Breaking News

ຂ່າວພາຍໃນ

ສຸດຍອດ! ປະເທດລາວຈະມີພະພຸດທະຮູບສູງ 108 ແມັດ ພ້ອມສວນພຶກສາຊາດໃຫຍ່ທີ່ສຸດໃນອາຊຽນ!!! (#ແຊຣໄປໃຫ້ໂລກຮູ້)

ອາທິດຜ່ານມານີ້, ອໍານາດການປົກຄອງເມືອງປາກຊ່ອງ ແຂວງຈໍາປາສັກຢືນຢັນວ່າຈະເນລະມິດເມືອງປາກຊ່ອງໃຫ້ກາຍເປັນແຫລ່ງທ່ອງທ່ຽວທໍາມະຊາດ, ກະສິກໍາ ແລະ ວັດທະນະທໍາໂດ່ງດັງຢູ່ແຖວໜ້າຂອງອາຊຽນ ຂະນະທີ່ແຜນພັດທະນາເບື້ອງຕົ້ນຈະສ້າງເປັນສວນພຶກສາຊາດນາໆຊະນິດ ແລະ ສ້າງພະພຸດທະຮູບໃຫຍ່ທີ່ສຸດດ້ວຍຄວາມສູງ 108 ແມັດ. ຫລ້າສຸດ ທ່ານ ວິຈິດ ແກ້ວບົວພາ ເຈົ້າເມືອງປາກຊ່ອງ ໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວໃນອາທິດຜ່ານມານີ້ວ່າ: ເມືອງປາກຊ່ອງທີ່ຂຶ້ນຊື່ວ່າຜືນແຜ່ນດິນຄໍານັ້ນໄດ້ຮັບການພິຈາລະນາ ແລະ ວາງແຜນພັດທະນາຂະຫຍາຍໃຫຍ່ທີ່ກວມເອົາການສ້າງພະພຸດທະຮູບອົງໃຫຍ່ສູງ 108 ແມັດ, ສ້າງສວນພຶດສາຊາດເຕັມໄປດ້ວຍດອກໄມ້ ແລະ ພັນໄມ້ນາໆຊະນິດສ້າງເປັນແຫລ່ງທ່ອງທ່ຽວກະສິກໍາຕິດພັນກັບແຫລ່ງທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາ ເຊິ່ງທັງໝົດທີ່ກ່າວມານັ້ນແມ່ນຄວາມພະຍາຍາມຂອງລັດຖະບານກໍຄືອໍານາດການປົກຄອງແຂວງດັ່ງກ່າວເພື່ອດຶງດູດການທ່ອງທ່ຽວ ແລະ ການພັດທະນາສີຂຽວແບບຍືນຍົງ. ທ່ານ ເຈົ້າເມືອງຍັງຊີ້ແຈງວ່າ: ເມືອງປາກຊ່ອງກາຍເປັນດິນແດນທີ່ໜ້າສົນໃຈ ແລະ ຫອມຫວານຂອງນັກລົງທຶນທັງພາຍໃນ-ຕ່າງປະເທດ ປັດຈຸບັນນີ້ມີ 74 ໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າໄປລົງທຶນພາຍໃນເມືອງດັ່ງກ່າວ ໃນນັ້ນ 45.000 ເຮັກຕາແມ່ນເນື້ອທີ່ປູກກາເຟ ອີກ 1.700 ເຮັກຕາແມ່ນປູກພືດຜັກ ແລະ ຍັງອີກດິນຈໍານວນໜຶ່ງແມ່ນໄດ້ສະຫງວນໄວ້ເປັນແຫລ່ງທ່ອງທ່ຽວ ລວມທັງວຽກບຸລິມະສິດຂອງເມືອງ; ປີ 2017 …

Read More »

ໄວໜຸ່ມລາວ! ເຂົ້າຮ່ວມແລກປ່ຽນດ້ານເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມ ແລະ ການປ້ອງກັນໄພພິບັດທີ່ປະເທດຍີ່ປຸ່ນ

ໃນວັນທີ 15 ຕຸລາ 2018 ທີ່ຜ່ານມາ, ໄວໜຸ່ມລາວ ໂດຍມີນັກຮຽນມັດທະຍົມຕອນປາຍ 8 ຄົນ, ນັກສຶກສາມະຫາວິທະຍາໄລ 8 ຄົນ ແລະ ລັດຖະກອນ 1 ທ່ານໄດ້ເດີນທາງຈາກສະໜາມບິນສາກົນວັດໄຕໄປຍັງປະເທດຍີ່ປຸ່ນເພື່ອເຂົ້າຮ່ວມ “ການແລກປ່ຽນທາງດ້ານເຕັກໂນໂລຊີກ່ຽວກັບສິ່ງແວດລ້ອມ ແລະ ການປ້ອງກັນໄພພິບັດ” ພາຍໃຕ້ໂຄງການ JENESYS 2018, ເຊິ່ງໄດ້ຮັບການສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ. ພວກເຂົາຈະໄດ້ໄປພັກຢູ່ຍີ່ປຸ່ນຕັ້ງແຕ່ວັນທີ 16 ເຖິງ 23 ຕຸລາ 2018. ໂຄງການດັ່ງກ່າວແມ່ນສຸມໃສ່ມາດຕະການຕໍ່ຕ້ານກັບບັນຫາສິ່ງແວດລ້ອມ ແລະ ໄພພິບັດຢູ່ຍີ່ປຸ່ນ. ນັກສຶກສາທັງ 16 ຄົນນີ້ໄດ້ຖືກຂັດເລືອກຈາກຜູ້ສະໝັກຫລາຍກວ່າ 370 ກວ່າຄົນໂດຍຄະນະກໍາມະການຂັດເລືອກເຊິ່ງປະກອບດ້ວຍຕົວແທນຈາກສູນກາງຊາວໜຸ່ມລາວ ແລະ ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ. ທີ່ມາ: Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ

Read More »

ປັບໄໝສູງສຸດເຖິງ 20ລ້ານກີບ! ແຈ້ງການຫ້າມນຳເອົາທະນະບັດ (ເງິນກີບ) ໃບໃໝ່ໄປວາງຂາຍ ຫຼື ແລກປ່ຽນເພື່ອເກງກຳໄລ!!! (ພົບເຫັນສາມາດແຈ້ງເຈົ້າໜ້າທີ່)

ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການສະບັບເລດທີ 424/ທຫລ ແລະ ແຈ້ງໃຫ້ຊາບວ່າໃນໄລຍະທີ່ຜ່ານມາຍັງມີບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆ ໃນ ສປປ ລາວ ນຳເອົາທະນະບັດ (ເງິນກີບ) ໃບໃໝ່ໄປວາງຂາຍ ຫຼື ແລກປ່ຽນເພື່ອເກງກຳໄລ ໃນຮູບແບບຕ່າງໆເຊັ່ນ: ວາງຂາຍຕາມຮ້ານຂາຍວັດຖຸເຄື່ອງມີຄ່າ ແລະ ເຮັດເປັນຕົ້ນກາລະພຶກ ເພື່ອວາງຂາຍ ແລະ ອື່ນໆ, ເຊິ່ງການກະທຳດັ່ງກ່າວຖືວ່າເປັນສິ່ງທີ່ບໍ່ຖືກຕ້ອງ, ຂັດຕໍ່ການຮັກສາຄ່າຂອງເງິນກີບ ແລະ ຂໍ້ຫ້າມຂອງກົດໝາຍຂອງທະນາຄານແຫ່ງ ສປປ ລາວ ສະບັບປັບປຸງເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ. ສະນັັ້ນ!! ທະນະຄານແຫ່ງ ສປປ ລາວ ຈຶ່ງບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ພໍ່ຄ້າຊາວຂາຍ ແລະ ບັນດາຫ້າງຮ້ານຕ່າງໆ …

Read More »

ສະແດງຄວາມຍິນດີ! ໄດ້ແລ້ວ Miss international laos 2018 ຄົນໃໝ່ ຈະໄດ້ເປັນຕົວແທນປະເທດລາວໄປປະກວດທີ່ຍີ່ປຸ່ນ ພະຈິກນີ້!!!

ແວະວຽນມາອີກໜຶ່ງເວທີປະກວດນາງງາມ Miss international laos 2018 ປະກາດຜົນກັນໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 14 ຕຸລາ 2018 ແລະ ເຮົາກໍ່ໄດ້ຮູ້ກັນແລ້ວວ່າ ສາວງາມທີ່ຄວ້າມົງກຸດອັນຊົງກຽດໃນປີນີ້ໄປກໍຄື ປິຍະມາດ ພູນປະເສີດ (ບາບີ້) ໄດ້ເປັນ Miss international laos 2018 ແລະ ຈະໄດ້ເປັນຕົວແທນສາວງາມຈາກປະເທດລາວ ໄປປະກວດ Miss international 2018 ທີ່ປະເທດຍີ່ປຸ່ນ ໃນວັນທີ 9 ພະຈິກ 2018 ນີ້. (ຂໍສະແດງຄວາມຍິນດີນຳຫຼາຍໆ) ສ່ວນຕຳແໜ່ງຮອງ Miss international laos 2018 ມີດັ່ງນີ້: ຮອງອັນດັບ1 ນາງ ຢາດຟ້າ ພົມມະວົງໄຊ ຮອງອັນດັບ2 ນາງ ຄຸນນະສິນ ພິມພາ ຢ່າງໃດກໍ່ຂໍສະແດງຄວາມຍິນດີກັບບັນດານ້ອງໆສາວງາມທີ່ໄດ້ຮັບຕຳແໜ່ງ ແລະ ກຳລັງຈະໄດ້ເປັນສາວງາມຕົວແທນປະເທດລາວ ໄປປະກວດໃນເວທີລະດັບໂລກ ແລະ ຈົ່ງເຮັດໜ້າທີ່ອັນຊົງກຽດທີ່ໄດ້ຮັບໃນຄັ້ງນີ້ ໃນການເຜີຍແຜ່ໃຫ້ຕ່າງຊາດໄດ້ຮູ້ຈັກວ່າປະເທດລາວເຮົາກໍ່ເປັນປະເທດທີ່ມີດີຫຼາຍຢ່າງ ແລະ ຄົນລາວເຮົາກໍ່ມີຄວາມສາມາດບໍ່ແພ້ຊາດອື່ນໃນໂລກ. …

Read More »

ຊາວບ້ານພົບງູເຫລືອມຂະໜາດໃຫ່ຍ ທີ່ເມືອງຫາດຊາຍຟອງ 

ເຊົ້າວັນທີ 15 ຕຸລາ 2018 ຊາວບ້ານໄດ້ພົບ ງູເຫລືອມຂະໜາດໃຫຍ່ ຢູ່ທີ່ ມສ ສີຖານ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ໄດ້ປະສານເຈົ້າໜ້າທີ່ເພື່ອມາຊ່ວຍເຫຼືອ ແລະ ຈັບງູດັ່ງກ່າວ ເຊິ່ງງູເຫລືອມໂຕນີ້ວັດແທກມີຄວາມຍາວເຖິງ 5 ແມັດກວ່າ. ທີ່ມາ: Aero Laos

Read More »