Breaking News

ຂ່າວພາຍໃນ

ວັນທີ 3 ພຶດສະພາ ລັດຖະບານອະນຸຍາດໃຫ້ສຳນັກງານ,​ ບໍລິສັດ ເປີດດຳເນີນການ ແລະ ສັນຈອນໄປມາພາຍໃນແຂວງໄດ້…

ໃນວັນທີ 28 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອປຶກສາຫາລືກ່ຽວກັບວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງໂຄວິດ-19 ແລະ ການແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາທ່ານ ລັດຖະມົນຕີ ກະຊວງທີ່ກ່ຽວຂ້ອງ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ແລະ ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວເຂົ້າຮ່ວມ. ຜົນກອງະຊຸມໄດ້ພິຈາລະນາ ແລະ ມີທິດຊີ້ນຳຕໍ່ບັນຫາສຳຄັນ ດັ່ງນີ້: 1. ກອງປະຊຸມ ໄດ້ພິຈາລະນາບົດລາຍງານກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືການລະບາດຂອງພະຍາດໂຄວິດ-19, ທິດທາງໃນຕໍ່ໜ້າ, ການປະເມີນຄວາມສ່ຽງແຕ່ລະແຂວງ, ແຜນການຜ່ອນຜັນບາງມາດຕະການ ແລະ ການສືບຕໍ່ປະຕິບັດບາງມາດຕະການ ພາຍຫຼັງວັນທີ 3 ພຶດສະພາ 2020 …

Read More »

ຂໍໃຫ້ປະຊາຊົນລາວທຸກຄົນ ຕ້ອງຮ່ວມໃຈກັນ ຕ້ານໄພ ໂຄວິດ-19 ຢ່າງຈິງຈັງ ແຕ່ນີ້ ຮອດວັນທີ 3 ພຶດສະພາ 2020…

ຄະນະສະເພາະກິດ ກໍານົດ 2 ໄລຍະ ການຜ່ອນຜັນ ມາດຕະການ ໂຄວິດ-19 ຂໍໃຫ້ປະຊາຊົນລາວທຸກຄົນ ຕ້ອງຮ່ວມໃຈກັນ ຕ້ານໄພ ໂຄວິດ-19 ຢ່າງຈິງຈັງ ແຕ່ນີ້ ຮອດວັນທີ 3 ພຶດສະພາ 2020. ຫາກເຮົາສາມາດເຮັດໄດ້! ຄະນະສະເພາະກິດ ໄດ້ວາງມາດຕະການຜ່ອນຜັນ ໄວ້ 2 ໄລຍະ ຄື ໄລຍະທີ 1 ແຕ່ວັນທີ 4 ຫາ 31 ພຶດສະພາ 2020 ແລະ ໄລຍະທີ 2 ແຕ່ວັນທີ 1 ຫາ 30 ມິຖຸນາ 2020, ໃນນັ້ນ ມາດຕະການຜ່ອນຜັນສຳລັບໄລຍະທີ 1 ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 …

Read More »

ນາຍົກລັດຖະມົນຕີ ລົງຢ້ຽມຢາມ ເຄື່ອນໄຫວວຽກຢູ່ໂຮງໝໍມິດຕະພາບ ໃນການປິ່ນປົວຄົນເຈັບຜູ້ຕິດເຊື້ອ COVID-19 ພ້ອມເນັ້ນໜັກການໃຫ້ຄວາມສໍາຄັນດ້ານຊີວິດການເປັນຢູ່ຂອງແພດໝໍທີ່ກໍາລັງປະຕິບັດໜ້າທີ່

​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ເຂົ້າໃຫ້ກຳລັງໃຈ ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ແລະ ແພດໝໍທີ່​ກຳ​ລັງປິ່ນປົວຄົນເຈັບທີ່​ຕິດ​ເຊື້ອພະຍາດດັ່ງກ່າວທີ່ໂຮງໝໍມິດຕະພາບ, ໃນຂະທີ່ຄົນເຈັບຕິດເຊື້ອພະຍາດໂຄວິດ-19 ທີ່ນອນປິ່ນປົວຍັງເຫຼືອ 11 ຄົນ, ຊຶ່ງ​ອາການຂອງແຕ່ລະຄົນຢູ່ໃນຂັ້ນຊົງຕົວເບົາບາງ. ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຢ້ຽມຢາມໃຫ້ຂັວນກຳລັງໃຈ ແພດໝໍ ແລະ ຄົນເຈັບ ເມື່ອວັນທີ 27ເມສາ ທີ່ໂຮງໝໍມິດຕະພາບ ໂດຍໃຫ້ການຕ້ອນຮັບ ຂອງທ່ານ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ພ້ອມຄະນະ ແລະ ພະນັກງານແພດໝໍ ທ່ານ ສະ​ໜອງ ທອງຊະນະ ໄດ້ລາຍງານໂດຍຫຍໍ້ ໃຫ້ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະຊາບວ່າ: ປັດຈຸບັນໂຮງໝໍມິດຕະພາບຍັງພວມສືບຕໍ່ປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 11 ຄົນ ຊຶ່ງອາການຂອງແຕ່ລະຄົນແມ່ນຢູ່ຂັ້ນຊົງຕົວເບົາບາງ ພ້ອມນີ້, ຍັງສືບຕໍ່ເຝົ້າລະວັງ ແລະ ຄັດກອງຄົນເຈັບກໍລະນີສົງໃສເພື່ອກວດຫາເຊື້ອພະຍາດດັ່ງກ່າວ …

Read More »

ພາບບັນຍາກາດ ອອກໂຮງໝໍ ຂອງຜູ້ຕິດເຊື້ອ ໂຄວິດ-19 ທີ່ປົວດີ 2 ຄົນ ທີ່ ໂຮງໝໍແຂວງຫຼວງພະບາງ…

ຖືວ່າເປັນຂ່າວດີອີກໜື່ງຂ່າວ ຫຼ້າສຸດມື້ວານນີ້ວັນທີ 22 ເມສາ 2020 ສປປ ລາວ ສາມາດປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວອີກ 2 ຄົນທີ່ ແຂວງຫຼວງພະບາງ ເອົາເປັນວ່າມື້ນີ້ຂວັນໃຈໄດ້ນໍາເອົາພາບບັນຍາກາດທີ່ 2 ຜູ້ຕິດເຊື້ອໄດ້ຫາຍດີ ແລະ ອອກຈາກໂຮງໝໍມາຝາກ ທ່າມກາງຄວາມຍິນດີຂອງແພດໝໍ ແລະ ຍາດພີ່ນ້ອງ…  

Read More »

ຂ່າວດີ 10 ມື້ລຽນຕິດ!! ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ…( ຜູ້ຕິດເຊື້ອຢູ່ຫຼວງພະບາງ 2 ຄົນ ອອກໂຮງໝໍແລ້ວ)

ວັນທີ 22 ເມສາ 2020 ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ 19 ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມດ້ວຍຄະນະ ແລະ ມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ ຖືວ່າເປັນຂ່າວດີມື້ທີ 10 ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ!  ຫຼ້າສຸດ ຈາກການເກັບຕົວຢ່າງມາວິເຄາະທັງໝົດ 83 ຄົນ ເຊິ່ງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຍັງຄົງຕົວເລກຜູ້ຕິດເຊື້ອ 19 ກໍລະນີ. ທ່ານ ຮສ.ດຣ ພູທອນ ເມືອງປາກ ກ່າວວ່າ: ໃນວັນທີ 21 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 83 ຄົນ, ໃນນັ້ນມີຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຕິດຕາມຄົບກຳນົດມາກວດຄືນ …

Read More »