Breaking News

ໄວໜຸ່ມ

ຊົມເຊີຍເກັ່ງຫຼາຍ!! ເດັກນ້ອຍລາວຍາດໄດ້ 4 ລາງວັນຈາກການແຂ່ງຂັນຮູບເງົາ ວີດີໂອເດັກນ້ອຍ-ຊາວໜຸ່ມ ອາຊຽນ ທີ່ກໍາປູເຈຍ…

ຊົມເຊີຍເກັ່ງຫຼາຍ!! ເດັກນ້ອຍລາວຍາດໄດ້ 4 ລາງວັນຈາກການແຂ່ງຂັນຮູບເງົາ ວີດີໂອເດັກນ້ອຍ-ຊາວໜຸ່ມ ອາຊຽນ ທີ່ກໍາປູເຈຍ… ສະບາຍດີ! ຕ້ອນສູ່ເດືອນທັນວາ ເດືອນສຸດທ້າຍຂອງປີ 2019 ຂໍໃຫ້ເປັນເດືອນແຫ່ງຄວາມສຸກ ສົມຫວັງ ຂອງຄົນລາວທຸກຄົນເດີ້!!! ແລະ ມື້ນີ້ຂວັນໃຈເອງກໍມີຂ່າວດີ ຂ່າວແຫ່ງຄວາມສຸກສົມຫວັງຂອງຄົນລາວມາຕ້ອນເພື່ອເອົາໂຊກເອົາໄຊໃຫ້ກັບເດືອນສຸດທ້າຍຂອງປີກັນກ່ອນ ຂ່າວດີທີ່ຈະມາຕ້ອນແຟນໆໃນມື້ນີ້ກໍຄືຂ່າວຈາກເວທີ ການແຂ່ງຂັນຮູບເງົາ ວີດີໂອ ເດັກນ້ອຍ-ຊາວໜຸ່ມ ອາຊຽນຄັ້ງທີ່ 3 ທີ່ປະເທດ ກໍາປູເຈຍ ເປັນເຈົ້າພາບ ແລະ ໄດ້ປະກາດຜົນລາງວັນໄປເມື່ອວັນທີ 30 ພະຈິກ ທີ່ຜ່ານມານີ້ ເຊິ່ງຜົນການຕັດສິນອອກມາກໍປາກົດວ່າ ເດັກນ້ອຍຕົວແທນຈາກປະເທດລາວເຮົາສາມາດຍາດໄດ້ເຖິງ 4 ລາງວັນດ້ວຍກັນ ເຊິ່ງປະກອບດ້ວຍ: 1.​​ ຮູບເງົາສັ້ນເລື່ອງ “ເພື່ອນຮັກ” ​ໄດ້ຮັບລາງວັນຄະນະກຳມະການເດັກນ້ອຍ(Kids’ choice AWARD)​ ປະເພດຮູບເງົາເດັກນ້ອຍ 2.​ ຮູບເງົາສັ້ນເລື່ອງ​” ໂຮງຮຽນຄືຮັກເປັນໜຶ່ງດຽວຂອງຂ້ອຍ…​’ ໄດ້ຮັບລາງວັນຍອດນິຍົມ( Heart AWARD)​ປະເພດຮູບເງົາເດັກນ້ອຍ 3. …

Read More »

ສຸດຍອດນໍ້າໃຈ!!! ນິກາໂນ ເດັກຊາຍອາຍຸ 12 ປີ ສ້າງໂຮງຮຽນເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດໄດ້ຮຽນໜັງສືຟຣີ…

ສຸດຍອດນໍ້າໃຈ!!! ນິກາໂນ ເດັກຊາຍອາຍຸ 12 ປີ ສ້າງໂຮງຮຽນເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດໄດ້ຮຽນໜັງສື ຟຣີ… ແອັດມິ້ນເຫັນຂ່າວນີ້ແລ້ວອົດຍິ້ມທັງນໍ້າຕາບໍ່ໄດ້ ເພາະມັນຮູ້ສຶກໄດ້ເຖິງຄວາມມີນໍ້າໃຈອັນຫາໃສປຽບບໍ່ໄດ້ ເພາະເດັກນ້ອຍອາຍຸພຽງ 12 ປີ ແຕ່ມີຄວາມຄິດຄວາມອ່ານ ແລະ ມີນໍ້າໃຈເອຶ້ອເຟື້ອເພື່ອແຜ່ເພື່ອນມະນຸດດ້ວຍກັນຂະໜາດນີ້ ແອັດມິ້ນບໍ່ຮູ້ຈະຍົກຄໍາໃດຂຶ້ນມາຍົກຍໍສັນເສີນເຈົ້າໄດ້ດີໄປກວ່າຄໍາວ່າ ສຸດຍອດນໍ້າໃຈ ພ້ອມທັງຂຽນເລື່ອງລາວເຜີຍແຜ່ໃຫ້ຜູ້ໃຫຍ່ຫຼາຍໆຄົນໄດ້ອ່ານ… ເຊິ່ງເລື່ອງລາວທີ່ແອັດມິ້ນຈະມາເລົ່າຕໍ່ໄປນີ້ ຢາກໃຫ້ທຸກຄົນທີ່ໄດ້ອ່ານ ຄິດເຖິງພາບຕົວເອງຕອນອາຍຸ 12 ປີ ວ່າເຮັດຫຍັງຢູ່ ແລ້ວເຈົ້າຈະຮູ້ໄດ້ເຖິງຄວາມສຸດຍອດຂອງເດັກນ້ອຍຄົນນີ້ ທ້າວ ນິກາໂນ ກິນເຕໂຣສ (Nicanor Quinteros) ໜຸ່ມນ້ອຍອາຍຸ 12 ປີ ຈາກປະເທດ ອາເຈນຕີນ່າ ທີ່ໄດ້ກໍ່ສ້າງໂຮງຮຽໜຂອງຕົວເອງຂຶ້ນມາ ເພື່ອໃຫ້ເດັກນ້ອຍທີ່ທຸກຍາກ ໄດ້ຮັບໂອກາດໃນການເຂົ້າເຖິງການສຶກສາ ຄືທີ່ລາວເຄີຍໄດ້ຮັບໂອກາດ. ໂດຍຈຸດເລີ່ມຕົ້ນຂອງແນວຄວາມຄິດອັນຍິ່ງໃຫຍ່ນີ້ ແມ່ນເກີດຂຶ້ນຕັ້ງແຕ່ຕອນທີ່ລາວມີອາຍຸພຽງ 9 ປີ ເພາະເຫັນວ່າ ເດັກນ້ອຍຫຼາຍຄົນໃນຂົງເຂດທີ່ຕົນເອງອາໄສຢູ່ ບໍ່ມີໂອກາດໄດ້ຮຽນໜັງສື ເນື່ອງຈາກບັນດາຄອບຄົວທີ່ອາໄສຢູ່ເຂດນັ້ນເປັນຄອບຄົວທຸກຍາກ ບາງຄອບຄົວກໍບໍ່ມີທີ່ຢູ່ອາໄສ… ນິກາໂນ ແລະ ຍ່າຂອງລາວຈຶ່ງໄດ້ຮ່ວມກັນສ້າງໂຮງຮຽນທີ່ຢູ່ໃນສວນຫຼັງບ້ານ …

Read More »

ໂອ໊ຍ ລູກກກ!! ເມື່ອພໍ່ຟຣຸກ-ແມ່ແອັບເປິ່ນ ຈັບນ້ອງຈູນີ່ ມາຖ່າຍແບບເປັນຄັ້ງທໍາອິດ ບອກໄດ້ເລີຍວ່າງານນີ້ປ້າໆ ນ້າໆໃຈລະລາຍໄປຕາມໆກັນເລີຍຈ່າ…

ໂອ໊ຍ ລູກກກ!! ເມື່ອພໍ່ຟຣຸກ-ແມ່ແອັບເປິ່ນ ຈັບນ້ອງຈູນີ່ ມາຖ່າຍແບບເປັນຄັ້ງທໍາອິດ ບອກໄດ້ເລີຍວ່າງານນີ້ປ້າໆ ນ້າໆໃຈລະລາຍໄປຕາມໆກັນເລີຍຈ່າ… ເອີ້ນໄດ້ວ່າເປັນພໍ່ແມ່ມືໃໝ່ທີ່ກໍາລັງເຫີ່ລູກຢ່າງໜັກເລີຍ ສໍາລັບພໍ່ຟຣຸກ ແລະ ແມ່ແອັບເປິ່ນ ທີ່ຫາກໍໃຫ້ກໍາເນີດລູກສາວ ນ້ອງຈູນີ່ ຄົບຮອບ 8 ມື້ (ມື້ວານນີ້) ໂດຍທັງສອງນັ້ນກໍໄດ້ອັບເດດພັດທະນາການຄວາມໜ້າຮັກຂອງ ນ້ອງຈູນີ່ ອອກມາຜ່ານ ເພຈເຟສບຸກສ່ວນຕົວໃຫ້ ແມ່ໆ ປ້າໆ ນ້າໆ ໄດ້ຕິດຕາມຢູ່ເປັນປະຈໍາ ແລະ ນ້ອງຈູນີ່ເອງກໍເປັນເດັກນ້ອຍທີ່ໜ້າຮັກ ໜ້າຊັງເປັນທີ່ສູດດດດ. ແຕ່ສິ່ງທີ່ເຮັດໃຫ້ປ້າໆ ນ້າໆໃຈລະລາຍ ແລະ ຫຼົງໃນຄວາມໜ້າຮັກຂອງ ນ້ອງຈູນີ່ ຫຼາຍຂຶ້ນຕຶ່ມ ເມື່ອພໍ່ຟຣຸກ-ແມ່ເປິ່ນ ຈັບນ້ອງມາຖ່າຍແບບເປັນຄັ້ງທໍາອິດ ຫຼັງຈາກຄົບຮອບ 8 ມື້. ແຕ່ລະຮູບບໍ່ມີຄໍາບັນຍາຍໄດ້ເຖິງຄວາມໜ້າຮັກຂອງນ້ອງ ຮູ້ແຕ່ວ່າເບິ່ງຮູບໃດລະຕ້ອງຍິ້ມນໍາຢູ່ຕະຫຼອດ. ເຊິ່ງມື້ນີ້ແອັດມິ້ນຈະນໍາເອົາພາບດັ່ງກ່າວໆມາຕ້ອນແຟນໆຂວັນໃຈ ແລະ FC ນ້ອງຈູນີ່ ໃຈລະລາຍນໍາກັນ… ໄປເບິ່ງກັນເລີຍ!!!      ຂອບໃຈຮູບພາບຈາກ: Fluke …

Read More »

ການເສຍຊີວິດຂອງ “ຄູ ຮາຣາ” ອາດີດນັກຮ້ອງວົງ KARA Girls Group ຊື່ດັງຂອງເກົາຫລີໃຕ້ ສື່ໃຫ້ເຫັນເຖິງສັງຄົມທີ່ຜູ້ຊາຍເປັນໃຫຍ່… 

ການເສຍຊີວິດຂອງ “ຄູ ຮາຣາ” ອາດີດນັກຮ້ອງວົງ KARA Girls Group ຊື່ດັງຂອງເກົາຫລີໃຕ້ ສື່ໃຫ້ເຫັນເຖິງສັງຄົມທີ່ຜູ້ຊາຍເປັນໃຫຍ່…  ຖືວ່າເປັນຂ່າວທີ່ເສົ້າສະລົດໃຈ ແລະ ສະເທືອນວົງການ K-Pop ຢ່າງແຮງ ກັບຂ່າວການເສຍຊີວິດຂອງ ອາດີດນັກຮ້ອງ Girls Group ຊື່ດັງຂອງເກົາຫຼີໃຕ້ ຄື ສາວ ຮາຣາ ທີ່ຜ່ານມາ ແລະ ສິ່ງທີ່ມາກັບຄວາມເສົ້າສະລົດໃຈນີ້ ກໍຄືຄໍາຖາມທີ່ເກີດຂຶ້ນຫຼາກເຖິງສາເຫດການເສຍຊີວິດດັ່ງກ່າວ. ແລະ ເຖິງວ່າຜົນການພິສູດສົບອອກມາຢ່າງຊັດເຈນແລ້ວ ແຕ່ທາງຕໍາຫຼວດຂອງເກົາຫຼີໃຕ້ໄດ້ລະບຸເຖິງຈົດໝາຍທີ່ພົບເຫັນເທິງໂຕະທີ່ຂຽນດ້ວຍລາຍມືຂອງ ຮາຣາ ນັ້ນມີເນື້ອໃນເວົ້າເຖິງຄວາມເຈັບປວດທີ່ແສນສາຫັດໃນຊີວິດຂອງລູກຜູ້ຍິງຄົນໜຶ່ງ… ແລະນີ້ກໍບໍ່ແມ່ນຄັ້ງທໍາອິດທີ່ນາງຄິດຈະຂ້າຕົວຕາຍ ເພາະເມື່ອວັນທີ 27 ພຶດສະພາ 2019 ນາງກໍເຄີຍພະຍາຍາມຂ້າຕົວຕາຍແລ້ວ ພ້ອມກັບໂພສຂໍ້ຄວາມໃນ IG ວ່າ “ລາກ່ອນ” ແຕ່ຄັ້ງນັ້ນຕໍາຫຼວດເຂົ້າໄປຊ່ວຍເຫຼືອໄວ້ໄດ້ທັນ. ຫຼັງຈາກນັ້ນນາງກໍໄດ້ໂພສຂໍ້ຄວາມ ຂໍໂທດແຟນໆທີ່ເຮັດແບບນັ້ນລົງໄປໂດຍລະບຸວ່າ “ນາງຮູ້ສຶກເຈັບປວດກັບຫຼາຍສິ່ງຫຼາຍຢ່າງໃນຊີວິດ” ແລະ ເມືຶ່ອຍ້ອນກັບໄປເມື່ອປີ 2018 ຮາຣາ ເຄີຍມີ …

Read More »

ສຸດຍອດໄປເລີຍ! ໂຮງຮຽນ ແກ້ວປັນຍາ ປະກາດເປັນໂຮງຮຽນປອດພລາສຕິກ ເປັນແຫ່ງທໍາອິດໃນປະເທດລາວ…

ສຸດຍອດໄປເລີຍ! ໂຮງຮຽນ ແກ້ວປັນຍາ ປະກາດເປັນໂຮງຮຽນປອດພລາສຕິກ ເປັນແຫ່ງທໍາອິດໃນປະເທດລາວ… ຖືໄດ້ວ່າປະສົບຄວາມສຳເລັດ ດັ່ງທີ່ຜູ້ອຳນວຍການເພີ່ນໄດ້ຕັ້ງໄວ້ ແລະ ເປັນແບບຢ່າງໃຫ້ແກ່ໂຮງຮຽນແຫ່ງອື່ນໆ ທີ່ຫັນມາເອົາໃຈໃສ່ ແລະ ຮັກສາສິ່ງແວດລ້ອມ, ຫຼຸດນຳໃຊ້ເຄື່ອງພລາສຕິກທີ່ບໍ່ຈຳເປັນ ຫັນມານຳໃຊ້ສິ່ງທີ່ສາມາດປະດິດຂຶ້ນເອງໄດ້ ດ້ວຍການນຳໃຊ້ເຄື່ອງຂອງທຳມະຊາດ ທີ່ມີຢູ່ ມາໝູນໃຊ້ໃຫ້ເກີດປະໂຫຍດ, ທັງນີ້ ກໍ່ເພື່ອເປັນການຮັກສາຄວາມສະອາດ ແລະ  ຫຼຸດພາວະໂລກຮ້ອນໄດ້ອີກດ້ວຍ! ຊົມເຊີຍ ທີ່ປະຕິບັດໄດ້ສຳເລັດ ແລະ ຫວັງວ່າ ຈະເປັນແບບຢ່າງທີ່ດີໃຫ້ແກ່ໂຮງຮຽນແຫ່ງອື່ນໆ ໄດ້ນຳເອົາປະປະຕິບັດ. ທ່ານ ຄໍາແກ້ວ ອຸນນານົງນຸດ ເປັນອໍານວຍການໂຮງຮຽນ ຜູ້ທີ່ມີແນວຄິດລິເລີ່ມທີ່ດີໃນການຢາກເຫັນສິ່ງແວດລ້ອມສວຍງາມ, ໜ້າຢູ່ຄູ່ຄົນເຮົາໄປຕະຫຼອດຈຶ່ງໄດ້ມີວິໄສທັດ ແນວຄິດໃນການປູກຈິດສໍານຶກ ແລະ ຝຶກວິໄນໃຫ້ແກ່ນ້ອງໆ ນັກຮຽນ ແລະ ຄູອາຈານ ໃນໂຮງຮຽນ ໃນການປະກອບສ່ວນຮັກສາສິ່ງແວດລ້ອມ ບໍ່ວ່າຈະເປັນການເກັບກະຕຸກທີ່ໃຊ້ແລ້ວມາປະດິດເປັນສິ່ງຕ່າງ ໂດຍເລີ່ມທົດລອງ ໃຫ້ນັກຮຽນ ເອົາວັດຖຸ (ໄມ້ໄຜ່) ທີ່ມີຈາກທໍາມະຊາດມາຜະລິດເປັນຈອກ ແລະ ທໍ່ດູດ ແທນພລາສຕິກ. …

Read More »