ກະຊວງປ້ອງກັນຄວາມສະຫງົບ ກອງບັນຊາການນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 1023/ປກສ.ນວ ໃນວັນທີ 9 ຕຸລາ 2018 ທີ່ຜ່ານມາ ເພື່ອແຈ້ງການໃຫ້ ບັນດາພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ໃຫ້ຮັບຊາບວ່າ ໃນເວລານີ້ໄດ້ມີການເປີດຮັບເອກະສານນັກຮຽນຜູ້ຈົບຊັ້ນ ມ7 ເພື່ອສອບເສັງຄັດເລືອກເຂົ້າກຳລັງ ປກສ ນະຄອນຫຼວງວຽງຈັນ ແລະ ຕ້ອງສະເພາະຄົນທີ່ຂຶ້ນທະບຽນສຳມະໂນຄົວ ຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ ເປີດຮັບນັບແຕ່ວັນທີ 10-15 ຕຸລາ 2018 ເພື່ອຄັດເລືອກສອບເສັງເຂົ້າເປັນກຳລັງປ້ອງກັນຄວາມສະຫົງບ ນະຄອນຫຼວງວຽງຈັນ (ສະຖານທີ່ແມ່ນສະໝັກຢູ່ຫ້ອງການເມືອງ ປກສ ນະຄອນຫຼວງວຽງຈັນ ຊັ້ນ4) ສຳລັບ! ລາຍລະອຽດແບບຟອມການສະໝັກ ສາມາດເບິ່ງໄດ້ຕາມແຈ້ງການດັ່ງລຸ່ນນີ້: ໂອກາດມາຮອດແລ້ວ…ຂ່າວດີແບບນີ້ ຢ່າລືມແຊຣບອກຕໍ່ໆກັນໄປ!!! ຮູບພາບຈາກ: Lao Youth Radio FM 90.0 Mhz
Read More »ຂ່າວພາຍໃນ
ດ່ວນ!!! ເຈົ້າໜ້າທີ່ໄທກວດພົບເງິນສົດ 38ລ້ານບາດ ຂອງຄົນລາວຄາລົດ ກຳລັງຈະຂົນຂ້າມປະເທດ
ຂ່າວດ່ວນ!!! ເກາະຕິດກະແສ ຫຼ້າສຸດໄດ້ມີລາຍງານຈາກສື່ໄທ ໃນວັນທີ 11 ຕຸລາ 2018 ຜ່ານເພສທາງເຟສບຸກວ່າ ເຈົ້າໜ້າທີ່ໜອງຄາຍໄດ້ກວດ ແລະ ຍຶດເງິນສົດເປັນຈຳນວນ 38,000,000 ລ້ານບາດ ເຊິ່ງເງິນດັ່ງກ່າວເປັນເງິນຂອງຄົນລາວ ທີ່ເຊື່ອງໄວ້ພາຍໃນລົດເກງ ແລະ ກຳລັງຈະຂົນຂ້າມປະເທດ. ສຳລັບລາຍງານດັ່ງກ່າວຍັງບໍ່ຮູ້ສາເຫດ ທີ່ມາຂອງເງິນ ແລະ ກຳລັງຢູ່ໃນລະຫວ່າງການສືບສວບ. ທີ່ມາ: ตระเวนข่าว3
Read More »ລັດຖະບານ ແຫ່ງ ສປປ ລາວ ໄດ້ປະກາດໃຫ້ການຊ່ວຍເຫລືອ ອິນໂດເນເຊຍໃນມູນຄ່າ 100.000 ໂດລາ
ລັດຖະບານ ແຫ່ງ ສປປ ລາວ ໄດ້ປະກາດໃຫ້ການຊ່ວຍເຫລືອ ອິນໂດເນເຊຍໃນມູນຄ່າ 100.000 ໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ຈາກໄພພິບັດແຜ່ນດິນໄຫວ ແລະ ຄື້ນຊຶນາມິ ທີ່ເກີດຂຶ້ນໃນວັນທີ 28 ກັນຍາ 2018 ຢູ່ ແຂວງສຸລາເວຊີກາງ ອິນໂດເນເຊຍ ອັນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ອິນໂດເນເຊຍ ຢູ່ເຂດດັ່ງກ່າວ, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 1,500 ຄົນ, ບາດເຈັບ 1,000 ກວ່າຄົນ ແລະ ປະຊາຊົນ ຈຳນວນ 70.000 ກວ່າຄົນ ບໍ່ມີທີ່ພັກອາໄສ. ການປະກອບສ່ວນຊ່ວຍເຫຼືອແກ້ໄຂຜົນກະທົບຂອງໄພພິບັດດັ່ງກ່າວທີ່ເກີດຂຶ້ນ ຢູ່ ອິນໂດເນເຊຍ ຂອງລັດຖະບານແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນສະແດງເຖິງນໍ້າໃຈ ແລະ ຄວາມສາມັກຄີ ຂອງລັດຖະບານ ກໍຄືປະຊາຊົນລາວ ທີ່ມີຕໍ່ລັດຖະບານ …
Read More »ອາເລັກຊານດຼາ ຮ່ວມງານເທສະການເພງທີ່ປະເທດຍີ່ປຸ່ນ ພ້ອມໃສ່ຊຸດໄໝລາວເພື່ອເຜີຍແຜ່ວັດທະນາທໍາ!!!
ອາເລັກຊານດຼາ ບຸນຊ່ວຍ ມີໂອກາດໄດ້ເດີນທາງໄປເປັນຕົວແທນສິລະປິນປະເທດລາວ ເພື່ອຮ່ວມໃນງານ ASEAN Japan Music Festival 2018 ທີ່ຈັດຂຶ້ນໃນເມືອງ ຊິບູຍ່າ ກຣຸງ ໂຕກຽວ. ພ້ອມກັນນັ້ນ ອາເລັກຊານດຼາ ຍັງໄດ້ພົບກັບທູດໄມຕີຈິດປະຈໍາໂຄງການ ທ່ານ.ຣິວທາໂຣ ຊູງິ ພ້ອມສິລະປິນທັງ 10ປະເທດອາຊຽນ ເພື່ອຟັງຄວາມຄິດເຫັນກ່ຽວກັບການມາ ປະເທດ ຍິປຸ່ນ ໃນຄັ້ງນີ້. ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ສາວ ອາເລັກຊານດຼາ ກໍ່ບໍ່ພາດທີ່ຈະສວມໃສ່ຊຸດໄໝລາວງາມໆ ເພື່ອເຜີຍແຜ່ວັດທະນະທຳໃຫ້ຄົນທີ່ໄປຮ່ວມໃນງານ ອີກທັງຊາວໂລກ ໃຫ້ໄດ້ຮູ້ເຖິງ ວັດທະນະທຳ ຮີດຄອງອັນດີ ແລະ ຄວາມງົດງາມຂອງຊຸດໄໝລາວອີກດ້ວຍ. ຮູບພາບ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ
Read More »ຊົມເຊີຍ! ນັກສຶກສາລາວ 90 ກວ່າຄົນ ໄດ້ຮັບທຶນໄປສຶກສາຕໍ່ທີ່ ລັດເຊຍ
ວ້າວວວ!!! ຕ້ອງຕົບມືຊົມເຊີຍນັກສຶກສາລາວ ຈໍານວນ 93 ຄົນ ທີ່ໄດ້ຮັບທຶນຈາກລັດຖະບານ ລັດເຊຍ ເພື່ອໄປສຶກສາຕໍ່ໃນຫລາຍຂະແໜງວິຊາເຊັ່ນ: ເຕັກໂນໂລຊີ-ຂ່າວ ສານ, ຄົມມະນາຄົມ ແລະ ຂົນສົ່ງ, ພະນັກງານໄຟຟ້ານໍ້າຕົກ, ການແພດ, ກະສີກໍາ-ປ່າ ໄມ້, ການພົວພັນສາກົນ, ເສດຖະກິດໂລກ, ຄຸ້ມຄອງລັດ, ທະນາຄານການເງິນ, ບໍລິຫານ -ການທ່ອງທ່ຽວ, ບໍລິຫານການສຶກ ສາ ແລະ ອື່ນໆ. ພິເສດຍັງມີຂະແໜງການລົດໄຟ ຕື່ມອີກ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 4 ຕຸລາ 2018ນີ້ທີ່ສະ ຖານທູດລັດເຊຍ ປະຈໍາ ສປປ ລາວ. ໂດຍມີ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ, ມີທ່ານເອກອັກຄະລັດຖະທູດລັດເຊຍ, ພ້ອມດ້ວຍຜູ້ປົກຄອງ-ນັກສຶກສາ ເຂົ້າຮ່ວມ. ທີ່ມາ: ປະເທດລາວ …
Read More »