ຄໍລໍາ: His Mind ສໍາພາດ ນາຍແບບ, ນັກຮ້ອງ ແລະ ນັກສະແດງ ແລະ ນັກສຶກສາ Degree ປະລິນຍາໂທ 2 ສາຂາ ຈາກປັກກິ່ງ (ປະເທດຈີນ) ວັນນະສິນ ສີສົມບັດ (ເທເລີ) ທີ່ມາພ້ອມມາດເຂັ້ມໆ, ຄວາມສາມາດຫຼາກຫຼາຍ ແລະ ຍັງຮຽນເກັ່ງນໍາອີກ. ທີ່ເຊື່ອວ່າຫຼາຍຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີ ເພາະຜົນງານຫຼ້າສຸດທີ່ໜຸ່ມ ເທເລີ ໄດ້ຮັບກໍຄືເປັນ ພິທີກອນ ໃນລາຍການຊື່ດັງຄື: The Featuring ນັ້ນເອງ ແລະ ຜົນງານເກົ່າທີ່ຫຼາຍຄົນອາດຈະຍັງບໍ່ລືມກັບບົດບາດການເປັນນັກຮ້ອງໃນຖານະ 4 ໜຸ່ມເຈົ້າຊູ້ ວົງເອັມແມັກ (MMAQ) ເພງ “ບໍ່ຕ້ອງບອກໃຫ້ລືມ” ທີ່ເຄີຍໂດ່ງດັງເມື່ອ 2-3 ປີກ່ອນ ແລະ ມາແຍກເປັນຄູ່ຫູດູໂອ ເທເລີ & ບອຍ ຜົນງານເພງ “ເວດມົນ” …
Read More »ໄວໜຸ່ມ
ພິທີມອບລາງວັນ ໃຫ້ທີມຊະນະເລີດການແຂ່ງຂັນວິດີໂອສັ້ນ ຊາວໜຸ່ມອາຊຽນ
ໃນວັນທີ 21 ກັນຍາ 2017, ທີ່ ກະຊວງການຕ່າງປະເທດ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປເທດ, ຜູ້ຕາງໜ້າຂອງ ສປປ ລາວ ປະຈໍາຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ (AICHR) ໄດ້ເປັນປະທານ ໃນພິທີມອບລາງວັນ ແຂ່ງຂັນວິດີໂອສັ້ນຊາວໜຸ່ມອາຊຽນ ລະດັບປະເທດ ພາຍໃຕ້ຫົວຂໍ້: “ອາຊຽນຕ້ານການຄ້າມະນຸດ: ມະນຸດບໍ່ໄດ້ມີເພື່ອຂາຍ”,ໂດຍການເຂົ້າຮ່ວມ ຂອງຄະນະກົມອາຊຽນ, ບັນດາຄະນະກຳມະການ ຕັດສິນການແຂ່ງຂັນ, ຕາງໜ້າຈາກກະຊວງ ປ້ອງກັນຄວາມສະຫງົບ, ສູນກາງສະຫະພັນແມ່ຍິງລາວ ແລະ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພາກສ່ວນທີ່ກ່ຽວຂ້ອງ. ທີມທີ່ໄດ້ຮັບລາງວັນຊະນະເລີດອັນດັບ 1 ໃນການແຂ່ງຂັນໃນຄັ້ງນີ້, ໄດ້ແກ່ທີມ “Me-O” ໄດ້ຮັບລາງວັນເປັນເງິນສົດ ຈາກ ຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ …
Read More »ຜົນສອບເສັງ ການທະນາຄານ ແລະ ການເງິນ-ການບັນຊີ
ມື້ນີ້ແອັດນໍາເອົາຂ່າວດີມາຝາກ… ສໍາລັບນ້ອງໆຄົນໃດທີ່ຜ່ານມາໄດ້ໄປສອບເສັງຄັດເລືອກເພື່ອເຂົ້າສຶກສາ ຢູ່ທີ່ສະຖາບັນທະນາຄານ ໃນສົກຮຽນ 2017-2018 ທີ່ເສັງໃນຄັ້ງວັນທີ 26 ສິງຫາ 2017 ຜ່ານມານັ້ນ ມາອ່ານທາງນີ້ເລີຍ ເພາະແອັດໄດ້ນໍາເອົາຜົນສອບເສັງຂອງ ສາຂາ ການເງິນ-ການບັນຊີ (ຊັ້ນສູງ) ແລະ ສາຂາ ການທະນາຄານ (ຊັ້ນສູງ) ມາຝາກ ແຕ່ຈະມີຊື່ນ້ອງໆຄົນໃດແດ່ນັ້ນໄປເບິ່ງພ້ອມໆກັນເລີຍ!!!! ສາຂາ ການເງິນ-ການບັນຊີ ສາຂາ ການທະນາຄານ. Cr: ຂ່າວສານສະຖາບັນການທະນາຄານ
Read More »ຮູບພາບງາມໆຂອງນັກສຶກສາໃນມື້ສໍາເລັດການສຶກສາ
ມື້ນີ້ກໍເປັນວັນສຸກມື້ທ້າຍອາທິດແລ້ວ ແລະ ທ້າຍອາທິດແບບນີ້ ແອັດກໍມີເລື່ອງມາເມົ້າມອຍເລື່ອງຊາວບ້ານຕາມເຄີຍ…ເຮີຍ!!…ບໍ່ແມ່ນເວົ້າຜິດ ແອັດຊິມາເວົ້າເຖິງສາວທີ່ມີຄວາມງົດງາມ ເວລາໃສ່ຊຸດນັກສຶກສາແບບເຕັມຊຸດ ໃນມື້ທີ່ໄດ້ສໍາເລັດການສຶກສາ ນັ້ນກໍຄືມື້ທີ່ຮັບໃບປະກາສະນີຍະບັດນັ້ນເອງ ແລະ ມື້ນີ້ແອັດໄດ້ຮວບຮວມເອົາຮູບພາບສ່ວນໜຶ່ງຂອງໜຸ່ມໆສາວໆທີ່ໜ້າຮັກທັງຫຼາຍ ມາຝາກໃຫ້ແຟນໄດ້ເບິ່ງ ເພື່ອວ່າແຟນໆຄົນໃດທີ່ກຽມຮັບໃບປະກາດ ແລະ ຢາກຖ່າຍຮູບໃນມື້ສໍາຄັນໃຫ້ອອກມາແນວໃດໃຫ້ງົດງາມນັ້ນ ເຮົາໄປເບິ່ງພ້ອມໆກັນເລີຍ!!! ຮູບພາບ: B.noonoo.b photokit, ມັກຖ່າຍ, Feelimage, TUDSANYLARN…
Read More »ລວມຮູບພາບງາມໆຂອງບັນດາສາວໆ ທີ່ໄປເຮັດບຸນ ໃສ່ບາດຢາດນໍ້າ
ສະບາຍດີ ແຟນໆຂວັນໃຈທີ່ໜ້າຮັກ ມື້ນີ້ກໍເປັນມື້ດີອີກມື້ໜຶ່ງຄືດັ່ງທີ່ເຮົາຮູ້ນັ້ນແຫຼະເນາະ!! ວ່າໃນແຕ່ລະປີທີ່ກົງກັບ ມື້ຂຶ້ນ 15 ຄໍ່າ ເດືອນ 10 ( ເດືອນລາວ ) ກໍຈະແມ່ນເປັນມື້ບຸນຫໍ່ເຂົ້າສະຫຼາກນັ້ນເອງ ພໍແຕ່ຕື່ນເຊົ້າຂຶ້ນມາທຸກຄົນກໍກະກຽມໄປໃສ່ບາດຢາດນໍ້າ, ຟັງເທດຟັງທໍາ ຢູ່ຕາມວັດ…ແລ້ວແຟນໆຂວັນໃຈເດ້ໄດ້ໄປໃສ່ບາດຢາດນໍ້າແດ່ບໍ…ມື້ນີ້ແອັດກໍເລີຍລວມເອົາ ຮູບພາບງາມໆຂອງບັນດາສາວໆ ທີ່ໄປເຮັດບຸນ ໃສ່ບາດຢາດນໍ້າ ໃນແຕ່ລະເທສະການງານບຸນຕ່າງໆມາຝາກໄປເບິ່ງກັນເລີຍ!! ຮູບພາບ: IGLAO, beautiful_girls_of_laos
Read More »