Breaking News

Just Happened

ເວທີ Oscars 2017 ປະກາດລາງວັນ “ຮູບເງົາດີເດັ່ນ” ຜິດພາດ!! (ມີຄຣິີບ)

  ໃນຄໍ່າຄືນທີ່ສຸດຍິ່ງໃຫ່ຍຂອງວົງການຮູບເງົາຝັ່ງ Hollywood ກັບການປະກາດຜົນລາງວັນຮູບເງົາ  Oscars ຄັ້ງທີ 89 ປະຈຳປີ 2017 ຜ່ານພົ້ນໄປເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຜົນກໍເປັນໄປຕາມຄາດໝາຍ ຮູບເງົາເພງແນວຄຼາກຊິກ La La Land ຄວ້າລາງວັນໄປໄດ້ຫຼາຍທີ່ສຸດເຖິງ 6 ລາງວັນເຊັ່ນ: ອອກແບບງານສ້າງດີເດັ່ນ,ດົນຕີປະກອບດີເດັ່ນ, ເພງປະກອບຮູບເງົາດີເດັ່ນ, ຜູ້ກຳກັບດີເດັ່ນ ແລະ ນັກສະແດງນຳຍິງດີເດັ່ນ. ໂດຍໃນງານເກີດເຫດບໍ່ຄາດຝັນເມື່ອໃນຊ່ວງທ້າຍຂອງຜົນປະກາດລາງວັນ ນັກສະແດງອະວຸໂສ ວໍເຣນ ເບດຕີ້ ປະກາດລາງວັນຮູບເງົາດີເດ່ນ ຜິດພາດ ເຊິ່ງຄວາມຈິງເລື່ອງທີ່ໄດ້ຄື Moonlight ແຕ່ປະກາດເປັນ La La Land ທີມຮັບລາງວັນຈາກ La La Land ຈຶ່ງຕ້ອງລົງຈາກເວທີເປີດທາງໃຫ້ກັບນັກສະແດງຈາກຮູບເງົາເລື່ອງ  Moonlight ຂຶ້ນໄປແທນ.   Moonlight Wins Best Picture Oscar After La La …

Read More »

ສາວລາວໄດ້ຮັບລາງວັນອັນຊົງກຽດທີ່ປະເທດໄທ

  ຈາກຜົນງານຖ່າຍແບບທີ່ໂດດເດັ່ນໃນປະເທດໄທ ແລະ ຜົນງານເດີນແບບຫຼາຍງານທີ່ເດັ່ນໃນປະເທດລາວ ຈຶ່ງເຮັດໃຫ້ນ້ອງ ນຸ້ຍ ສຸພາພອນ ໄດ້ມີລາຍຊື່ຮັບລາງວັນ ບຸກຄົນສຳຄັນແຫ່ງປີ 2017 (World Top Award 2017)  ທີ່ປະເທດໄທ, ຂໍບັນດາທ່ານຊ່ວຍເປັນແຮງໃຈໃຫ້ S’nuiz Souphaphone ທີ່ຈະສ້າງຜົນງານຮັບໃຊ້ສັງຄົມລາວ ແລະ ຕ່າງປະເທດ ໃຫ້ຊາວໂລກຮູ້ວ່າເມືອງລາວເຮົາມີດີຫຼາຍຢ່າງ ທາງດ້ານວັດທະນະທຳ ການທ່ອງທ່ຽວ ແລະ ຮອຍຍິ້ມສົດໃສທີ່ເປັນມິດຕໍ່ທຸກປະເທດ. #ແຊຣໄປໃຫ້ໂລກຮູ້ວ່າສາວລາວເຮົາທັງງາມແລະເກັ່ງບໍ່ແພ້ຊາດອື່ນ ສຳລັບນ້ອງ ນຸ້ຍ ສຸພາພອນ ສົມວິຈິດ ມີອາຍຸ 20 ປີກຳລັງສຶກສາຢູ່ທີ່ ວິທະຍາໄລ ຄອມເຊັນເຕີ້ ປີ 3  ສາຂາທີ່ຮຽນແມ່ນ ສາຂາບໍລິການທຸລະກິດ, ຫຼາຍໆທ່ານອາດຈະຄຸ້ນໜ້າຄຸ້ນຕາກັນດີເພາະມີຕຳແໜ່ງ ຮອງນາງສາວນະຄອນຫຼວງ ປີ 2016  ແລະ ທີ່ຜ່ານມາຍັງມີການຖ່າຍແບບ-ເດີນແບບຕາມວາລະສານ ແລະ ງານເດີນແບບຕ່າງໆ… ແລະ ໃນໄວໆນີ້ນ້ອງ ນຸ້ຍ ສຸພາພອນ ກຳລັງຈະມີຜົນງານຖ່າຍແບບຂຶ້ນປົກ ວາລະສານ …

Read More »

ແມດສ໌ ແລະ ໂຕໂນ່ ຮ່ວມເປີດໂຕ GLUTA G-MAZE

  ໃນວັນທີ 19 ກຸມພາ 2017 ຢູ່ສູນການຄ້າວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ, ໄດ້ມີພິທີເປີດໂຕຜະລິດຕະພັນເສີມອາຫານ ຈີເມສ ກູຕ້າ ຈີເມສ (G-MAZE GLUTA G-MAZE) ຢ່າງເປັນທາງການໃນ ສປປ ລາວ, ໂດຍໃຫ້ກຽດເປັນປະທານໂດຍ  ທ່ານ   ສົມບັດ ສິລິພອນວິທະຍາ ຜູ້ອວຍການໃຫຍ່ສູນການຄ້າວຽງຈັນເຊັນເຕີ, ທ່ານນາງ ນຸ່ນ ປານນະພັດ ເກຕຸດີ ກຳມະການຜູ້ຈັດການຜະລິດຕະພັນເສີມອາຫານ ກູຕ້າ ຈີເມສ (GLUTA G-MAZE) ແລະ ທີ່ພິເສດສຸດຍັງໄດ້ມີ ນັກສະແດງ-ນັກຮ້ອງ ຊື່ດັງຂອງປະເທດເພື່ອນບ້ານ ສາວ ແມດສ໌ ພີຣະນີ ຄົງໄທ ແລະ ໜຸ່ມ ໂຕ່ໂນ່ ພາຄິນ ທີ່ທັງສອງໄດ້ມາ ປະເທດລາວ ເຮົາເປັນເທື່ອທຳອິດອີກດ້ວຍ. ພາຍໃນງານຍັງເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ອົບອຸ່ນ ເພາະມີທັງການຈັດກິດຈະກຳຫຼິ້ນເກມເພື່ອຮັບຂອງລາງວັນຢ່າງຫຼວງຫຼາຍ …

Read More »

ຫຼ້ານ້ອຍ ພໍໃຈ ເນັດໄອດໍ້ຝີປາກກ້າ ສາຍຮາ ສາຍແຮງ!

  ເວົ້າເລື່ອງເນັດໄອດໍ້ຂອງລາວເຮົາຄົງຈະບໍ່ມີໃຜບໍ່ຮູ້ຈັກກັບສາວງາມຈາກຖິ່ນໃຕ້ຄົນນີ້ ຫຼ້ານ້ອຍ ພໍໃຈ  ຫຼື ສາຍາຂອງນາງກໍຄື ຫຼ້າ ລູກສາວຜູ່ໄທ  ສາວຄົນນີ້ມີຖິ່ນຖານບ້ານເກີດຢູ່ທີ່ເມືອງ ເຊໂນ ແຂວງ ສະຫວັນນະເຂດ ແຕ່ໃນປັດຈຸບັນໄດ້ຂຶ້ນມາຢູ່ທີ່ ນະຄອນຫຼວງວຽງຈັນ, ເຊິ່ງຖ້າໝູ່ເພື່ອນຄົນໄດທີ່ໄດ້ຕິດຕາມນາງ ຫຼື ເຫັນນາງຜ່ານທາງໂຊຊ່ຽວ ກໍຈະຮູ້ເລີຍວ່ານາງມີເອກະລັກສະເພາະຕົວ ເພາະນາງຈະເຮັດຫຍັງ ເວົ້າຈາຫຍັງ ນາງກໍຈະເປັນຄົນກົງໄປກົງມາ ແບບວ່າດີມາດີຕອບ ແຮງມາກໍແຮງຕອບ ຕາມແບບຂອງນາງ ແລະ ເທົ່າທີ່ທີມງານຂອງເຮົາໄປແອບສ່ອງເບິ່ງ Profile ຂອງນາງມານາງຈະເປັນຄົນເປີດເຜີຍ ເຮັດສັນຍະກຳ ຢູ່ໃສບ່ອນໃດນາງບອກໝົດ ບໍ່ປິດບັງຄືເຊັ່ນຄົນອື່ນໆ ຈົນປັດຈຸບັນນາງມີຍອດຄົນຕິດຕາມສູງເຖິງ ສອງແສນກວ່າຄົນ ແຖມບໍ່ວ່ານາງຈະໂພສຮູບ ຫຼື ອັດຄຣິບຕ່າງໆກໍຈະມີຄົນມາຄອມເມັ້ນກົດໄລ້ກົດແຊຣຈົນສະໜັ່ນຫວັ່ນໄຫວ ເພາະຄຳອະທິບາຍຂອງຮູບພາບແຕ່ລະຮູບນັ້ນບອກເລີຍວ່າ ທັງຮາ ແລະ ແຮງ ບໍ່ເຊື່ອນຳມາເບິ່ງເລີຍ: ເວົ້າແທ້.. ຕອນຮຽນບໍ່ໄດ້ຕັ້ງໃຈຄືຕອນເສືອກເລື່ອງຊາວບ້ານເລີຍວູ..!! ເໜຶອຄວາມມຶນ..ຍັງມີຄວາມໂຄດມຶນ.. ?? ມີຄວາມສົກໝົກ ສົກກະປົກໂສໂຄກສະເຫຼຶອເກີນ.. ຕື່ນນອນແຕ່ເຈັດໂມງຍັງບໍ່ໄດ້ອາບນໍ້າປານນີ້ ຄືດີງາມ..?? ຖ້າມຶງຄືຄົນອື່ນ.. ແລ້ວຄົນອື່ນຊິຮູ້ໄດ້ຈັ່ງໃດ ວ່າໃຜແມ່ນມຶງ..!! …

Read More »

ການຖືກແບ່ງແຍກຂອງເພດທີສາມຢູ່ໃນສັງຄົມລາວ (ມີຄຣິບ)

  ຄຣິບສະທ້ອນໃຫ້ເຫັນເຖິງການຖືກແບ່ງແຍກຂອງເພດທີສາມ ຢູ່ໃນສັງຄົມລາວປັດຈຸບັນ ແລະ ພວກເຂົາເຫຼົ່ານັ້ນຖືກຍອມຮັບຢ່າງແທ້ຈິງແລ້ວ ຫຼື ບໍ່?  

Read More »