Breaking News

ໄວໜຸ່ມ

ແຫ່ແຊຣສະໜັ່ນໂລກອອນລາຍ ກັບຄລິບສາວນ້ອຍ Net Idol ນັກຮຽນເກັ່ງ!!!

ນ້ອງໆຄົນໃດທີ່ຍັງງົງກັບຊີວິດ ຫຼັງຈາກຮຽນຈົບ ມໍ7 ແລ້ວບໍ່ຮູ້ຈະເລືອກຮຽນຢູ່ໃສ? ລອງປະຕິບັດຕາມຄຳແນະນຳດີໆຈາກສາວນ້ອຍໜ້າຮັກ  NET IDOL ນັກຮຽນເກັ່ງຄົນນີ້ເບິ່ງເດີ້! ຫຼັງຈາກສອບເສັງຈົບຊັ້ນແລ້ວ ກໍ່ເປັນໄລຍະເວລາສຳຄັນທີ່ສຸດ ສໍາລັບນັກຮຽນທົ່ວປະເທດ ທີ່ຈະຊອກຫາ, ຄົ້ນຫາຂໍ້ມູນ ໃນການເລືອກມະຫາວິທະຍາໄລ ທີ່ເໝາະສົມທີ່ສຸດທີ່ຈະສືບຕໍ່ສຶກສາຫາຄວາມຮູ້ໃນລະດັບທີ່ສູງຂຶ້ນ. ບໍ່ວ່າປັດຈຸບັນ ຫຼື ອາດີດ, ກັບໄວເຍົາຄືແນວນີ້ ແມ່ນຕ້ອງປະເຊີນກັບຄວາມກົດດັນຢ່າງໜັກ ຍ້ອນບໍ່ມີປະສົບການພຽງພໍທີ່ຈະຕັດສິນໃຈດ້ວຍຕົວເອງ ວ່າຄວນຮຽນຢູ່ໃສ. ທຸກຄົນຄືຊິຄຸ້ນຫູຄຸ້ນຕາ ສາວນ້ອຍໜ້າຮັກ net idol “AmlexLungsee”, ທີ່ຄ່ອງແຄ້ວ 4 ພາສາ  ທັງເປັນຊາວໜຸ່ມທີ່ໄດ້ສ້າງແຮງບັນດານໃຈໃຫ້ໄວໜຸ່ມລາວທົ່ວປະເທດ. ບໍ່ນານມານີ້ AmlexLungseeກໍ່ໄດ້ແບ່ງປັນປະສົບການ ແລະ ຄຳແນະນຳໃນການເລືອກມະຫາວິທະຍາໄລທີ່ເໝາະສົມທີ່ສຸດແກ່ພວກເຮົາ, ໃນ Amlex Journey ກັບວິດີໂອລ້າສຸດ. ການເລືອກສາຍຮຽນ ຫຼື ມະຫາວິທະຍາໄລໃດໜຶ່ງ ແມ່ນໜຶ່ງໃນການຕັດສິນໃຈຄັ້ງດຽວໃນຊີວິດຂອງທຸກຄົນ ເພາະມັນຈະເປັນພື້ນຖານທາງເດີນອັນທຳອິດເລີ່ມຈາກການເປັນນັກສຶກສາ ຈົນກ້າວຂຶ້ນສູ່ພະນັກງານ. ຈາກຂໍ້ມູນພົບວ່າບໍ່ພຽງແຕ່ນັກຮຽນ ທີ່ບາງຄັ້ງກໍ່ຄາເຄິ່ງໆກາງໆໃນການຕັດສິນໃຈເລືອກທາງເດີນຫຼັງຈາກຮຽນຈົບ ແຕ່ຍັງລວມທັງຜູ້ປົກຄອງອີກດ້ວຍ.  ສ່ວນຫຼາຍ ທຸກຄົນແມ່ນມີແນວໂນ້ມທີ່ເນັ້ນໃສ່ຊິວິດພາຍໃນຮົ້ວມະຫາວິທະຍາໄລວ່າຈະເປັນແນວໃດ, ແຕ່ສິ່ງທີ່ຄວນເອົາໃຈໃສ່ແມ່ນຊີວິດຫຼັງຈາກໄດ້ຮັບໃບປະລິນຍາ. Kuanjai ເອງກໍ່ບໍ່ພາດໂອກາດທີ່ຈະສອບຖາມ Amlex …

Read More »

ເກີດຫຍັງຂຶ້ນເມື່ອສາວແກ້ວຕາໂພສແບບນີ້ໃນເຟສບຸກຈົນເຮັດໃຫ້ສິນລະປິນເພື່ອນບ້ານເຂົ້າມາ…

ອຸ້ຍໆໆໆ…ເນັດໄອດໍ້ຄົນດັງຂອງລາວເຮົາບໍ່ທໍາມະດາ ນ້ອງແກ້ວຕາ ພອນປະເສີດ ຫຼັງຈາກທີ່ນາງໄດ້ໂພສຮູບ ຕອນທີ່ນາງກໍາລັງໃຫ້ໝູ່ເພື່ອນແຈກລາຍເຊັນໃສ່ເສື້ອຫຼັງຈາກທີ່ເສັງມໍ 7 ແລ້ວ ລົງໃນເຟສບຸກສ່ວນຂອງນາງ ແຕ່ສິ່ງທີ່ຄິດບໍ່ເຖິງກໍ່ເກີດຂຶ້ນ ເມື່ອມີສິນລະປິນໜຸ່ມຫຼໍ່ຄົນດັງຜູ້ມີຄວາມສາມາດຫຼາຍໆດ້ານ ຂອງປະເທດເພື່ອນບ້ານເຂົ້າມາກົດໄລ໌ໃຫ້ ເຊິ່ງເຮັດໃຫ້ເປັນທີ່ຮືຮາຂອງບັນດາແຟນຄັບທັງປະເທດເຮົາ ແລະ ປະເທດເພື່ອນບ້ານອີກ ເຊິ່ງໜຸ່ມຫຼໍ່ໜ້າຕາດີ ທີ່ແອດເວົ້າເຖິງນີ້ເປັນເຈົ້າຂອງເພງດັງທີ່ໃຜກໍຮ້ອງໄດ້ ນັ້ນກໍຄື ໜຸ່ມເບີ້ນ ປະທຸມຣາດ ເຈົ້າຂອງບົດເພງ ອ້າຍມີເຫດຜົນ ນັ້ນເອງ ວ້າວໆໆ…ດັງຂ້າມປະເທດເລີຍ ແລະ ໄດ້ມີເພສດັງຂອງປະເທດເພື່ອນບ້ານເຮົາກໍ່ໄດ້ເວົ້າເຖິງສາວແກ້ວຕາແບບນີ້ອີກ.

Read More »

ຫຼັງຈາກເສັງຈົບຊັ້ນແລ້ວໃຜເຄີຍເຮັດແນວນີ້ແດ່!

ການເສັງຈົບຊັ້ນຂອງນ້ອງໆນັກຮຽນມໍ 7 ລຸ້ນທີ 7 ປີ 2017 ( ປາໂທເລກງາມແທ້ 777 ) ກໍ່ເປັນອັນວ່າສໍາເລັດໄປແລ້ວເນາະ ແຕ່ຍັງບໍ່ຮູ້ວ່າຜົນການສອບເສັງຊິອອກມາເປັນແບບໃດ. ມື້ວານເປັນມື້ສຸດທ້າຍຂອງການສອບເສັງ ຫຼັງຈາກສອບເສັງແລ້ວບັນດານ້ອງໆຮັກຮຽນມໍ 7 ທັງຫຼາຍຕ່າງກໍພາກັນດີໃຈ ແຈກລາຍເຊັນ, ຂຽນຄວາມຮູ້ສຶກ…ໃສ່ເສື້ອໃຫ້ກັນໄປຕ່າງໆນາໆ ( ສະໄໝຕອນແອດຮຽນຈົບກໍແຈກລາຍເຊັນປານດາລາພຸ້ນແຫຼະ…555 ). ຕໍ່ຈາກນີ້ໄປກໍເລີ່ມກ້າວເຂົ້າຮົ້ວຂອງການສຶກສາໄປເປັນໜຸ່ມໆສາວໆມະຫາໄລແລ້ວ ແຕ່ທີ່ຍັງເຫຼືອໄວ້ກໍຄືມິດຕະພາບ ແລະ ຄວາມຊົງຈໍາທີ່ດີທີ່ມີໃຫ້ກັນ ຫຼື ລາຍເຊັນຢູ່ເສື້ອ…555. ແອດໄດ້ນໍາເອົາຮູບພາບຄວາມປະທັບໃຈຂອງນ້ອງໆນັກຮຽນ ແລະ ບົດເພງມ່ວນໆມາຝາກ!! #ຖ້າໃຜຄິດຮອດສະໄໝຕອນເປັນນັກຮຽນມໍ 7  ຫຼື ມີຮູບໃຜຢ່າລືມແຊໄປໃຫ້ທຸກຄົນໄດ້ຮູ້!! ບົດເພງ: ລາຍເຊັນ ມໍ 7 ສິນລະປິນ: MiXERS

Read More »