Breaking News

Just Happened

ວັນໃໝ່ ໂພສຮູບຄູ່ຈົນຊາວເນັດມີຄວາມສົງໃສວ່າໝຸ່ມຄົນນີ້ອາດຈະເປັນແຟນຂອງວັນໃໝ່ຫຼືບໍ່?

ຍັງເປັນກະແສກັນເລື້ອຍໆສຳລັບນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ທີ່ໄປປະກວດສາວງາມປະເພດສອງໃນເວທີລະດັບໂລກ “Miss International Queen 2016” ຈົນສ້າງຊື່ສຽງໃຫ້ປະເທດລາວເຮົາໂດຍການຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ” ມາໄດ້ ແລະ ສ້າງສຽງຮືຮາໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວໄດ້ຮ່ວມຍິນດີກັນຖ້ວນໜ້າ, ພໍສຳເລັດການປະກວດວັນໃໝ່ກໍເປັນທີ່ຮູ້ຈັກ ແລະ ຖືກຕິດຕາມຈາກແຟນໆຫຼາຍພໍສົມຄວນ ແລະ ຫຼ້າສຸດເຟັກບຸກສ່ວນຕົວຂອງວັນໃໝ່ກໍໄດ້ໂພສຮູບຄູ່ກັບໝຸ່ມເຈົ້າຊູ້ໜ້າຕາດີນາມວ່າ ອາເລັກ ແລະ ຂຽນຄຳອະທິບາຍເທິງຮູບພາບວ່າ “ຄິດຮອດ Miss you” ພໍແຕ່ວັນໃໝ່ໂພສຮູບບໍ່ພໍເທົ່າໃດກໍເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ ຄອມເມັ້ນຮູບພາບກັນແບບລົວໆ ທັງສະແດງຄວາມຍິນດີ ທັງບອກວ່າຄູ່ນີ້ເໝາະສົມກັນ ແລະ ຍັງມີຄົນສົງໃສອີກຕ່າງໆນາໆວ່າ ຫຼືໜຸ່ມຄົນນີ້ອາດຈະເປັນໜຸ່ມທີ່ກຸມຫົວໃຈນ້ອງວັນໃໝ່ຢູ່ກໍເປັນໄດ້ ເຖິງຢ່າງໃດກໍຕາມຍັງບໍ່ມີການເປີດເຜີຍໃດໆຈາກນ້ອງ ວັນໃໝ່ ຫຼື ໜຸ່ມອາເລັກ ຄົນທີ່ຢູ່ໃນຮູບພາບ, ຈົ່ງຕິດຕາມກັນຕໍ່ໄປວ່າຈະມີຄວາມຄືບໜ້າຢ່າງໃດ ແລະ ທາງທີມງານເຮົາກໍຈະນຳເອົາຂ່າວສານຂອງນ້ອງວັນໃໝ່ ແລະ ໜຸ່ມຄົນນີ້ມາຝາກແຟນໆຢ່າງແນ່ນອນ. https://www.facebook.com/photo.php?fbid=1836055210052839&set=a.1413942558930775.1073741828.100009451340221&type=3 ກັບນ້ອງວັນໃຫມ່ຄົນຫນ້າຮັກ 😍 Miss Queens international 2017😊😊✌🏻✌🏻 โพสต์โดย Alexson …

Read More »

The Anniversary “ວັນຄົບຮອບ”

ໃນຕອນແລງ ຂອງວັນ 27 ມີນາ 2017 ທີ່ສູນການຄ້າວຽງຈັນເຊັເຕີ ໄດ້ມີພິທີເປີດຖະແຫຼງຂ່າວຢ່າງເປັນທາງການ ກ່ຽວກັບການສາຍຮູບເງົາເລື່ອງ “ວັນຄົບຮອບ” (The Anniversary) ຈາກຝີມືການກໍາກັບຂອງຄົນລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິທູນ ສູນດາລາ ວ່າການຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຈິລະສັກ ສາຍສະໜິດ (Jojo Miracle) ຜູ້ກໍາກັບຮູບເງົາ ວັນຄົບຮອບ, ທ່ານສົມບັດ ສິລິພອນວິທະຍາ ອໍານວຍການສູນການຄ້າວຽງຈັນ ເຊັນເຕີ ພ້ອມດ້ວຍ ພະເອກ-ນາງເອກ, ແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ຮູບເງົາເລື່ອງ “ວັນຄົບຮອບ” ເປັນຮູບເງົາຄຸນນະພາບຈາກຝີມືການກໍາກັບຂອງຄົນລາວ 100% ແລະ ເປັນເລື່ອງທໍາອິດຂອງ ທ່ານ ຈິລະສັກ ສາຍສະໜິດ (Jojo Miracle) ທີ່ວາງໄມມາກໍາກັບຮູບເງົາ ເຊີ່ງເລື່ອງດັ່ງກ່າວນີ້ …

Read More »

ຄົນບັນເທິງຮ່ວມງານເປີດໂຕຮູບເງົາ “ວັນຄົບຮອບ” ໃນຮອບສື່ມວນຊົນຢ່າງຫຼວງຫຼາຍ!!!

ເປີດໂຕຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍແລ້ວສຳລັບຮູບເງົາເລື່ອງ “ວັນຄົບຮອບ” ເຊິ່ງກຳກັບໂດຍຜູ້ກຳກັບຄົນເກັ່ງຄື JoJo Miracle ແລະ ຍັງມີບັນດາຄົນວົງການບັນເທິງຂອງລາວເຮົາ ເຂົ້າຮ່ວມຈຳນວນຫຼວງຫຼາຍເຊັ່ນ: ໄກ່ ໂອເວີ້ແດ໋ນ, ເຈ້ຍ ປາຊີຟິກ, ລູກນໍ້າ ທິດາລັດ, ຕ້າ Apacts, ນຸຖາ ລາດສະວົງເລົາ, ໂອລ່າ ຄຳປະສົງ, ແອນນິຕ້າ,  ອະເລັກ LOG, ປ໋ອກ ແສງມະນີ, Dj ອາມມີ່, ຄຣິດຕິນ້າ, ແລະ ຍັງມີອີກຫຼາຍໆທ່ານທີ່ເຂົ້າຮ່ວມງານໃນຄັ້ງນີ້, ສ່ວນບັນຍາກາດພາຍໃນງານຈະເປັນຢ່າງໃດ ລອງໄປເບິ່ງຮູບພາບທີ່ທາງທີມງານເຮົາໄດ້ລວບລວມມາຝາກແຟນໆກັນເລີຍ. ຂໍຂອບໃຈຮູບພາບຈາກ: Tar Apacts Thavixay, Kai Overdance, Annita Chanthrasomboune, Khampasong Thirasack, Maminé Pockyy, Jear Pacific,  Pj Nutha, Aleqs Log

Read More »

ມີໂຄງການດີໆມາບອກໝູ່ເພື່ອນ ເປີດຮັບສະໝັກນັກສຶກສາໄປຮຽນຕໍ່ USA

  ທ່ານສົນໃຈຢາກໄປຮຽນແລກປ່ຽນທີ່ສະຫະລັດອາເມລິກາບໍ່? ໂຄງການ YSEALI Professional Fellow 2017 ເປີດຮັບສະຫມັກແລ້ວ! ຢ່າລືມກົດໄລ້ ກົດແຊຣ ໃຫ້ໝູ່ເພື່ອນໄດ້ຮູ້ນຳກັນເດີ້! ຖ້າໝູ່ເພື່ອນທ່ານໃດມີອາຍຸລະຫວ່າງ 25-35 ປີ, ສະໝັກເລີຍເພື່ອຮຽນຮູ້ ແລະ ສຶກສາໃນຂົງເຂດເສດຖະກິດ ຢູ່ທີ່ສະຫະລັດອາເມລິກາ ເປັນໄລຍະເວລາ 5 ອາທິດ ໃນວັນທີ່ 10 ຕຸລາ ຫາ ວັນທີ່ 17 ພະຈິກ. ທ່ານສາມາດອ່ານລາຍລະອຽດເພີ່ມຕື່ມໄດ້ທີ່  https://goo.gl/XdCQMY ແລະ ສາມາດສະໝັກອອກລາຍໄດ້ຕາມລິ້ງນີ້ເລີຍ https://ais.americancouncils.org/pfp. ຢ່າພາດໂອກາດດີໆແບບນີ້ເດີ້! ປິດຮັບສະຫມັກວັນທີ່ 7 ເມສາ 2017 ນີ້! ຂໍຂອບໃຈຂໍ້ມູນ ແລະ ຮູບພາບຈາກ: U.S. Embassy Vientiane

Read More »

ມາແລ້ວ! ເມນູໃໝ່ປະຈຳໜ້າຮ້ອນ “ໝາກມ່ວງອົກລ້ອງທອງ ຊັນເດ” ຈາກຮ້ານ Swensen’s Laos

ເປີດໂຕຢ່າງເປັນທາງການແລ້ວ ສຳລັບກະແລັມລົດຊາດໃໝ່ຫຼ້າສຸດ “ໝາກມ່ວງອົກລ້ອງທອງ ຊັນເດ” ຈາກຮ້ານກະແລັມຍອດນິຍົມ Swensen’s Laos ເຊິ່ງໃນໜ້າຮ້ອນປີນີ້ຈະມີ 2 ລົດຊາດໃໝ່ຄື ແມງໂກ້ ອົກລ້ອງທອງ ແລະ ແມງໂກ້ ຊອດເບທ໌ ແລະ ຈະເສີບມາເປັນເມນູເຖິງ 6 ເມນູເຊັ່ນ: ແມງໂກ ດີໄລ້ (Mango Delight), ແມງໂກ້ໂບດ (Mango Boat),​ ແມງໂກ້ ເຮີລີເຄນ (Mango Hurricane), ແມງໂກ້ ສະມູດຕີ້ (Mango Smoothie), ແມງໂກ້ ເຄຣັບ (Mango Crepe), ແມງໂກ້ ທີໂອ້ (Mango Trio) ແລະ ລາຄາກໍເລີ່ມຕົ້ນຕັ້ງແຕ່ 28.000 ພັນກີບໄປຈົນເຖິງ 65.000 ພັນກີບ ຈາກການສຳພາດ ທ່ານ ນິກອນ ທ່ຽງທຳ …

Read More »