Breaking News

Just Happened

ເລີ່ມແລ້ວ! ງານວາງສະແດງສິນຄ້າ “Top thai brands 2017” ຕັ້ງແຕ່ວັນທີ 7-11 ມິຖຸນາ 2017

ໃນຕອນບ່າຍວັນທີ 7 ມິຖຸນາ 2017 ຢູ່ທີ່ ສູນການຄ້າລາວ ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ. ກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກງານສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ແຫ່ງຣາຊະນາອາຈັກໄທ ໄດ້ຈັດພິທີເປີດງານວາງສະແດງສິນຄ້າ “ສຸດຍອດກາໄທ” (Top thai brands) ປະຈຳປີ 2017, ພິທີການເປີດງານຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນົບພະດົນ ເທບພິທັກ ເອກອັກຄະລາຊະທູດ ແຫ່ງຣາດຊະນາຈັກໄທ ປະຈຳນະຄອນຫຼວງວຽງຈັນ, ທ່ານ ນາງ ຢານີ ສີມີໄຊ ອັກຄະລາຊະທູດທີ່ປຶກສາ ຝ່າຍການພານິດ ແຫ່ງຣາດຊະອານາຈັກໄທ, ມີບັນດານັກທຸລະກິດລາວ-ໄທ, ພໍ່ແມ່ປະຊາຊົນ …

Read More »

ເກີດຫຍັງຂຶ້ນ? ເມື່ອຄະນະກຳມະການ Lao Fashion Week ຕັດສິດໜຶ່ງໃນນັກອອກແບບໜຸ່ມນ້ອຍ!!!

ໃນວັນທີ 1 ມິຖຸນາ ທີ່ຜ່ານມາ ເພສດັງ Lao Fashion Week ໄດ້ອອກມາໂພສແຈ້ງການເຖິງການປ່ຽນແປງຂອງຜົນການຕັດສິນຂອງໂຄງການ ນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designer 2017) ເຊິ່ງໄດ້ລະບຸດັ່ງນີ້: ເຊິ່ງກໍລະນີດັ່ງກ່າວເຮັດໃຫ້ທຸກໆຄົນຕ່າງກໍມີຄວາມງົງໄປຕາມໆກັນວ່າມັນເກີດຫຍັງຂຶ້ນແທ້, ເປັນຢ່າງໃດກໍຂໍເປັນກຳລັງໃຈໃຫ້ກັບທຸກໆຝ່າຍເລີຍເດີ້ ແລະ ຂໍະແດງຄວາມຍິນດີກັບນ້ອງ ນ. ມະນີວອນ ວັນສະຫວັດ, ອາຍຸ 18 ປີ ຈາກແຂວງຈຳປາສັກ ທີ່ໄດ້ທຶນການສຶກສາ 6 ເດືອນ ທີ່ສະຖາບັນ ນານຢາງ, ສິງກະໂປ ແທນຜູ້ທີ່ຖືກເພີກຖອນໃນທຶນນີ້ໄປ. ທີ່ມາ: Lao Fashion Week

Read More »

ກຣີດໆ…ເຈົ້າແມ່ຫ້າງແຕກກັບມາອີກແລ້ວ!!! Superstar ອໍ້າ ພັດຊະຣາພາ ກຽມເດີນທາງມາລາວໄວໆນີ້…

ອີກແລ້ວໆໆໆ!!! ແຟນຄລັບຊາວລາວເຮົາມີເຮ…ເພາະກຽມພົບກັບດາລາໃນດວງໃຈຂອງໃຜຫຼາຍໆຄົນ ອໍ້າ ພັດຊະຣາພາ ໄຊເຊື້ອ ດາລາ-ນັກສະແດງ ໝາຍເລກໜຶ່ງຂອງປະເທດເພື່ອນບ້ານທີ່ກຽມມາພົບກັບແຟນໆຊາວລາວເຮົາອີກແລ້ວເປັນເທື່ອທີ 2 ໃນວັນທີ 7 ມິຖຸນາ 2017 ທີ່ຈະຮອດຈະເຖິງໃນໄວໆນີ້, ຫຼັງຈາກທີ່ເທື່ອກ່ອນຕອນທີ່ເອື້ອຍອໍ້າໄດ້ມາຮ່ວມເປີດໂຕສິນຄ້າຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ເຊື່ອວ່າທຸກໆຄົນກໍຄົງຈະຍັງຈື່ກັນໄດ້ເພາະສ້າງປະກົດການຮືຮາໄປທົ່ວປະເທດເພາະມີແຟນໆຊາວລາວໄປໃຫ້ການຕ້ອນຮັບກັນຢ່າງເນື່ອງແໜ້ນຈົນໄດ້ສາຍາວ່າ “ເຈົ້າແມ່ຫ້າງແຕກ” ແລະມາໃນເທື່ອນີ້ ເອື້ອຍອໍ້າ ພັດຊະຣາພາ ຊຸບຕາຄົນງາມກໍຈະມາພົບກັບແຟນໆອີກແລ້ວ ສາມາດໄປເຈິກັບເອື້ອຍອໍ້າໄດ້ເລີຍຢູ່ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນງານ ” Top Thai Brands 2017 ”  ແລະ ການມາຂອງເອື້ອຍ ອໍ້າ ພັດຊະຣາພາ ໄຊເຊື້ອ ໃນເທື່ອນີ້ຈະມາໃນແບບທີ່ໃຫ້ແຟນໆໄດ້ເວົ້າລົມ ແລະ ສຳພາດກັນແບບໃກ້ຊິດອີກເດີ້!!! (ຢ່າລືມຢ່າພາດ) ຮູບພາບ: aum_patchrapa ຂໍ້ມູນ: Khompanya Entertainment  

Read More »

ຊົມເຊີຍ! 15 ປີແຫ່ງຄວາມສຳເລັດຂອງໂຮງຮຽນ ນານາຊາດ ປັນຍາທິບ

ໃນວັນທີ 31 ພຶດສະພາ 2017 ທີ່ຜ່ານມາ ຢູ່ ໂຮງແຮມ Crowne plaza vientiane ນະຄອນຫຼວງວຽງຈັນ ໄດ້ມີພິທີສະເຫຼີມສະຫຼອງ ໂຮງຮຽນນານາຊາດ ປັນຍາທິບ ຄົບຮອບ 15 ປີ, ເປັນກຽດເປັນປະທານໃນງານໂດຍ ທ່ານ ລີຕູ້ ບົວປາວ ອາດີດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ , ທ່ານ ນາງ ປາດຖະໜາ ປັນຍາທິບ ຜູ້ອຳນວຍການ ແລະ ຜູ້ກໍ່ຕັ້ງໂຮງຮຽນນານາຊາດປັນຍາທິບ, ທ່ານ  John Gwyn Jones ຮອງຜູ້ອຳນວຍການໂຮງຮຽນນານາຊາດປັນຍາທິບ ແລະ ຮ່ວມດ້ວຍບັນດາແຂກຈາກຫຼາຍພາກສ່ວນທັງການນຳພັກລັດ, ສະຖານທູດ, ຜູ້ບໍລິຫານໂຮງຮຽນຫຼາຍໂຮງຮຽນ, ນັກທຸລະກິດຈາກຫຼາຍຂະແໜງທັງພາຍໃນ ແລະ ຕ່າງປະເທດ, ຜູ້ປົກຄອງນັກຮຽນ ແລະ ນັກຮຽນຈຳນວນໜຶ່ງ ແລະ ສື່ມວນຊົນຈຳນວນຫຼວງຫຼາຍເຂົ້າຮ່ວມ. …

Read More »

ພາບບັນຍາກາດໃນງານປາຕີ້ຍ້ອນຍຸກສຸດມັນໃນງານ “Flashback Friday” by Tuborg

ໃນວັນທີ 26 ພຶດສະພາ 2017 ທີ່ຜ່ານມາເບຍ Tuborg ໄດ້ຈັດງານປາຕີ້ຍ້ອນຍຸກສຸດມັນ “Flashback Friday” ຢູ່ທີ່ຮ້ານອາຫານ Laoderm SKYBAR, ເຊິ່ງຄອນເສັບພາຍໃນງານໃນຄັ້ງນີ້ຈະມາໃນຕຣີມ #BackToThe2000s ຫຼືຍ້ອນຍຸກກັບໄປຍຸກປີ 2000 ເຊິ່ງເຮັດໃຫ້ມີຜູ້ຄົນສົນໃຈ ແລະ ເຂົ້າຮ່ວມໃນງານນີ້ຢ່າງຫຼວງຫຼາຍ!!! ພາຍໃນງານຍັງພົບກັບກິດຈະກຳທີ່ສຸດແສນຈະມ່ວນຊື່ນ ພົບກັບດີເຈໜຸ່ມສຸດຫຼໍ່ ແລະ ດີເຈສາວສຸດເຊັກຊີ່ດີເຈ ແອນນາ ທີ່ມາຮ່ວມສ້າງສີສັນດ້ວຍການເປີດເພງມ່ວນໆ ເປັນເພງສາກົນດັງໃນອະດີດ ແບບວ່າຖ້າໃຜໄດ້ໄປງານນັ້ນຕ້ອງຄິດວ່າໄດ້ຍ້ອນຍຸກໄປປະມານ 17 ປີກ່ອນພຸ້ນເດີ້ (ບອກເລີຍວ່າມັນອີ່ຫລີ) ແລະ ນອກຈາກນັ້ນຍັງມີກິດຈະກຳຕ່າງໆໃຫ້ຮ່ວມຢ່າງຫຼວງຫຼາຍເຊັ່ນ: ຮ່ວມຫຼິ້ນເກມເພື່ອລຸ້ນຮັບຂອງລາງວັນຕ່າງໆ, ຖ່າຍຮູບໃນ  Photo Boot ທີ່ທາງທີມງານຈັດກຽມໄວ້ໃຫ້ຢ່າງຄົບຊຸດເພື່ອໃຫ້ທຸກໆຄົນທີ່ເຂົ້າຮ່ວມງານໄດ້ເກັບໄວ້ເປັນທີ່ລະນຶກ ແລະ ທີ່ເປັນໄຮໄລ້ຂອງງານບອກເລີຍວ່າເດັດສຸດເພາະຍັງມີການປະກວດເຄື່ອງແຕ່ງກາຍຍ້ອນຍຸກ ແລະ ຄົນທີ່ຖືກໃຈກຳມະການກໍຈະໄດ້ຮັບບັດຄອນເສີດ Britney Spears Live in Bangkok 2017 ອີກດ້ວຍ… ສຳລັບແຟນໆທ່ານໃດທີ່ບໍ່ໄດ້ມາຮ່ວມໃນງານ “Flashback Friday” …

Read More »