Breaking News

ຂ່າວບັນເທີງໃນປະເທດ

ງາມຫຼາຍໆ! ຫຼິງຫຼິງ ປິຍະດາ ລຽບຫຼູໃນຊຸດໄໝລາວປະຍຸກ (ງານນີ້ນາງກິນຂາດ!!!)

ແວະວຽນມາສ່ອງ Fashion ຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ1 ຫຼ້າສຸດເຈິນາງໃນງານຖະແຫຼງຂ່າວ Miss Laos 2018 ຈັດຂຶ້ນເມື່ອຕົ້ນອາທິດທີ່ຜ່ານມາ, ຂຶ້ນຊື່ວ່າເປັນເຈົ້າແມ່ແຫ່ງ Fashion ມີຫວາທີ່ນາງຈະທຳມະດາ, ເພາະເອີ້ນໄດ້ວ່າເມື່ອນາງປະກົດຕົວ ກໍ່ມີຄວາມໂດດເດັ່ນ ເປັນທີ່ສົນໃຈຂອງຄົນໃນງານ ເຊິ່ງນາງມາໃນຊຸດລຽບຫຼູ ເປັນຊຸດໄໝລາວປະຍຸກ ສີຟ້າ, ແບບນີ້ຂໍ Confirm ເລີຍເດີ້ວ່າງານນີ້ໃຫ້ຄະແນນນາງເຕັມ 10 ໄປເລີຍ!!! Piyadar inthavong from laos ?? # สะบัดต่อไม่รอแล้วนะ Posted by Pitadar Lingling Inthavong on Tuesday, September 4, 2018   ຊະນີIndy ກໍ່ບໍ່ພາດທີ່ຈະເກັບຮູບ ຫຼິງຫຼິງ ປິຍະດາ ມາຝາກ ມາເບິ່ງກັນເລີຍ!!! …

Read More »

ລູກນໍ້າ ທິດາລັດ ນາງງາມສາຍບຸນ ລະດົມທຶນມອບເງິນກວ່າ 110ລ້ານກີບ ຊື້ອຸປະກອນການແພດທີ່ໂຮງໝໍ ແຂວງ ໄຊສົມບູນ!!!

ສົມກັບໄດ້ຮັບສາຍານາງງາມສາຍບຸນ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິຣິ ນາງສາວລາວ ປະຈຳປີ 2011 ໄດ້ລະດົມທຶນເພື່ອຊື້ອຸປະກອນການແພດໃຫ້ ໂຮງໝໍ 10 ຕຽງ ຈໍ 101 ທີ່ແຂວງ ໄຊສົມບູນ ໄດ້ທັງໝົດເຖິງ  110.626.423 ກີບ, ເຊິ່ງສາວລູກນໍ້າກໍ່ຍັງໄດ້ໂພສຂອບໃຈພໍ່ແມ່ພີ່ນ້ອງທີ່ຊ່ວຍບໍລິຈາກ ແລະ ຍັງເປີດເຜີຍລາຍລະອຽດການຊື້ເຄື່ອງດັ່ງນີ້: ທີ່ມາ: Louknum Vongsili

Read More »

ເຜັດໆໆໆ! ແອັບເປີ້ນ ຈັດເຊັກຊີ່ທະລຸອົງສາ (ໝາກເຜັດຂີ້ໜູໝົດສວນກັນເລີຍ)

ເຜັດໆໆໆເວີ້!!! ແອັບເປີ້ນ ສີສະຫງຽນ ຫຼ້າສຸດທ່ອງທ່ຽວທະເລກັບຫວານໃຈ ໜຸ່ມ ຟຣຸກ ຈິລະ ພ້ອມທັງນຳເອົາຄວາມເຜັດ ຄວາມແຊບມາຝາກແຟນໆ ໂດຍນາງຈັດ Bikini ຂໍບອກເລີຍວ່າງານນີ້ ແຊບ ເຜັດໆໆໆ ພ້ອມທັງອວດຜິວທີ່ຂາວນຽນ ເບິ່ງແລ້ວງາມແຖມເຊັກຊີ່ເວີ້ໆໆໆ ບໍ່ເຊື່ອມາເບິ່ງມີຮູບນາງມາຝາກ… ເອີ້ນໄດ້ວ່າມີຄວາມແຊບ…ໝາກເຜັດຂີ້ໜູໝົດສວນກັນເລີຍ!!! ໂອ້ຍ!!! ຖ້າຈະເຊັກຊີ່ເວີ້ແບບນີ້ ຊະນີIndy ແລະ ແຟນໆຂໍຍອມ ສາວ ແອັບເປີ້ນ ກໍ່ແລ້ວກັນເດີ້!!! ຮູບພາບ: Appleminiberry

Read More »

ງາມຫຼາຍ! ບັນດານາງສາວ Miss World Laos 2018 ລົງເຮັດກິດຈະກຳທີ່ເປັນເອກະລັກແບບລາວ.

ວ້າວໆໆ…ງາມຫຼາຍ! ກັບບັນດານາງສາວຜູ້ເຂົ້າປະກວດ ມິສເວີຣລາວ 2018 (Miss World Laos) ທີ່ໄດ້ລົງເຮັດກິດຈະກຳຮຽນຮູ້ການຕໍ່າທໍຜ້າໄໝລາວແບບດັ້ງເດີມ ໃນວັນທີ 6 ກັນຍາ 2018. ເຊິ່ງກິດຈະກຳດັ່ງກ່າວ ເປັນກິດຈະກຳທີ່ອະນຸລັກຄວາມເປັນລາວຂອງບັນດາຜູ້ເຂົ້າປະກວດ Miss World Laos 2018 ແລະ ບັນດານາງສາວງາມຜູ້ເຂົ້າປະກວດທັງໝົດຍັງໄດ້ຮຽນຮູ້ການຕໍ່າທໍຜ້າໄໝລາວແບບດັ້ງເດີມ ຢູ່ທີ່ ພິພິຕະພັນຜ້າໄໝບູຮານ ຫ້ວຍຫົງ ແລະ ຍັງໄດ້ນຸ່ງຜະລິດຕະພັນຜ້າໄໝລາວຢ່າງງົດງາມ ອ່ອນຊ້ອຍອີກດ້ວຍ. ເບິ່ງແລ້ວງົດງາມ ແຖມອ່ອນຊ້ອຍ #ແບບນີ້ຕ້ອງແຊຣໄປໃຫ້ໂລກຮູ້ນີ້ແຫຼະແມ່ຍິງລາວ ຂໍຂອບໃຈຮູບພາບ: Miss World Laos ມີສເວີຣ ລາວ

Read More »

ເຜັດໆໆໆ…! ອາເລັກຊານດຼາ ມາໃນລຸກໃໝ່!!!

ເຜັດໆໆໆ!!! ອາເລັກຊານດຼາ ທິດາວັນ ບຸນຊ່ວຍ ຫຼ້າສຸດມາໃນລຸກໃໝ່ ຂໍບອກເລີຍວ່າຕ້ອງຕະລຶງກັບລຸກນີ້ຂອງນາງໄປ 5 ວິ ເພາະເບິ່ງແລ້ວ ງາມ ແລະ ເຊັກຊີ່ສຸດໆ. ສຳລັບລຸກນີ້ຂອງ ອາເລັກຊານດຼາ ທິດາວັນ ແຟນໆວ່າແນວໃດ ງາມ ເຊັກຊີ່ ບາດໃຈກັນແດ່ບໍ່? ແລະ ໃນໄວໆນີ້ໄດ້ຍິນມາວ່ານາງກຳລັງຈະມີຜົນງານໃໝ່ “I BELIEVE IN LOVE” ມາໃຫ້ແຟນໆໄດ້ຕິດຕາມກັນນຳເດີ້. ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »