ອີງຕາມໜັງສືແຈ້ງການ ສະບັບເລກທີ 1038/ຫສນຍ.ກລຂ ເລື່ອງ: ການກຳນົດເອົາ ວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກລັດຖະການ. “ເຫັນດີໃຫ້ກຳນົດເອົາ ວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກລັດຖະການ ໃຫ້ແກ່ການຈັດຕັ້ງພັກລັດ ແລະ ພາກເອກະຊົນທຸກພາກສ່ວນ ໄດ້ອະນຸຍາດໃຫ້ພະນັກງານ-ລັດຖະກອນ, ກຳມະກອນເພດຍິງ ໄດ້ພັກວຽກຕາມກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ” ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການນີ້ດ້ວຍ.
Read More »ຂ່າວພາຍໃນ
ຜົວ ຫຼື ເມຍ ຈະຂໍຢ່າຮ້າງກັນໄດ້ ເມື່ອມີສາເຫດໃດໜຶ່ງດັ່ງຕໍ່ໄປນີ້…
ຂໍ້ມູນຕໍ່ໄປນີ້ ຫວັງວ່າຈະມີປະໂຫຍດຕໍ່ແຟນໆ ຂວັນໃຈ ໂດຍສະເພາະຜູ້ທີ່ກຳລັງຮູ້ສຶກວ່າ ສະຖາບັນຄອບຄົວ ບໍ່ເປັນດັ່ງທີ່ວາດຫວັງໄວ້ ແລະກຳລັງຄິດກ່ຽວກັບການຢ່າຮ້າງ ຫຼືກຳລັງຢູ່ໃນສະຖານະການໃດໜຶ່ງຕໍ່ໄປນີ້ ໃຫ້ໄດ້ຮູ້ ແລະ ທຳຄວາມເຂົ້າໃຈບັນດາສາເຫດຂອງການຂໍຢ່າຮ້າງ ທີ່ໄດ້ຖືກລະບຸໄວ້ໃນກົດໝາຍແຫ່ງ ສປປ ລາວ ກ່ອນຈະຕັດສິນໃຈໃດໆລົງໄປ. ອີງຕາມກົດໝາຍວ່າດ້ວຍຄອບຄົວ ມາດຕາ 20 (ປັບປຸງ) ສາເຫດຂອງການຢ່າຮ້າງ ຜົວ ຫຼື ເມຍ ຈະຂໍຢ່າຮ້າງກັນໄດ້ ເມື່ອມີສາເຫດໃດໜຶ່ງດັ່ງນີ້: ທຳມິດສະຈານ (ການຫຼິ້ນຊູ້ ຈາກຜົວ ຫຼືເມຍ) ໃຊ້ຄວາມຮຸນແຮງ ຫຼື ປ້ອຍດ່າດ້ວຍຄວາມຫຍາບຊ້າຕໍ່ກັນ ຫຼືຕໍ່ພໍ່ແມ່ ແລະຍາດພີ່ນ້ອງ ຫຼື ມີການປະພຶດທີ່ບໍ່ເໝາະສົມຢ່າງຮ້າຍແຮງ ເຊັ່ນ: ຕິດເຫຼົ້າ, ຕິດຢາເສບຕິດ ຢ່າງໜັກໜ່ວງ ຫຼື ຫຼິ້ນການພະນັນເປັນອາຈິນ, ຫຼິ້ນກິນຟູມເຟືອຍ; ໜີໄປໂດຍບໍ່ຄອບກັນ ແລະບໍ່ໄດ້ສົ່ງຂ່າວຄາວ ຫຼືສົ່ງຊັບມາລ້ຽງຄອບຄົວ ເປັນເວລາ ສາມປີ ຂຶ້ນໄປ; ຜົວໄປບວດເປັນພິກຂຸ, …
Read More »ເລື່ອງງ່າຍໆ! 5 ຂັ້ນຕອນຊື້ລົດນິດສັນໄດ້ໄວ!!!
ຂັ້ນຕອນ 1: ຄົ້ນຫາຕົວລົດ ແລະ ເລືອກອອບຊັ້ນຕ່າງໆທີ່ທ່ານຕ້ອງການ ຊື້ລົດໃໝ່ແມ່ນບາດກ້າວທີ່ໃຫຍ່ ແຕ່ບໍ່ແມ່ນສິ່ງທີ່ໜ້າຢ້ານກວ່າ. ທັງໝົດທີ່ທ່ານຕ້ອງເຮັດແມ່ນຊອກຫາປະເພດ, ຫາຫ້ອງໂຊຣູມ, ກວດເຊັກລາຄາ ແລະ ເຈລະຈາຊື້ລົດໃໝ່ຂອງທ່ານ. ຖ້າຍັງບໍ່ແນ່ໃຈວ່າລົດລຸ້ນໃດທີ່ທ່ານຕ້ອງການ? ໃນເວລານັ້ນ ເຂົ້າໄປຫາສູນໂຊຣູມນິດສັນຂອງພວກເຮົາ ເຊິ່ງທີ່ປຶກສາການຂາຍຂອງພວກເຮົາຈະຊ່ວຍທ່ານຮຽນຮູ້ຟີດເຈີ ແລະ ອ໋ອບຊັນຕ່າງໆຂອງລົດພວກເຮົາໄດ້ຫລາຍຂຶ້ນ. ຂັ້ນຕອນ 2: ຄົ້ນຫາ ແລະ ທົດລອງຂັບຂີ່ ເມື່ອທ່ານຢູ່ທີ່ຫ້ອງໂຊຣູມ: ທົດລອງຂັບຂີ່ ແລະ ຮຽນຮູ້ ສໍາຜັດກັບຕົວລົດ ເພື່ອໃຫ້ເຂົ້າໃຈຫລາຍຂຶ້ນ. ເອົາຄອບຄົວຂອງທ່ານໄປພ້ອມ ເພື່ອທົດສອບຄວາມເໝາະສົມໃນຕົວລົດ ແລະ ເບິ່ງວ່າ ລົດຈະສາມາດຮັບມືກັບປະເພດຫົນທາງຫລາຍລະດັບຕ່າງກັນໄດ້ແນວໃດ. ຖາມຕົວທ່ານເອງວ່າ: ປຸ່ມຄວບຄຸມຕ່າງໆແມ່ນໃຊ້ງ່າຍຫລືບໍ່? ລົດເໝາະສົມກັບຄວາມຕ້ອງການຂອງທ່ານແລ້ວບໍ່? ຂັ້ນຕອນ 3: ໄດ້ລາຄາຂາຍ&ຕອບຕົກລົງເຮັດສັນຍາຊື້ ເມື່ອທ່ານມີລົດນິດສັນເປົ້າໝາຍແລ້ວ, ມັນເປັນເວລາທີ່ຈະເນັ້ນໃສ່ການໄດ້ລາຄາທີ່ເໝາະສົມ. ພວກເຮົາແນະນໍາໃຫ້ຖາມຂໍເອົາລາຄາສຸດທ້າຍ ແລະ ການບໍລິການຫລັງການຂາຍຫລາຍກວ່າໂປຣໂມຊັັ້ນທີ່ມີຢູ່ໃນປະຈຸບັນ. ຖ້າລາຄາ,ການຈັດຫາເງິນທຶນ ແລະ ຄ່າທໍານຽມເບິ່ງເໝາະສົມແລ້ວ, ມັນຈະເປັນເວລາທີ່ຈະຕົກລົງເຮັດສັນຍາຊື້ຂາຍ ໂດຍການຈ່າຍຄ່າທໍານຽມກ່ອນທໍາອິດ. …
Read More »ດ່ວນນນນ! ກວດພົບແປ້ງນົວປອມລະບາດຈຳນວນຫຼາຍ…(ແນວນີ້ກະໄດ້ຫວ໋າ?)
ກວດພົບແປ້ງນົວປອມຈຳນວນຫລາຍ ຢູ່ຕະຫລາດປາກຊັນ ໃນຕອນເຊົ້າວັນທີ 28 ມິຖຸນາ 2018 ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີແຂວງ ແລະ ພະແນກການທີ່ກ່ຽວຂ້ອງລົງກວດແລ້ວພົບ ແປ້ງນົວຍີ່ຫໍ້ດັງ ເປັນຂອງປອມວາງຂາຍຕາມທ້ອງຕະຫລາດຈຳນວນຫລາຍ ເຊິ່ງແປ້ງນົວປອມດັ່ງກ່າວເປັນສິນຄ້າທີ່ນຳເຂົ້າໂດຍລະເມີດລິຂະສິດທີ່ເຂດຕະຫຼາດປາກຊັນ ມ.ປາກຊັນ ແຂວງ ບໍລິໄຊ. (ເຫັນແບບນີ້ແລ້ວຮູ້ສຶກເປັນຫ່ວງພໍ່ແມ່ພີ່ນ້ອງແທ້ໆ ຢ່າງໃດກໍ່ລະມັດລະວັງກັນແດ່ເດີ້ພີ່ນ້ອງຊາວລາວ) ຂໍ້ມູນ: target magazine ຮູບພາບ: ຈົດຫມາຍຂ່າວ
Read More »ຮ່ວມສົ່ງກຳລັງໃຈໃຫ້ອາສາກູ້ໄພລາວໃນການເຂົ້າຊ່ວຍ 13 ຊີວິດທີ່ຖໍ້າຫຼວງ-ຂຸນນໍ້ານາງນອນ ປະເທດໄທ!
ເປັນຂ່າວໂດ່ງດັງໄປທົ່ວໂລກ ໃນກໍລະນີມີເຫດການ ນ້ອງໆນັກເຕະບານ ທີມໝູປ່າ ອາຍຸ 11-16 ປີ ພ້ອມດ້ວຍໂຄສຜູ້ເຝິກສອນ ອາຍຸ 25 ປີ ອີກໜຶ່ງຄົນ ລວມເປັນ 13 ຊີວິດ ທີ່ຕິດຢູ່ໃນຖໍ້າ ອຸທະຍານຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ແລະ ເພື່ອຊ່ວຍເຫຼືອເພື່ອນມະນຸດນຳກັນ ປະເທດລາວ ເຮົາກໍ່ບໍ່ນິ້ງນອນໃຈມີອາສາກູ້ໄພ ຈາກໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ 1623 ໄປຮ່ວມເປັນໜຶ່ງໃນທີມຄົ້ນຫາ 13 ຄົນທີ່ສູນຫາຍໃນຄັ້ງນີ້ຮ່ວມກັບທີມນັກຄົ້ນຫາທົ່ວໂລກ. ການເດີນທາງໄປຂອງໜ່ວຍກູ້ໄພລາວກໍ່ໄດ້ມີການອັບເດດບອກພີ່ນ້ອງຊາວລາວຜ່ານເຟສບຸກຂອງ Yen Visoudala ເປັນໄລຍະ ແລະ ພາລະກິດຍັງຄົງດຳເນີນຕໍ່ໄປ: “ສຳລັບມື້ນີ້ກໍ່ເປັນມື້ທີ່ 2 ຂອງເຮົາທີ່ເຂົ້າຮ່ວມໃນການຄົ້ນຫາ ນ້ອງ13 ຄົນ ທີ່ຖໍ້າຫຼວງ-ຂຸນນໍ້ານາງນອນ ແຫ່ງນີ້ ຍັງສືບຕໍ່ການຄົ້ນຫາ ດ້ວຍຫລາຍວິທີ ເພາະຍັງມີ ອຸປະສັກຫລາຍຢ່າງ ດ້ານສິ່ງແວດລ້ອມ ສິ່ງທີ່ສຳຄັນທີ່ສຸດ ແມ່ນທາງຂັ້ນເທິງ ແລະ …
Read More »