Breaking News

Just Happened

ສະໜາມທົດສອບສະມັດຖະນະຂອງ ລົດ “ Isuzu D-Max Blue Power 4×4 ” ປະເທດໄທ

ໃນຕອນເຊົ້າຂອງວັນທີ 25 ມີນາ 2017 ທີ່ຜ່ານມາຄະນະສື່ມວນຊົນຈາກ ສປປ ລາວຈໍານວນ 28 ທ່ານໄດ້ເດີນທາງໄປທີ່ ສະໜາມທົດສອບສະມັດຖະນະຂອງລົດ “ Isuzu D-Max Blue Power 4×4 ” ທີ່ເມືອງ ພັດທະຍາ ແຂວງ ຊົນບຸລີ. ໂດຍທ່ານ ຈິຣະຢຸດ ອະດິເທບນະຣາງກູນ ຜູ້ຊ່ວຍຜູ້ຈັດການທົ່ວໄປ ບໍລິສັດ ຕຣີເພັດ ອີຊູຊຸ ເຊວສ໌ ຈໍາກັດ ເພິ່ນໄດ້ມາໃຫ້ຄໍາແນະນໍາ ການຂັບລົດອີຊູຊຸຂັບເຄື່ອນ 4 ລໍ້ ( Isuzu D-Max V-Cross ) ທີ່ສະໜາມຂັບເຄື່ອນ 4 ລໍ້ອີຊູຊຸ ພັດທະຍາ ໃຫ້ກັບສື່ມວນຊົນ ສປປ ລາວໄດ້ຮູ້ ກ່ອນທີ່ຈະໄດ້ໄປນັ່ງ ແລະ ທົດລອງຂັບດ້ວຍຕົນເອງ. ບໍລິສັດ …

Read More »

ຄະນະສື່ມວນຊົນ 28 ທ່ານຢ້ຽມຊົມໂຮງງານ “ ອີຊູຊຸເກດເວ ”

ໃນວັນທີ 24 ມີນາ 2017 ທີ່ຜ່ານມາ ທາງຄະນະສື່ມວນຊົນຈາກ ສປປ ລາວ ກໍໄດ້ສືບຕໍ່ເດີນທາງໄປຢ້ຽມຊົມໂຮງງານ “ ອີຊູຊຸເກດເວ ” ທີ່ແຂວງ ຊະເຊີງເຊົາ ໂດຍໃຫ້ກຽດຕ້ອນຮັບໂດຍທ່ານ ເຊີງຊາຍ ຄະທາວຸດຢຸດທະໄຊ ເຈົ້າໜ້າທີ່ບໍລິຫານແຜນການຜະລິດ ໂຮງງານອີຊູຊຸເກດເວ ບໍລິສັດ ອີຊູຊຸ ມໍເຕີ ປະເທດໄທ ຈໍາກັດ. ບໍລິສັດ ຕຣີເພັດ ອີຊູຊຸ ເຊວ ຈໍາກັດ ໄດ້ຕອກຢໍ້າຄວາມເຊື່ອໝັ້ນສັກກະຍາພາບ ຂອງປະເທດໄທໃນການເປັນຖານ ການຜະລິດລົດເພື່ອການຄ້າ ຂອງອີຊູຊຸໃນລະດັບໂລກ. ເປັນໂຮງງານແຫ່ງໃໝ່ຂອງ “ ອີຊູຊຸເກດເວ ” 1 ໃນ 3 ຂອງຖານການຜະລິດທີ່ມີມູນຄ່າການລົງທຶນສູງເຖິງ 6.500 ລ້ານບາດ ຢູ່ທີ່ນິຄົມອຸດສາຫະກໍາ ເກດເວຊີຕີ້ ແຂວງຊະເຊີງເຊົາ ທີ່ມີມາດຕະຖານການຜະລິດທີ່ທັນສະໄໝ ແລະ ສົມບູນແບບ ເຮັດໃຫ້ອີຊູຊຸ …

Read More »

60 ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ

ໃນວັນທີ 23 ມີນາ 2017 ຄະນະສື່ມວນຊົນຈໍານວນ 28 ຄົນຈາກ ສປປ ລາວໄດ້ເດີນໄປຢ້ຽມຢາມ ສໍານັກງານໃຫຍ່ ຂອງບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ ທີ່ກຸງເທບ ປະເທດໄທ ໂດຍການໃຫ້ກຽດຕ້ອນຮັບໂດຍທ່ານ ໂທຊິອາກິ ມາເອຄາວະ ປະທານ ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ, ທ່ານ ນາງ ປະນັດດາ ເຈນນະວາສິນ ກໍາມະການຮອງຜູ້ຈັດການ ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ. ບໍລິສັດ ຕຣີເພັດ ອີຊູຊຸ ເຊວ໌ ຈໍາກັດ ເປັນບໍລິສັດຮ່ວມມືການຄ້າຄົບວົງຈອນ ລະຫວ່າງ ບໍລິສັດ ມິດຊູບິຊິ ຄໍປໍເຣຊັນ ແລະ ບໍລິສັດ ອີຊູຊຸ ມໍເຕີ …

Read More »

ຈັນແກ້ວ ຮູບເງົາຈາກແຂວງຫຼວງພະບາງ ໄດ້ຮັບລາງວັນ “ຮູບເງົາສັ້ນດີເດັ່ນ”

  ຈັນແກ້ວ ຮູບເງົາຈາກແຂວງຫຼວງພະບາງ ໄດ້ຮັບລາງວັນ “ຮູບເງົາສັ້ນດີເດັ່ນ” ຈາກເວທີ Vientianale FilmFestival 2017 ທີ່ຈັດຂຶ້ນໃນວັນທີ 22-26 ມີນາ 2017 ທີ່ຜ່ານມາ, ຮູບເງົາສັ້ນເລື່ອງນີ້ສ້າງຂຶ້ນໂດນທີມງານ XIENG DONG FILM ເປັນຮູບເງົາທີ່ພວກເຂົາມີຄວາມພູມໃຈ ແລະ ປະທັບໃຈໃນການສ້າງຂື້ນມາ ເຖິງຈະເປັນພຽງເລື່ອງສັ້ນແຕ່ກໍເປັນຄວາມພະຍາຍາມທີ່ພວກເຂົາທຸກຄົນລວມທັງນັກສະແດງທຸ້ມເທ ແລະ ຕັ້ງໃຈຫຼາຍ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ມາເບິ່ງ! ຮູບເງົາສັ້ນເລື່ອງ “ຈັນແກ້ວ” ໄດ້ເລີຍ!!! Short Film Chan keo. Filmmaker by Xeingdong Film Best Film win… (Full Version" Chan Keo "Short film. Best Film The Winner in Vientianale FilmFestival …

Read More »

ຂໍຊົມເຊີຍ! ນັກສຶກສາລາວໃສ່ຊຸດປະຈຳຊາດຂຶ້ນຮັບໃບປະກາດຈົບປະລິນຍາເອກ ທີ່ປະເທດຍິປຸ່ນ!

ຂໍຊົມເຊີຍ!!! ນາງ ອິນທິພອນ ໄຊຍາວົງ  ນັກສຶກສາລາວ ໃສ່ຊຸດປະຈຳຊາດຂຶ້ນຮັບໃບປະກາດ ຈົບປະລິນຍາເອກຂະແໜງເສດຖະສາດມະຫາພາກ, ທີ່ Hiroshima Shudo University ປະເທດຍິປຸ່ນ ການສຶກສາຕໍ່ປະລິນຍາເອກ ແມ່ນມີຄວາມຫຍຸ້ງຍາກ ແລະ ເຄັ່ງຄຽດນຳຫຼາຍບັນຫາທີ່ເກີດຂຶ້ນ , ໂດຍສະເພາະແມ່ນການເຮັດບົດນິພົນຫົວຂໍ້ : ການວິເຄາະນະໂຍບາຍມະຫາພາກ ພາຍໃຕ້ລະບົບເສດຖະກິດທີ່ມີການນຳໃຊ້ເງິນຕາຫລາຍສະກຸນຢູ່ປະເທດລາວ . ຕ້ອງໄດ້ໃຊ້ສະມາທິ ແລະ ຄວາມຕັ້ງໃຈເປັນຢ່າງສູງຈຶ່ງສາມາດຜ່ານຜ່າອຸປະສັກຕ່າງໆເຫຼົ່ານັ້ນມາໄດ້ . ພ້ອມກັນນັ້ນສິ່ງທີ່ຂາດບໍ່ໄດ້ເລີຍກໍ່ຄື .. ກຳລັງໃຈຈາກຄອບຄົວ, ຄົນຮັກ ແລະ ເພື່ອນມິດສະຫາຍ.. ນາງ ອິນທິພອນ ກ່າວ. (ຮູບພາບເມື່ອປີ 2015 ແຕ່ຍັງສ້າງຄວາມປະທັບໃຈ ແລະ ພາກພູມໃຈແກ່ຊາວລາວເຮົາ ບໍ່ເຄີຍປ່ຽນແປງ) #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມຮັກຊາດຂອງຄົນລາວເຮົາ ທີ່ມາ ແລະ ຮູບພາບຈາກ: ຢາກແຕ້ມ & ຢາກເວົ້າ

Read More »