ຈາກການລາຍງານຄວາມຄືບໜ້າຂອງຜູ້ໃຊ້ ເຟສບຸກ ລາຍໜຶ່ງເຮັດໃຫ້ໄດ້ຊາບວ່າ ວັດ ບ້ານ ໂນນຄູ້ ເມືອງ ຊົນນະບູລີ ແຂວງສະຫວັນນະເຂດ ເສຍຫາຍໜັກ ຈາກຜົນກະທົບພາຍຸເຂົ້າຢ່າງຮຸນແຮງ ໃນວັນທີ 14 ມີນາ 2018. (ໃຫ້ຮູບພາບເລົ່າເລື່ອງ ເບິ່ງແລ້ວນໍ້າຕາສິໄຫຼ) ຂໍສະແດງຄວາມເສຍໃຈຫຼາຍໆ ແລະ ຫວັງວ່າວັດດັ່ງກ່າວຈະໄດ້ຮັບການຊ່ວຍເຫຼືອບູລະນະສ້ອມແປງຢ່າງເຮັ່ງດ່ວນ… ຂອບໃຈຮູບພາບຈາກ: Lamphay Ktl
Read More »ຂ່າວພາຍໃນ
ຝຣັ່ງຕະລຶງເມື່ອເຫັນເຫຼົ້າບອງຢາລາວ!!! (ມີຄລິບ)
ເປັນກະແສໃນໂລກໂຊຊ່ຽວເມື່ອເພສທ່ອງທ່ຽວຊື່ດັງທີ່ມີຄົນຕິດຕາມເປັນລ້ານໆ “Tastemade Travel” ໄດ້ເຜີຍແຜ່ຄລິບສາລະຄະດີທີ່ຖ່າຍທຳໃນປະເທດລາວ ເຊິ່ງໄດ້ເວົ້າເຖິງໝູ່ບ້ານທີ່ຜະລິດເຫຼົ້າຂາວລາວ ແລະ ເຫຼົ້າບອງຢາ ເຊິ່ງບອງດ້ວຍສັດຕ່າງໆບໍ່ວ່າຈະເປັນ ງູ, ແມງງອດ, ກັບແກ້ ແລະ ອື່ນໆ… ເຊິ່ງເຮັດໃຫ້ພວກເຂົາເຖິງຂັ້ນຕະລຶງ ອະເມຊິງໄປຕາມໆກັນ…!!! Whisky Village in Laos What kind of creepy crawlies would you like in your whiskey? You can try them all in Laos' Whisky Village! Tastemade Travelさんの投稿 2018年2月11日(日) ພໍແຕ່ປ່ອຍຄລິບດັ່ງກ່າວເຮັດໃຫ້ມີຊາວຕ່າງຊາດເກືອບທົ່ວໂລກ ເຂົ້າມາສະແດງຄວາມຄິດເຫັນ ກົດໄລ້ ກົດແຊຣກັນຈຳນວນຫຼວງຫຼາຍ!!! via: Tastemade Travel
Read More »ເລີ່ມແລ້ວ!!! ການແຂ່ງຂັນກິລາກ໊ອຟ (Lao Golf Challenge 2018)
ພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2018 ປີທີ 6 ຈັດໂດຍວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ. ວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2018 ປີທີ 6. ໃນຕອນບ່າຍວັນ 6 ກຸມພາ 2018 ທີ່ ໂຮງແຮມຄຣາວພລາຊາ,ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົງຄາມ ສີລາເພັດ ຮອງປະທານ ແລະ ເລຂາສະຫະພັນກິລາກ໊ອຟແຫ່ງຊາດລາວ ແລະ ທ່ານ ໄຊຍະສອນ ປັນຍາທິບ ຜູ້ອໍານວຍການສ້າງວາລະສານທາເກັດ ທັງເປັນປະທານຈັດງານແຂ່ງຂັນ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ໃນປີນີ້ຈະເລີ່ມເປີດຮັບສະໝັກຜູ້ເຂົ້າຮ່ວມແຂ່ງຂັນຕັ້ງແຕ່ວັນທີ 7 – 21 ກຸມພາ 2018 ແລະ ການແຂ່ງຂັນແມ່ນຈະໄດ້ຈັດຂຶ້ນໃນວັນທີ 10 ມີນາ 2017 …
Read More »ຊົມເຊີຍ! ຫຼວງພະບາງເຮັດແທ້ມີຄຳສັ່ງຫ້າມ ແມ່ຄ້າຊາວຂາຍນຳເຂົ້າໜົມຕ່າງປະເທດຂາຍໃຫ້ແຂກໃສ່ບາດ
ອີງຕາມໜັງສືແຈ້ງການສະບັບເລກທີ 16/ຖວມທ-ຫຼບ ວັນທີ 22 ມັງກອນ 2018 ເລື່ອງການຢຸດຕິຂາຍເຂົ້າໜົມສຳເລັດຮູບຂອງຕ່າງປະເທດໃຫ້ແຂກທີ່ມາໃສ່ບາດ ອີງຕາມເນື້ອໃນກອງປະຊຸມວຽກງານຄຸ້ມຄອງການຂາຍເຄື່ອງໃສ່ບາດ ວັນທີ 16 ຕຸລາ 2017, ອີງຕາມກອງປະຊຸມປະຈຳປີ 2017-2018 ວຽກງານ ຖວທ ເມືອງຫຼວງພະບາງ ຄັ້ງວັນທີ 19 ມັງກອນ 2018. ໃຫ້ບັນດາຜຸ້ປະກອບການຂາຍເຄື່ອງໃສ່ບາດຢູ່ 3 ຈຸດຂອງເມືອງ ຫຼວງພະບາງ ຢຸດຕິການນຳເອົາເຂົ້າໜົມສຳເລັດຮູບຂອງຕ່າງປະເທດທຸກຊະນິດມາຂາຍໃຫ້ແຂກທ່ອງທ່ຽວທີ່ມາໃສ່ບາດນັບຕັ້ງແຕ່ ວັນທີ 1 ກຸມພາ 2018, ແຕ່ອະນຸຍາດໃຫ້ນຳເອົາເຂົ້າໜົມພື້ນເມືອງລາວທີ່ຜະລິດປຸງແຕ່ງຢູ່ພາຍໃນ ມາຂາຍໄດ້ໂດຍຮັບປະກັບຄຸນນະພາບ ມີຄວາມສະອາດ ແລະ ບໍ່ບູດເນົ່າ ໃຫ້ຢຸດຕິການນຳເອົາເຂົ້າຫຼາມ ມາຂາຍບໍລິການໃຫ້ແຂກທ່ອງທ່ຽວໃສ່ບາດແດ່ພຣະສົງທີ່ປະຕິບັດກິດຈະວັດ ບິນຕະບາດຢ່າງເດັດຂາດ ເຂົ້າໜຽວທີ່ນຳມາຂາຍໃຫ້ແຂກໃສ່ບາດຕ້ອງມີຄຸນນະພາບດີ ເປັນເຂົ້າໜຶ້ງໃໝ່ (ເຂົ້າມ່າ) ບໍ່ແມ່ນເຂົ້າເຢັນອຸ່ນມາຂາຍໃຫ້ແຂກໃສ່ບາດຢ່າງເດັດຂາດ, ໃຫ້ຂາຍຕາມນໍ້າໜັກ ແລະ ລາຄາທີ່ກຳນົດໄວ້ຢ່າງຖືກຕ້່ອງ (1ກລ=10.000 ກີບ, 1,5ກລ=15.000 ກີບ, 2ກລ=20.000 …
Read More »ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ຈັດງານພິທີເປີດໄຟຕ້ອນຮັບວັນຄຣິດສມາດສ ເປັນຄັ້ງທໍາອິດ
ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ຈັດງານພິທີເປີດໄຟຕ້ອນຮັບວັນຄຣິດສມາດສ ເປັນຄັ້ງທໍາອິດ ໃນຕອນແລງຂອງວັນທີ 6 ທັນວາ 2017 ທີ່ຜ່ານມາ ຢູ່ທີ່ໂຮງແຮມ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ຈັດງານພິທີເປີດໄຟຕ້ອນຮັບວັນຄຣິດສມາດສ ເປັນຄັ້ງທໍາອິດ. ພາຍໃນງານຕົກແຕ່ງດ້ວຍຕົ້ນ ຄຣິດສມາດສໃຫຍ່ ທ່ປະດັບປະດາຢ່າງສວຍງາມ ແລະເຮືອນເຂົ້າໜົມປັງຍັກ ງານດັ່ງກ່າວໄດ້ສ້າງຄວາມຮູ້ສຶກອົບອຸ່ນ ໄດ້ບັນຍາກາດຂອງວັນຄຣິດສມາດສ ໃຫ້ກັບແຂກພາຍໃນໂຮງແຮມ ແລະແຂກທີ່ເຂົ້າຮ່ວມໃນງານໄດ້ມ່ວນຊື່ນກັບການຮ້ອງເພງ ຄຣິດສມາດສ ຂອງນ້ອງນ້ອຍນັກຮຽນຈາກໂຮງຮຽນ ປະຖົມສົມບູນ ພະໄຊ. ນອກນັ້ນບັນດາແຂກທີ່ເຂົ້າຮ່ວມໃນງານຍັງໄດ້ເພີດເພີນກັບການທົດລອງຊີມເມນູອາຫານພິເສດຂອງ Magical Christmas Eve ທີ່ພ້ອທໃຫ້ທ່ານສໍາພັດໄດ້ໃນວັນທີ 24 ທັນວາ 2017 ທີ່ຈະມາເຖິງນີ້!
Read More »