Breaking News

ໄວໜຸ່ມ

ຄົນມີຄູ່ຄວນອ່ານ! 5 ວິທີງ່າຍໆ ທີ່ເຮັດໃຫ້ຊີວິດຄູ່ຫວານຂຶ້ນ… ແລ້ວບັນຫາມືທີ 2-3-4 ຈະບໍ່ມີມາໃຫ້ເຈັບຫົວ!!!

ຄົນມີຄູ່ຄວນອ່ານ! 5 ວິທີງ່າຍໆ ທີ່ເຮັດໃຫ້ຊີວິດຄູ່ຫວານຂຶ້ນ… ແລ້ວບັນຫາມືທີ 2-3-4 ຈະບໍ່ມີມາໃຫ້ເຈັບຫົວ!!! ສາວໆ ຖ້າຈະເວົ້າເຖິງຄວາມຮັກແລ້ວ ມັນອາດຈະເປັນສິ່ງສວຍງາມສໍາລັບຫຼາຍຄົນ ແຕ່ມັນອາດຈະເປັນສິ່ງທີ່ເປັນຕາຢ້ານສໍາລັບບາງຄົນ ບາງຄົນໃນຊີວິດບໍ່ເຄີຍສົມຫວັງກັບຄວາມຮັກເລີຍ ບາງຄົນຖືກທໍາຮ້າຍຈິດໃຈມານັບຄັ້ງບໍ່ຖ້ວນ ຈົນເຮັດໃຫ້ເຄັດຫຼາບກັບຄວາມຮັກ ເມື່ອມີຮັກອີກຄັ້ງກໍເຮັດໃຫ້ລະແວງ, ຄິດຫຼາຍຈົນບໍ່ມີຄວາມສຸກໃນຊີວິດຄູ່… ແຕ່ສາວໆ ຖ້າໃຜທີ່ກໍາລັງພົບກັບຄວາມກັງວົນນີ້ຢູ່ ມື້ນີ້ ຂວັນໃຈເລີຍຢາກຈະມາຊ່ວຍສາວໆແກ້ໄຂບັນຫາຄວາມກັງວົນດ້ວຍການແນະນໍາ 5 ວິທີ ເຄັດ (ບໍ່) ລັບທີ່ຈະເຮັດໃຫ້ຄົນຮັກຂອງເຈົ້າ ຮັກເຈົ້າຫຼາຍຂຶ້ນ ແລະ ໝົດກັງວົນວ່າ ຄວາມຮັກຄັ້ງນີ້ຈະກັບໄປສູ່ຈຸດຈົບແບບເກົ່າໆອີກ ມາເບິ່ງກັນເລີຍ… ການໃຫ້ອະໄພ ສາວໆຈະສາມາດປະຄອງຄວາມຮັກ ໄປໄດ້ຕະຫຼອດຮອດຝັງ ກໍຕໍ່ເມື່ອຮູ້ຈັກຍົກໂທດໃຫ້ກັບຄົນທີ່ເຈົ້າຮັກ ເພາະລາວເອງກໍເປັນພຽງຄົນທຳມະດາຄົນໜຶ່ງທີ່ເຮັດຜິດໄດ້ສະເໝີ. ບໍ່ຄວນປະຊົດປະຊັນຊີວິດ ສາວໆ ເມື່ອໃດກໍຕາມທີ່ມີບັນຫາກັນ ຫ້າມເດັດຂາດເລີຍຄື ການປະຊົດຊີວິດດ້ວຍການລົມຄົນໃໝ່ເພື່ອເຮັດໃສ່ຄົນຮັກນັ້ນ ເພາະເປັນສິ່ງທີ່ເຮັດໃຫ້ລາວຕັດສິນໃຈໄປຈາກເຮົາໄດ້ໄວທີ່ສຸດ ເພາະມັນໃຊ້ບໍ່ໄດ້ກັບຄວາມຮູ້ສຶກ ຂອງຄົນທີ່ຮັກເຈົ້າແທ້ໆ ເອົາໃຈໃສ່ຕົວເອງຫຼາຍຂຶ້ນ ສາວໆ ເມື່ອມີຄູ່ ຫຼືມີຄອບຄົວແລ້ວກໍບໍ່ຄວນປ່ອຍຕົວ ຕ້ອງສ້າງຕົວເອງເຮັດໃຫ້ດູດີ ແລ້ວປ່ຽນມາເອົາໃຈໃສ່ໃນການແຕ່ງຕົວໃຫ້ງາມຢູ່ສະເໝີ ເພາະເຮົາບໍ່ແມ່ນຂອງຕາຍຂອງໃຜ… ປີ່ນໜ້າເຂົ້າຫາກັນ …

Read More »

ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ!!! ຊົມເຊີຍສາວນ້ອຍຄົນເກັ່ງ ນ້ອງປານີພອນ ຕົວແທນເດັກນ້ອຍຈາກທົ່ວໂລກ ໃນກອງປະຊຸມລະດັບໂລກ ທີ່ນິວຢອກ…

ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ!!! ຊົມເຊີຍສາວນ້ອຍຄົນເກັ່ງ ນ້ອງປານີພອນ ຕົວແທນເດັກນ້ອຍຈາກທົ່ວໂລກ ໃນກອງປະຊຸມລະດັບໂລກ ທີ່ນິວຢອກ… ເຫັນພາບແລ້ວພາກພູມໃຈຫຼາຍ ສໍາລັບ  ພາບຂອງສາວນ້ອຍ ນ້ອງ ປານີພອນ ວົງມາລາ ອາຍຸ 15 ປີ ນັກຮຽນຈາກ ໂຮງຮຽນ ມັດທະຍົມສົມບູນ ວຽງຈັນ ເປັນຕົວແທນເດັກນ້ອຍ ຈາກ ສປປ ລາວ ແລະ ເປັນຕົວແທນເດັກນ້ອຍຈາກທົ່ວໂລກ ຂຶ້ນນຳສະເໜີກ່ຽວກັບ ການສຶກສາ-ສິ່ງແວດລ້ອມ ແລະ ເປັນຜູ້ນຳທີມ ໃນການນຳສະເໜີ ໃນກອງປະຊຸມຂັ້ນສູງ Lao Generation 2030 ໃນກອງປະຊຸມໃຫຍ່ ໃນວັນເດັກໂລກ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນິວຢອກ ສະຫະລັດອາເມລິກາ ໃນວັນທີ 20 ພະຈິກ ທີ່ຜ່ານມາ. ໂດຍ ນາງ ປານີພອນ ກ່າວວ່າ: ກ່ອນທີ່ຈະໄປເຂົ້າຮ່ວມກອງປະຊຸມຄັ້ງສຳຄັນນີ້ ຕ້ອງກຽມຕົວສົມຄວນທັງໃນເລື່ອງຂໍ້ມູນ, ຄວາມຮູ້ ແລະ …

Read More »

ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ)

ເຊຍລາວ!!! ຮ່ວມສົ່ງກໍາລັງໃຈໃຫ້ ປຸກກີ່ ຕົວແທນນັກກິລາປັນສີລັກທີມຊາດລາວ ໃນຊີເກມ ຄັ້ງທີ 30 (ປະເທດ ຟີລິບປິນ) ໄລຍະນີ້ຖືເປັນໄລຍະສໍາຄັນຂອງນັກກິລາລະດັບຊາດຂອງບັນດາປະເທດໃນອາຊຽນ ເພື່ອກະກຽມໃນການລົງຊິງຂັນໃນ ມະຫາກໍາກິລາຊີເກມ ຄັ້ງທີ່ 30 ທີ່ຈະຈັດຂຶ້ນໃນວັນທີ 30 ພະຈິກ ຫາ 12 ທັນວາ 2019 ໂດຍເຈົ້າພາບ ປະເທດ ຟີລິບປິນ… ສະນັ້ນ ມື້ນີ້ແອັດມີ້ນກໍເລີຍຈະມາຊວນແຟນໆ ຂວັນໃຈ ແລະ ແຟນຄຣັບນັກກິລາມາຮ່ວມສົ່ງກໍາລັງໃຈໄປເຖິງນັກກິລາທີມຊາດທຸກໆຄົນ. ແລະ ຢາກຈະມາແນະນໍາໃຫ້ຮູ້ຈັກກັບ ນັກກິລາສາວປັນຈັກສີລັດ ສາວງາມຄົນນີ້ ນັ້ນກໍຄື ນ້ອງ ປຸກກີ່ ສະເຫຼີມບຸນຕາ ທີ່ເປັນຕົວແທນນັກກິລາໄປຮ່ວມແຂ່ງຂັນໃນງານ ມະຫາກໍາກິລາຊີເກມໃນຄັ້ງນີ້ ໃນປະເພດຟ້ອນດ່ຽວຍິງ ຫຼືລາຍການ tuggal ເຊິ່ງມີຄວາມໝັ້ນໃຈຢ່າງເຕັມຮ້ອຍເປີເຊັນ ຫຼັງໄດ້ຝຶກຊ້ອມໜັກໃນໄລຍະ 1 ເດືອນເຕັມກັບຄູຝຶກທີ່ປະສົບການລະດັບຂັ້ນສູງ ທີ່ສສ ຫວຽດນາມ ພ້ອມຈະນໍາເອົາທ່າຟ້ອນ 100 ທ່າ …

Read More »

ຜົນຈາກການສໍາຫຼວດບອກວ່າ!!! ຄວາມຮັກດີືໆ ສົ່ງຜົນດີຕໍ່ສຸຂະພາບຈິດທີ່ດີ ເຮັດໃຫ້ຄົນເຮົາປ່ຽນແປງຕົວເອງໄປໃນທາງທີ່ດີຂຶ້ນ…

ຜົນຈາກການສໍາຫຼວດບອກວ່າ!!! ຄວາມຮັກດີືໆ ສົ່ງຜົນດີຕໍ່ສຸຂະພາບຈິດທີ່ດີ ເຮັດໃຫ້ຄົນເຮົາປ່ຽນແປງຕົວເອງໄປໃນທາງທີ່ດີຂຶ້ນ… ສາວໆໄລຍະນີ້ຮູ້ສຶກວ່າຈະມີຂ່າວຄາວອອກມາຫຼາຍເຫຼືອເກີນກ່ຽວກັບຄວາມຮັກສາມເສົ້າ ຫຼືມີມືທີ 3 ເຂົ້າມາແຊກກາງລະຫວ່າງຄວາມຮັກຂອງ ຄູ່ຜົວເມຍ-ຄູ່ບ່າວສາວ ດັ່ງທີ່ຫຼາຍຄົນໄດ້ເຫັນຂ່າວຄາວຈາກສື່ສັງຄົມອອນລາຍ ແລະ ຕາມໂຊຊ່ຽວມີເດຍ ທີ່ມີຊາວເນັດມາໂພສເລົ່າເລື່ອງລາວຕົວເອງ ຫຼືເລື່ອງລາວຂອງຄົນໃກ້ຕົວ ຈົນເຮັດໃຫ້ສາວໂສດຫຼາຍຄົນເກີດຄວາມຢ້ານກົວຕໍ່ການມີຄູ່ຢູ່ບໍ່ໜ້ອຍ ແຕ່ຂ່າວກໍຄືຂ່າວຢາກໃຫ້ທຸກຄົນເສບຂ່າວຢ່າງມີສະຕິ ແລະ ຢາກບອກວ່າຜູ້ຊາຍກໍບໍ່ໄດ້ຄືກັນໝົດທຸກຄົນ ຖ້າລອງເປີດໃຈເຮົາອາດຈະເປັນຜູ້ໂຊກດີພົບຄົນດີໆກະໄດ້… ແລະ ຖ້າມີຮັກດີໆກໍຈະສົ່ງຜົນດີຕໍ່ຮ່າງກາຍ-ຈິດໃຈຂອງເຮົາເຊັ່ນກັນ. ສາວໆສັງເກດເຫັນບໍ່ວ່າ ຄົນມີຄວາມຮັກໜ້າຕາຈະສົດໃສ ເບີກບານ ເບິ່ງຄືເປັນ ເດັກນ້ອຍລົງ ນັ້ນອາດຈະເປັນຍ້ອນຄວາມຮັກທີ່ມັນສາມາດສົ່ງຜົນຕໍ່ຮ່າງກາຍ ຂອງເຮົາໄດ້ເປັນຢ່າງດີ ເຊັ່ນ: ຄວາມຮັກຊ່ວຍເບິ່ງແຍງ ຕື່ມຄວາມສຸກໃຫ້ກັບຫົວໃຈທ່ານໄດ້ ຍ້ອນການສະແດງຄວາມຮັກອອກທາງການກະທຳຕ່າງໆ ມັນສາມາດຊ່ວຍເຮັດໃຫ້ອັດຕາການເຕັ້ນຂອງຫົວໃຈ ຢູ່ໃນລະດັບທີ່ເໝາະສົມ ເຊິ່ງຈະຊ່ວຍຫຼຸດຄວາມຄຽດ ແລະ ຄວາມສຽງຂອງພະຍາດຕ່າງໆໄດ້ ນອກນັ້ນຍັງ ຊ່ວຍໃຫ້ທ່ານນອນລັບສະບາຍ ເພາະຈະຊ່ວຍຫຼຸດຄວາມຄຽດໃຫ້ທ່ານ ແລະ ເຮັດໃຫ້ທ່ານພັກຜ່ອນໄດ້ຢ່າງສະບາຍ, ຢາກເຊົາເຫຼົ້າ ເຊົາສູບຢາ ຄວາມຮັກຊ່ວຍໃຫ້ທ່ານຮູ້ສຶກພໍໃຈ ໃນຄວາມສຸກທີ່ມີຫຼາຍທີ່ສຸດ ເຊັ່ນດຽວກັບ  ຄວາມຫຼົງໄຫຼ ແລະ ຄວາມຮັກ …

Read More »

ສາຍລຸຍ-ສາຍສ່ຽງຫ້າມພາດ!!! ຈຸດຊົມວິວ “ພູຜາມ່ານ” ບ່ອນເຊັກອິນແຫ່ງໃໝ່ໃນປະເທດລາວ…

ສາຍລຸຍ-ສາຍສ່ຽງຫ້າມພາດ!!! ຈຸດຊົມວິວ “ພູຜາມ່ານ” ບ່ອນເຊັກອິນແຫ່ງໃໝ່ໃນປະເທດລາວ… ສະບາຍດີໜຸ່ມໆສາວໆນັກທ່ຽວສາຍລຸຍທັງຫຼາຍ ດົນມາແລ້ວທີ່ບໍ່ໄດ້ມາໂອ້ລົມກັນເລື່ອງທ່ອງທ່ຽວນີ້ (ແຕ່ໄປຕະຫຼອດຢູ່ 555) ມື້ນີ້ແອັດມິ້ນຈະມາຊວນນັກທ່ຽວສາຍລຸຍ-ສາຍສ່ຽງທັງຫຼາຍມາຮ່ວມທ້າທາຍ ກັບສະຖານທີ່ທ່ອງທ່ຽວຈຸດເຊັກອິນແຫ່ງໃໝ່ໃນປະເທດລາວ ທີ່ກໍາລັງຈະເປີດໃຫ້ບໍລິການໃນໄວໆນີ້!!! ນັ້ນກໍຄື ສະຖານທີ່ ຈຸດຊົມວິວ “ພູຜາມ່ານ” ທີ່ປັດຈຸບັນກໍາລັງກຽມພ້ອມເປີດໃຫ້ນັກທ່ອງທ່ຽວເຂົ້າໄປສໍາພັດກັບຄວາມສຽວກັນແລ້ວ… ສໍາລັບສະຖານທີ່ທ່ ຈຸດຊົມວິວ ພູຜາມ່ານ ແມ່ນມີທີ່ຕັ້ງຢູ່ທີ່ ປ່າສະຫງວນແຫ່ງຊາດ ຫິນໜາມໜໍ່ ບ້ານ ນໍ້າສະນາມ ເມືອງ ຄຸນຄໍາ ແຂວງ ຄໍາມ່ວນ ຫ່າງຈາກນະຄອນຫຼວງ ວຽງຈັນ ບໍ່ໃກ້ ລະກະບໍ່ໄກ ເຊິ່ງປະກອບໄປດ້ວຍກິດຈະກໍາຕ່າງໆທີ່ທ້າທາຍ ບໍ່ວ່າຈະເປັນການປີນຜາ, ການເດີນປ່າ, ຂີ່ສະລິງ, ພ້ອມກັບການເຊລຟີ່ສຸດຫວາດສຽວເທິງຈອມພູ ແລະ ອື່ນໆ… ເຊິ່ງແອັດມິ້ນບໍ່ສາມາດບັນລະຍາຍໄດ້ໝົດ. ມື້ນີ້ເລີຍຈະນໍາເອົາຮູບພາບບັນຍາກາດທີ່ຖ່າຍໂດຍຜູ້ບຸກເບີກສະຖານທີ່ທ່ອງທ່ຽວແຫ່ງນີ້ ນັ້ນກໍຄື ອ້າຍ ອິນທີ ເດືອນສະຫວັນ ນັກທຸລະກິດ ຜູ້ຮັກມັກໃນການເດີນທາງ ແລະ ການພະຈົນໄພ ຈົນກາຍເປັນຜູ້ບຸກເບີກພູຜາແຫ່ງນີ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດໃນຕອນນີ້! …

Read More »