Breaking News

Just Happened

7 ພຶດຕິກໍາທີ່ເຂົ້າຂ່າຍ “ການລວນລາມທາງເພດ” (Sexual Harassment)

ເມື່ອເວົ້າເຖິງຄຳວ່າ “ການລວນລາມທາງເພດ (Sexual Harassment) ທີ່ໝາຍເຖິງ ການກະທໍາທາງເພດ ອັນບໍ່ເປັນທີ່ຕ້ອງການ ສ້າງຄວາມເດືອດຮ້ອນ ອຶດອັດໃຈ ແລະກະທົບຕໍ່ກຽດສັກສີຂອງອີກຝ່າຍໜຶ່ງ” ເປັນພຶດຕິກໍາທີ່ຄົນສ່ວນຫຼາຍມັກຈະເຂົ້າໃຈວ່າເປັນພຽງແຕ່ການທີ່ ຜູ້ຊາຍຈັບບາຍ ຮ່າງກາຍແມ່ຍິງ ອັນເຮັດໃຫ້ແມ່ຍິງຜູ້ນັ້ນອັບອາຍ ຫຼືບໍ່ພໍໃຈ ເຊິ່ງຄວາມເຂົ້າໃຈແບບນີ້ ເປັນຄວາມໝາຍບາງສ່ວນຂອງຄຳວ່າ ການລວນລາມທາງເພດ ເທົ່ານັ້ນ ເພາະໃນຕ່າງປະເທດ ພຶດຕິກຳທີ່ຖືວ່າເຂົ້າຂ່າຍການລວນລາມທາງເພດນັ້ນ ແມ່ນກວ້າງ ແລະລະອຽດອ່ອນກວ່າພຽງພຶດຕິກຳທີ່ປະຈັກຕາ ແຕ່ມັນຍັງລວມເອົາ ບັນດາພຶດຕິກຳ ທີ່ສໍ່ໄປທາງເພດອື່ນໆ ທີ່ອາດບໍ່ທັນໄດ້ຈັບບາຍຮອດຮ່າງກາຍແມ່ຍິງຊ້ຳ ແຕ່ກໍເຮັດໃຫ້ແມ່ຍິງຮູ້ສຶກບໍ່ມັກ ອັບອາຍ ອຶດອັດ ສ້າງຄວາມເດືອນຮ້ອນ ແລະກະທົບຕໍ່ກຽດສັກສີ ແມ່ຍິງກໍສາມາດໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ ເພື່ອເອົາຜິດຕໍ່ຜູ້ກະທຳໄດ້ .. ງົງແມ່ນບໍ່? ທີ່ຈິງແລ້ວ ການລວມລາມທາເພດ ສາມາດເກີດຂຶ້ນໄດ້ທຸກໆສະຖານທີ່ ບໍ່ວ່າຈະເປັນ ເຮືອນ, ຊຸມຊົນ, ໂຮງຮຽນ, ບ່ອນເຮັດວຽກ ຫຼືບ່ອນສາທາລະນະຕ່າງໆ ຜູ້ກະທຳອາດເປັນຄົນແປກໜ້າ,​ ຄົນຮູ້ຈັກ ຫຼືຄົນໃນຄອບຄົວຂອງແມ່ຍິງເອງກໍໄດ້ ອີງຕາມບົດຄົ້ນຄວ້າຈາກຫຼາຍໆປະເທດ ກ່າວວ່າ …

Read More »

ແຊຣສະໜັ່ນ! ພາບຖ່າຍມຸມສູງ ສວນເຈົ້າອະນຸວົງ – ແຄມຂອງ ຫຼັງນໍ້າຖ້ວມຕະຫຼາດກາງຄືນແຫ່ງທີສອງ!!!

ແຊຣສະໜັ່ນ! ພາບຖ່າຍມຸມສູງ ສວນເຈົ້າອະນຸວົງ – ແຄມຂອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຫຼັງນໍ້າຖ້ວມຕະຫຼາດກາງຄືນແຫ່ງທີສອງ ໃນວັນທີ 19 ສິງຫາ 2018. ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບ ແລະ ຢ່າລືມຕິດຕາມຂ່າວຢ່າງໃກ້ຊິດ. ຮູບພາບຈາກ: Drone by Jettana

Read More »

ແຈກແທ້ ແຈກຈິງ! ພິທີຈັບລາງວັນຜູ້ໂຊກດີ “ເລ ຈັດໃຫຍ່ໃຫ້ໂຊກ”

ບໍລິສັດ ເປັບໂຄລ່າ (ໄທ) ເທຼດດິ້ງ ຈຳກັດ ຮ່ວມກັບບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ຈັດພິທີຈັບລາງວັນຜູ້ໂຊກດີ ຈາກການສົ່ງຄູປອງລຸ້ນໂຊກກັບໂຄງການ ເລ ຈັດໃຫຍ່ໃຫ້ໂຊກປະຈຳປີ 2018. ໃນວັນທີ 3 ສິງຫາ 2018 ຢູ່ທີ່ ຫ້ອງການບໍລິສັດ ຊີໄອ ການຄ້າຂາອອກ-ຂາເຂົ້າ. ລາງວັນທີ 1 ປີ້ຍົນພ້ອມທີ່ພັກ 5 ດາວ ເກາະສະໝຸຍ 3 ມື້ 2 ຄືນ ຈຳນວນ 1 ລາງວັນ 4 ບ່ອນນັ່ງ (ພ້ອມເງິນແຮຖົງ 10.000 ບາດ). ຜູ້ໂຊກດີໄດ້ແກ່ ທ່ານ ນາງ ຝົນ ຢູ່ທີ່ນະຄອນປາກເຊ ເບີໂທ: 030 98297XX ລາງວັນທີ 2  …

Read More »

ຮູ້ໄວ້ບໍ່ເສຍປຽບ! ວິທີການຄິດໄລ່ເງິນ OT ຫຼືວຽກເພີ່ມໂມງ

ເພື່ອໃຫ້ເຂົ້າກັບວັນ ກຳມະກອນສາກົນ (INTERNATIONAL LABOUR DAY) ຂວັນໃຈ ເຮົາຈຶ່ງໄດ້ໄປຊອກຄວາມຮູ້ດີໆມາຝາກໝູ່ເພື່ອນທຸກຄົນ, ເວລາທີ່ເຮັດວຽກເພີ່ມໂມງ ຫຼື OT ແລ້ວ ເຄີຍສົງໄສບໍ່ວ່າ ເພິ່ນມີວິທີຄິດໄລ່ເງິນ OT ໃຫ້ເຮົາແນວໃດ? ຫຼືບາງຄົນອາດຢາກລອງຄິດໄລ່ເງິນ OT ດ້ວຍຕົນເອງ ເພື່ອປ້ອງກັນການຖືກເອົາປຽບ ຈາກນາຍຈ້າງ ກໍສາມາດເບິ່ງຕາມສູດທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2014) ໄດ້ດັ່ງນີ້: ມາດຕາ 114. ຄ່າເຮັດວຽກເພີ່ມໂມງ: “ຄ່າເຮັດວຽກເພີ່ມໂມງ ຂອງວັນເຮັດວຽກປົກກະຕິ ນັບແຕ່ເວລາ 17 ໂມງ ຫາ 22 ໂມງ ຈະໄດ້ຮັບເງິນຄ່າແຮງງານເພີ່ມ ເທົ່າກັບ 150% ຂອງຄ່າແຮງງານປົກກະຕິ. ຄ່າເຮັດວຽກເພີ່ມໂມງ ຂອງວັນເຮັດວຽກປົກກະຕິ ນັບແຕ່ເວລາ 22 ໂມງ ຫາ 6 ໂມງເຊົ້າ ຈະໄດ້ຮັບເງິນຄ່າແຮງງານເພີ່ມ ເທົ່າກັບ 200% …

Read More »

ເຕືອນໄພ! ກຽມຮັບມືກັບສະພາບອາກາດໜາວເຢັນອີກຄັ້ງ ເລີ່ມວັນທີ 9-14 ມັງກອນ 2018 #ແຊຣບອກຕໍ່ໆກັນໄປ

“ເຕືອນໄພອາກາດໜາວ” ອີງຕາມການແຈ້ງເຕືອນຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນໃນວັນທີ 8 ມັງກອນ 2018 ວ່າ: ມວນອາກາດໜາວເຢັນຈາກ ສປ ຈີນ ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໃນໄລຍະ ຕັ້ງແຕ່ວັນທີ 9 ຫາ 14 ມັງກອນ 2018 ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 3 ຫາ 5 ອົງສາ ຢູ່ແຂວງພາກເໜືອ ພ້ອມມີຝົນຕົກກະຈາຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ, ໂດຍສະເພາະເຂດພູດອຍ ບັນດາແຂວງພາກເໜຶອ, ແຂວງ ໄຊສົມບູນ, ເມືອງ ດາກຈຶງ ແັລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ. #ຢ່າລືມແຊຣບອກຕໍ່ໆກັນໄປ, ຢ່າລືມຮັກສາສຸຂະພາບແດ່ເດີ້ພໍ່ແມ່ພີ່ນ້ອງ!!!

Read More »