Breaking News

ຂ່າວພາຍໃນ

ສະແດງຄວາມຍິນດີ! ປະເທດລາວກຳລັງຈະມີສວນດອກຊາກຸລະ ຕໍ່ໄປນີ້ບໍ່ຕ້ອງໄປໄກຮອດປະເທດຍີ່ປຸ່ນແລ້ວ…

ວ້າວວວ!  ມີຂ່າວທີ່ໜ້າຍິນດີ ມາເລົ່າໃຫ້ແຟນໆຊາວລາວໄດ້ຮູ້ກັນວ່າ ໃນວັນທີ 11 ເມສາ 2019 ທີ່ຜ່ານມາ ທີ່ເມືອງວຽງໄຊ ແຂວງຫົວພັນ ລັດຖະບານຍີ່ປຸ່ນ ໄດ້ຈັດພິທີມອບສວນຊາກຸຣະ ເພື່ອເປັນຂອງຂວັນແກ່ປະຊາຊົນລາວ ອັນເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືສາຍພົວພັນສອງຊາດ ລາວ ແລະ ຍີ່ປຸ່ນ. ແບບນີ້ຕ້ອງ…ຂໍສະແດງຄວາມຍິນດີກັບຄົນລາວ ຕໍ່ໄປນີ້ບໍ່ຕ້ອງໄປເບິ່ງ ດອກຊາກຸລະ ໄກຮອດປະເທດ ຍີ່ປຸ່ນ ແລ້ວ. ທີ່ມາ: ປະທດລາວ Pathedlao ຂໍຂອບໃຈຮູບປະກອບຈາກ google  

Read More »

 ບໍລິສັດ ຕັນຈົງມໍເຕີລາວ ຮ່ວມສະຫຼອງປີໃຫມ່ລາວກັບສູນສາມເອັດສ໌ຂອງນີສສັນ Nissan ທີ່ເປີດໃຫມ່ ສາຂາ ດອນແດງ

ໃນເດືອນເມສາ ປີ 2019 – ຕັນຈົງມໍເຕີລາວ (Lao) Sole Co. , Ltd. (“TCML”), ເຊີ່ງເປັນບໍລິສັດຕົວແທນຈຳໜ່າຍລົດນີສສັນ Nissan ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງຕັນຈົງມໍເຕີ ໂຫດດີງສ໌ ເບີຣ໌ເຫດ ຂອງປະເທດມາເລເຊຍ Tan Chong Motor Holdings Bhd (Malaysia) ໄດ້ປະສົບຜົນສຳເລັດຄັ້ງສຳຄັນໂດຍການປະກາດການຂະຫຍາຍສາຂາໃໝ່ຫຼ້າສຸດໃນນະຄອນຫຼວງວຽງຈັນ. ຝ່າຍບໍລິຫານຂອງຕັນຈົງມໍເຕີ Tan Chong Motor ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ທ້ອງຖີ່ນໄດ້ຮ່ວມສະຫຼອງປີໃຫມ່ລາວທີ່ຫ້ອງສະແດງລົດຍົນຂອງນີສສັນ Nissan ເຊີ່ງເປັນຫ້ອງທີ່ຫາກໍ່ເປີດໃຫມ່ ແລະ ປັດຈຸບັນທາງບໍລິສັດມີຫ້ອງຂາຍ ລົດຍົນ ຫຼື ສູນຂາຍລົດ ດ້ວຍກັນສີ່ ບ່ອນໃນລາວ ທ່ານ ຊົງ ຈູນ ເບັງ ຜູ້ບໍລິຫານຂອງບໍລິສັດຕັນຈົງມໍເຕີລາວ ແລະ ກຳປູເຈຍໄດ້ກ່າວວ່າ, “ທາງບໍລິສັດໄດ້ວາງແຜນທຸລະກິດຢ່າງຕໍ່ເນື່ອງໃນສາທາລະນະລັດ ປະຊາທິປະໄຕ …

Read More »

ປະຫວັດຄວາມເປັນມາຂອງ “ບຸນປີໃໝ່ລາວ ແລະ ນາງສັງຂານ” #ຄົນລຸ້ນໃໝ່ຄວນຮູ້

ປີໃໝ່ລາວ ໃນທຸກໆປີໄວລຸ້ນຍຸກໃໝ່ຕາງກໍເຂົ້າໃຈພຽງແຕ່ວ່າ ເປັນບຸນປະເພນີຂອງ ປະເທດລາວ ຂອງເຮົາທີ່ມີແຕ່ບູຮານນະການທີ່ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ, ແຕ່ຮູ້ບໍ່ວ່າ ບຸນປີໃໝ່ລາວ ເພິ່ນມີເລື່ອງເລົ່າກ່ຽວກັບ ປະເພນີບຸນປີໃໝ່ລາວ ທີ່ປະຊາຊົນລາວປະຕິບັດສືບກັນມາແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ເຊິ່ງເລື່ອງທັງໝົດກໍມີຢູ່ວ່າ: ໃນສະໄໝ ພຸດທະການ ຍັງມີລູກຊາຍຂອງມະຫາເສດຖີ ຊື່ວ່າ: ທັມມະປາລະກຸມມານ ເປັນຄົນທີ່ ສະຫຼຽວສະຫຼາດ, ມີວິຊາຄວາມຮູ້ສູງ, ເປັນຜູ້ສອນທັມມະ, ມົງຄຸນແກ່ຄົນທົ່ວໄປ ແລະ ເຂົ້າໃຈໃນພາສາສັດຕ່າງໆນຳອີກ ຊື່ສຽງຂອງ ທັມມະປາລະກຸມມານ ໂດ່ງດັງໄປທົ່ວຊົມພູທະວີບຮອດຫູ ພຣະຍາກະບິນລະພົມ ຜູ້ມີຣິດເດດກ້າ ແລະ ມີຄວາມຮູ້ຄວາມສາມາດເໜືອກວ່າມະນຸດທັງຫຼາຍ ເມື່ອຮູ້ເຊັ່ນນັ້ນ ພຣະຍາກະບິນລະພົມ ຈຶ່ງສັ່ງໃຫ້ ເສນາອາມາດ ໄປເຊີນເອົາທ້າວ ທັມມະປາລະກຸມມານ ມາຖາມບັນຫາ ເພື່ອເປັນການລອງພູມປັນຍາຄວາມຮູ້ກັນ.ເປັນການລອງພູມປັນຍາຄວາມຮູ້ກັນ. ພຣະຍາກະບິນລະພົມ ຕັ້ງຄຳຖາມດັ່ງນີ້: ຕອນເຊົ້າ “ສີຣິ” ຫຼື “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, ຕອນບ່າຍ “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, …

Read More »

ເປີດເຜີຍແລ້ວ! ຊຸດ ແລະ ເລີ້ງເຄີ້ງ ທີ່ນາງສັງຂານ 2019 ຈະໄດ້ໃສ່ (ງົດງາມຫຼາຍໆ )

ຮູ້ສຶກຕື່ນເຕັ້ນ ໃກ້ເວລາເຂົ້າມາເຕັມທີ່ແລ້ວສຳລັບການປະກວດ ນາງສັງຂານ ນະຄອນຫຼວງພະບາງ ປະຈຳພສ 2562 ຄສ 2019 ກ່ອນໜ້ານີ້ທາງກອງປະກວດກໍໄດ້ເປີດເຜີຍໂສມໜ້າຂອງນ້ອງໆນາງສາວຜູ້ເຂົ້າປະກວດທັງ 30 ຄົນ ໃຫ້ແຟນໆໄດ້ເຫັນກັນແລ້ວ, ຫຼ້າສຸດກໍໄດ້ມີການເປີດເຜີຍ ຊຸດ ແລະ ເລີ້ງເຄີ້ງ (ມົງກຸດ) ທີ່ນາງສັງຂານ ປະຈຳປີ ພສ 2562 ຄສ 2019 ຈະໄດ້ສວມໃສ່. ສາຍສະພາຍ ນາງສັງຂານ ຄືສິ່ງທີ່ມີຄຸນຄ່າ ປັກດ້ວຍໄໝຄຳ ທີ່ມີຄວາມງົດງາມ ສຳລັບຜູ້ທີໄດ້ອັນດັບ 1 2 3. ອອກມາແລ້ວແບບເລີ້ງເຄີ້ງ ຫຼື ມຸງກຸດ ຂອງນາງສັງຂານ ປະຈຳປີ ພສ 2562 ຄສ 2019. ສຳລັບ “ເລີ້ງເຄີ້ງ” ຄືສຸດຍອດແຫ່ງລາງວັນກຽດຕິຍົດທີ່ແມ່ຍິງນະຄອນຫຼວງພະບາງໄຝ່ຫາ ບົ່ງບອກເຖິງຄວາມງາມ ແລະ ຄວາມສຳເລັດ.​ ຜະລິດຈາກຄຳແທ້ 100%. ສຳລັບປີນີ້ “ນາງສັງຂານ ທຸງສະເທວີ” ແມ່ນຈະໄດ້ຂີ່ ພະຍາຄຸດ …

Read More »

(ຄົນລຸ້ນໃໝ່ຄວນຮູ້) ໄຂຂໍ້ສົງໄສ! ເປັນຫຍັງ “ປີໃໝ່ລາວ” ຈຶ່ງຕ້ອງໄປສົງນໍ້າພຣະ?

ແຟນໆຫຼາຍໆທາ່ນຍັງສົງໄສ ແລະ ຂ້ອງໃຈວ່າເປັນຫຍັງ ປີໃໝ່ລາວ ຈຶ່ງຕ້ອງໄປສົງນໍ້າພຣະ ໂດຍສະເພາະຄົນລຸ້ນໃໝ່ແບບເຮົາ ຍັງງົງໆ ຮອດບຸນປີໃໝ່ແຕ່ລະປີກໍຮູ້ສຶກເສີຍໆ ແລະ ບໍ່ໃຫ້ຄວາມສຳຄັນ ເພາະຮູ້ສຶກວ່າເປັນສິ່ງໄກຕົວ ແລະ ຄິດວ່າບໍ່ແມ່ນສິ່ງທີ່ຈຳເປັນຫຍັງຫຼາຍ, ດັ່ງນັ້ນ! ໃນມື້ນິ້ ຊະນີIndy ຈຶ່ງໄດ້ໄປຊອກເອົາຂໍ້ມູນກ່ຽວກັບ “ການສົງນໍ້າພຣະໃນຊ່ວງປີໃໝ່ລາວ” ມາແຊຣໃຫ້ທຸກໆຄົນໄດ້ຮູ້ ແລະ ເຂົ້າໃຈເຖິງຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ມີມາແຕ່ບູຮານນະການ.. “ການສົງນໍ້າພຣະ” ໜຶ່ງໃນພິທີຂອງປະເພນີບຸນປີໃໝ່ລາວ ຫຼື ບຸນກຸດສົງການ ຫຼື ບຸນເດືອນຫ້າ ສໍາລັບການສົງນໍ້າພຣະນັ້ນ ສະໄໝກ່ອນມີການຫ້າງຫາຊອກເກັບເອົາດອກຈິກ, ດອກຮັງ ແລະ ດອກໄມ້ທີ່ມີກິ່ນຫອມຕ່າງໆນໍາມາຕາກໃຫ້ແຫ້ງສຳລັບໄວ້ໂຮຍໃສ່ນ້ຳທີ່ຈະນໍາໄປສົງພຣະ. ນອກຈາກດອກໄມ້ແຫ້ງແລ້ວ ບາງຄົນກໍນິຍົມໃສ່ນໍ້າອົບນໍ້າຫອມ ຜົງໄມ້ຈວງ ໄມ້ຈັນ ທີ່ມີກິ່ນຫອມໂຮຍໃສ່ຕື່ມ,ໃນບາງທ້ອງຖິ່ນເຮົາຈະເຫັນເພິ່ນໃສ່ຂີ້ໝິ້ນນໍາ.      ການສົງນໍ້າພຣະນັ້ນ ຈະຈັດຂຶ້ນຕາມວັດຕ່າງໆໃນມື້ສັງຂານລ່ວງ (ມື້ແຮມສາມຄໍ່າເດືອນຫ້າ)  ໂດຍຈະເລີ່ມຈາກການສົງນໍ້າແກ່ພຣະພຸດທະຮູບກ່ອນ ເຊິ່ງຊາວບ້ານຈະຈັດຕັ້ງເປັນຂະບວນແຫ່ ພຣະພຸດທະຮູບ ອ້ອມອາຮາມ 3 ຮອບ ແລ້ວນໍາພຣະພຸດທະຮູບມາປະດິດສະຖານໃນຫິ້ງ ຫຼື ຫໍສົງນໍ້າ ທີ່ຊາວບ້ານກະກຽມໄວ້ກ່ອນຈະຮອດມື້ງານ (ຖ້າເປັນພຣະພຸດທະຮູບອົງໃຫຍ່ທີ່ບໍ່ສາມາດເຄື່ອນຍ້າຍໄດ້ …

Read More »