Breaking News

Just Happened

ເລີ່ມແລ້ວ! ການປະກວດວົງດົນຕີລະດັບປະເທດ “Beerlao Band Challenge Season2” ຊິງເງິນລາງວັນເຖິງ 150 ລ້ານກີບ!!!

ການປະກວດວົງດົນຕີລະດັບປະເທດ “Beerlao Band Challenge Season2” ຊິງເງິນລາງວັນເຖິງ 150 ລ້ານກີບ!!! ກັບມາອີກຄັ້ງກັບໂຄງການປະກວດ Beerlao Band Challenge Season2 ເຊິ່ງໄດ້ມີຮອບAuditionໃນວັນທີ 17 ມິຖຸນາ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມ ແລະ ເປີດພິທີໃນການແຂ່ງຂັນຢ່າງເປັນທາງການໂດຍ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ຈັດການຝ່າຍການຕະຫຼາດ ບໍລິສັດເບຍລາວ, ພ້ອມດ້ວຍຄະນະກຳມະການຜູ້ທີ່ມີປະສົບການໃນວົງການບັນເທີງລາວມາດົນນານ ທ່ານ ສົມສິນ ຜູ້ບໍລິຫານໂຄງການ Yamaha by Imusic, ທ່ານ ສຸລິນທອນ ຂຸນສະທອງ ນັກດົນຕີຣ ຜູ້ປະດິດດົນຕີ ຫຼື ອ້າຍ ໝີ ເມັກກ່າແດັນ, ທ່ານນາງ ອາລູນາ ຖາວອນສຸກ, ທ່ານ ອຸດາໄລ ນູສີຫາລາດ ຫຼື …

Read More »

HUAWEI P10 ນໍາສະເໜີສີໃໝ່ ສີຂຽວ ( Greenery ) ຂໍ້ສະເໜີສຸດພິເສດຮ່ວມກັບ ລາວໂທລະຄົມ ແລະ ອິອອນ

ໃນວັນທີ 17 ມິຖຸນາ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ບໍລິສັດຫົວເຫວີຍ ໄດ້ມີການນໍາສະເໜີ HUAWEI P10 PLUS ສີຂຽວ(Greenery) ສີສັນຂອງປີ 2017 ທີ່ຈະເປັນຕົວແທນແຟຊັ້ນຂອງປີນີ້ ພ້ອມກັບຂໍ້ສະເໜີສຸດພິເສດໃໝ່ລ່າສຸດທີ່ຮ່ວມມືກັບ ບໍລິສັດລາວໂທລະຄົມ ແລະ ອິອອນ%. ພາຍໃນງານ ທ່ານນາງ ຊັດຊະນີ ສຸມາເນດ ຮອງຜູ້ອຳນວຍການຝ່າຍອຸປະກອນສື່ສານຫົວເຫວີຍລາວໄດ້ໃຫ້ກຽດຂຶ້ນສະເໜີວ່າ: ຫົວເຫວີຍ P10 Plus ສີຂຽວ ສີແຫ່ງປີ 2017 ເຊິ່ງບໍລິສັດຫົວເຫວີຍໄດ້ຮ່ວມມືກັບສະຖາບັນແຫ່ງສີ Pantone ເຊິ່ງເປັນຜູ້ຊ່ຽວຊານກ່ຽວກັບສີລະດັບໂລກ ທີ່ຈະເຮັດໃຫ້ສະມາດໂຟນມີສີສັນໃໝ່ໆ ທີ່ບໍ່ເຄີຍມີມາກ່ອນ ກໍ່ເຊັ່ນດຽວກັນກັບສີຂຽວ (Greenery) ທີ່ໂຕເຄື່ອງມີການອອກແບບທີ່ໃຫ້ຄວາມຫຼູຫຼາຫຼາຍຂຶ້ນ ດ້ວຍພື້ນຜິວ Diamond-cut ພາໃຫ້ເກີດຄວາມແວວວາວເມື່ອກະທົບກັບແສງ ເຊິ່ງພາໃຫ້ໂທນສີນີ້ກາຍເປັນສີຍອດນິຍົມ ແລະ ບໍ່ຄ່ອຍເຫັນມາກ່ອນ, ນອກຈາກນີ້ກໍ່ຍັງມີອີກຫຼາກຫຼາຍສີສັນໃຫ້ທ່ານໄດ້ເລືອກເຊັ່ນ: Greenery, Dazzling Blue, Dazzling Gold, …

Read More »

ງາມຫຼາຍ! ບັນດານາງສາວລາວຜູ້ເຂົ້າຮອບ 20 ຄົນສຸດທ້າຍ “Miss Grand Laos 2017”

ພິທີເປີດຕົວ 20 ນາງສາວຜູ້ເຂົ້າປະກວດ “Miss Grand Laos” ຢ່າງເປັນທາງການ!!! ໃນວັນທີ 13 ມິຖຸນາ 2017 ທີ່ຜ່ານມາໄດ້ມີພິທີເປີດຕົວ 20 ນາງສາວຜູ້ເຂົ້າປະກວດ “Miss Grand Laos” ຢູ່ທີ່ນະຄອນຫຼວງວຽງຈັນ, ຫຼັງຈາກທີ່ໄດ້ມີການເປີດຮັບສະໝັກບັນດານາງສາວທີ່ມີເງື່ອນໄຂ ແລະ ຄວາມພ້ອມຕ່າງໆ ບໍ່ວ່າຈະເປັນສ່ວນສູງ 168ຊມ ຂຶ້ນໄປ, ມີອາຍຸລະຫວ່າງ 17-27, ແລະ ບຸກຂະລິກກະພາບພຽບພ້ອມ, ເຊິ່ງກໍ່ໄດ້ເປີດຮັບສະໝັກຕັ້ງແຕ່ເດືອນເມສາ ຈົນເຖິງວັນທີ 17 ພຶດສະພາ 2017 ທີ່ຜ່ານມາ, ກໍ່ໄດ້ມີການຄັດເລືອກເພື່ອທີ່ຈະຄັດຜູ້ເຂົ້າຮອບ 20 ຄົນສຸດທ້າຍ, ເພື່ອເຮັດກິດຈະກຳຕ່າງໆກ່ອນທີ່ຈະຮອດວັນປະກວດຮອບຕັດສິນໃນວັນທີ 15 ກໍລະກົດ 2017 ທີ່ຈະມາເຖິງນີ້, ເຊິ່ງເປັນກຽດເປັນປະທານເປີດງານໂດຍ ທ່ານ ດຣ ຫົງຄຳ ສຸວັນນະວົງ ປະທານໂທລະພາບທີວີລາວ ແລະ ປະທານຈັດງານປະກວດມິສແກຣນລາວ, …

Read More »

ສຸດຍອດ! ຕົວແທນຈາກປະເທດລາວຄວ້າລາງວັນ “ຂວັນໃຈສື່ມວນຊົນ” ໃນເວທີລະດັບໂລກ!!!

ເປັນທີ່ໜ້າຊື່ນຊົມຍິນດີກັບຕົວແທນຈາກປະເທດລາວ ອຸງ ທົດສະພອນ ສິດພະໄຊ ທີ່ສາມາດເອົາຊະນະລາງວັນ “ຂວັນໃຈສື່ມວນຊົນ” ໃນເວທີລະດັບໂລກຢ່າງ “Mister National Universe 2017” ເຊິ່ງການປະກວດໄດ້ຜ່ານໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 13 ມິຖຸນາ 2017 ທີ່ຜ່ານມາ, ການປະກວດໃນເວທີລະດັບໂລກຕົວແທນຈາກປະເທດລາວເຮົາກໍເຮັດໄດ້ດີ ແລະ ມີຄວາມພະຍາຍາມຢ່າງເຕັມທີ່ ແລະ ກໍບໍ່ເຮັດໃຫ້ຄົນລາວຜິດຫວັງເພາະສາມາດເຂົ້າໄປເຖິງຮອບ 10 ຄົນສຸດທ້າຍ ແຖມຍັງເອົາຊະນະໃຈທັງຄົນລາວເຮົາ ແລະ ຄົນທົ່ວໂລກເພາະຄວ້າລາງວັນ Media Choice Awards ຫຼື “ຂວັນໃຈສື່ມວນຊົນ” ນັ້ນເອງ. ການທີ່ຄົນລາວເຮົາກ້າວມາໄກ ແລະ ມີຄວາມສາມາດເຖິງພຽງນີ້ກໍເປັນເລື່ອງທີ່ໜ້າຍິນດີແລ້ວ, ເຖິງຈະບໍ່ໄດ້ລາງວັນທີ 1,2,3 ກໍບໍ່ເປັນຫຍັງເພາະຖືວ່າເຮັດໄດ້ດີຫຼາຍ ແລະ ເອົາຊະນະໃຈຄົນລາວເຮົາໄປແບບເຕັມໆ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຂໍຂອບໃຈຮູບພາບ

Read More »

ໄດ້ແລ້ວ! ໂສມໜ້າຜູ້ເຂົ້າຮອບ 2 ຄົນສຸດທ້າຍໃນໂຄງການ “AirAsia Runway Ready Designer Search 2017”

ປະກາດໂສມໜ້າຜູ້ເຂົ້າຮອບ 2 ຄົນສຸດທ້າຍ ຈາກການແຂ່ງຂັນຄັດເລືອກຢູ່ປະເທດລາວ (AirAsia Runway Ready Designer Search 2017) ນະຄອນຫຼວງວຽງຈັນ, ວັນທີ 10 ມິຖຸນາ 2017 ທີ່ຜ່ານມາໄດ້ມີການຈັດງານການປະກາດຜົນຜູ້ເຂົ້າຮອບ 2 ຄົນສຸດທ້າຍໃນໂຄງການ AirAsia Runway Ready Designer Search ເຊິ່ງຈັດເປັນຄັ້ງທີ່ສາມ, ໂດຍມີຄະນະກຳມະການຜູ້ຊົງຄຸນນະວຸດໃຫ້ກຽດເປັນກຳມະການເຊັ່ນ: ທ່ານ Andrew Tan ຜູ້ສ້າງ KL Fashion Week; ທ່ານ ເທບ ນິຣະນາດພູຣີ ຜູ້ຈັດການອະວຸໂສ ຝ່າຍຜະລິດຕະພັນ ຂົງເຂດອິນໂດຈີນ ຂອງ ແອເອເຊຍ; ທ່ານ Tan Hooi Min ຫົວໜ້າຝ່າຍຊື້ FashionValet ; ທ່ານ ນາງ ປານີ ໄຊຍະວົງ …

Read More »