Breaking News

ຂ່າວພາຍໃນ

ຊົມເຊີຍ! ໜຸ່ມກູ້ໄພຈາກລາວເຂົ້າຮ່ວມຄົ້ນຫາ 13 ຄົນທີ່ສູນຫາຍໃນຖໍ້າຫຼວງ ຈັງຫວັດ ຊຽງລາຍ!!!

ເປັນກະແສພຽງຊົ່ວຂ້າມຄືນ ເມື່ອມີໜຸ່ມກູ້ໄພຈາກ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ 1623 ໄປຮ່ວມເປັນໜຶ່ງໃນທີມຄົ້ນຫາ 13 ຄົນທີ່ສູນຫາຍທີ່ ຖໍ້າຫຼວງ ຈັງຫວັດ ຊຽງລາຍ ປະເທດໄທ. ເຊິ່ງໜຸ່ມລາວຄົນນີ້ກໍ່ຍັງໄດ້ໂພດຜ່ານເຟສບຸກວ່າ: “ໄດ້ເປັນໂຕແທນຂອງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ 1623 ທີ່ໄດ້ຖຶກສົ່ງໂຕເຂົາມາຮ່ວມພາລະກິດ ເຂົ້າຊ່ວຍເຫຼືອໃນການຄົ້ນຫາຄົນ ທີ່ສູນຫາຍເຂົ້າໄປໃນ ວົນອຸທະຍານຖ້ໍາຫລວງ-ຂຸນນ້ຳນາງນອນ ເປັນຈຳນວນ 13 ຄົນ ທີ່ຈັງຫວັດ ຊຽງລາຍ” ເຮັດໃຫ້ມີຜູ້ຄົນເຂົ້າໄປຮ່ວມໃຫ້ກຳລັງໃຈ ແລະ ກົດໄລ້ ກົດແຊຣໂພສດັ່ງກ່າວ ເອົາໃຈຊ່ວຍ ແລະ ພາວະນາໃຫ້ຄົ້ນຫາເດັກນ້ອຍທັງ 13 ຄົນໃຫ້ເຫັນໂດຍໄວ. (ຢ່າລືມແຊຣເປັນກຳລັງໃຈໃຫ້ໜ່ວຍກູ້ໄພຈາກປະເທດລາວເຮົານຳແດ່ເດີ້ແຟນໆ) ຮູບພາບ: Yen Visoudala

Read More »

ຫ້າມຂາຍ! ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ ເກີນລາຄາເດັດຂາດ!

ເພື່ອເຮັດໃຫ້ລາຄາອາຫານຈານດ່ຽວປະເພດ  ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ ມີລາຄາທີ່ສົມເຫດສົມຜົນ, ຊ່ວຍຫຼຸດຜ່ອນຄ່າຄອງຊີບຂອງປະຊາຊົນໃຫ້ໄດ້ຮັບການແກ້ໄຂທີ່ດີຂຶ້ນເທື່ອລະກ້າວ ແລະ ທັງເປັນການຮອງຮັບປີທ່ອງທ່ຽວລາວ 2018. ດັ່ງນັ້ນທາງ ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ເລກທີ 1310/ ຫອຄ .ກຄພນ ລົງວັນທີ 25 ພຶດສະພາ 2018 ວ່າດ້ວຍເລື່ອງ: ການທົດລອງ ຈັດຕັ້ງປະຕິບັດລາຄາຊີ້ນໍາ ອາຫານຈານດ່ຽວ ປະເພດ: ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າຢູ່ນະຄອນຫຼວງວຽງຈັນ ຫ້າມຂາຍເກີນຖ້ວຍລະ 15,000 ກີບ.  ແຈ້ງການສະບັບນີ້ແມ່ນມີຜົນສັກສິດ, ຖ້າຫາກພົບເຫັນຜູ້ດຳເນີນທຸລະກິດໃດຂາຍເກີນລາຄາຊີ້ນຳ ແມ່ນໃຫ້ປະຕິບັດມາດຕະການຕາມທີ່ກຳນົດໄວ້ ໃນດຳລັດ 474/ນຍ. ຂໍຂອບໃຈຂໍ້ມູຸນຈາກ: FB/Support Prime Minister Thongloun Sisoulith

Read More »

(ບໍ່ຫຍຸ້ງຍາກອີກແລ້ວ) ແຈ້ງການ! ຍົກເລີກຂຽນແບບຟອມ ແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ

ແຈ້ງການຍົກເລີກ ຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວ ທີ່ອາໃສຢູ່ໃນ ສປປ ລາວ (ດ່ານສາກົນສະໜາມບິນ 4 ແຫ່ງ)  ນັກເດີນທາງມີເຮ…ຕໍ່ຈາກນີ້ຈະບໍ່ມີຄວາມຫຍຸ້ງຍາກ ຈະເດີນທາງໄປໃສມາໃສກໍຈະສະດວກສະບາຍຂຶ້ນແລ້ວເດີ້ ເພາະບໍ່ໄດ້ຂຽນຟອມເຂົ້າ-ອອກເມືອງໃຫ້ຫຍຸ້ງຍາກຄືເກົ່າແລ້ວ. ທາງກົມໃຫຍ່ສັນນິບານ ກະຊວງປ້ອງກັນສະຫງົບ ໄດ້ອອກແຈ້ງການໃນວັນທີ 26 ເມສາ 2018 ທີ່ຜ່ານມາວ່າ ໄດ້ຍົກເລີກການຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວທີ່ອາໄສ ຢູ່ ສປປ ລາວ. ຢູ່ສະເພາະ 4 ດ່ານຂອງສະໜາມບິນ ຄື: ສະໜາມສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ສະໜາມບິນສາກົນສະຫວັນນະເຂດ ແລະ ສະໜາມບິນສາກົນປາກເຊ. ສ່ວນດ່ານສາກົນອື່ນໆແມ່ນຕ້ອງໄດ້ຂຽນແບບຟອມຄືເກົ່າ. ສຳລັບ, ຄົນຕ່າງປະເທດ ແລະ ບໍ່ມີສັນຊາດ ແມ່ນຍັງໄດ້ຂຽນຟອມເຂົ້າ-ອອກເມືອງຕາມລະບຽບການຄືເກົ່າ, ຈົນກວ່າຈະມີແຈ້ງການເພີ່ມຕື່ມ.

Read More »

ວາລະສານ ຂວັນໃຈ ມອບເງິນຊ່ວຍເຫຼືອສັງຄົມ 74 ລ້ານກວ່າກີບ ໃຫ້ກັບສູນໃຫ້ຄຳປຶກສາແມ່ຍິງ ແລະ ເດັກນ້ອຍ

ໃນຕອນບ່າຍມື້ນີ້ ວັນທີ 3 ພຶດສະພາ 2018, ຢູ່ທີ່ ສູນກາງສະຫະພັນແມ່ຍິງລາວ,​ ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ຍອດເງິນບໍລິຈາກ ທັງໝົດ 74.382.000 ກີບ ຈາກໂຄງການ ປັ່ນລົດຖີບເພື່ອການກຸສົນ BIKE FOR HER 2018 ທີ່ຈັດຂຶ້ນໃນວັນທີ 3 ມີນາ 2018 ທີ່ຜ່ານມາ ຢູ່ທີ່ສວນເຈົ້າອານຸວົງ, ຈັດຂຶ້ນໂດຍ ວາລະສານ ຂວັນໃຈ  ຮ່ວມກັບ  ສະຫະພັນລົດຖີບນະຄອນຫຼວງວຽງຈັນ ແລະ ສະມາຄົມ ນັກທຸລະກິດແມ່ຍິງລາວ.  ໂດຍການກ່າວມອບຂອງທ່ານ ນາງ ວັນທະວີ ສຸພານຸວົງ ບັນນາທິການ ວາລະສານຂວັນໃຈ ແລະ ທ່ານ ນາງ ເກດສະຫວັນ ປັນຍາທິບ ຜູ້ອຳນວຍການສ້າງ ວາລະສານ ຂວັນໃຈ ພ້ອມດ້ວຍທີມງາມຮັບຜິດຊອບຈັດງານ ແລະ ໃຫ້ກຽດກ່າວຮັບໂດຍທ່ານ …

Read More »

ຄົນລາວມີເຮ! ປີນີ້ພັກຍາວ ອອກມາແລ້ວແຈ້ງການສຳລັບມື້ພັກປີໃໝ່ລາວ 2018

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ວັນທີ 27 ມີນາ 2018 ເລື່ອງ: ການຈັດຕັ້ງສະເຫຼີມສະຫຼອງວັນບຸນປີໃຫມ່ລາວ ປະຈຳປີ ພສ 2561. ເນື່ອງຈາກວັນປີໃຫມ່ລາວ ປີ 2018 ແມ່ນກົງກັບວັນທີ 14-15-16 ເມສາ 2018 (ກົງກັບວັນເສົາ, ອາທິດ ແລະ ວັນຈັນ), ຊຶ່ງວັນທີ 14 ແລະ 15 ເປັນວັນເສົາ ແລະ ອາທິດ (ເປັນວັນພັກລັດຖະການ) ດັ່ງນັ້ນ, ຈຶ່ງເຫັນດີກຳນົດເອົາວັນທີ 17 ແລະ 18 ເມສາ 2018 (ກົງກັບວັນອັງຄານ ແລະ ວັນພຸດ) ເປັນວັນພັກຊົດເຊີຍ. ຂໍຂອບໃຈສຳລັບທີ່ມາ ແລະ ຮູບພາບປະກອບ.

Read More »