Breaking News

ຂ່າວພາຍໃນ

ຮ້າຍແຮງ! ຂົວ ແລະ ເຮືອນຈົມຫາຍໄປຕໍ່ໜ້າຕໍ່ຕາປະຊາຊົນ ແຂວງ ຫຼວງນໍ້າທາ 

ໃນວັນທີ 30 ກໍລະກົດ 2018 ທີ່ຜ່ານມາໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ລາຍງານຂ່າວສານ ທີ່ ເມືອງ ລອງ ແຂວງ ຫຼວງນໍ້າທາ ວ່າໄດ້ມີນໍ້າພັດແຮງເຮັດໃຫ້ບ້ານເຮືອນພໍ່ແມ່ປະຊາຊົນ ແລະ ຂົວຂ້າມນໍ້າໄຫຼຫາຍໄປຕໍ່ໜ້າຕໍ່ຕາ. (ມີຄລິບ) ເມືອງລອງງງ??? ?ໂຫດແທ້ โพสต์โดย Tatar Phonesavanh เมื่อ วันจันทร์ที่ 30 กรกฎาคม 2018 โพสต์โดย Tatar Phonesavanh เมื่อ วันจันทร์ที่ 30 กรกฎาคม 2018 ສຳລັບໂພສດັ່ງກ່າວເຮັດໃຫ້ມີຄົນເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ, ຢ່າງໃດກໍ່ລະມັດລະວັງກັນແດ່ເດີ້ພໍ່ແມ່ພີ່ນ້ອງ ເຫັນແລ້ວເປັນຕາຢ້ານຫຼາຍ!!! ຄລິບຈາກ: Tatar Phonesavanh

Read More »

ປະທານສະພາແຫ່ງຊາດ ລົງພື້ນທີ່ຢ້ຽມຢາມພໍ່ແມ່ປະຊາຊົນທີ່ປະສົບໄພພິບັດ

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຢ້ຽມຢາມພໍ່ແມ່ປະຊາຊົນຊາວ ເມືອງ ສະໜາມໄຊ ແຂວງ ອັດຕະປື ທີ່ປະສົບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ, ເມື່ອວັນທີ 28 ກໍລະກົດ 2018. ຂໍຂອບໃຈທີ່ມາຈາກ: ສກຂ ແຂວງອັດຕະປື

Read More »

ຊຶ້ງກິນໃຈ! ບົດເພງ ”ສາຍນໍ້າຕາຈາກອັດຕະປື” ຈາກ ໄກ່ ໂອເວີ້ແດ້ນ.

ໄກ່ ໂອເວີ້ແດ້ນ ໂຕແມ່ແຫ່ງວົງການບັນເທີງບ້ານເຮົາ ໄດ້ປ່ອຍຊິງເກີ້ນ  ”ສາຍນໍ້າຕາຈາກອັດຕະປື” ເຊິ່ງເປັນບົດເພງທີ່ເລົ່າເລື່ອງລາວເຫດ ເຂື່ອນແຕກ ເຮັດໃຫ້ນໍ້າໄຫຼເຂົ້າຖ້ວມບ້ານເຮືອນພໍ່ແມ່ພີ່ນ້ອງປະຊາຊົນຊາວແຂວງ ອັດຕະປື, ບອກເລີຍຟັງແລ້ວຂົນລຸກ ຊຶ້ງ ແລະ ນໍ້າຕາໄຫຼ… (ມາຟັງເພງ  ”ສາຍນໍ້າຕາຈາກອັດຕະປື”) ສາຍນໍ້າຕາຈາກອັດຕະປື Pray for ATTAPEU ບົດເພງ ''ສາຍນໍ້າຕາຈາກອັດຕະປື'' Pray for ATTAPEU (Official Video) – Kai Overdanceຮ້ອງໂດຍ : Kai Overdance ແຕ່ງເນື້ອຮ້ອງທຳນອງ : Kai Overdanceບັນທຶກສຽງຮຽບຮຽງປະພັນດົນຕີຣ: ອາຈານ ລາຊາ Studio ຕັດຕໍ່ວິດີໂອ: Beloved Gallery??❤️ຂໍຂອບໃຈທຸກໆພາບແລະຄິບວິດີໂອຈາກພາກສ່ວນສື່ຕ່າງໆ??❤️ โพสต์โดย KaiOverdance Fanpage เมื่อ วันศุกร์ที่ 27 กรกฎาคม 2018 …

Read More »

ແອບເປີ້ນ-ຟຣຸກ ລຸຍເອງເດີນທາງລົງໃຕ້ ພ້ອມປະກາດຂໍອາສາສະໝັກ ເພື່ອຊ່ວຍເຫຼືອພີ່ນ້ອງທີ່ປະສົບໄພ

ຫຼັງຈາກທີ່ມີການລະດົມທຶນຈາກ ແອບເປີ້ນ ສີສະຫວຽນ ແລະ ຟຣຸກ ຈິລະ ທະລຸໄປຫຼາຍຮ້ອຍລ້ານ ຫຼ້າສຸດໃນວັນທີ 27 ກໍລະກົດ 2018 ທັງສອງກໍ່ໄດ້ເດີນທາງລົງໃຕ້ ເພື່ອມຸ່ງໜ້າໄປທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແລະ ແອບເປີ້ນ ຍັງໂພສຜ່ານເພສຫຼັກຂອງນາງ ເພື່ອຂໍກຳລັງຄົນ ອາສາສະໝັກ ແລະ ຍັງຂໍລະດົມລົດກະບະລຸ້ນສູງ ພ້ອມຄົນຂັບ ເຊິ່ງຂະບວນຂອງ ແອບເປີ້ນ ກໍ່ຈະເດີນທາງຮອດ ອັດຕະປື ໃນຕອນແລງມື້ນີ້. ຂໍສະແດງຄວາມຊົມເຊີຍ ນໍ້າໃຈຈາກທຸກໆພາກສ່ວນ ແນ່ນອນວ່າຍາມທຸກຄົນຕົກຢູ່ໃນສະຖານນະການຄັບຂັນແບບນີ້ ທັງລາວ ແລະ ປະເທດເພື່ອນບ້ານກໍ່ບໍ່ເຄີຍຖິ້ມກັນ ເພື່ອເຮົາຈະຜ່ານຜ່າວິກິດໄພພິບັດສຸກເສີນຄັ້ງນີ້ໄປໃຫ້ໄດ້ ສິ່ງສຳຄັນທີ່ສຸດແມ່ນເຮົາຕ້ອງສາມັກຄີກັນ. (#prayforattapue #prayforlaos #Kjprayforattapue)

Read More »

ເຫັນແລ້ວນໍ້າຕາໄຫຼ! ນາທີແຫ່ງຊີວິດ ທີມກູ້ໄພເຂົ້າຊ່ວຍເຫຼືອ 15 ຊີວີດທີ່ສູນຫາຍ 4 ມື້!!!

ເປັນນາທີແຫ່ງຊີວິດ ທີມກູ້ໄພຈາກປະເທດເພື່ອນບ້ານ (ປະເທດໄທ) ໄດ້ລົງພື້ນທີ່ໂດຍການແຕ່ງຕັ້ງຈາກ ເຈົ້ງແຂວງ ອັດຕະປື ເພື່ອຄົ້ນຫາ ປະຊາຊົນ ບ.ໄຊດອນໂຂງ ທີ່ສູນຫາຍ 15 ຄົນ ຈາກເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ, ເຊິ່ງພາລະກິດແຫ່ງຊີວິດນີ້ທາງທີມກູ້ໄພໄດ້ເຮັດສຸດຄວາມສາມາດ ຕໍ່ສູ້ຄົ້ນຫາທ່າມກາງພາຍຸຝົນ ແຕ່ຖ້າຄົ້ນຫາບໍ່ພົບກໍ່ຕ້ອງຢຸດກ່ອນຟ້າມືດ ແຕ່ຍ້ອນຄວາມສາມັກຄີ ແລະ ມຸ່ງໝັ້ນເຮັດໃຫ້ທີມກູ້ໄພຈາກປະເທດເພື່ອນບ້ານສາມາດເຂົ້າຊ່ວຍເຫຼືອທັງໝົດ 15 ຊີວິດໄດ້ສຳເລັດ. ສຳລັບຜູ້ປະສົບໄພທີ່ທາງທີມກູ້ໄພໄດ້ເຂົ້າຊ່ວຍເຫຼືອມີ ເດັກນ້ອຍ 4 ຄົນ, ແມ່ຍິງ 6 ຄົນ (1ຄົນກຳລັງຖືພາ) , ຜູ້ຊາຍ 4 ຄົນ ລວມເປັນ 15 ຊີວິດ, ລາຍງານເບື້ອງຕົ້ນໃຫ້ຮູ້ວ່າ ທຸກຄົນປອດໄພ ແຕ່ມີອາການປ່ວຍ 2 ຄົນ ແລະ ມີອາການເໝື່ອຍ ເພຍ ແລະ ຫິວໂຫຍ ເພາະບໍ່ໄດ້ກິນອາຫານມາເປັນເວລາ 4 ມື້ ຕັ້ງແຕ່ວັນເກີດເຫດ …

Read More »