ນາງແບບ ແລະ ນາຍແບບ ຈາກປະເທດລາວເຮົາ ຈາກຄ້າຍ First Modeling ຮ່ວມເດີນແບບໃນງານ “ເທສະການຮູບເງົາເມືອງແຄນ” ຄັ້ງທີ 3 ທີ່ຈັງຫວັດ ຂອນແກ່ນ ປະເທດໄທ, ເຊິ່ງໃນງານເຕັມໄປດ້ວຍການເດີນແບບສຸດອະລັງການຂອງນາງແບບ ນາຍແບບ ຈາກລາວ ແລະ ໄທ, ສຳລັບນາງແບບ-ນາຍແບບ ຈາກລາວເຮົານັ້ນນຳທີມໂດຍ ເມ ວະລິສະລາ ຕັງສຸວັນ,ເບບີ້ ປິຍະມາດ, ຈ່ອນນີ່ ໄຊຍະສານ, ມິມີ່ ພູນຊັບ ແລະ ຍັງມີນ້ອງໆນາງແບບ-ນາຍແບບ ອີກຈຳນວນຫຼວງຫຼາຍ ໃນການເດີນແບບໃນຄັ້ງນີ້ ຖືເປັນການໄດ້ເຜີຍແຜ່ຊຸດໄໝລາວ ເອກະລັກປະເພນີລາວ ແລະ ໄດ້ເຜີຍແຜ່ຄວາມສາມາດຂອງໄວໜຸ່ມຍຸກໃໝ່ຂອງລາວເຮົາ ທີ່ມີຄວາມສາມາດບໍ່ດ້ອຍຈາກປະເທດອື່ນ. #ແຊຣໄປໃຫ້ໂລກຮູ້ວ່າລາວເຮົາມີດີ ຂໍຂອບໃຈຮູບພາບຈາກ: Firstmodelinglao
Read More »Just Happened
ແພນເຄັກ ໂພສຂອບໃຈແຟນໆຊາວລາວ ພ້ອມຈັດງານ Meet and Greet ບັນຍາກາດເຕັມໄປດ້ວຍຄວາມອົບອຸ່ນ!!!
ແພນເຄັກ ເຂມມະນິດ ຈາມິກອນ ດາລາ-ນາງແບບແຖວໜ້າ ຈາກປະເທດໄທ ໂພສຂອບໃຈແຟນຊາວລາວໃນອິນສະຕຣາແກຼມສ່ວນຕົວ ໃນວັນທີ 19 ມີນາ 2017, ພ້ອມທັງຈັດງານ Meet and Greet ໃຫ້ແຟນໆໄດ້ໃກ້ຊິດກັນຢ່າງອົບອຸ່ນ ແລະ ດາລາຊື່ດັງຍັງໄດ້ໂພສຄລິບກິນເຂົ້າຈີ່ປາເຕ້ຂອງລາວເຮົາເປັນເທື່ອທຳອິດ ພ້ອມທັງບອກວ່າແຊບຫຼາຍ ກິນເທື່ອດຽວເຖິງຂັ້ນຕິດໃຈ, ຍັງບໍ່ໝົດນາງຍັງມີຄວາມດີໃຈທີ່ແຟນຄຣັບຊາວລາວມອບສິ້ນຜືນງາມເປັນຂອງຝາກໃຫ້ດາລາສາວກັບບ້ານ ແລະ ນາງຍັງສັນຍາວ່າຖ້າມີໂອກາດໄດ້ມາ ປະເທດລາວ ອີກນາງກໍຈະນຸ່ງສິ້ນຜືນງາມມາໃຫ້ເບິ່ງແນ່ນອນ. https://instagram.com/p/BRzrFZkBQSF/ https://instagram.com/p/BRxtNWgBaNQ/ https://instagram.com/p/BR0JumYhDbJ/ https://instagram.com/p/BR0H9ubBoGY/ https://instagram.com/p/BRxL7KsB0mD/ https://instagram.com/p/BRxYC19BfU5/ https://instagram.com/p/BRzjs1PhoYS/ ສຳລັບການເດີນທາງມາ ປະເທດລາວ ໃນເທື່ອນີ້ແມ່ນ ແພນເຄັກ ມາຮ່ວມເດີນແບບໃນງານ Vientiane WOW Fashion Week 2017 ໃນວັນທີ 18 ມີນາ 2017 ທີ່ຜ່ານມາ. ຂໍຂອບໃຈ: IG/khemanito
Read More »ມ່ວນຫຼາຍ!!! Joss Stone ສິລະປິນສາວຊື່ດັງລະດັບໂລກ Cover ເພງ “ຈໍາປາເມືອງລາວ” (ມີ Clip)
ສິລະປິນສາວສັນຊາດ ອັງກິດ Joss Stone ນັກຮ້ອງ-ສິລະປິນລະດັບໂລກ Cover ເພງ “ຈຳປາເມືອງລາວ” ຮ່ວມກັບ ໂຈ ພູມະໂນ ສິລະປິນໜຸ່ມລາວ, ເຊິ່ງບົດເພງ “ຈຳປາເມືອງລາວ” ເປັນບົດເພງປະຈຳຊາດຂອງລາວເຮົາ ແລະ ເປັນອີກບົດເພງໜຶ່ງທີ່ມ່ວນຫຼາຍຈົນເຮັດໃຫ້ Joss ມີຄວາມສົນໃຈໃນບົດເພງນີ້ ແລະ Cover ບົດເພງ “ຈຳປາເມືອງລາວ” ແລ້ວປ່ອຍລົງໃນ YouTube ເພື່ອໃຫ້ຜູ້ຄົນໄດ້ເຫັນກັນທົ່ວໂລກ. Joss Stone ເປັນນັກຮ້ອງສິລະປິນຍິງທີ່ມີພະລັງສຽງຊົງພະລັງ ແລະ ມີຊື່ສຽງລະດັບໂລກ ໂດຍເພງຮິດຂອງສາວຄົນນີ້ກໍມີຫຼາຍບົດເພງເຊັ່ນ: Stuck On You, The Love We Had, You Had Me, It’s a Man’s World ແລະ ຍັງມີອີກຫຼາຍຫຼາຍບົດເພງທີ່ມ່ວນ, ຫຼ້າສຸດນັກຮ້ອງສາວ Joss Stone …
Read More »ວັນໃໝ່ ໄປອອກລາຍການຊື່ດັງຂອງ ປະເທດໄທ (ມີ Clip)
ຫຼັງຈາກທີ່ສ້າງຊື່ສຽງໃຫ້ ປະເທດລາວ ໂດຍສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ ໃນການປະກວດສາວງາມປະເພດສອງ “Miss International Queen 2016” ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຈົນກາຍເປັນກະແສຮືຮາມາແລ້ວ, ຫຼ້າສຸດ ວັນໃໝ່ ກໍໄດ້ໄປອອກລາຍການຊື່ດັງຂອງປະເທດເພື່ອນບ້ານເຮົາ ເປັນລາຍການຊື່ດັງ “ຫຼິ້ນໃຫ່ຍຈັດໃຫ່ຍ” ໂດຍມີພິທີກອນຊື່ດັງຫຼາກຫຼາຍຄວາມສາມາດ ດຣ. ປະນັດດາ ວົງຜູ້ດີ (ບຸມ) ເປັນຄົນດຳເນີນລາຍການ ແລະ ສຳພາດ ວັນໃໝ່. ໃນການສຳພາດພິທິກອນກໍຖາມ ວັນໃໝ່ ເຖິງທີ່ໄປທີ່ມາໃນການມາປະກວດ “Miss International Queen 2016” ໃນເທື່ອນີ້ ແລະ ຍັງຖາມເຖິງການຍອມຮັບຂອງສາວປະເພດສອງໃນສັງຄົມລາວ ແລະ ວັນໃໝ່ກໍຕອບວ່າ: “ການຍອມຮັບຂຶ້ນກັບຄົນທີ່ເລືອກຈະປະຕິບັດຕົນ ຖ້າເປັນແບບຢ່າງທີ່ດີກໍຈະຖືກຍອມຮັບ ກໍຂຶ້ນຢູ່ກັບວ່າການກະທຳຂອງຄົນ” ສຳລັບແຟນໆ ທ່ານໃດທີ່ຍາກຮູ້ທີ່ໄປທີ່ມາຂອງ ນ້ອງ ວັນໃໝ່ ເພີ່ມຕື່ມມື້ນີ້ ຊະນີIndy ກໍບໍ່ເຄີຍພາດທີ່ຈະນຳເອົາຄລິບລາຍການມາຝາກ …
Read More »ສຸດຍອດ! ວັນໃໝ່ຊະນະລາງວັນຊຸດປະຈຳຊາດດີເດັ່ນໃນການປະກວດ “Miss International Queen 2016”
ປະກາດຜົນກັນໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 10 ມີນາ 2017 ທີ່ຜ່ານມາ ໃນການປະກວດ “Miss International Queen 2016” ແລະ ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຂວັນໃຈຄົນໃໝ່ຂອງພໍ່ແມ່ພີ່ນ້ອງຊາວລາວ ກໍບໍ່ເຮັດໃຫ້ຜິດຫວັງ ເພາະນາງສາມາດຄວ້າລາງວັນຊະນະເລີດຊຸດປະຈຳຊາດດີເດັ່ນມາໄດ້ຢ່າງງົດງາມ, ໃນການປະກວດໃນຄັ້ງນີ້ ນ້ອງ ວັນໃໝ່ ສາມາດເຂົ້າໄປເຖິງຮອບ 10 ຄົນສຸດທ້າຍ ເຖິງແມ່ນວ່າ ວັນໃໝ່ ຈະບໍ່ສາມາດເອົາມົງກຸດ “Miss International Queen 2016” ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ ແຕ່ກໍຖືວ່ານາງເຮັດໄດ້ດີຫຼາຍ ທາງທີມງານ ເວັບໄຊ້ ຂວັນໃຈ ແລະ ແຟນໆກໍຂໍສະແດງຄວາມຍິນດີກັບ ວັນໃໝ່ ແລະ ຂໍເປັນກຳລັງໃຈໃຫ້ ສູ້ໆເດີ້. #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາມີດີ ຂໍຂອບໃຈຮູບພາບຈາກ: Miss International Queen Pageant , Wanmai Thammavong
Read More »
Kuanjai Magazine
