Breaking News

Just Happened

ເຕັກໂນໂລຊີການຂັບຂີ່ແບບອັດສະລິຍະຂອງລົດ ອໍລ ນິວ ນິສສັນ ເທີຣາ (ALL- NEW NISSAN TERRA)

ອໍລ ນູ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ຖືກແນະນໍາໂດຍ ຕົວແທນຈໍາໜ່າຍລົດຍົນນິສສັນ NISSAN ໃນປະເທດລາວ ຄືບໍລິສັດ ຕັນຈົງ (ລາວ) ຈຳກັດ  (Lao) Sole Co., Ltd. (“TCML”). ລົດຍົນໄດ້ຖືກຜະລິດທີ່ສູນການຜະລິດລົດຍົນນິສສັນໃນປະເທດໄທຍ ເພື່ອສະໜອງລົດຍົນໃຫ້ກັບຕະຫຼາດໃນເອເຊຍຕາເວັນອອກສ່ຽງໃຕ້, ລົດຍົນນິສສັນ NISSAN ໄດ້ຜະສົມຜະສານການທຳງານຂອງເຄື່ອງຍົນລະດັບສູງດ້ວຍເຕັກໂນໂລຊີການຂັບທີ່ອັນລໍ້າເລີດເພື່ອການຂັບຂີ່ທີ່ສະດວກສະບາຍ ແລະ ເຮັດໃຫ້ລູກຄ້າເກີດຄວາມໝັ້ນໃຈໃນການຂັບຂີ່. ດ້ວຍຮູບແບບໂຄງສ້າງ 7 ທີ່ນັ່ງຂອງລົດຍົນສະປອດທ໌ ເອັດຢູວີ ອໍລ ນິວ ນິສສັນ ເທີຣາ SUV ALL- NEW NISSAN TERRA ທີ່ສ້າງຂື້ນມາດົນຫຼາຍກວ່າ 60 ປີຂອງຂອງລົດຕະກູນສຸບວ໌ SUV ຂອງນິສສັນ Nissan ລວມເຖີງລຸ່ນທີ່ເປັນເອກະລັກຂອງນິສສັນ Nissan ໄດ້ແກ່ …

Read More »

ບໍ່ໄດ້ແຊ້ມແຕ່ຊະນະໃຈຄົນລາວ! ຫຼັງຈາກທີມຊາດລາວ ພາດຈຸດໂທດເສຍໃຫ້ ທີມຊາດໄທ 3-5 (ຖືວ່າເກັ່ງຫຼາຍແລ້ວ…ຊົມເຊີຍ)

ເປັນທີ່ຮືຮາທົ່ວບ້ານທົ່ວເມືອງໃນເວລານີ້ ຫຼັງນັກເຕະຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ໂຊຜົນງານແບບເໝືອເມກ ເອົາຊະນະຫຼາຍນັດລວດ ສ້າງປະຫວັດຫນ້າໃຫມ່ໃຫ້ກັບວົງການບານເຕະລາວ ແລະ ຫຼ້າສຸດຜ່ານເຂົ້າຮອບຊິງຊະນະເລີດໄປພົບກັບ ທີມຊາດໄທ ແຂ່ງຂັນໄປໃນວັນທີ 21 ພຶດສະພາ 2019 ທີ່ຜ່ານມາ… ເຊື່ອວ່າແຟນໆກໍຄົງຕິດຕາມການແຂ່ງຂັນນັດຊິງຊະນະເລິີດຢ່າງໃຈຈົດໃຈຈໍ່ ໃນທີ່ສຸດຜົນກໍອອກມາແລ້ວ ທີມຊາດລາວ ພາດຈຸດໂທດ ເສຍໃຫ້ ທີມຊາດໄທ 3-5 ຫລັງຈາກ ເວລາປົກກະຕິ ສະເຫມີ 0-0  ຖືວ່ານ້ອງໆມີຄວາມສາມາດ ແລະ ເກັ່ງຫຼາຍໆ ເຖິງຈະພາດເສຍໃນນັດຊິງເພາະພຽງພາດຈຸດໂທດ ຕາມຄວາມເປັນຈິງແລ້ວຖືວ່ານ້ອງໆເກັ່ງຫຼາຍໆ ມື້ນີ້ອາດຈະຍັງບໍ່ແມ່ນມື້ຂອງເຮົາ, ແຕ່ເຖິງຢ່າງໃດກໍຕາມທີມຊາດລາວກໍໄດ້ສ້າງປະຫວັດສາດໜ້າໃໝ່ ຄວ້າຮອງແຊ້ມ ໃນການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ມາຝາກຄົນລາວ. (ຂໍສະແດງຄວາມຍິນດີ…ເກັ່ງຫຼາຍໆ) ແລະ ຍັງບໍ່ໝົດຢພຽງແຕ່ເທົ່ານັ້ນ ແຟນໆຊາວລາວຕ່າງກໍໃຫ້ກຳລັງໃຈ ແລະ ຍັງເວົ້າເປັນສຽງດຽວກັນ ເຖິງຈະບໍ່ໄດ້ແຊ້ມແຕ່ຊະນະໃຈ ພວກນ້ອງໆເກັ່ງຫຼາຍໆ …

Read More »

ຂໍສະແດງຄວາມຍິນດີ! ນັກເຕະຍິງທີມຊາດລາວ ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ (ຟອມດີຫຼາຍ ແຊຣເປັນກຳລັງໃຈໃຫ້ເດັກລາວ)

ເກັ່ງຫຼາຍໆ ທີມຊາດຍິງ ລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຍັງຜົນງານດີຕໍ່ເນື່ອງ ຊະນະ ທີມຊາດ ກຳປູເຈຍ ຮຸ່ນອາຍຸບໍ່ເກີນ 15 ປີ 2-0 ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ ວັນທີ 15 ພຶດສະພາ 2019 ຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1 ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື “AFF U15 GIRLS’ CHAMPIONSHIP 2019” ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດກຳປູເຈຍ 2-0 ໂດຍ ທີມຊາດລາວ ໄດ້ປະຕູ ຈາກ ເບີ …

Read More »

ອິຊູຊຸເປີດຕົວຂຸມພະລັງໃໝ່ເຄື່ອງຈັກຍອດນິຍົມສຸດໄຮເທັກ “New! Isuzu 1.9 Ddi Blue Power”

ເລີ່ມຕົ້ນອາທິດກາງເດືອນ ພຶດສະພາ 2019 ມາພ້ອມກັບຂ່າວສານດີໆທີ່ຈະເກັບມາບອກຕໍ່ແຟນໆອີກແລ້ວ ຊ່ວງທ້າຍອາທິດທີ່ຜ່ານມາ ຂວັນໃຈ ເຮົາກໍບໍ່ພາດທີ່ເດີນທາງໄປຮ່ວມງານ ເປີດຕົວຂຸມພະລັງໃໝ່ເຄື່ອງຈັກຍອດນິຍົມສຸດໄຮເທັກ “New! Isuzu 1.9 Ddi Blue Power” ເຊິ່ງໄດ້ມີການເປີດຕົວໄປແລ້ວຢ່າງຍິ່ງໃຫ່ຍ ມີບັນດາແຂກ, ກອງທັບສື່ມວນຊົນ ແລະ ບັນດາແຟນໆໃຫ້ຄວາມສົນໃຈ ແລະ ຮ່ວມງານດັງກ່າວກັນຢ່າງຫຼວງຫຼາຍ… ກຸ່ມຕຣີເພັດ ໂດຍ ທ່ານ ໂທຊິອາກິ ມາເອຄາວະ ກຳມະການຜູ້ຈັດການ ບໍລິສັດ ຕຣີເພັດອີຊູຊຸເຊວສ໌ ຈຳກັດ ແລະ ຄະນະຜູ້ບໍລິຫານລະດັບສູງຈາກປະເທດໄທ ຮ່ວມເປີດຕົວອີຊູຊຸດີແມັກ ແລະ ອີຊູຊຸມິວ-ເອັກ ລຸ້ນໃໝ່ຫຼ້າສຸດທີ່ມາພ້ອມກັບຂຸມພະລັງໃໝ່ “New! Isuzu 1.9 Ddi Blue Power” ຂີດສຸດແຫ່ງເຕັກໂນໂລຊີ, ເຄື່ອງຈັກລໍ້າອະນາຄົດທີ່ໃຫ້ກຳລັງເຄື່ອງຈັກສູງສຸດ, ຄ່າມົນລະພິດຕໍ່າສຸດ ແລະ ປະຢັດນໍ້າມັນສູງສຸດ ສູ່ຕະຫຼາດລົດໃນ ສປປ ລາວ. ພ້ອມຈັດສະແດງລົດໃນງານ “Isuzu …

Read More »

ຖ້າຫາກສາວເຊຍເບຍ 1.000 ກວ່າຄົນ ຕ້ອງໄດ້ຢຸດເຮັດວຽກ ຊີວິດພວກເຂົາຈະເປັນແນວໃດ?

ຊະຕາກຳຊີວິດຂອງ ສາວເຊຍເບຍ 1.000 ກວ່າຄົນ ທົ່ວປະເທດລາວ ຈະເປັນແນວໃດ ຖ້າຫາກຕ້ອງໄດ້ຢຸດເຮັດວຽກເຊຍເບຍ ຕາມແຈ້ງການທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວາງອອກ, ຊຶ່ງຫລາຍຄົນ ກໍມີຄວາມຮູ້ສຶກນ້ອຍໃຈ ເພາະຢ້ານຮຽນບໍ່ຈົບ, ຢ້ານບໍ່ມີເງິນເສຍຄ່າເຊົ່າຫ້ອງ, ຈຸນເຈືອຄອບຄົວ ແລະ ອື່ນໆ. ປັດຈຸບັນ, ສາວເຊຍເບຍ ທົ່ວປະເທດລາວມີ 1.000 ກວ່າຄົນ, ໃນນັ້ນ ສະເພາະຂອງ ບໍລິສັດ ເບຍລາວ ມີປະມານ 800 ຄົນ ຊຶ່ງສ່ວນໃຫຍ່ແມ່ນນັກສຶກສາຢູ່ວິທະຍາໄລ ແລະ ມະຫາວິທະຍາໄລຕ່າງໆ. ໃນການປະຕິບັດໜ້າທີ່ ສາວເຊຍເບຍ ຂອງບໍລິສັດ ເບຍລາວ ແມ່ນມີລະບຽບຄຸ້ມຄອງຢ່າງເຂັ້ມງວດເຊັ່ນ: ມີລົດຮັບ-ສົ່ງລະຫວ່າງເຮືອນຫາຮ້ານ, ບໍ່ສາມາດນັ່ງນຳແຂກໄດ້, ບໍ່ສາມາດກິນເບຍໃນໂມງເຮັດວຽກໄດ້ ແລະ ເຮັດວຽກບໍ່ເກີນ 4 ຊົ່ວໂມງຕໍ່ມື້. ສິ່ງນີ້ ເປັນການສ້າງວຽກເຮັດງານທໍາ ແລະ ຊ່ວຍປັບປຸງການດຳລົງຊີວິດຂອງປະຊາຊົນລາວໃຫ້ນັບມື້ນັບດີຂື້ນ, …

Read More »