Breaking News

ຂ່າວພາຍໃນ

ຄົນລາວບໍ່ຖິ້ມກັນ! ກຸ່ມແມ່ຄ້າຊ່ວຍກັນເຮັດ ຊີ້ນຫຼອດໄປມອບໃຫ້ພີ່ນ້ອງຊາວອັດຕະປື!!!

ຄົນລາວເຮົາຍາມສຸກກໍ່ສຸກດ້ວຍກັນ ເຖິງຄາວທຸກມີຫວ໋າ…ທີ່ເຮົາຈະຖິ້ມກັນ ເປັນພາບທີ່ສຸດປະທັບໃຈເມື່ອມີກຸ່ມແມ່ຄ້າຈາກຕະຫຼາດ ໜອງໜ້ຽວ ທີ່ຊ່ວຍກັນອອກເຫື່ອເທແຮງ ເຮັດຊີ້ນຫຼອດ ພ້ອມທັງລະດົມທຶນ ໄປມອບໃຫ້ແກ່ພີ່ນ້ອງ ຊາວແຂວງອັດຕະປື ທີ່ກຳລັງເດຶອດຮ້ອນຈາກນໍ້າຖ້ວມ. ເຫັນນໍ້າໃຈຂອງຄົນລາວ ແລະ ຄົນທົ່ວໂລກທີ່ຫຼັ່ງໄຫຼ ເຂົ້າໄປຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງຊາວ ມ.ສະໜາມໄຊ ແຂວງ ອັດຕະປື ແລ້ວກໍ່ດີໃຈແທນ, ຢ່າງໃດກໍ່ຂໍເປັນກຳລັງໃຈແກ່ຜູ້ປະສົບໄພ ເຮົາຈະຜ່ານວິກິດຮ້າຍແຮງເທື່ອນີ້ໄປນຳກັນ #Prayforattapue  #Prayforlaos . ຮູບພາບ: FB/ເມກຂະຫຼາ ສະບາພອນ , Support Prime Minister Thongloun Sisoulith

Read More »

ດ່ວນນນ! ລັດຖະບານປະກາດ ນໍ້າຖ້ວມເມືອງສະໜາມໄຊ ເປັນເຂດໄພພິບັດສຸກເສີນລະດັບຊາດແລ້ວ

ໃນວັນທີ 24 ກໍລະກົດນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການກ່ຽວກັບການຊ່ວຍເຫລືອຜູ້ປະສົບໄພຈາກເຫດການອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍຢູ່ແຂວງອັດຕະປື, ໂດຍລັດຖະບານໄດ້ປະກາດເອົາເຂດທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຄັ້ງນີ້ ເປັນເຂດປະສົບໄພພິບັດສຸກເສີນລະດັບຊາດ,​ ພ້ອມທັງມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມສົມທົບກັບກະຊວງປ້ອງກັນປະເທດ, ແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງຮີບຮ້ອນແຕ່ງຕັ້ງຄະນະຮັບພິຊອບ ເພື່ອເປັນໃຈກາງໃນການປະສານງານ, ການລະດົມທຶນ, ທ້ອນໂຮມທຶນຮອນ ແລະ ວັດຖຸປັດໃຈຕ່າງໆ ຈາກທຸກພາກສ່ວນ ນັບທັງພາກລັດ ແລະ ທ້ອງຖິ່ນ, ພາກເອກະຊົນ, ຜູ້ປະກອບການ, ອົງການຈັດຕັ້ງສາກົນ ແລະ ປະຊາຊົນຜູ້ມີນໍ້າໃຈສັດທາ. ສໍາລັບທຶນ ແລະ ວັດຖຸທີ່ລະດົມມາໄດ້ ສໍາລັບຢູ່ສູນກາງໃຫ້ໄປມອບລວມສູນຢູ່ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສໍາລັບທ້ອງຖິ່ນແມ່ນໃຫ້ໄປມອບຢູ່ຫ້ອງການປົກຄອງແຂວງ. ຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງອັດຕະປື ຮູ້ວ່າ: ເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກໃນເວລາປະມານ 18:00 ໂມງຂອງວັນທີ 23 ກໍລະກົດ, ພາຍຫລັງບໍ່ສາມາດຮອງຮັບກັບປະລິມານນໍ້າທີ່ຫລວງຫລາຍ ຍ້ອນມີຝົນຕົກຕິດຕໍ່ກັນຫລາຍວັນ ແລະ ເກີດອຸປະຕິເຫດແຕກຄືດັ່ງກ່າວ. ເຂື່ອນ​ເຊ​ປຽນ-​ເຊ​ນ້ຳນ້ອຍ …

Read More »

ເຕືອນໄພພໍ່ແມ່ພີ່ນ້ອງ! ໂຈນຕວົະຂາຍໂທລະສັບ Iphone 8 (ເບິ່ງໄວ້ເປັນອຸທາຫອນ ຈະໄດ້ບໍ່ຫລົງກົນ)

ຮູ້ສຶກວ່າຈະໄດ້ຍິນຂ່າວລັກສະນະແບບນີ້ເລື້ອຍໆ ຫຼ້າສຸດມີມາອີກແລ້ວກັບໂຈນມາຕວົະຂາຍໂທລະສັບ ເຊິ່ງເລື່ອງມີດັ່ງຕໍ່ໄປນີ້: “ສະບາຍດີ ມື້ນີ້ຈະມາເວົ້າເພື່ອເຕືອນໃຫ້ທຸກຄົນໄດ້ຮູ້ ເລື່ອງ: “ເສຍຫົວໃຫ້ຫວຽດ ແຕ່ມັນຖືກເຮົາຈັບໄດ້” ??ອ່ານໃຫ້ຈົບເດີ້ ==>ດ້ວຍຄວາມມັກງ່າຍທີ່ຢາກໄດ້ຂອງດີລາຄາຖືກ ເລື່ອງລາວເກີດຂຶ້ນໃນຕອນເຊົ້າວັນທີ 18/07/2018 ໃນເວລາ 10:10 ຂ້ອຍກຳລັງນັງຢູ່ຮ້ານເອື້ອຍຂ້ອຍຢູ່ຕະຫຼາດ ຕໍ່ມາເວລາປະມານ 10:30 ໄດ້ມີຄົນໜຶ່ງຍ່າງເຂົ້າມາຫາຢູ່ຮ້ານແລ້ວຖາມຂາຍ ໂທລະສັບ Iphone 8 ໃຫ້ຂ້ອຍແລະເອື້ອຍ ໃນລາຄາ 9000 ບາດ ຕົກເປັນເງີນກີບ 2.340.000 ກີບ. ຂ້ອຍກໍ່ໄດ້ຈັບ ທລສ ມາເບິ່ງ ສະພາບຂອງເຄື່ອງກໍ່ດີໝົດໃຫມ່ທຸກຢ່າງເປັນເຄື່ອງສູນໄທ ຂ້ອຍກະຫຼິ້ນລະກະກວດເບິ່ງໝົດ. ແລ້ວໄດ້ຖາມຂໍ້ມູນໂທລະສັບກັບມັນ ປະມານເກືອບຊົ່ວໂມງ…==> ຂ້ອຍ: ທລສ ໜ່ວຍນີ້ແມ່ນຂອງເຈົ້າແທ້ບໍ ? ຄູ່ກໍລະນີ: ແມ່ນແລ້ວ, ຂ້ອຍຫາກະຊື້ໄດ້ເດືອນປາຍ ຕອນນີ້ຂ້ອຍຢາກໄດ້ເງີນເມື່ອຫວຽດ. ຂ້ອຍ: ສາຍສາກ, ສາຍສະເບົ້າ ອີ່ຫຍັງບໍ່ມີໃຫ້ຫວາ ຄູ່ກໍລະນີ: ບໍ່ມີ, ຂ້ອຍເອົາໃຫ້ນ້ອງສາວໜົດແລ້ວ …

Read More »

ທີມສຳຫຼວດຖ້ຳຈາກຍີ່ປຸ່ນຊີ້! ຖໍ້າຢູ່ແຂວງວຽງຈັນ ອາດເປັນຖໍ້າທີ່ໃຫຍ່ທີ່ສຸດໃນໂລກ….

ທ່ານ ຄັດຊຶຈິ ໂຍຊິດະ (Katsuji Yoshida) ເປັນໜຶ່ງໃນນັກສຳຫຼວດຖ້ຳ ທີ່ມີຊື່ສຽງໂດ່ງດັງຂອງໂລກ ເຄີຍສຳຫຼວດຖ້ຳມາແລ້ວຫຼາຍບ່ອນ ແລະ ໄດ້ຄົ້ນພົບຖ້ຳແຫ່ງໃໝ່ໃນໂລກມາແລ້ວ 6 ແຫ່ງ ຫຼັງຈາກ ທີ່ໄດ້ສຶກສາກ່ຽວກັບຖ້ຳມາດົນ ຈຶ່ງຕັ້ງສົມມຸດຖານຂຶ້ນມາວ່າ ຢູ່ລາວອາດມີຖ້ຳທີ່ໃຫຍ່ທີ່ສຸດໃນໂລກກໍເປັນໄດ້ ສະນັ້ນ ຈຶ່ງໄດ້ເລີ່ມການວິໄຈແລະ ສຳຫຼວດ ຖ້ຳຢູ່ລາວເປັນເວລາເຖິງ 2 ປີ. ທີມງານສຳຫຼວດ (ມີ 6 ຄົນ) ໄດ້ໃຊ້ເວລາສຳຫຼວດຖ້ຳຢູ່ລາວ ທີ່ຍັງບໍ່ທັນເຄີຍມີການສຳຫຼວດມາກ່ອນ (ຫຼັງຈາກທີ່ໄດ້ຮັບຂໍ້ມູນຈາກຊາວບ້ານ) ໂດຍເລີ່ມສໍາຫຼວດຖໍ້າຢູ່ ເມືອງ ແມດ ແຂວງວຽງຈັນ ບາງຄົນອາດຮູ້ຈັກ ແລະ ເຄີຍໄປມາແລ້ວ ແຕ່ຖໍ້າແຫ່ງນີ້ ຍັງບໍ່ທັນເຄີຍມີນັກສຳຫຼວດກຸ່ມໃດ ເຂົ້າໄປສຳຫຼວດຢູ່ຂ້າງໃນມາກ່ອນ. ທີມງານສຳຫຼວດຕັ້ງຄ້າຍຢູ່ຈຸດນີ້ເປັນເວລາໜຶ່ງເດືອນ ຈົນຄົ້ນພົບວ່າ ຢູ່ໃນຖ້ຳ ມີຫີນຍ້ອຍ, ມີຄວາມມືດ ແລະ ໜາວຫຼາຍເມື່ອເຂົ້າໄປໃນຖໍ້າ ທີມສຳຫຼວດກ່າວວ່າ ຫີນຍ້ອຍນີ້ມີສີຂາວກວ່າບ່ອນອື່ນໆທີ່ເຄີຍພົບມາ ສະພາບອາກາດໃນຖ້ຳ ມີຄວາມສົດຫຼາຍ …

Read More »

ຈະເປັນແນວໃດເມື່ອເດັກ USA ເຫັນປະເທດລາວຄັ້ງທຳອິດ???

ເປັນອີກມຸມໜ້າຮັກໆ ມຸມປະທັບໃຈ ທີ່ຢາກຈະມາເລົ່າຂ່າວສູ່ແຟນໆຟັງ ເປັນເລື່ອງລາວຂອງເດັກນັກຮຽນມັດທະຍົມປາຍຈາກ ສະຫະລັດອາເມລິກາ (USA) ທີ່ມີໂອກາດໄດ້ມາຢ້ຽມຢາມ ນະຄອນຫຼວງພະບາງ ປະເທດລາວ ເຊິ່ງພວກເຂົາໄດ້ໄປທີ່ວັດຊຽງທອງ ວັດເກົ່າແກ່ບູຮານ ເພື່ອຮຽນຮູ້ກ່ຽວກັບວັດທະນະທຳລາວ ນຳພາໂດຍບັນດາທູດວັດທະນະທຳໄວໜຸ່ມຈາກລາວຈຳນວນ 5 ນ້ອງຈາກ @Mylibrary ທີ່ແຂວງຫຼວງພະບາງ, ເຊິ່ງແຟນໆຮູ້ຫຼືບໍ່ວ່າເມື່ອນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ໄດ້ເຫັນພວກເຂົາຕ່າງກໍ່ພາກັນຕົກຕະລຶງກັບຄວາມສວຍສົດງົດງາມຂອງວັດວາອາຮາມ ບໍ່ຄິດວ່າຈະມີສະຖານທີ່ໃດໃນໂລກທີ່ສວຍງາມ ສົມແລ້ວທີ່ເປັນເມືອງມໍລະດົກໂລກ. ເຊິ່ງຕົວແທນນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ຍັງໄດ້ກ່າວວ່າ: “ຢູ່ນີ້ຮ້ອນໜ້ອຍໜຶ່ງ, ແຕ່ວ່າປະຊາຊົນລາວ ໃຈດີຫຼາຍ ແລະ ວັດວາອາຮາມກໍງາມອີ່ຫຼີ! ປະສົບການໃນ ສປປ ລາວຂອງຂ້າພະເຈົ້າຕອນນີ້ແມ່ນມ່ວນຫຼາຍ! ຂ້າພະເຈົ້າພ້ອມແລ້ວທີ່ຈະຮຽນຮູ້ຕື່ມອີກ!” (ຢ່າງໃດກໍ່ຍິນດີຕ້ອນຮັບ ນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ທຸກໆຄົນ, ຂໍໃຫ້ທ່ອງທ່ຽວ ປະເທດລາວ ຢ່າງມ່ວນຊື່ນ ແລະ ມີຄວາມສຸກ) ທີ່ມາ: fb/U.S. Embassy Vientiane

Read More »