Breaking News

ຂ່າວສັງຄົມ

ສຸດຍອດໄປເລີຍ! ໂຮງຮຽນ ແກ້ວປັນຍາ ປະກາດເປັນໂຮງຮຽນປອດພລາສຕິກ ເປັນແຫ່ງທໍາອິດໃນປະເທດລາວ…

ສຸດຍອດໄປເລີຍ! ໂຮງຮຽນ ແກ້ວປັນຍາ ປະກາດເປັນໂຮງຮຽນປອດພລາສຕິກ ເປັນແຫ່ງທໍາອິດໃນປະເທດລາວ… ຖືໄດ້ວ່າປະສົບຄວາມສຳເລັດ ດັ່ງທີ່ຜູ້ອຳນວຍການເພີ່ນໄດ້ຕັ້ງໄວ້ ແລະ ເປັນແບບຢ່າງໃຫ້ແກ່ໂຮງຮຽນແຫ່ງອື່ນໆ ທີ່ຫັນມາເອົາໃຈໃສ່ ແລະ ຮັກສາສິ່ງແວດລ້ອມ, ຫຼຸດນຳໃຊ້ເຄື່ອງພລາສຕິກທີ່ບໍ່ຈຳເປັນ ຫັນມານຳໃຊ້ສິ່ງທີ່ສາມາດປະດິດຂຶ້ນເອງໄດ້ ດ້ວຍການນຳໃຊ້ເຄື່ອງຂອງທຳມະຊາດ ທີ່ມີຢູ່ ມາໝູນໃຊ້ໃຫ້ເກີດປະໂຫຍດ, ທັງນີ້ ກໍ່ເພື່ອເປັນການຮັກສາຄວາມສະອາດ ແລະ  ຫຼຸດພາວະໂລກຮ້ອນໄດ້ອີກດ້ວຍ! ຊົມເຊີຍ ທີ່ປະຕິບັດໄດ້ສຳເລັດ ແລະ ຫວັງວ່າ ຈະເປັນແບບຢ່າງທີ່ດີໃຫ້ແກ່ໂຮງຮຽນແຫ່ງອື່ນໆ ໄດ້ນຳເອົາປະປະຕິບັດ. ທ່ານ ຄໍາແກ້ວ ອຸນນານົງນຸດ ເປັນອໍານວຍການໂຮງຮຽນ ຜູ້ທີ່ມີແນວຄິດລິເລີ່ມທີ່ດີໃນການຢາກເຫັນສິ່ງແວດລ້ອມສວຍງາມ, ໜ້າຢູ່ຄູ່ຄົນເຮົາໄປຕະຫຼອດຈຶ່ງໄດ້ມີວິໄສທັດ ແນວຄິດໃນການປູກຈິດສໍານຶກ ແລະ ຝຶກວິໄນໃຫ້ແກ່ນ້ອງໆ ນັກຮຽນ ແລະ ຄູອາຈານ ໃນໂຮງຮຽນ ໃນການປະກອບສ່ວນຮັກສາສິ່ງແວດລ້ອມ ບໍ່ວ່າຈະເປັນການເກັບກະຕຸກທີ່ໃຊ້ແລ້ວມາປະດິດເປັນສິ່ງຕ່າງ ໂດຍເລີ່ມທົດລອງ ໃຫ້ນັກຮຽນ ເອົາວັດຖຸ (ໄມ້ໄຜ່) ທີ່ມີຈາກທໍາມະຊາດມາຜະລິດເປັນຈອກ ແລະ ທໍ່ດູດ ແທນພລາສຕິກ. …

Read More »

ຊົມເຊີຍ!!! ASEAN ໃຫ້ຄວາມສໍາຄັນ ຍົກລະດັບ ສົ່ງເສີມປົກ​ປ້ອງ​ສິດທິເດັກນ້ອຍຜູ້​ດ້ອຍ​ໂອກາດໃນ ສປປ ລາວ…

ຊົມເຊີຍ!!! ASEAN ໃຫ້ຄວາມສໍາຄັນ ຍົກລະດັບ ສົ່ງເສີມປົກ​ປ້ອງ​ສິດທິເດັກນ້ອຍຜູ້​ດ້ອຍ​ໂອກາດ… ກອງ​ປະຊຸມ​ປຶກສາ​ຫາລື ລະຫວ່າງ ລັດຖະບານ ​ແລະ ​ອົງການຈັດ​ຕັ້ງ​ບໍ່​ສັງກັດ​ລັດຖະບານ ໃນ​ວຽກ​ງານ​ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ການ​ພັດ​ທະ​ນາ ອາ​ຊຽນ ຄັ້ງ​ທີ 14 (14th ASEAN GO-NGO) ພາຍ​ໃຕ້​ຫົວ​ຂໍ້​ສ້າງ​ຄວາມ​ເຂັ້ມ​ແຂງ​ວຽກ​ງານ​ປົກ​ປ້ອງ​ທາງ​ສັງຄົມ​ສຳ​ລັບ​ເດັກ​ດ້ອຍ​​ໂອກາດ​ໃນ​ອາ​ຊຽນ ຈັດ​ຂຶ້ນ​ໃນ​ວັນ​ທີ 18 ພະຈິກ 2019, ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ວົງ​ຄຳ ພັນທາ​ນຸວົງ ຮອງ​ຫົວໜ້າ​ກົມ​ສັງຄົມ​ສົງ​ເຄາະ, ກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການ​ສັງຄົມ ທັງ​ເປັນຕາ​ງໜ້າ​ເຈົ້າໜ້າທີ່ອາວຸ​ໂສ​ຝ່າຍ​ລາວ ​ແລະ​ທ່ານ​ນາງ ນິນ​ປະ​ເສີດ ​ໄຊ​ຍະ​ພອນ​ສີ ຫົວໜ້າ​ກົມ​ພັດທະນາ​ແມ່ຍິງ​ລາວ ສູນ​ກາງສະຫະພັນ​ແມ່ຍິງ​ລາວ ຕາງໜ້າ​ອົງ​ການຈັດຕັ້ງ​ທີ່​ບໍ່​ສັງກັດ​ລັດຖະບານ, ພ້ອມ​ດ້ວຍ​ບັນດາ​ຜູ້ຕາງໜ້າ​ຈາກ​ພາກລັດ ​ແລະ​ອົງການ​ຈັດ​ຕັ້ງ​ທີ່​ບໍ່​ສັງກັດ​ລັດຖະບານ​ເຂົ້າຮ່ວມ. ທ່ານ ວົງ​ຄຳ ພັນ​ທາ​ນຸວົງ ກ່າວ​ວ່າ: ​ເພື່ອ​ເປັນ​ການ​ກະກຽມ​ເນື້ອ​ໃນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາວຸ​ໂສສ້າງ​ຄວາມ​ເຂັ້ມ​ແຂງ​ວຽກ​ງານ​ປົກ​ປ້ອງ​ທາງ​ສັງຄົມ​ສຳ​ລັບ​ເດັກ​ດ້ອຍ​​ໂອກາດ​ໃນ​ອາ​ຊຽນ ກໍ​ຄື ​ກອງ​ປະ​ຊຸມ​ລັດ ຖະມົນຕີ​ສະຫວັດດີ​ການ​ສັງຄົມ ​ແລະ​ການ​ພັດທະນາ​ອາ​ຊຽນ ຄັ້ງ​ທີ 10 …

Read More »

SINGHA Next Gen ມ່ວນມັນ!!! ເລີ່ມຕົ້ນໃນທຸກຄໍ່າຄືນໄປກັບສິງ

ໃນຄໍ່າຄືນຂອງມື້ວານນີ້ ຢູ່ທີ່ຮ້ານ Hi-Five Restaurant and Bar, ນະຄອນຫຼວງວຽງຈັນ, ບໍລິສັດ Singha Asia ຈຳກັດ ໄດ້ຈັດງານລ້ຽງ Singha Next Gen ສະເຫຼີມສະຫຼອງເປີດໂຕຮູບໂສມໃໝ່ (Packaging)  ຂອງເບຍສິງ ທີ່ມີຄວາມລຽບຫຼູທັນສະໄໝມີລະດັບຍິ່ງຂຶ້ນ ແລະ ກໍເພື່ອຂອບໃຈລູກຄ້າ, ເພື່ອນຮ່ວມງານ ແລະ ຕົວແທນຈຳໜ່າຍໃນປະເທດລາວ. ບັນຍາກາດໃນການສະເຫຼີມສະຫຼອງດຳເນີນໄປດ້ວຍຄວາມອົບອຸ່ນ ແລະ ມ່ວນຊື່ນ ໂດຍ ທ່ານ ເທບ ນີລະນາດພູລີ ຜູ້ຈັດການພະແນກການຂາຍ ແລະ ການຕະຫຼາດ ປະຈຳປະເທດລາວ ໄດ້ເຊີນແຂກຜູ້ມີກຽດ ແລະ ສື່ມວນຊົນຍົກຈອກເພື່ອເປັນການເປີດໂຕຮູບໂສມໃໝ່ຂອງເບຍສິງຢ່າງເປັນທາງການ. ການປ່ຽນຮູບໂສມໃໝ່ຄັ້ງນີ້ ບໍ່ພຽງແຕ່ສ້າງສິ່ງໃໝ່ໃຫ້ກັບເບຍສິງໃນຕະຫຼາດເທົ່ານັ້ນ, ແຕ່ເປັນການບອກໃຫ້ທຸກຄົນຮູ້ວ່າ ການກ້າທີ່ຈະເລີ່ມເຮັດຫຍັງກ່ອນໃຜ ສິ່ງດີໆມັນຈະເກີດຂຶ້ນກັບຄົນນັ້ນສະເໝີ. ພາຍໃນງານໄດ້ມີແຂກຮັບເຊີນພິເສດ ເຊິ່ງເປັນຄົນລຸ້ນໃໝ່ຈາກຫຼາຍໆທຸລະກິດ ທີ່ມີຄວາມກ້າທີ່ຈະເລີ່ມເຮັດສິ່ງໃໝ່ໆເພື່ອຕົວເອງ ເປັນ New Generation ໃນຫຼາຍໆທຸລະກິດ …

Read More »

Land Rover-Laos ຈັດງານ The Above & Beyond Tour ຄົ້ນຫາຕົວແທນໄປຮ່ວມກິດຈະກໍາຢູ່ປະເທດ ນາມິເບຍ (ອາຟຣິກາໃຕ້)

ສູນລາວແລນໂລເວີ ໄດ້ຈັດກິດຈະກຳ ທົດລອງຂັບລົດແບບວິບາກ ຫຼື ອ໋ອບໂຣດ (The Above & Beyond Tour ) ຢູ່ທີ່ບຶງທາດຫຼວງ ເຂດເສດຖະກິດພິເສດ ໃນວັນທີ 1-3 ພະຈິກ 2019 ທີ່ຜ່ານມາ. ແລະ ຂໍສະແດງຄວາມຍິນດີນຳ ທ່ານ ດານຸພົນ ວົງຄີລີ ທີ່ເປັນຜູ້ຊະນະໃນງານທົດລອງຂັບລົດແບບ ອ໋ອບໂລດ The Above & Beyond Tour ທີ່ຈະໄດ້ໄປຮ່ວມກິດຈະກຳຂອງແລນໂລເວີ ທີ່ປະເທດນາມິເບຍ (ອາຟຣິກາໃຕ້) ກິດຈະກຳງານ Land Rover The Above & Beyond Tour ຖືເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກທີ່ບໍ່ຄືໃຜ ເປັນໂອກາດທີ່ດີຫຼາຍສຳລັບລູກຄ້າທີ່ໄດ້ເຂົ້າມາສຳພັດເຖິງສະມັດຖະນະ ແລະ ຄວາມສາມາດຂອງລົດ SUV ອັນດັບໜຶ່ງ ທີ່ບໍ່ມີໃຜທຽບໄດ້. ໂດຍໄດ້ມີຜູ້ຊ່ຽວຊານຈາກຕ່າງປະເທດທີ່ມີປະສົບການດ້ານການຂັບຂີ່ທາງວິບາກແບບອ໋ອບໂຣດ ໄດ້ມາໃຫ້ຄຳແນະນຳໃນການຮັບມືກັບທຸກສະພາບພູມສັນຖານຂອງປະເທດທີ່ຍາກລຳບາກທີ່ສຸດບໍ່ວ່າຈະເປັນພື້ນທີ່ສູງຊັນ, …

Read More »

ໜຸ່ມ Choi Si Won ສິນລະປິນຊື່ດັງລະດັບໂລກ ເດີນທາງມາປະເທດລາວ ເພື່ອຮັບປະກັນເລື່ອງສິດທິເດັກນ້ອຍ ຕາມສົນທິສັນຍາຂອງ UNICEF…

ໜຸ່ມ Choi Si Won ສິນລະປິນຊື່ດັງລະດັບໂລກ ເດີນທາງມາປະເທດລາວ ເພື່ອຮັບປະກັນເລື່ອງສິດທິເດັກນ້ອຍ ຕາມສົນທິສັນຍາຂອງ UNICEF… ເປັນກະແສຮືຮາສໍາລັບແຟນຄຣັບຊາວລາວ ກັບການມາຢ້ຽມຢາມປະເທດລາວຂອງສິນລະປິນລະດັບໂລກ ຄືໜຸ່ມ Choi Si Won (ນັກຮ້ອງ, ນັກສະແດງຊື່ດັງ ປະເທດ ເກົາຫລີໃຕ້) ໂດຍໜຸ່ມ Choi Si Won ໄດ້ເດີນທາງມາຮອດລາວໃນວັນທີ 10 ພະຈິກ ທີ່ຜ່ານມາ ແລະ ມີແຟນຄຣັບຊາວລາວໄປຖ້າຕ້ອນຮັບຢ່າງຄຶກຄື້ນ, ແຕ່ການເດີນທາງມາປະເທດລາວຂອງໜູ່ມ Choi Si Won ໃນຄັ້ງນີ້ ບໍ່ໄດ້ມາເພື່ອການສະແດງໃນຖານະສິນລະປິນແຕ່ຢ່າງໃດ ແຕ່ມາເພື່ອຮັບຕໍາແໜ່ງ “ທູດສັນທະວະໄມຕີ” ຂອງອົງການສະຫະປະຊາຊາດ (UNICEF) ປະຈໍາພາກພື້ນອາຊີ ແລະ ປາຊີຟິກ ໃນງານ ກອງປະຊຸມ ລະດັບສູງ ໂອກາດວັນຄົບຮອບ 30 ປີ ສົນທິສັນຍາ ວ່າດ້ວຍ ສິດທິເດັກ Lao …

Read More »