Breaking News

Just Happened

ເປີດໂປຟາຍ! ຢຸ້ຍ ສັນທະນີ ຈາກອະດີດເຄີຍເຮັດອາຊີບທີ່ຫຼາຍຄົນໄຝ່ຝັນສູ່…Miss Supranational Laos 2018 

ກຳລັງເປັນກະແສກັນເລີຍ ສຳລັບ ຢຸ້ຍ ສັນທະນີ ໄຊມະນີວັນ Miss Supranational Laos 2018 ຄົນໃໝ່ ຄົນຫຼ້າສຸດ ເຊິ່ງໄດ້ມີການມອບຕຳແໜ່ງກັນແບບສົດໆຮ້ອນໆ, ເຊື່ອວ່າແຟນໆຫຼາຍໆຄົນກໍ່ອາດຈະງົງ ສົງໃສ ວ່ານາງແມ່ນໃຜ ແລະ ມີການປະກວດຕອນໃດ… ຫັ້ນແນ່…ບໍ່ຕ້ອງງົງເດີ້ ເພາະໃນມື້ນີ້ ຊະນີIndy ຄົນເກົ່າເຈົ້າເດີມ ຈະມີໄຂຂໍ້ສົງໃສ ພ້ອມກັບເປີດໂປຟາຍ (profile) ສາວ ຢຸ້ຍ ຄົນນີ້ໃຫ້ໄດ້ຮູ້ກັນໄປເລີຍວ່ານາງເປັນໃຜ? ມາມາ…ມາເລີ່ມກັນເລີຍ ສັນທະນີ ໄຊມະນີວັນ (ຢຸ້ຍ) ອາຍຸ 25 ປີ ຈາກອະດີດສາວການບິນ (Air-hostess) ສູ່ການກ້າວເຂົ້າມາເປັນນາງງາມ ໄດ້ຮັບຕຳແໜ່ງຮອງອັນດັບ 1 ມິສລາວເວີ 2018 (Miss Laos World 2018) ພ້ອມຖືກແຕ່ງຕັ້ງຈາກກອງປະກວດໃຫ້ໄດ້ຮັບຕຳແໜ່ງ  Miss Supranational Laos 2018 ແລະ ຍັງຈະໄດ້ເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບສາກົນ Miss …

Read More »

ເລີ່ມແລ້ວ! Miss Tourism Queen Laos 2018 ເປີດປະສົບການຄັ້ງຍິ່ງໃຫ່ຍ ຂອງວົງການນາງງາມລາວ!!!

“Miss Tourism Queen Laos 2018 ເປີດປະສົບການຄັ້ງຍິ່ງໃຫ່ຍ ຂອງວົງການນາງງາມລາວ” ແວະວຽນມາທີ່ເວທີການປະກວດອັນຊົງກຽດອີກໜຶ່ງເວທີ Miss Tourism Queen Laos 2018 (ທູດວັດທະນະທຳ ການທ່ອງທ່ຽວ) ທີ່ຫຼ້າສຸດໄດ້ມີການຖະແຫຼງຂ່າວຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍ ໃນວັນທີ 14 ກັນຍາ 2018 ເຊິ່ງມີທັງພາກພັກລັດ ເອກະຊົນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ຂໍບອກໄວ້ເລີຍວ່າເວທີນີ້ຮູ້ສຶກແຕກຕ່າງໄປຈາກເວທີອື່ນໆ ໂດຍໂຄງການປະກວດຈະຄົ້ນຫາຕົວແທນສາວງາມ ແຕ່ລະແຂວງ ເພື່ອດຳລົງຕຳແໜ່ງ ທູດວັດທະນະທຳ ການທ່ອງທ່ຽວ ປະຈຳແຂວງ ແລະ ເຂົ້າຮ່ວມກິດຈະກຳເຝິກຝົນ ພັດທະນານາງສາວໃຫ້ມີຄວາມຮູ້ ຄວາມສາມາດໃນທຸກໆດ້ານ ພ້ອມເຂົ້າປະກວດຄົ້ນຫານາງງາມຜູ້ຊະນະເລີດ ທີ່ຈະດຳລົງຕຳແໜ່ງເປັນ Queen ຂອງປະເທດ ເປັນນາງງາມທູດວັດທະນະທຳການທ່ອງທ່ຽວ ເຊິ່ງຕ້ອງເຮັດພາລະກິດ ປະສານງານສື່ສານ ໃນການປະຊາສຳພັນ ໂດຍໂຄສະນາກິດຈະກຳຕ່າງໆເຊັ່ນ: ການໂຄສະນາປະເພນີ ວັດທະນະທຳ ກັບເທສະການທ່ອງທ່ຽວຕ່າງໆ ຂອງ ສປປ.ລາວ ໂດຍຮ່ວມມືກັບທາງພາກລັດ ແລະ ເອກະຊົນທັງພາບໃນ …

Read More »

ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພໂດຍໄວ!!!

“ນາຍົກ ຊີ້ນຳໃຫ້ແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພ” ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພນໍ້າຖ້ວມໂດຍໄວ ພ້ອມທັງຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ, ພ້ອມທັງສະເໜີໃຫ້ເຂື່ອນນ້ຳງື່ມສ້າງຕັ້ງກອງທຶນໃດໜຶ່ງຂຶ້ນມາ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ. ນອກຈາກນີ້, ຍັງແນະນຳໃຫ້ເຂື່ອນນ້ຳງື່ມ 1 ບໍລິຫານຈັດການນ້ຳໃຫ້ດີໆ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ປະຊາຊົນລຸ່ມເຂື່ອນ, ຂະນະທີ່ລະດັບນ້ຳງື່ມໄດ້ຫຼຸດລົງເລື້ອຍໆ ຫຼັງຈາກທີ່ເຂື່ອນນ້ຳງື່ມ 1 ຫຼຸດການປ່ອຍນ້ຳຈາກ 4,5 ແມັດ ໃນວັນທີ 4 ກັນຍາ ມາເປັນ 3,5 ແມັດ ໃນວັນທີ 6 ກັນຍາ. ເມື່ອວັນທີ 6 ກັນຍານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຕິດຕາມສະພາບນ້ຳຖ້ວມຢູ່ເມືອງ ທຸລະຄົມ ແຂວງວຽງຈັນ, ທ່ານ ວີດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ໄດ້ລາຍງາຍວ່າ: ຫຼັງຈາກທີ່ເຂື່ອນນ້ຳງື່ມໄດ້ເປີດປະຕູນ້ຳລົ້ນ ເຮັດໃຫ້ນ້ຳງື່ມໄດ້ໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ຕັ້ງແຕ່ວັນທີ …

Read More »

ສົ່ງກຳລັງໃຈໃຫ້ທີມ Graphic Design ຈາກລາວຮ່ວມງານແຂ່ງຂັນ “World Skills ASEAN Bangkok 2018”

ສີມືຄົນລາວບໍ່ແພ້ຊາດໃດໃນໂລກ!!! ມາຮ່ວມສົ່ງກຳລັງໃຈໃຫ້ທີມ Graphic Design ຈາກປະເທດລາວເຮົາທີ່ເດີນທາງໄປຮ່ວມງານແຂ່ງຂັນ “World Skills ASEAN Bangkok 2018” ງານແຂ່ງຂັນສີມືແຮງງານ, ເຊິ່ງໃນປີນີ້ລາວເຮົາມີສາຂາ “Graphic Design” ເຂົ້າຮ່ວມແຂ່ງຂັນ ແລະ ໃນວັນທີ 31 ສິງຫາ 2018 ກໍຈະເປັນມື້ແຂ່ງຂັນມື້ທຳອິດ. ຢ່າງໃດຄົນລາວເຮົາກໍຢ່າລືມຊ່ວຍເຊຍນັກ Graphic Design ທີມລາວ. #ຮັກລາວເຊຍລາວ #ລາວສູ້ໆ ທີ່ມາ: Graphic JipJip

Read More »

ພາດບໍ່ໄດ້! ຂໍແນະນຳງານດີໆແກ່ຜູ້ປະກອບການລາວ “Hong Kong October Show 2018”

ຢາກລວຍ ຢາກເປັນເຈົ້າຂອງທຸລະກິດ ຫຼື ຜູ້ປະກອບການທີ່ຢາກຂະຫຍາຍທຸລະກິດ ແຕ່ຍັງບໍ່ມີຊ່ອງທາງ ໂອກາດດີໆສຳລັບຜູ້ປະກອບການມາຮອດແລ້ວໂດຍສະເພາະຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ຜະລິດສິນຄ້າລາວ (Handmade), ຂໍແນະນຳງານດີໆທີ່ຈະເກີດຂຶ້ນໃນເດືອນ ຕຸລາ 2018 ນີ້ ກັບງານວາງສະແດງ 7 ກຸ່ມປະເພດສິນຄ້າ Hong Kong October Show 2018 ຈະຈັດຂຶ້ນຢູ່ທີ່ ຮົງກົງ ໃນ ເດືອນຕຸລາ ທີ່ຈະມາເຖິງນີ້…. ຈັດໂດຍ ບໍລິສັດ ຄອມເອເຊຍ (COMASIA LIMITED) ທີ່ບໍລິສັດຈັດງານສະແດງສິນຄ້າຂອງຮົງກົງ, ເບີລິນ, ປາຣີສ ແລະ ໄທ ເພື່ອຜູ້ຊື້ຈາກຕ່າງຊາດສາມາດເຂົ້າເຖິງຜູ້ຈັດຈຳໜ່າຍໄດ້ງ່າຍຂຶ້ນ. ງານຖະແຫຼ່ງຂ່າວກ່ຽວກັບການຈັດງານ ແລະ ເຊີນຊວນຜູ້ປະກອບການລາວ, ໄດ້ຈັດຂຶ້ນ ວັນທີ 28 ສິງຫາ 2018, ຢູ່ທີ່ໂຕະລາວ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ອາຈິນເວດ ວົງທອງ …

Read More »