ເປັນອີກໜຶ່ງສາວທີ່ແຟນໆໃຫ້ການຕິດຕາມ ມາອັບເດດຄວາມຄືບໜ້າຂອງ ຈິນນະລີ ນໍລະສິງ (ຟ້າໃສ) Miss Grand Laos 2017 ຫຼັງຈາກທີ່ໄປເຮັດໜ້າທີ່ຕົວແທນແມ່ຍິງລາວໃນເວທີລະດັບໂລກ Miss Grand International 2017 ຈົນເປັນທີ່ຮູ້ຈັກ ແລະ ໄດ້ຮັບສຽງຍ້ອງຍໍຈາກຕ່າງຊາດເຖິງຄວາມສາມາດຂອງແມ່ຍິງລາວ ຫຼ້າສຸດນາງກໍໄດ້ບິນລັດຟ້າເພື່ອໄປສຶກສາຕໍ່ທີ່ USA ແລະ ຟ້າໃສ ຈິນນະລີ ຍັງໄດ້ອັບເດດຜົນການຮຽນຂອງນາງຜ່ານອິນສະຕາແກຣມໃຫ້ໄດ້ອັບເດດກັນອີກດ້ວຍ, ເຊິ່ງຜົນການຮຽນຂອງນາງຖືວ່າເປັນຄະແນນສະເລ່ຍທີ່ດີຫຼາຍ ຈົນມີບັນດາໝູ່ເພື່ອນ ແລະ ແຟນໆເຂົ້າໄປສະແດງຄວາມຍິນດີ ແລະ ຍ້ອງຍໍສາວຄົນນີ້ເຖິງຄວາມຕັ້ງໃຈ ເອົາໃຈໃສ່ຕໍ່ການຮຽນ ກັນຢ່າງຫຼວງຫຼາຍ ເຫັນແລ້ວກໍໜ້າຍິນດີ ສົມແລ້ວທີ່ເປັນຂວັນໃຈຂອງແຟນໆທຸກໆຄົນ ຢ່າງໃດກໍຂໍໃຫ້ ນ້ອງ ຟ້າໃສ ຈິນນະລີ ເຮັດສິ່ງທີ່ດີແບບນີ້ ແລະ ໜ້າເອົາເປັນແບບຢ່າງໃຫ້ນ້ອງໆ ແລະ ໝູ່ເພື່ອນຕໍ່ໄປ ຂໍເປັນກຳລັງໃຈໃຫ້ກໍແລ້ວກັນເນາະ. ຮູບພາບ: IG/fasainorasing
Read More »ໄວໜຸ່ມ
ສ່ອງ! ນາງແບບລາວໂຊຜົນງານຕໍ່ເນື່ອງ ຫຼັງ Come back ສູ່ວົງການບັນເທິງອີກຄັ້ງ!!!
ມາອັບເດດຂ່າວສານຂອງວົງການບັນເທີງບ້ານເຮົາ ເວົ້າຊື່ ສຸວິຕາ ດາລາສັກ (ຕານ້ອຍ) ແຟນໆບາງທ່ານອາດຈະເປັນແຟນຄລັບຂອງນາງ ແຕ່ບາງທ່ານກໍຍັງງົງໆວ່າແມ່ນໃຜນໍ? ບອກເລີຍວ່າສາວຄົນນີ້ມີຜົນງານມາແລ້ວຢ່າງຫຼວງຫຼາຍ ອະດີດພິທີກອນລາຍການດັງ ແລະ ຫຼ້າສຸດນາງກໍໄດ້ Come back ສູ່ວົງການບັນເທິງ ພ້ອມທັງມີຜົນງານຢ່າງຕໍ່ເນື່ອງ… ຕານ້ອຍ ສຸວິຕາ ອາຍຸ 26 ປີ ເປັນອີກໜຶ່ງສາວທີ່ມີຜົນງານໃນວົງການບັນເທີງຢ່າງຫຼວງຫຼາຍ ໂດຍນາງເລີ່ມຈາກການຖ່າຍແບບປະຕິທິນດ້ວຍໄວພຽງແຕ່ 16ປີ ຕໍ່ມາກໍມີໂອກາດຖ່າຍແບບຂຶ້ນປົກໃຫ້ກັບວາລະສານຊັ້ນນຳລະດັບປະເທດຫຼາຍສະບັບ, ມີຜົນງານເດີນແບບ, ເປັນພຣີເຊັນເຕີ້ສິນຄ້າ, ພິທີກອນລາຍການໂທລະພາບ (ລາຍການທີ່ທຸກຄົນຮູ້ຈັກຫຼາຍທີ່ສຸດແມ່ນ ລາຍການ ເຈັດວັນຫັນສາ), ໂຄສົກວິທະຍຸ ຖ້າຫາກໃຜຍັງຈື່ໄດ້ ຕານ້ອຍ ເຄີຍເປັນນາງເອກເອັມວີເພງ “ບໍ່ຮັກເປັນຫຍັງບໍ່ເລີກ” ຂອງໜຸ່ມຈິມມີ້ ທີ່ເປັນອີກເພງໜຶ່ງທີ່ຕິດຫູໃຜຫຼາຍໆຄົນໃນຕອນນັ້ນ, ແຕ່ໄລຍະຫຼັງໆ ຕານ້ອຍ ກໍໄດ້ຫາຍໜ້າຫາຍຕາຈາກວົງການບັນເທີງໄປໄລຍະໜຶ່ງ ເພາະນາງຕິດພາລະກິດການຮຽນ ປັດຈຸບັນນາງ Come back ສູ່ວົງການບັນເທີງແລ້ວ ແຖມເມື່ອປີ 2018 ທີ່ຜ່ານມາ ນາງຍັງໂກອິນເຕີມີໂອກາດໄປຮ່ວມງານໃນຖານະເປັນແບຣນແອັມບາສເດີ້ໃຫ້ກັບເສື້ອຜ້າແບຣນດັງ ທີ່ປະເທດໄທ ທີ່ສ້າງສັນໂດຍດີຊາຍເນີ້ຊື່ດັງລະດັບໂລກ ໄກ່ ອູກັສ …
Read More »ແມ່ຕູ້ທວດຊາວຍີ່ປຸ່ນຖືກບັນທຶກສະຖິຕິ ກາຍເປັນຜູ້ທີ່ມີອາຍຸຍືນຍາວທີ່ສຸດໃນໂລກ
ກິນເນສ ເວີ ເຣັກຂອດ (Guinness world records) ໄດ້ບັນທຶກສະຖິຕິທີ່ສຸດຂອງໂລກ ປະກາດໃຫ້ ແມ່ຕູ້ທວດ ຄາເນະ ທານາກະ ຈາກປະເທດ ຍີ່ປຸ່ນ ອາຍຸ 116 ປີ ເປັນຜູ້ທີ່ມີອາຍຸຍືນຍາວທີ່ສຸດໃນໂລກ ແລະ ຍັງຄົງມີຊີວິດຢູ່ ເຖິງແມ່ນວ່າ ແມ່ຕູ້ທວດ ຄາເນະ ຈະມີບັນຫາກ່ຽວກັບສຸຂະພາບ ແຕ່ເພິ່ນກໍມີຄວາມສຸກ ແລະມ່ວນກັບທຸກໆຊ່ວງຂອງຊີວິດ ຄາເນະ ທານາກະ ເກີດວັນທີ 2 ມັງກອນ 1903 (ລວມອາຍຸ 116 ປີ) ຊຶ່ງເປັນປີດຽວທີ່ນັກຄົ້ນຄວ້າໄດ້ຄິດຄົ້ນເຮືອບິນລຳທຳອິດຂອງໂລກໄດ້ສຳເລັດ, ແມ່ຕູ້ທວດ ຄາເນະ ເປັນລູກຄົນທີ່ 7 ແລະ ມີບຸດ 5 ຄົນກັບສາມີທີ່ມີຊື່ວ່າ ຮິເດໂອະ ທານາກະ ເຊິ່ງກ່ອນວັນທີ່ຈະແຕ່ງງານທັງສອງບໍ່ເຄີຍເຫັນໜ້າ ແລະບໍ່ເຄີຍໄດ້ເວົ້າລົມກັນມາກ່ອນ, ສາມີຂອງເພິ່ນເປັນຜູ້ຜະລິດ ແລະ ເຮັດທຸລະກິດຂາຍເຂົ້າໜຽວ ເຂົ້າໜົມຍີ່ປຸ່ນ …
Read More »ສື່ໃຫ້ຄວາມສົນໃຈ! ອະດີດນາງງາມລາວເວທີດັງ ເດີນທາງຮ່ວມງານປະກາດຜົນລາງວັນລະດັບປະເທດຂອງໄທ
Hello ເຮັດວຽກ ຫຼື ຮຽນໃນມື້ນີ້ເປັນແນວໃດແດ່ ເມື່ອຍບໍ່?ມາພັກຜ່ອນສະໝອງກັບຂ່າວສານຄົນດັງວົງການບັນເທີງ ຫຼ້າສຸດ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍໄດ້ເດີນທາງໄປຮ່ວມງານປະກາດຜົນລາງວັນ “Dara Daily Awards 8” ທີ່ບາງກອກ ປະເທດໄທ ເຊິ່ງ ນຸ້ຍ ສຸພາພອນ ໃນຖານະ ນາງງາມ/ນັກສະແດງ/ນາງແບບຈາກປະເທດລາວ ກໍມີໂອກາດໄດ້ຮ່ວມເດີນພົມແດງ ຮ່ວມກັບດາລາ ສິລະປິນ ແລະ ຄົນດັງຫຼາຍທ່ານທີ່ເດີນທາງມາຮ່ວມໃນງານດັ່ງກ່າວ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍເປັນອີກໜຶ່ງ ແມ່ຍິງລາວ ທີ່ໄປສ້າງຊື່ສຽງໃຫ້ກັບປະເທດ ເພາະຫຼັງຈາກທີ່ນາງໄດ້ເດີນທາງໄປເປັນຕົວແທນຂອງແມ່ຍິງລາວໃນເວທີ ນາງງາມຈັກກະວານ (Miss Universe) ທີ່ USA ໃນປິ 2017, ຫຼັງຈາກນັ້ນນາງກໍມີຜົນງານທາງວົງການບັນເທີງເລື້ອຍໆ …
Read More »ຕາຮັກເດ້! ກຽມເປັນພໍ່ແມ່ຄົນແລ້ວ ແອັບເປີ້ນ-ຟຣຸກ ພາລູກໃນທ້ອງທ່ອງທ່ຽວ
ຄວາມຮັກເປັນສິ່ງທີ່ງົດງາມສະເໝີ ໂດຍສະເພາະຄວາມຮັກທີ່ສົມບູນແບບ “ພໍ່-ແມ່-ລູກ”, ຕາຮັກ ຕາແພງຫຼາຍໆ ເປັນຄູ່ຮັກທີ່ຫຼາຍຄົນເປັນແຟນຄລັບມາຕັ້ງແຕ່ຕອນເປັນແຟນ ຈົນແຕ່ງດອງ ແລະ ຫຼ້າສຸດ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ຂວັນໃຈແຟນໆ ກໍກຳລັງມີຂ່າວດີ ເຊິ່ງປັດຈຸບັນ ແອັບເປີ້ນ ກຳລັງຖືພາມີລູກນ້ອຍໄດ້ປະມານ 4ເດືອນແລ້ວ. ຫຼ້າສຸດ ທັງສອງກໍຄວງກັນເດີນທາງທ່ອງທ່ຽວ ສ.ເກົາຫລີ ແຖມຍັງມີໂມເມັ້ນໜ້າໆມາໃຫ້ແຟນໆໄດ້ອັບເດດກັນເຊັ່ນເຄີຍ ເບິ່ງແລ້ວເປັນຕາຮັກ ຕາແພງສຸດໆເລີຍວ່າບໍ່ແຟນໆ, ຢ່າງໃດກໍຂໍສະແດງຄວາມຍິນດີກັບ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ທີ່ກຳລັງຈະມີ Baby ໂຕນ້ອຍໆ ເອີ້ນໄດ້ວ່າທັງສອງກຳລັງກຽມເປັນພໍ່ແມ່ຄົນກັນແລ້ວເດີ້. ຮູບພາບ: Appleminiberry , Fluke Jira
Read More »