Breaking News

ຂ່າວພາຍໃນ

ປະຕິບັດການພິເສດ! ຊ່ວຍເຫຼືອປະຊາຊົນເຂດບ້ານໜອງດາ ທີ່ປະສົບອຸທົກກະໄພ!!!

ໃນວັນທີ 20 ສິງຫາ 2018 ທີ່ຜ່ານມາ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ສປປ ລາວ 1623 ໄດ້ລາຍງານໃຫ້ຮູ້ວ່າ ໄດ້ປະຕິບັດການພິເສດລົງຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ເຂດບ້ານໜອງດາ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເຊີ່ງແບ່ງອອກເປັນ 2 ທີມເພື່ອໃຫ້ຊ່ວຍປະຊາຊົນໄດ້ວ່ອງໃວຂື້ນ. ເຊີ່ງການເຂົ້າຊ່ວຍເຫຼືອຄັ້ງນີ້ສາມາດຊ່ວຍຜູ້ທີ່ໄດ້ຮັບຜົນກະທົບໄດ້ 10 ຄອບຄົວ ຊ່ວຍປະຊາຊົນອອກຈາກພື້ນທີ່ເກີດເຫດ ແລະ ນອກຈາກນັ້ນຍັງສາມາດຊ່ວຍແມ່ຍິງທ້ອງແກ່ທີ່ກຳລັງຈະເກີດລູກໄດ້ 1ຄົນ ແລະ ນຳສົ່ງໂຮງໝໍເມືອງສີໂຄດ.   (ຢ່າງໃດກໍ່ຂໍເປັນກຳລັງໃຈໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ແລະ ເຈົ້າໜ້າທີ່ທຸກໆຄົນ ເຮົາຈະຜ່ານອຸທົກກະໄພເທື່ອນີ້ໄປນຳກັນ) ທີ່ມາ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623

Read More »

ດ່ວນທີ່ສຸດ! ທາງການອອກແຈ້ງເຕືອນ ປະຊາຊົນກຽມພ້ອມຮັບມືກັບໄພນໍ້າຖ້ວມນະຄອນຫຼວງວຽງຈັນ .

“ຫ້ອງການສຳນັກງານນາຍົກແຈ້ງການ ປະຊາຊົນກຽມພ້ອມຮັບມືກັບໄພນໍ້າຖ້ວມນະຄອນຫຼວງວຽງຈັນ” ເພື່ອຮັບປະກັນ ແລະ ຫຼຸດຜ່ອນຜົນເສຍຫາຍທີ່ເກີດຈາກອຸທົກກະໄພທີ່ອາດເກີດຂຶ້ນ ເຊິ່ງສົ່ງຜົນກະທົບແກ່ຊີວິດ ແລະ ຊັບສິນຂອງພໍ່ແມ່ນປະຊາຊົນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຈຶ່ງ ອອກແຈ້ງການ ເລກທີ 1372/ຫສນຍ.ກລຂ ລົງວັນທີ 20 ສິງຫາ 2018 ເພື່ອແຈ້ງເຕືອນໃຫ້ປະຊາຊົນກຽມພ້ອມຮັບມື ແລະ ແກ້ໄຂໄພນ້ຳຖ້ວມຕະຫຼອດເວລາ. ໂດຍໃນແຈ້ງການລະບຸໄວ້ວ່າ: ເນື່ອງຈາກຜົນກະທົບຂອງພາຍຸ ເບີບີນກາ ໃນໄລຍະວັນທີ 16-18 ສິງຫາ 2018 ທີ່ຜ່ານມາ ໄດ້ເຮັດໃຫ້ນ້ຳຂອງ ແລະ ບາງສາຂາແມ່ນ້ຳຂອງ ມີລະດັບສູງຂຶ້ນ ແລະ ປັດຈຸບັນຄວາມກົດດັນອາກາດຕໍ່າ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ສະພາບລະດັບແມ່ນ້ຳຂອງ ແຕ່ພາກກາງ ຫາ ພາກໃຕ້ ຍັງສືບຕໍ່ຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະນະຄອນຫຼວງວຽງຈັນ ຢູ່ເຂດ ບ້ານຫ້ອມ, ບ້ານ ນາທາມ ເມືອງ ຫາດຊາຍຟອງ ແລະ ເຂດ ບ້ານໜອງດາ ເມືອງ ສີໂຄດຕະບອງ …

Read More »

ແຊຣສະໜັ່ນ! ພາບຖ່າຍມຸມສູງ ສວນເຈົ້າອະນຸວົງ – ແຄມຂອງ ຫຼັງນໍ້າຖ້ວມຕະຫຼາດກາງຄືນແຫ່ງທີສອງ!!!

ແຊຣສະໜັ່ນ! ພາບຖ່າຍມຸມສູງ ສວນເຈົ້າອະນຸວົງ – ແຄມຂອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຫຼັງນໍ້າຖ້ວມຕະຫຼາດກາງຄືນແຫ່ງທີສອງ ໃນວັນທີ 19 ສິງຫາ 2018. ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບ ແລະ ຢ່າລືມຕິດຕາມຂ່າວຢ່າງໃກ້ຊິດ. ຮູບພາບຈາກ: Drone by Jettana

Read More »

ຕໍ່ໄປນີ້! ບັດພະນັກງານ-ລັດຖະກອນ ຈະທັນສະໄໝຂຶ້ນ ສາມາດໃຊ້ເປັນບັດເອທີເອັມຮັບເງິນເດືອນໄດ້!!!

“ລັດກຽມອອກບັດໃຫ້ພະນັກງານ-ລັດຖະກອນ ທັນສະໄໝ ສາມາດໃຊ້ເປັນບັດເອທີເອັມຮັບເງິນເດືອນໄດ້” ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາ ການອອກບັດ ພະນັກງານ-ລັດຖະກອນ, ໂດຍການເປັນປະທານຮ່ວມຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີກະຊວງພາຍໃນ, ທັງເປັນຫົວໜ້າຄະນະຊີ້ນໍາການອອກບັດ ພະນັກງານ-ລັດຖະກອນຂັ້ນສູນກາງ, ມີ ພະນັກງານ-ລັດຖະກອນ ກະຊວງດັ່ງກ່າວເຂົ້າຮ່ວມເປັນຈໍາຫຼາຍ ເພື່ອຈະໄດ້ຮັບຮູ້ ແລະ ເຂົ້າເຖິງຄວາມສໍາຄັນຂອງບັດດັ່ງກ່າວຕໍ່ການຄຸ້ມຄອງ ປະຫວັດພະນັກງານ-ລັດຖະກອນໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ. ໃນໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມ ຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງບັດດັ່ງກ່າວ ເພື່ອເພີ່ມທະວີການຄຸ້ມຄອງພະນັກງານ-ລັດຖະກອນ, ນັບທັງດ້ານຈໍານວນມີໜ້າຕົວຈິງຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ, ໃຫ້ສອດຄ່ອງກັບລະບຽບການໃນການຄຸ້ມຄອງພະນັກງານ-ລັດຖະກອນຕາມກົດໝາຍໃຫ້ມີຄວາມທັນສະໄໝ, ພ້ອມທັງເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ນະໂຍບາຍຕ່າງໆ ຖືກຕ້ອງຕາມຕົວຈິງ ແລະ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງພະນັກງານ-ລັດຖະກອນຢູ່ແຕ່ລະຂັ້ນ ມີຄວາມສະດວກ ແລະ ຄວາມເປັນເອກະພາບການຈັດຕັ້ງປະຕີບັດຕົວຈິງໃນຂອບເຂດທົ່ວປະເທດ. ທີ່ມາ: ຂປລ

Read More »

ລວມພາບ ໝໍ ແນ່ງ ໃນການລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ (#ແມ່ຍິງລາວຄົນເກັ່ງ2018)

ເຊື່ອວ່າແຟນໆຄົງຈະໄດ້ຮູ້ກັນແດ່ແລ້ວ ກ່ຽວກັບຊື່ສຽງຮຽງນາມຂອງ ດຣ. ຈັນດາລີ ສິດພະໄຊ ຫຼື ທີ່ຮູ້ກັນໃນນາມ ໜໍ ແນ່ງ ເຊິ່ງບໍ່ພຽງແຕ່ໃນປະເທດລາວເຮົາທີ່ໃຫ້ຄວາມສົນໃຈກ່ຽວກັບ ໝໍ ແນ່ງ ຄົນນີ້ ເພາະຍັງມີສື່ມວນຊົນຕ່າງຊາດໃຫ້ຄວາມສົນໃຈ ແລະ ໃນເທີງໂລກອອນລາຍກໍ່ມີການ ກົດໄລ້ ກົດແຊຣຮູບພາບ ແລະ ມີການກ່າວເຖິງໝໍສາວຄົນນີ້ກັນຢ່າງຫຼວງຫຼາຍ. ໃນມື້ນີ້ ຂວັນໃຈ ເຮົາຈຶ່ງບໍ່ພາດທີ່ຈະລວບລວມເອົາຮູບພາບໃນຂະນະປະຕິບັດໜ້າທີ່ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພທາງພາກໃຕ້ຂອງ ໝໍ ແນ່ງ ມາຝາກ… ສຳລັບ ໝໍ ແນ່ງ ຈັນດາລີ ເປັນເນັດໄອດໍ້ລາວອີກໜຶ່ງຄົນ ເປັນແມ່ຍິງທີ່ມີຄວາມສາມາດຮອບດ້ານ ສາມາດເວົ້າໄດ້ຫຼາຍພາສາເຊັ່ນ: ອັງກິດ, ຈີນ, ໄທ ປັດຈຸບັນແມ່ນກຳລັງສຶກສາຕໍ່ຢູ່ທີ່ ປະເທດ ອັງກິດ ແລະ ສຳລັບວຽກງານໃນວົງການບັນເທີງ ໝໍ ແນ່ງ ເປັນເຈົ້າຂອງມົງກຸດ ມິສລັກ ປີ2004 ແລະ ມີຜົນງານທາງດ້ານວົງການບັນເທີງເຊັ່ນການສະແດງຮູບເງົາຫຼາຍເລື່ອງ ມີຜົນຖ່າຍແບບໃຫ້ວາລະສານດັງຫຼາຍສະບັບ …

Read More »