາຄອບຄົວທ່ອງທ່ຽວ-ໃສ່ບາດທີ່ປະເທດລາວ

ເປັນຮູບພາບທີ່ອົບອຸ່ນ ແລະ ໜ້າຮັກຫຼາຍໆ ຫຼ້າສຸດ ຊາຄຣິດ ແຍ້ມນາມ ພະເອກດັງຈາກປະເທດໄທ ກໍ່ໄດ້ພາພັນລະຍາ ແລະ ລູກຊາຍທີ່ໜ້າຮັກ ມາທ່ອງທ່ຽວ ເຮັດບຸນໃສ່ບາດທີ່ ນະຄອນຫຼວງພະບາງ ປະເທດລາວ ໃນຊ່ວງທ້າຍອາທິດທີ່ຜ່ານມາ. ຊາຄຣິດ ແຍ້ມນາມ ແລະ ແອນ ພັນລະຍາ ຍັງໄດ້ໂພສຮູບພາບຄວາມອົບອຸ່ນລະຫວ່າງຄອບຄົວທີ່ໄດ້ມາທ່ອງທ່ຽວລາວໃຫ້ແຟນຄລັບ ແລະ ໝູ່ເພື່ອນຮ່ວມວົງການໄດ້ເຫັນຜ່ານ ອິນສະຕາແກຼມ, ເຊິ່ງແຕ່ລະຮູບພາບກໍ່ເຕັມໄປດ້ວຍຄວາມອົບອຸ່ນ ມີຄວາມໜ້າຮັກຂອງຄອບຄົວທີ່ໄດ້ມາສຳຜັດທຳມະຊາດ, ວິຖີຊີວິດ ແລະ ວັດທະນະທຳຂອງລາວເຮົາ. View this post on Instagram อนุโมทนาบุญจากหลวงพระบางครับ??????? @monkeyann_9 ?? #loveubodhiboy A post shared by shahkrit (@shahkrit) on Sep 9, 2018 at 1:35am …

Read More »