Breaking News

ຂ່າວພາຍໃນ

ເປີດໂຕຢ່າງເປັນທາງການໃນລາວ SAMSUNG Galaxy S10 ແລະ S10+ ມາພ້ອມກັບຄວາມລໍ້ານຳສະໄໝທີ່ບອກເລີຍວ່າຫ້າມພາດ!!!

Hello!! ທັກທາຍແຟນໆທຸກຄົນມາແບບລຸກອິນເຕີກັນແດ່ຈັກໜ້ອຍ ເພາະຫຼ້າສຸດທາງ ຂວັນໃຈ ເຮົາໄດ້ໄປຮ່ວມງານ  “Media First Look – SAMSUNG Galaxy S10|S10+” ເຊິ່ງເປັນງານທີ່ເປີດໂຕ “SAMSUNG Galaxy S10|S10+” ຢ່າງເປັນທາງການ ຖືໄດ້ວ່າເປັນການເປີດງານໃຫ້ບັນດາສື່ມວນຊົນ, Blogger, Youtuber ແລະ ແຟນໆໄດ້ໄປຮ່ວມຊົມ ສຳຜັດ ແລະ ສັ່ງຈອງ SAMSUNG Galaxy S10|S10+ ຢ່າງເປັນທາງການໃນ ປະເທດລາວ. ເຊິ່ງ SAMSUNG Galaxy S10|S10+ ມາພ້ອມກັບການອອກແບບໄດ້ໂດດເດັນບໍ່ຄືໃຜ ຈໍສະແດງຜົນໂຮງຮູບເງົາ ລະບົບຄວາມປອດໄພທີ່ລໍ້າໜ້າ ພ້ອມກ້ອງຖ່າຍຮູບລະດັບມືອາຊີບ ມີລໍ້ານຳສະໄໝທີ່ບອກເລີຍວ່າຫ້າມພາດ… SAMSUNG Galaxy S10|S10+ ກັບ Ultrasonic Fingerprint ລະບົບສະແກນນິ້ວມືອັດສະລິຍະ ທີ່ມີຄວາມແນ່ນອນສູງທີ່ສຸດ SAMSUNG Galaxy S10|S10+ ກັບ ໜ້າຈໍທີ່ບໍ່ມີຂອບ …

Read More »

ແຊຣສະໜັ່ນ! ຮືຮາ…ເຈົ້າບ່າວໃຈປໍ້າ ຫອບສິນສອດຂໍສາວ (ລວມມູນຄ່າມະຫາສານ)

ກາຍເປັນກະແສ Talk of the town ໃນບໍ່ພໍເທົ່າໃດຊົ່ວໂມງ ໃນຊ່ວງເຊົ້າຂອງວັນທີ 18 ມັງກອນ 2019 ໄດ້ມີສະມາຊິກຜູ້ໃຊ້ເຟສບຸກລາຍໝຶ່ງເຜີຍແຜ່ຮູບພາບພິທີມົງຄຸນສົມຣົດ ແຕ່ມາໃນຮູບແບບທີ່ບໍ່ທຳມະດາ… ເພາະສິນສອດລວມແລ້ວເປັນມູນຄ່າມະຫາສານ ເຊິ່ງສິນສອດມີມູນຄ່າແມ່ນ: ເງິນກີບ 09 ຕັບ (100 ໃບ x 100,000,-ກີບ), ລວມມູນຄ່າ 90 ລ້ານກີບ  ເງິນບາດ (100 ໃບ x 1,000,- ບາດໄທ), ລວມມູນຄ່າ 9 ແສນບາດ  ເງິນໂດລາ  (100 ໃບ x 100,- US$), ລວມມູນຄ່າ 09 ໝື່ນໂດລາ. ນອກຈາກນັ້ນຍັງມີ ຄຳ ແລະ ເຄື່ອງປະດັບຕ່າງໆ, ເຊິ່ງພຽງແຕ່ເຈົ້າບາວປ້າຍແດງຄົນນີ້ໂພສຮູບ ແລະ ແຄັບຊັ່ນພຽງສັ້ນໆວ່າ “ໄປຂໍເມຍ” ລົງເຟສບຸກບໍ່ພໍເທົ່າໃດກໍເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈໃນຄວາມອະລັງການ ແລະ ຄວາມໃຈປໍ້າຂອງເຈົ້າບ່າວ ຈົນເຮັດໃຫ້ມີຍອດຄົນກົດໄລ້ …

Read More »

ຄັ້ງປະຫວັດສາດ! ກຽມພົບກັບ ງານມະຫະກຳ ອະສັງຫາລິມະຊັບຄັ້ງທຳອິດ ໃນ ສປປ ລາວ (Laorealestate.la EXPO 2019)

Yula.la ແລະ Laorealestate.la ແມ່ນເຈົ້າພາບຈັດງານມະຫະກຳອະສັງຫາລິມະຊັບຄັ້ງທຳອິດໃນລາວ ໂດຍຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) Laorealestate.la ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ຜູ້ນຳດ້ານແຫຼ່ງຕະຫຼາດອອນລາຍ, ເວັບໄຊທ໌ www.yula.la, ມີຄວາມພາກພູມໃຈທີ່ຈະປະກາດວ່າ ພວກເຮົາຈະເປັນເຈົ້າພາບຈັດງານວາງສະແດງການລົງທຶນດ້ານອະສັງຫາລິມະຊັບຄັ້ງທໍາອິດໃນລາວ ທີ່ໂຮງແຮມດອນຈັນພາເລດ ໃນວັນສຸກ ແລະ ວັນເສົາ ທີ 1 ເຖິງ 2 ມີນາ 2019 ນີ້. ເຂົ້າຮ່ວມງານຟຣີ, ເພື່ອຈັບສະຫຼາກລຸ້ນໂຊກຮັບສິດເດີນທາງທ່ຽວຕ່າງປະເທດ ພ້ອມຂອງລາງວັນຕ່າງໆ. ງານມະຫະກຳອະສັງຫາລິມະຊັບ 2019 (Laorealestate.la Expo 2019) ນີ້ ແມ່ນຈະນຳເອົາບັນດາ ກຸ່ມຄົນ ແລະ ບໍລິສັດຊັ້ນນຳຕ່າງໆໃນລາວເຂົ້າຮ່ວມໃນງານເຊັ່ນ: ນັກພັດທະນາໂຄງການ, ສະຖາປະນິກ, ຜູ້ຮັບເໝົາກໍ່ສ້າງ, ນາຍໜ້າອະສັງຫາ, ຄົນຂາຍທີ່ດິນ, …

Read More »

ຄັ້ງປະຫວັດສາດ! ກຽມພົບກັບ ງານມະຫະກຳ ອະສັງຫາລິມະຊັບຄັ້ງທຳອິດ ໃນ ສປປ ລາວ (Laorealestate.la EXPO 2019)

ມີ Event ດີໆ ແລະ ໜ້າສົນໃຈຫຼາຍໆ ເລີຍອົດບໍ່ໄດ້ທີ່ຈະບອກຕໍ່ໃຫ້ແຟນໆ ຂວັນໃຈ ໄດ້ຮູ້ວ່າ ຫຼ້າສຸດມີການຖະແຫຼງຂ່າວ ການຈັດງານວາງສະແດງ ທີ່ພັກອາໄສ ແລະ ການລົງທຶນດ້ານອະສັງຫາລິມະຊັບຄັ້ງທຳອິດໃນ ສປປ ລາວ (Laorealestate.la EXPO 2019). ງານຖະແຫຼງຂ່າວຄັ້ງນີ້, ໄດ້ຈັດຂຶ້ນໃນຕອນເຊົ້າຂອງມື້ນີ້ວັນທີ 15 ມັງກອນ 2019, ຢູ່ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ໂດມິນິກ ວິລລ້ຽມສ໌, ຜູ້ອຳນວຍການໃຫຍ່ APA ບໍລິສັດປະກັນໄພພົງສະຫວັນ, ທີ່ເປັນຜູ້ສະໜັບສະໜູນຫຼັກຂອງງານ, ທ່ານ ເຈມສ໌ ໄວທ໌ເຮດ ຜູ້ບໍລິຫານຂອງ Yla.la ແລະ Laorealestate.la ທີ່ເປັນຜູ້ນຳດ້ານເວັບໄຊໂຄສະນາສິນຄ້າ ແລະ ເວັບໄຊອະສັງຫາລິມະຊັບໃນລາວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ …

Read More »

ຊົມເຊີຍ! ເຈົ້າໜ້າທີ່ຈັບພໍ່ຄ້າຢາບ້າລາຍໃຫ່ຍ ຈຳນວນ 5.764.000 ເມັດ ພ້ອມເຮໂລອິນຫຼາຍຮ້ອຍແທ່ງ ທີ່ແຂວງ ບໍ່ແກ້ວ!!!

ໃນວັນທີ 12 ມັງກອນ 2019 ທີ່ຜ່ານມາ ທາງກອງບັນຊາການ ທະຫານ ແຂວງບໍ່ແກ້ວ ໄດ້ແຫຼ່ງຂ່າວຈາກຮາກຖານວ່າ: ຈະມີການຂົນສົ່ງຢາເສບຕິດ ລາຍໃຫຍ່ຢູ່ເຂດ ບ້ານສີດອນມີ ຫາ ຫ້ວຍໄຄ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ດັ່ງນັ້ນ, ທາງກອງບັນຊາການທະຫານແຂວງ ຈຶ່ງໄດ້ແຕ່ງຕັ້ງ ໃຫ້ຫ້ອງການ ປກສ-ປກຊ, ໄປສົມທົບກັບກອງຮ້ອຍຊາຍແດນ 122 ເພື່ອຕິດຕາມ ຢູ່ເຂດດັ່ງກ່າວຕາມການລາຍງານຂອງຮາກຖານ. ເຖິງເວລາປະມານ 10 ໂມງເຊົ້າ ຂອງວັນທີ 13 ມັງກອນ 2019 ຈຶ່ງໄດ້ພົບເຫັນລົດເປົ້າໝາຍ ຢູ່ເຂດ ບ້ານຫ້ວຍລົມ ຫາ ບ້ານຫ້ວຍໄຄ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈຶ່ງໄດ້ກວດກາລົດກະບະ VIGO ຄັນດັ່ງກ່າວ ໝາຍເລກທະບຽນ ນຂ 5888 ກໍາແພງນະຄອນ ເຊິ່ງ ຂັບຂີ່ໂດຍ ທ້າວ ຊົງທໍ …

Read More »