Breaking News

ຂ່າວພາຍໃນ

ກຽມເບິ່ງ! ດວງເດືອນເຕັມດວງເປັນສີເລືອດ ໃນຄືນ 8 ພະຈິກນີ້

ຈັນທະຄາດ ຫຼື ກົບກິນເດືອນ ໃນວັນທີ 8 ພະຈິກນີ້ ເຊິ່ງກົງກັບວັນບຸນນະມັດສະການພະທາດຫຼວງ. ພິເສດໃນຄັ້ງນີ້ ຈະເຫັນດວງເດືອນເປັນສີເລືອດ ຕັ້ງແຕ່ເວລາປະມານ 15:00 – 21:00. ດວງເດືອນຈະເລີ່ມເຂົ້າສູ່ເງົາມົວຂອງໂລກ ເວລາ 15:00 ແລະ ເກີດເປັນປາກົດການກົບກິນເດືອນບາງສ່ວນໃນເວລາ 16:00 ຈົນເລີ່ມກິນເຕັມຕົວໃນ ເວລາ 17:15 – 18:40. ຫຼັງຈາກນັ້ນ ດວງເດືອນຈະເລີ່ມອອກຈາກເງົາມືດ ຈົນເງົາມົວໝົດໄປໃນເວລາປະມານ 19:50 ຈົນສິ້ນສຸດປາກົດການໃນເວລາ 21:00. . ປາກົດການຈັນທະຄາດ ຫຼື ກົບກິນເດືອນນີ້ ເປັນປາກົດການທີ່ດວງຕາເວັນ, ໂລກ ແລະ ດວງເດືອນ ໂຄຈອນມາແນວດຽວກັນ ຕັ້ງສາກກັນ, ໂດຍມີໂລກ ຢູ່ລະຫວ່າງກາງ, ເກີດຂຶ້ນໃນໄລຍະທີ່ຂຶ້ນ 15 ຄ່ຳ. ໃນຕອນທີ່ດວງເດືອນໂຄຈອນຜ່ານເຂົ້າໄປໃນເງົາມືດຂອງໂລກທີ່ສະທ້ອນໄປໃນອະວະກາດ ເຮັດໃຫ້ຜູ້ຄົນຢູ່ເທິງໜ້າໂລກ ເບິ່ງເຫັນດວງເດືອນແຫວ່ງໄປເທື່ອລະໜ້ອຍ ຈົນດວງເດືອນເຂົ້າໄປຢູ່ໃນເງົາມືດ ແລະ …

Read More »

ບໍລິສັດ ລາວ ໂຕໂຢຕ້າ ບໍລິການ ຈຳກັດ ຈັດງານສະເຫຼີມສະຫຼອງ ຄົບຮອບ 30 ປີ

ລາວ ໂຕໂຢຕ້າ ບໍລິການ ຈຳກັດ ເປັນໜຶ່ງໃນບໍລິສັດທີ່ຄຽງຄູ່ ກັບຄົນລາວມາຍາວນານ ຄຽງຂ້າງສັງຄົມລາວ,ໃຫ້ການບໍລິການດ້ວຍໃຈ,ໃຫ້ຄວາມສຳຄັນກັບລູກຄ້າມາເປັນອັນດັບຫນຶ່ງ ໂດຍມີຄຳຂວັນຂອງບໍລິສັດທີ່ວ່າ ຄວາມເພິ່ງພໍໃຈສູງສຸດຂອງລູກຄ້າຄືຄວາມບຸກບືນເຖິງທີ່ສຸດຂອງພວກເຮົາ ເນື່ອງໃນຄົບຮອບ 30ປີ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ ກໍ່ໄດ້ຈັດງານເພິ່ອເປັນການສະເຫຼີມສະຫຼອງ ແລະ ຂອບໃຈມາຍັງແຂກ,ລູກຄ້າ ພ້ອມດ້ວຍພະນັກງານທຸກທ່ານທີ່ເຂົ້າຮ່ວມງານລ້ຽງດັ່ງກ່າວ ເພື່ອເປັນສັກຂີພະຍານໃນການຮ່ວມສະເຫລີມສະຫລອງ #30th years lao toyota service#ຄຽງຄູ່ສັງຄົມລາວ

Read More »

ການເລີ່ມຕົ້ນວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ແມ່ນຕ້ອງເລີ່ມຕົ້ນດ້ວຍການໂອ້ລົມ

[English Text Below] ການເລີ່ມຕົ້ນວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ແມ່ນຕ້ອງເລີ່ມຕົ້ນດ້ວຍການໂອ້ລົມ  ເພື່ອຈາລຶກພິທີເປີດຂອງໂຄງການ IMPACT Biz ຢ່າງເປັນທາງການ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະຖານທູດຍີ່ປຸ່ນປະຈຳລາວ, ພ້ອມດ້ວຍອົງການ UNDP ຈະຈັດກອງປະຊຸມກ່ຽວກັບວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບໃນ ສປປລາວ ເພື່ອປຶກສາໂອ້ລົມກ່ຽວກັບທ່າອ່ຽງສາກົນ ແລະ ພາກພື້ນ ພ້ອມທັງພາຍໃນປະເທດເຮົາ ໃນການຍິດຖືມາດຕະຖານສາກົນໃນການດຳເນີນທຸລະກິດຢ່າງມີຄວມຮັບຜິດຊອບ.  ຮັບຊົມການຖ່າຍທອດສົດໄດ້: 15 ກັນຍາ 2022 9:00 ໂມງເຊົ້າ – 12:10 ໂມງສວາຍ Facebook Live ທີ່ TARGET Magazine  ADVANCING RESPONSIBLE BUSINESS STARTS WITH DIALOGUE  To mark the inception of the IMPACT Biz Project, the …

Read More »

ເຄີຍແຈກຫຼາຍແບບໃດ ກໍຍິ່ງແຈກຫຼາຍກວ່າເກົ່າ ກັບ M-150 ໃຫ້ໂຊກ2ຊັ້ນ

ເຄີຍແຈກຫຼາຍແບບໃດ ກໍຍິ່ງແຈກຫຼາຍກວ່າເກົ່າ ກັບ M-150 ໃຫ້ໂຊກ2ຊັ້ນ ເຊິ່ງຜ່ານມາບໍ່ດົນນີ້ມີຜູ້ໂຊກດີຈາກແຂວງສະຫວັນນະເຂດ ເປັນຄົນທຳອິດທີ່ໄດ້ຮັບລາງວັນລົດຈັກອີກດ້ວຍ ບອກເລີຍວ່າ ເຂົາບໍ່ໄດ້ແຈກພຽງແຕ່ຄັນດຽວເດີ້ ຢ່າຊ້າ ຮີບຟ້າວໄປຫາຊື້ມາດື່ມ ພິກເບິ່ງກ້ອງຝາ ພົບລາງວັນໃດ ຮັບເລີຍທັນທີ ແລະສົ່ງລະຫັດມາຮ່ວມໂຊກຊັ້ນສອງໄດ້ທີ່ www.m150.la ຜູ້ໂຊກດີຄົນຕໍ່ໄປ ອາດເປັນທ່ານ M150LAOS #ບໍ່ມີລີມິດດ້ວຍພະລັງM150 #M150ໃຫ້ໂຊກ2ຊັ້ນ #ແຕ້ມເອັມລາວ

Read More »

ຄະນະຊ່ຽວຊານແພດຈີນ ພ້ອມອຸປະກອນປ້ອງກັນໂຄວິດ-19 ເດີນທາງມາເຖິງນະຄອນຫຼວງວຽງຈັນແລ້ວ

ຄະນະຜູ້ຊ່ຽວຊານການແພດຈີນພ້ອມອຸປະກອນການແພດໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນແລ້ວ ໃນຕອນບ່າຍວັນທີ 4 ພຶດສະພານີ້ ເພື່ອຊ່ວຍເຫຼືອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ. ໃນໂອກາດກ່າວຕ້ອນຮັບຄະນະຜູ້ຊ່ຽວຊານການແພດຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອທີ່ທັນການ ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ແລະ ຄັ້ງທີ່ຜ່ານມາ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຢ່າງສະເຫມີຕົ້ນສະເຫມີປາຍ ທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນລາວ ຕະຫຼອດມາ. ພ້ອມນີ້, ລັດຖະບານລາວ ຍັງໃຫ້ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນທາງມາຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດເອົາຊະນະໃນການເເຜ່ລະບາດຂອງພະຍາດໂຄວິດ-19 ຄືຄັ້ງທີ່ຜ່ານມາ ໄດ້ຢ່າງແນ່ນອນ. ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ກ່າວວ່າ: …

Read More »