Breaking News

ໄວໜຸ່ມ

ໝູ່ເພື່ອນລອງເຮັດ 5 ຂໍ້ຕໍ່ໄປນີ້ເລີຍ ແລ້ວເຈົ້່າຈະມີຄວາມສຸກໃນຊີວິດ ໂດຍທີ່ບໍ່ຕ້ອງເພິ່ງຄົນອື່ນ

ຖ້າຕອນນີ້ໝູ່ເພື່ອນຄົນໃດທີ່ກຳລັງທຸກ ເສົ້າ ບໍ່ມີຄວາມສຸກກັບຊີວິດ ຫຼື ບາງຄົນກໍມີຄວາມສຸກແລ້ວ ແຕ່ຍັງຮູ້ສຶກຂາດໆຫຍັງຈັກຢ່າງ, ດັ່ງນັ້ນໃນມື້ນີ້ເຮົາມີເຄັດບໍ່ລັບມາບອກເລົ່າ ເປັນວິທີເພີ່ມຄວາມສຸກ ສ້າງຄວາມສຸກໃຫ້ກັບຕົວເອງງ່າຍໆ ເຊິ່ງຮັບຮອງເລີຍວ່າຖ້າໝູ່ເພື່ອນຄົນໃດເຮັດໄດ້ຊີວິດກໍຈະມີຄວາມສຸກ ມີຊີວິດຊີວາຂຶ້ນເປັນກອງຮ້ອຍເລີຍເດີ້ ຢ່າລືມເຮັດສິ່ງດີໆ ໃຫ້ກັບຕົວເອງໃນທຸກໆມື້ ເຄີຍສັງເກດຫຼືບໍ່ວ່າເວລາມີຄົນມາເຮັດດີກັັບເຮົາ ໝູ່ເພື່ອນກໍຈະມີຄວາມຮູ້ສຶກທີ່ດີ ມີຄວາມສຸກກັບສິ່ງເຫຼົ່ານັ້ນທີ່ພວກເຂົາເຮັດໃຫ້ ແຕ່!! ຈະລໍຖ້າໃຫ້ແຕ່ຄົນອື່ນມາເຮັດໃຫ້ເຮົາເລື້ອຍໆກໍຄົງຈະເປັນໄປບໍ່ໄດ້ ທາງທີ່ດີເຮົາເອງຕ້ອງມີຄວາມສຸກໃນແບບຂອງເຮົາ ຮູ້ຈັກເຮັດສິ່ງດີໆໃຫ້ຕົວເອງໃນທຸກໆມື້ ບໍ່ວ່າຈະເປັນການຊື້ຂອງຂວັນ ດອກໄມ້ ຫຼືໄປກິນຂອງກິນແຊບໆ ເປັນການໃຫ້ລາງວັນຕົວເອງ ຫຼືແມ້ແຕ່ການຍິ້ມໃຫ້ຕົວເອງໃນແວ່ນທຸກໆເຊົ້າ ຫຼືເວົ້າຊົມເຊີຍ ແລະ ໃຫ້ກຳລັງໃຈຕົວເອງໃຈທຸກໆເລື່ອງ ກໍຖືເປັນການສ້າງຄວາມສຸກໃຫ້ຕົວເອງແບບງ່າຍໆບໍ່ຕ້ອງໄປເພິ່ງໃຜ ເພາະຢ່າລືມວ່າບໍ່ມີໃຜຢູ່ກັບເຮົາໄປຕະຫຼອດໄປ ນອກຈາກຕົວເຮົາເອງເດີ້ທຸກໆຄົນ 2. ຮູ້ຈັກດ້ານດີທີ່ຕົວເອງມີ  ເຄີຍເອົາຕົວເອງໄປປຽບທຽບກັບຄົນອື່ນແມ່ນບໍ່? ຍັງເຫັນໝູ່ເພື່ອນຫຼາຍຄົນມາປຶກສາ ແລະ ມັກເວົ້າປຽບທຽບຕົວເອງ ແລະ ຄົນອື່ນ ຍ້ອງຍໍວ່າຄົນອື່ນເກັ່ງກວ່າ ດີກວ່າ ໂດຍທີ່ບໍ່ໄດ້ເບິ່ງເຫັນຄຸນຄ່າໃນຕົວເອງເລີຍ (ໂນ ໂນ ໂນ) ແບບນີ້ບໍ່ໄດ້ເດີ້ເພື່ອນໆ ເຖິງແມ່ນວ່າເຮົາອາດຈະບໍ່ໄດ້ດີ ຫຼື ໂດດເດັ່ນຄືຄົນອື່ນ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າເຮົາເອງບໍ່ດີ …

Read More »

ແມ່ຍິງລາວເກັ່ງຫຼາຍ! ຊົມເຊີຍນາງງາມລາວຄວ້າລາງວັນຈາກເວທີ “Miss Friendship International 2019” ທີ່ປະເທດຈີນ (ຂໍສະແດງຄວາມຍິນດີ)

ກຽມສົ່ງທ້າຍເດືອນ ກໍລະກົດ ຕ້ອນຮັບເດືອນ ສິງຫາ 2019 ກໍມີຂ່າວສານມາຝາກພໍ່ແມ່ພີ່ນ້ອງຊາວລາວ ຫຼ້າສຸດມີເລື່ອງລາວມາເຮັດໃຫ້ຫົວໃຈຕື່ນເຕັ້ນ ແລະຍິ້ມກັບເລື່ອງລາວດີໆທີ່ກໍາລັງຈະບອກຕໍ່ໃຫ້ແຟນໆໄດ້ຮູ້ວ່າ  ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019  ສາມາດຄວ້າລາງວັນ ນາງສາວ ຮູບຮ່າງດີ (The Best Figure) ຈາກເວທີ Miss Friendship International 2019 ຈັດຂຶ້ນໃນ ສປ.ຈີນ ມາໄດ້ຢ່າງໜ້າຍິນດີ… ເຊິ່ງກ່ອນໜ້ານີ້ກໍໄດ້ມີການລາຍງານໄປແລ້ວວ່າ ປະເທດລາວເຮົາໄດ້ສົ່ງ ຕຸຕູ່ ໄຜ່ທິດາ Miss Friendship Laos 2019 ໄປເປັນຕົວແທນສາວງາມຈາກປະເທດລາວໃນເວທີ Miss Friendship International 2019 ທີ່ ສປ. ຈີນ ແລະ ເນື່ອງຈາກສາວງາມຄົນນີ້ຂ້ອນຂ້າງມີຄວາມພ້ອມ 100% ແລະ ດັ່ງທີ່ຄາດການໄວ້ ບອກເລີຍວ່າບໍ່ເຮັດໃຫ້ຄົນລາວຜິດຫວັງ ເພາະນາງສາມາດຄວ້າລາງວັນມາຝາກຄົນລາວໄດ້ຢ່າງໜ້າຍິນດີິ  ຖືວ່າບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ (ຊົມເຊີຍ! ເກັ່ງຫຼາຍໆ) ຢ່າງໃດກໍຂໍສະແດງຄວາມຍິນດີກັບ ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019 …

Read More »

ຊົມເຊີຍ! ກອງປະຊຸມພົບປະນັກທຸລະກິດແມ່ຍິງລາວທົ່ວປະເທດ  “ກອງປະຊຸມສ້າງແຮງຈູງໃຈ ໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອກ້າວໃຫ້ທັນຍຸກ Digital ແລະ ບໍ່ຖິ້ມຜູ້ໃດໄວ້ຂ້າງຫຼັງ”

ນະຄອນຫຼວງວຽງຈັນ, ຕອນເຊົ້າຂອງ ວັນທີ 26 ກໍລະກົດ 2019 ໄດ້ມີພິທີໄຂ “ກອງປະຊຸມສ້າງແຮງຈູງໃຈ ໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອກ້າວໃຫ້ທັນຍຸກດິຈິຕອລ (Digital) ແລະ ບໍ່ຖິ້ມຜູ້ໃດໄວ້ຂ້າງຫຼັງ” ຈັດຂຶ້ນໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ, ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ພ້ອມດ້ວຍແຂກກິດຕິມະສັກ, ຄະນະປະທານສະມາຄົມນັກທຸລະກິດແມ່ຍິງລາວ, ສະມາຊິກ ສທຍລ ,ບັນດາຜູ້ປະກອບການ ແລະ ສື່ມວນຊົນຫຼາຍຂະແໜງການກໍໄດ້ເຂົ້າຮ່ວມໃນງານນີ້ຢ່າງໜາແໝ້ນ. ຈຸດປະສົງການຈັດກອງປະຊຸມ “ສ້າງແຮງຈູງໃຈໃນການດຳເນີນທຸລະກິດຂອງແມ່ຍິງລາວ ເພື່ອກ້າວໃຫ້ທັນຍຸກດິຈິຕອລ (Digital) ແລະ ບໍ່ຖິ້ມຜູ້ໃດໄວ້ຂ້າງຫຼັງ” ແມ່ນຖືເປັນກອງປະຊຸມຄັ້ງພິເສດ ແລະ ມີຄວາມໝາຍຄວາມສຳຄັນ ເພາະໄດ້ເປີດຂຶ້ນໃນທ່າມກາງທີ່ທົ່ວພັກ ທົ່ວລັດ  ແລະ ສັງຄົມລາວກຳລັງພ້ອມກັນຈັດຕັ້ງປະຕິບັດແນວທາງນະໂຍບາຍເສດຖະກິດໃໝ່ ໂດຍສະເພາະການນຳໃຊ້ເຕັກໂນໂລຊີ ດີຈິຕອສ ໃນຍຸກອຸສາຫະກຳ 4.0, ດັ່ງນັ້ນ ກອງປະຊຸມໃນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ທາງ ສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ເຊີນບັນດາຄະນະ ແລະ ສະມາຊິກ ສທຍລ ແລະ ຜູ້ປະກອບການແມ່ຍິງຈາກໃນຂອບເຂດທົ່ວປະເທດເຂົ້າຮ່ວມ …

Read More »

ອາຫານແລງມື້ນີ້ຂໍແນະນຳສູດ “ແກງເຫັດໃສ່ຜັກຂະ” ອາຫານພື້ນບ້ານທີ່ນິຍົມທີ່ສຸດຂອງຄົນລາວ (ເຫັນແລ້ວຫິວເຂົ້າວ່າບໍ່?)

ຄ້ອຍຄໍ່າແລງ ອາກາດດີໆ ຮູ້ສຶກຫິວເຂົ້າກັນແລ້ວບໍ່ແຟນໆ? “ແກງເຫັດລວມ” ຖືວ່າເປັນອາຫານພື້ນບ້ານ ທີ່ນິຍົມທີ່ສຸດຂອງລາວເຮົາ ເລີຍຢາກຈະມາແນະນຳວິທີເຮັດແກງເຫັດລວມແບບແຊບໆ ໃສ່ຜັກຂະຫອມໆ ກິ່ນຕຸ່ງໆ ແກງເທື່ອໜຶ່ງໄດ້ກິ່ນທົ່ວບ້ານ (555)  ມາໃຫ້ແຟນໆ ໄດ້ເຮັດກິນເອງຢູ່ບ້ານໄດ້ງ່າຍໆກັບຄອບຄົວ ບໍ່ຕ້ອງໄປເສຍເງິນຊື້ ແບບເຮັດເອງກິນເອງ ແຊບເອງ ມາ ມາ ມາໆ ລອງມາເບິ່ງສ່ວນປະກອບກັນເບິ່ງເນາະ… ສ່ວນປະກອບ: 1. ເຫັດ ບໍ່ວ່າຈະເປັນເຫັດນາງລົມ, ເຫັດເຂັມ, ເຫັດເຟືອງ ຫຼື ເຫັດຫູໜູ ມັກເຫັດຫຍັງໃສ່ເຂົ້າໄປໂລດແຟນໆ ບໍ່ຈຳກັດເດີ້ 2. ຜັກຂະ 3. ຫົວຜັກບົ່ວແດງ 4. ຫົວສີໄຄ 5. ໝາກເຜັດ 6. ປາແດກດິບ ຫຼື ສຸກ 7. ເກືອ 8. ນໍ້າໄບຢານາງ 9. ເຂົ້າເບືອ ວິທີປຸງແຕ່ງ: – …

Read More »

ເປີດໂປຟາຍ! “ແມ່ຊີ ຢຸ້ຍ ສັນທະນີ” ຈາກນາງງາມເວທີດັງສູ່ການ “ບວດຊີ” ເພື່ອຫັນໜ້າເຂົ້າຫາທຳມະ (ຂໍອະນຸໂມທະນາສາທຸ)

ເປັນກະແສຮ້ອນແຮງທົ່ວໂລກອອນລາຍ ແຟນໆໃຫ້ຄວາມສົນໃຈ ຫຼັງມີຮູບພາບຂອງ ຢຸ້ຍ ສັນທະ​ນີ Miss Supranational Laos 2018 (ແມ່ຊີຢຸ້ຍ) ແຖຫົວເພື່ອບວດຊີ, ດັ່ງນັ້ນ!! ໃນມື້ນີ້ເຮົາຈະມາເປີດໂປຟາຍເພື່ອຮູ້ຈັກກັບ ແມ່ຊີຢຸ້ຍ ໃຫ້ແຟນໆໄດ້ຮູ້ວ່າແມ່ຊີຢູ້ຍຄົນນີ້ແມ່ນໃຜ? ສັນທະນີ ໄຊມະນີວັນ (ຫຼື ແມ່ຊີຢຸ້ຍ) ອາຍຸ 25 ປີ ຈາກອະດີດສາວການບິນ (Air-hostess) ສູ່ການກ້າວເຂົ້າມາເປັນນາງງາມ ໄດ້ຮັບຕຳແໜ່ງຮອງອັນດັບ 1 ມິສລາວເວີ 2018 (Miss Laos World 2018) ພ້ອມຖືກແຕ່ງຕັ້ງຈາກກອງປະກວດໃຫ້ໄດ້ຮັບຕຳແໜ່ງ  Miss Supranational Laos 2018 ແລະ ໄດ້ເດີນທາງໄປແຂ່ງຂັນໃນເວທີ Miss Supranational 2018 ທີ່ປະເທດໂປແລນ ພ້ອມທັງສ້າງປະຫວັດສາດໜ້າໃໝ່ໃຫ້ວົງການນາງງາມລາວ ໂດຍການຄວ້າ “ລາງວັນຊຸດປະຈຳຊາດດີິເດັ່ນ” ມາຝາກຄົນລາວ ຈົນເປັນກະແສດັງ ໄດ້ຮັບສຽງຊື່ນຊົມ ແລະ ເປັນທີ່ຍອມຮັບເຖິງຄວາມສາມາດຂອງແມ່ຍິງລາວຈາກຄົນທົ່ວໂລກໃນເວລານັ້ນ ຢຸ້ຍ ສັນທະນີ ໄດ້ອຳລາຈາກວົງການສາວແອ ເຖິງຫຼາຍຄົນອາດຈະບອກເປັນສຽງດຽວກັນວ່າ…ຊ່າງໜ້າເສຍດາຍກັບອາຊີບສາວແອຂອງນາງ …

Read More »