Breaking News

Just Happened

ຊໍາຊຸງຈັດກິດຈະກໍາສົ່ງເສີມການຂາຍ

  ໃນວັນທີ 4 ກຸມພາ 2017 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ມີງານກິດຈະກຳເປີດໂຕ Samsung Galaxy A 2017ໃນຫົວຂໍ້ “ຖ່າຍພາບໄດ້ໃຈ ລຸຍໄປທຸກບ່ອນ ແລະ ຄົ້ນຫາໄວລຸ້ນຍຸກໃໝ່ສະໄຕສເກລດ A ກັບ Grade A Young Talent Contest”ເຊິ່ງງານໄດ້ຈັດຂຶ້ນທັງໝົດ 2 ມື້ຄືວັນທີ 4 ແລະ 5 ກຸມພາ 2017, ທ່ານ ນາງ ສະຣັນຢາ ໄພບູນນຸກູນກິດ ຫົວໜ້າພະແນກ IT & Mobile Communication ບໍລີສັດລາວຊໍາຊຸງເອເລັກໂຕນິກ ຈໍາກັດ ຜູ້ດຽວ ໄດ້ຂຶ້ນກ່າວເປີດງານ ແລະ ຕ້ອນຮັບບັນດາແຂກ. ພາຍໃນງານຍັງມີການສະແດງ, ການເປີດຕົວພີເຊັນເຕີໜ້າໃໝ່ສໍາລັບມີຖືລຸ້ນນີ້ນັ້ນກໍຄືໄວໜຸ່ມໜ້າໃສທ້າວ ວົງພະຈັນ ກູ້, ທ້າວ ສຸກສົມຫວັງ …

Read More »

ມາຮູ້ຈັກກັບສາວລາວສຸດ Hot ແລະ Sexy ທີ່ສຸດໃນຕອນນີ້!

  ມື້ນີ້ ຊະນີIndy ຈະພາໄປຮູ້ຈັກກັບສາວລາວຄົນງາມທີ່ແຈ້ງເກີດມາໄດ້ຍ້ອນການເປັນ Pretty ຕາມງານອີ່ເວັ້ນຕ່າງໆ ບໍ່ວ່າຈະມີງານໃຫ່ຍໆເປີດໂຕສິນຄ້າຕ່າງໆ ເປັນໄປບໍ່ໄດ້ເລີຍທີ່ຈະບໍ່ມີສາວຄົນນີ້ນັ້ນກໍຄື ກີ້ ທັດສະໄນ ລາມາງກຸນຣ ອາຍຸ 25 ປີ ຈົບການສຶກສາປະລິນຍາຕີ ສາຂາບໍລິຫານການໂຮງແຮມ-ທ່ອງທ່ຽວ, ເຊິ່ງສາວຄົນນີ້ນອກຈາກຈະເປັນ Pretty ສຸດ Hot ແລ້ວນາງຍັງເປັນທັງພີເຊັນເຕີ້, ນາງແບບ, ນາງເອກເອັມວີ ແລະ ສະແດງຮູບເງົາ (ໂອ້ຍ…ຈັ່ງແມ່ນວຽກຫຼາຍມາແບ່ງໃຫ້ ຊະນີIndy ແດ່ແມ້) ແລະ ຍັງບໍ່ພຽງແຕ່ເທົ່ານີ້ເດີ້ເພາະສາວກີ້ຄົນນີ້ຈະວ່າໄປນາງຍັງເປັນ Net Idol ອີກໄດເພາະມີຄົນຕິດຕາມນາງຫຼາຍ ແບບວ່ານາງຈະລົງຮູບໃດກໍມີຄົນກົດໄລ້ກົດແຊຣແບບລົວໆ. ຝອຍກັນຫຼາຍແລ້ວ ເພື່ອນໆລອງມາເບິ່ງເລີຍວ່າສາວ ກີ້ ຄົນນີ້ຈະງາມ ແລະ ເຊັກຊີ່ສົມກັບທີ່ ຊະນີIndy ເວົ້າໄວ້ແທ້ບໍ່…! #ແຊຣວົນໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ     ຂໍ້ມູນ ແລະ ຮູບພາບຈາກ: KY Ramangkoun

Read More »

ລູກນ້ຳ ງາມຂຶ້ນຫຼາຍຈົນ…

  ຖ້າຈະເວົ້າເຖິງສາວ ລູກນໍ້າ ທິດາລັດ ວົງສິຣິ ນາງສາວລາວປີ 2012 (MISS LAOS ) ຄົນນີ້ກໍຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກນາງ ເພາະຫຼັງຈາກທີ່ໄດ້ຕຳແໜ່ງມາແລ້ວນາງກໍຖືວ່າກ້າວເຂົ້າສູ່ວົງການບັນເທິງຢ່າງເຕັມຕົວ ຜົນງານຂອງນາງກໍມີໃຫ້ເຫັນຢ່າງຫຼວງຫຼາຍທັງເດີນແບບ ສະແດງເອັມວີ ເປັນພີເຊັນເຕີ້ສິນຄ້າແບຼນດັງ ແລະ ການສະແດງຮູບເງົາ,​ ແຕ່ທີ່ເຮົາຈະເວົ້າເຖິງນາງໃນມື້ນີ້ກໍຄືພັດທະນາການຄວາມງາມຂອງນາງທີ່ນັບມື້ງາມຂຶ້ນ ຈົນເຮັດໃຫ້ຂາເມົ້າມີຄວາມສົງໃສວ່າສາວລູກນໍ້າຄົນງາມໄປກິນຫຍັງ ຫຼື ໄປເຮັດຫຍັງມານໍ…ຈຶ່ງໄດ້ງາມຂຶ້ນທຸກມື້ແບບນີ້ເພາະທຽບໃສ່ຮູບພາບເກົ່າໆທີ່ນາງໄດ້ໂພສໄວ້ໃນອິນສະຕາແກຼມຂອງນາງ ຖືວ່າແຕກຕ່າງກັນຫຼາຍ ປ່ຽນໄປເປັນຄົນລະຄົນຈົນຈະບໍ່ຈື່ກັນເລີຍ ຫຼືວ່າອາດຈະເປັນທີ່ນາງໃຫ່ຍຂຶ້ນເປັນສາວຂຶ້ນ ຈົນເຮັດໃຫ້ຮູບໜ້ານາງປ່ຽນ! ຖ້າລູກນໍ້າມີເຄັດລັບດີໆຊ່ວຍມາບອກ ຊະນີIndy ແລະ ແຟນໆແດ່ ຈະໄດ້ງາມໆຄືກັບສາວລູກນໍ້າ!!! #ແຊຣວົນໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ ມາເບິ່ງຮູບພາບເກົ່າໆຂອງສາວລູກນ້ຳ:   ຮູບພາບປັດຈຸບັນຂອງ ລູກນ້ຳ ທິດາລັດ ວົງສິຣິ ຂໍຂອບໃຈຮູບພາບຈາກ: louknum_misslaos

Read More »

ໝານ້ອຍພັນ Husky ມີຄວາມໜ້າຮັກໜ້າເອັນດູ! (ມີຄຣິບ)

ຄຣິບໝານ້ອຍພັນ Husky ນອນລຽນກັນ ເບິ່ງແລ້ວເປັນຕາໜ້າຮັກໜ້າເອັນດູ ເຊິ່ງຄຣິບນີ້ມີຄົນເຂົ້າໄປກົດໄລ້ ກົດແຊຣກັນເປັນຈຳນວນຫຼາຍ ມາເບິ່ງຄຣິບກັນເລີຍວ່າຈະມີຄວາມໜ້າຮັກພຽງໃດ. ທ່ານສາມາດເບິ່ງຄຣິບ:   Husky Puppies Chilling Just a pile of husky puppies taking it VERY easy ?? โพสต์โดย UNILAD บน 2 กุมภาพันธ์ 2017   via: UNILAD

Read More »

ແພັດ ໂພສແລ້ວຫຼັງຈາກເກີດເລື່ອງ!

  ຂ່າວດັງຂອງນັກສະແດງສາວ ປະເທດເພື່ອນບ້ານ ທີ່ມື້ເຊົ້ານີ້ໄດ້ມີເຈົ້າໜ້າທີ່ຕຳຫຼວດບຸກເຂົ້າກວດຄົ້ນທີ່ພັກຂອງ ເບນສ໌ ເຣດຊິ່ງ ຜູ້ຕ້ອງສົງໃສກ່ຽວກັບຄະດີຢາເສບຕິດ ເຄືອຄ່າຍໄຊຊະນະ, ເຊິ່ງ ເບນສ໌ ເຣດຊິ່ງ ເປັນຜົວຂອງນັກສະແດງສາວຊື່ດັງ ແພັດ ນະປະພາ (ເຊິ່ງຕອນນີ້ແພັດກຳລັງຖືພາ) ຫຼ້າສຸດນາງກໍໄດ້ມີການໂພສຮູບ ແລະ ຂຽນ Caption ກ້ອງຮູບສັ້ນໆວ່າ (ຮັກ) ຈົນເຮັດໃຫ້ມີແຟນໆໄປສະແດງຄວາມຄິດເຫັນ ໃຫ້ກໍາລັງໃຈກັບນັກສະແດງສາວຢ່າງຫຼວງຫຼາຍ. ***ຈັ່ງໃດກໍຂໍເປັນກຳລັງໃຈໃຫ້ເດີ້***   ຂໍຂອບໃຈຮູບພາບຈາກ: pat_napapa ແລະ Khaosod – ข่าวสด  

Read More »