Breaking News

ຂ່າວພາຍໃນ

ຍອດຄົນລົງທະບຽນງານ RUN FOR HER 2019 ຢຽບຫຼັກ 1.000 ກວ່າ ໃນເປົ້າໝາຍ 1.500 ກ່ອນມື້ງານຖະແຫຼງຂ່າວ…

ຍອດຄົນລົງທະບຽນແລ່ນໃນງານ RUN FOR HER 2019 ຢຽບຫຼັກ 1.000 ໃນເປົ້າໝາຍ 1.500 ກ່ອນມື້ງານຖະແຫຼງຂ່າວ… ກິດຈະກໍາແລ່ນຊຸບເປີມິນິມາຣາທອນ Run for Her ຄັ້ງທໍາອິດ ໄດ້ເປີດພິທີຖະແຫຼງຂ່າວຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ຕູລາ 2019 ຢູ່ທີ່ໂຮງແຮມ ຄຣາວພຣາຊ່າ ໂດຍ ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອໍານວຍການສ້າງ ວາລະສານຂວັນໃຈ ໃນນາມຜູ້ຈັດ ເປັນປະທານ ຮ່ວມກັບທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຜູ້ສະໜັບສະໜູນ, ນັກກິລາແລ່ນ-ລານທີມຊາດ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ…     ງານແລ່ນ Run …

Read More »

ເຫັນແລ້ວປະທັບໃຈ! ທ່ານນາງ ນາລີ ສີສຸລິດ (ແມ່ຂອງປວງຊົນລາວ) ລົງຢ້ຽມຢາມໃຫ້ກໍາລັງໃຈຜູ້ປະສົບໄພນໍ້າຖ້ວມ “ຢາກເຫັນຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ”

ເຫັນແລ້ວປະທັບໃຈ! ທ່ານນາງ ນາລີ ສີສຸລິດ (ແມ່ຂອງປວງຊົນລາວ) ລົງຢ້ຽມຢາມໃຫ້ກໍາລັງໃຈຜູ້ປະສົບໄພນໍ້າຖ້ວມ “ຢາກເຫັນຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ” ເປັນພາບທີ່ເຫັນແລ້ວຍິ້ມຕາມກັນໄປເລີຍສໍາລັບ ຮູບພາບທີ່ແອັດຈະນໍາຕ້ອນໃນມື້ນີ້ ເພາະເປັນຮູບພາບທີ່ ທ່ານນາງ ນາລີ ສີສຸລິດ (ປ້າ ນາລີ ທີ່ປະຊາຊົນລາວເອີ້ນ) ພັນຍະຍາຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ທີ່ມີຄວາມເປັນຫ່ວງເປັນໄຍພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທາງພາກໃຕ້ຂອງລາວ ໂດຍຢາກເຫັນສະພາບການເປັນຢູ່ ແລະ ສະພາບຈິດໃຈຂອງທຸກຄົນດີຂຶ້ນ. ເຊິ່ງການໂອ້ລົມ ພົບປະພໍ່ແມ່ພີ່ນ້ອງກັນ ປ້ານາລີ ແມ່ນມີຄວາມເປັນກັນເອງ ຈົນໃຜເຫັນແລ້ວຕ້ອງຍິ້ມຕາມຢ່າງແນ່ນອນ… ພາບດັ່ງກ່າວໄດ້ຖືກເຜີຍແຜ່ອອກທາງສື່ມີເດຍ, ສັງຄົມອອນລາຍ ເຮັດປະຊາຊົນລາວຕ່າງຍົກຍ້ອງໃຫ້ ປ້ານາລີ ເປັນສະຕີໝາຍເລກ 1 ຂອງປະຊາຊົນລາວໄປແລ້ວ!!! #ເຮົາລອງມາເບິ່ງຮູບພາບດັ່ງກ່າວພ້ອມກັນເລີຍ!!!      ເປັນພາບທີ່ປະທັບໃຈແຮງແມ່ນບໍ່ທຸກຄົນ ແອັດລະຕື້ນຕັນໃຈແທນພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບຫຼາຍ ທີ່ ປ້ານາລີ ໃຫ້ຄວາມເອົາໃຈໃສ່, ເປັນຫ່ວງເປັນໄຍແບບເປັນກັນເອງຂະໜາດນີ້ ແນວໃດກໍຂໍໃຫ້ສະພາບຈິດໃຈ ແລະ …

Read More »

ມາຫາຄຳຕອບ ຕໍ່ຈາກ EP1 ວ່າເປັນຫຍັງ? Nissan TERRA SUV ຈຶ່ງໄດ້ຮັບຄວາມນິຍົມ

Nissan TERRA ແບບ (SUV), ອອບຊັ່ນເຕັມທີ່ມາພອ້ມ 7 ບອ່ນນັ່ງໂດຍບໍລິສັດຕັນຈົງມໍເຕີລາວຈຳກັດພຽງຜູດຽວ, ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈົງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ. ເຊິ່ງໃນ Ep1 ເຮົາໄດ້ຮູ້ໄປກຽ່ວກັບຄວາມສວຍງາມທາງດ້ານໜ້າຂອງ Terra, ອອບຊັ່ນດ້ານໃນທີ່ຫຼູຫຼາ ແລະ ເບາະໜັງທີ່ມາແບບສະຕາຍໂຮງໜັງເຮັດໃຫ້ຫຼຸດອາການເມົາໄດ້,  ມີຄວາມກວ້າງຂວາງສະດວກສະບາຍ  ແລະ ໃນ Ep2 ນີ້ເຮົາຈະມາຮູ້ກັນເລີຍວ່າມີຫຍັງແດ່?… Ep2: ເຮົາຈະມາຮູ້ຈັກກັນກຽ່ວກັບຈັກ, ລະບົບການຂັບເຂື່ອນ ແລະ ເລື່ອງຄວາມປອດໄພຂອງລົດນິສສັນເທີລາທີ່ເປັນຈຸດຂາຍຫຼັກ. ຈັກ ແລະ ລະບົບເກຍ 5 D Inter-Cooler Turbo Engine Power 190Ps & Torque 450Nm ລົດ Terra …

Read More »

ເປັນຫຍັງ? Nissan TERRA SUV ຈື່ງໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ ມາຫາຄຳຕອບນຳກັນເລີຍ…

ນັບຕັ້ງແຕ່ເປີດໂຕລົດຄອບຄົວ  Nissan TERRA ແບບ (SUV), ອອບຊັ່ນເຕັມທີ່ມາພອ້ມ 7 ບອ່ນນັ່ງ ໂດຍບໍລິສັດຕັນຈອງມໍເຕີລາວ ຈຳກັດ ພຽງຜູດຽວ, ຊື່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈອງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ Ep1:  ປັດຈຸບັນໄດ້ເຮັດຍອດຂາຍໄດ້ສູງຫຼາຍ ແລະ ພວກເຮົາຈະພາມາເບີ່ງຈຸດ ຂາຍຂອງນິສສັນເທີລາ ທາງດ້ານໜ້າຂອງ Nissan Terra ສັນຍາລັກອັນໂດດເດັ່ນຂອງນິສສັນເຊິ່ງສະແດງອອກເປັນຮູບໂຕ V ຂະໜາດໃຫ່ຍ ໄຟໜ້າແບບ LED ແລະ ເປັນຫຼອດ PROJECTOR ແລະ ໄຟເຍືອງທາງຕອນກາງເວັນ ໄຟໜ້າແບບ LED ແລະເປັນຫຼອດ PROJECTOR ແຈ້ງດີ,  ຮຸ່ງສີ ແລະ ເຖິງວ່າຈະແມ່ນຕອນຝົນຕົກ, ທ່ານກໍສາມາດເຫັນໄດ້ຢ່າງຊັດເຈນ, …

Read More »

ດີໃຈນຳ!!! ຜູ້ສ້າງຮູບເງົາສັ້ນ ຈາກແຂວງຫຼວງພະບາງ ໄດ້ຮັບລາງວັນຊະນະເລີດ.

ວັນທີ 19 ສິງຫາ 2019, ກະຊວງຖະແຫຼງຂ່າວ,​ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ສະຖານທູດຈີນ ປະຈຳລາວ ແລະ  ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ, ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດງານປະກາດຜົນລາງວັນໃນການແຂ່ງຂັນຮູບເງົາສາລະຄະດີ ແລະ ຮູບເງົາສັ້ນ ເພື່ອຄວາມຮັກແພງລາວ-ຈີນ ພາຍໃຕ້ຫົວຂໍ້ “ເລື່ອງເລົ່າເຈົ້າ ແລະ ຂ້ອຍ”   ໃຫ້ກຽດເຂົ້າຮ່ວມໂດຍທ່ານ ວິທູນ ສູນດາຣາ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຫົງຈຽງ ຫົວໜ້າພະແນກການເມືອງ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ອູອີຊິງ ຫົວໜ້າວິທະຍຸສາກົນ ແຫ່ງປະເທດຈີນ ປະຈຳລາວ, …

Read More »