Breaking News

Just Happened

 ບໍລິສັດ ຕັນຈົງມໍເຕີລາວ ຮ່ວມສະຫຼອງປີໃຫມ່ລາວກັບສູນສາມເອັດສ໌ຂອງນີສສັນ Nissan ທີ່ເປີດໃຫມ່ ສາຂາ ດອນແດງ

ໃນເດືອນເມສາ ປີ 2019 – ຕັນຈົງມໍເຕີລາວ (Lao) Sole Co. , Ltd. (“TCML”), ເຊີ່ງເປັນບໍລິສັດຕົວແທນຈຳໜ່າຍລົດນີສສັນ Nissan ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງຕັນຈົງມໍເຕີ ໂຫດດີງສ໌ ເບີຣ໌ເຫດ ຂອງປະເທດມາເລເຊຍ Tan Chong Motor Holdings Bhd (Malaysia) ໄດ້ປະສົບຜົນສຳເລັດຄັ້ງສຳຄັນໂດຍການປະກາດການຂະຫຍາຍສາຂາໃໝ່ຫຼ້າສຸດໃນນະຄອນຫຼວງວຽງຈັນ. ຝ່າຍບໍລິຫານຂອງຕັນຈົງມໍເຕີ Tan Chong Motor ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ທ້ອງຖີ່ນໄດ້ຮ່ວມສະຫຼອງປີໃຫມ່ລາວທີ່ຫ້ອງສະແດງລົດຍົນຂອງນີສສັນ Nissan ເຊີ່ງເປັນຫ້ອງທີ່ຫາກໍ່ເປີດໃຫມ່ ແລະ ປັດຈຸບັນທາງບໍລິສັດມີຫ້ອງຂາຍ ລົດຍົນ ຫຼື ສູນຂາຍລົດ ດ້ວຍກັນສີ່ ບ່ອນໃນລາວ ທ່ານ ຊົງ ຈູນ ເບັງ ຜູ້ບໍລິຫານຂອງບໍລິສັດຕັນຈົງມໍເຕີລາວ ແລະ ກຳປູເຈຍໄດ້ກ່າວວ່າ, “ທາງບໍລິສັດໄດ້ວາງແຜນທຸລະກິດຢ່າງຕໍ່ເນື່ອງໃນສາທາລະນະລັດ ປະຊາທິປະໄຕ …

Read More »

ຊາວເນັດຖະຫຼົ່ມ IG ລູກນໍ້າ ທິດາລັດ ຫຼັງມີຂ່າວ ຕູມຕາມ ແລະ ຫຍິງຫຍິງ ເລີກລາກັນ!!!

ເປັນກະແສດຣ່າມ່າ Talk of the town ກັນຂ້າມປະເທດ ກັບຂ່າວເລື່ອງມືທີ 3 ຂອງຄູ່ຮັກ ຕູມຕາມ ຍຸດທະນາ ແລະ ຫຍິງຫຍິງ ສະລຸຊາ ທີ່ຫຼ້າສຸດແຟນສາວຂອງຕູມຕາມກໍໄດ້ອອກມາສຳພາດທັງນໍ້າຕາ ບອກເລົ່າເຖິງສາເຫດທີ່ຝ່າຍຊາຍຂໍຫ່າງຕົນ ເພາະຈັບໄດ້ວ່າແອບແຊດ LINE ແລະ ໄປຮັບ-ໄປສົ່ງສາວຄົນໃໝ່… ຈົນເຮັດໃຫ້ແຟນໆເກີດຄວາມສົງໃສ ວ່າສາວຄົນໃໝ່ຂອງ ຕູມຕາມ ແມ່ນໃຜ ແລະ ແມ່ນເລື່ອງຈິງແທ້ບໍ່ທີ່ວ່າເປັນສາເຫດໃຫ້ທັງສອງເລີກກັນ? ແຖມຍັງມີຄົນດຶງເອົາ ສາວ ລູກນໍ້າ ທິດາລັດ ນັກສະແດງສາວຈາກປະເທດລາວ ເຂົ້າໄປກ່ຽວຂ້ອງ ເພາະສາວລູກນໍ້າໄດ້ໄປຮ່ວມສະແດງລະຄອນເລື່ອງ “ດອກຄູນສຽງແຄນ” ກັບພະເອກຄົນດັ່ງກ່າວ  ແລະ ເຈົ້າໂຕກໍຍັງບໍ່ອອກມາຖະແຫຼງການ ຊີ້ແຈງ ຫຼື ເຄື່ອນໄຫວໃດໆ ແຕ່ກັບມີຄອມເມັ້ນຈາກຊາວເນັດກັນໄປຕ່າງໆນາໆ ຈົນເຮັດໃຫ້ໃນເວລານີ້ບໍ່ວ່າຈະເປັນ ອິນສະຕາແກຣມ ແລະ ເຟສບຸກ ຂອງ ສາວ ລູກນໍ້າ ມີແຟນໆທັງສອງປະເທດເຂົ້າໄປຄອມເມັ້ນຕອບໂຕ້ກັນໄປມາຢ່າງດຸເດືອດ. ເອົາເປັນວ່າຂໍໃຫ້ເປັນເລື່ອງຂອງເວລາທີ່ຈະພິສູດວ່າເລື່ອງນີ້ຈະຈົບລົງໃນຮູບແບບໃດ …

Read More »

ໃຊ້ເວລາກັບຄອບຄົວຢ່າງມີຄຸນຄ່າ ໃນລະດັບພຣີມຽມ Premium ກັບ ນິສສັນ ເອັກຊ໌ ເທຣັລ (Nissan X-Trail)

ໃຊ້ເວລາກັບຄອບຄົວຢ່າງມີຄຸນຄ່າ, ໃນລະດັບພຣີມຽມPremium1) ຮູບລັກສະນະພາຍນອກທີ່ທັນສະໄໝ ນິສສັນ ເອັກຊ໌ ເທຣັລNissan X-Trail ໄດ້ຖືກນຳເຂົ້າມາຢ່າງເຕັມຮູບແບບຈາກປະເທດຍີ່ປຸ່ນ ທີ່ມີຮູບລັກທີ່ທັນສະໄໝ ດ້ວຍໄຟສະຫວ່າງຕອນກາງເວັນໃນຮູບແບບຂອງ Daytime Running Lightທີ່ເຮັດໃຫ້ລົດຂອງທ່ານສາມາດເບິ່ງເຫັນໄດ້ຊັດເຈນຫຼາຍຂຶ້ນໃນເວລາກາງເວັນ, ເວລາທີ່ມີໝອກ, ເວລາລົດຄົນອື່ນແຊງມາ ຫຼື ຄົນທີ່ຢ່າງຕາມຖະໜົນ. ນອກຈາກນີ້ຍັງມີໄຟLED ດ້ານໜ້າ, ໄຟLEDທ້າຍຄູ່ແບບເຕັມຮູບແບບ, ໄຟຕັດໝອກໜ້າຮູບສີ່ຫຼ່ຽມ ແລະ ເສົາອາກາດຮູບຊົງຫູສະຫຼາມ. 2)ຫ້ອງໂດຍສານທີ່ກວ້າງ ແລະ ສະດວກສະບາຍ ທ້າຍປະຕູລົດເປີດໃຊ້ງານດ້ວຍການຈັບເຊັນເຊີຈາກຕີນ ພຽງແຕ່ທ່ານແກ່ວງຕີນທາງດ້ານລຸ່ມຂອງກັ້ນຊົນ ປະຕູທ້າຍລົດກໍ່ຈະເປີດ. ນີ້ຄືຄວາມສະດວກທີ່ເຮັດໃຫ້ທ່ານເປີດທ້າຍລົດໄດ້ງ່າຍຂື້ນໂດຍສະເພາະເວລາທີ່ທ່ານກຳລັງຖືເຄື່ອງຢູ່ໃນມື. ສໍາລັບຄອບຄົວໃຫຍ່,ນິສສັນ ເອັກຊ໌ ເທຣັລໄດ້ອອກແບບລະບົບບ່ອນນັ່ງທີ່ສາມາດປັບປ່ຽນໄດ້ຫຼາຍຮູບແບບດ້ວຍລະບົບ EZ Flex Seating System™ (5+2ທີ່ນັ່ງ)ທີ່ເປັນນະວັດຕະກຳຂອງນິສສັນ ເອັກຊ໌ ເທຣັລຊຶ່ງຊ່ວຍໃຫ້ທ່ານເລື່ອນເບາະຫຼັງໄປຂ້າງໜ້າຫຼືຖອຍຫຼັງ ປະຕູດ້ານຫຼັງສາມາດເປີດກວ້າງໃນລະດັບ 77 ອົງສາ ຊຶ່ງເຮັດໃຫ້ທ່ານເຂົ້າອອກຫ້ອງຜູ່ໂດຍສານໄດ້ງ່າຍຂຶ້ນ. ດ້ວຍເນື້ອທີ່ນັ່ງທີ່ເພີ່ມຫຼາຍຂຶ້ນເຮັດໃຫ້ທ່ານພັບທີ່ນັ່ງນະວັດຕະກຳໄດ້ຢ່າງງ່າຍດາຍ ແລະ ຮອງຮັບພື້ນທີ່ເກັບຂອງໄດ້ສູງສຸດ 1,520 ລິດເຕີ 3)ການຕົບແຕ່ງພາຍໃນທີ່ສວຍງາມ ດ້ວຍຕົວຊ່ວຍໃນການຂັບຂີ່ດ້ວຍລະບົບAdvanced …

Read More »

ມາຮູ້ຈັກ! 5 ເອກະລັກສະເພາະໂຕທີ່ທ່ານຄວນຮູ້ກຽ່ວກັບ The All-New Nissan TERRA

5 ເອກກະລັກສະເພາະໂຕທີ່ທ່ານຄວນຮູ້ ກ່ຽວກັບ All-New Nissan TERRA SUV: ນັບຕັ້ງແຕ່ເປີດໂຕລົດຄອບຄົວ All-New Nissan TERRAແບບ (SUV), ອອບຊັ່ນເຕັມທີ່ມາພອ້ມ7ບອ່ນນັ່ງໂດຍບໍລິສັດຕັນຈອງມໍເຕີລາວຈຳກັດພຽງຜູດຽວ, ຊື່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈອງ ມໍເຕີ ຈຳກັດຂອງປະເທດມາເຊຍແລະເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ ນີ້ຄື 5 ເອກະລັກສະເພາະໂຕໂດດເດັ່່ນທີ່ທ່ານຄວນຮູ້ກຽ່ວກັບ the All-New Nissan TERRA SUV ເອກະລັກໂດດເດັ່ນອັນທີ່1 ແມ່ນການແຈ້ງເຕືອນເມື່ອລົດອອກນອກເລນລະບົບ(LDW)ນີ້ຈະເຕືອນທ່ານແບບຣຽວທາມ ດວ້ຍການສົ່ງສັນຍານແຈ້ງເຕືອນເວລາທ່ານເຄື່ອນອອກຈາກເລນຖະໜົນດວ້ຍເທັກໂນ່ໂລຍີທີ່ໃຫ້ຄວາມປອດໄພທາງຖະໜົນໄດ້ດີຂື້ນສຳລັບໂຕທ່ານເອງແລະສີ່ງທີ່ຢູ່ອອ້ມຂ້າງ 2. ລະບົບຕໍ່ໄປແມ່ນ: ໜ້າຈໍອັດສະລິຍະທີ່ມາພ້ອມກ້ອງ 360 ອົງສາ( Nissan’s Intelligent Around View Monitor )ຫຼື(i-AVM)ໃຊ້ກອ້ງ4ໂຕຕິດຕັ້ງຮອບໂຕລົດເພືອໃຫ້ທ່ານໄດ້ເຫັນບໍລິເວນອອ້ມຮອບໂຕລົດແບບ 360ອົງສາແລະຊວ່ຍທ່ານໃນການຈອດລົດຫລືລົບຫລີກຈຸດທີ່ຄັບແຄບໂດຍສະເພາະຢ່າງຍິງເມືອທ່ານໄປຕາມເສັ້ນທາງທີ່ຂຸຄະ,ມັນຄັກຫລາຍເພາະວ່າຖ່ານສາມາດເຫັນທຸກຢ່າງອອ້ມຮອບໂຕລົດຂອງທ່ານໃນຂະນະທີ່ນັ່ງຢູ່ທາງໃນຂອງລົດ 3. ເອກະລັກທີ່ພົນເດັ່ນອີກອັນໜື່ງຂອງNISSANTERRA ແມ່ນການກວດຈັບສີງທີ່ກຳລັງເຄື່ອນໄຫວ ແບບ …

Read More »

ບໍ່ທຳມະດາ! “SENGLAO ART GARDEN 2019″ ເຮັດໃຫ້ແຟນໆປະທັບໃຈ ເຖິງຂັ້ນຮຽກຮ້ອງໃຫ້ເຮັດແບບນີ້…

ວ້າວວວວ ຮູ້ສຶກຕື່ນເຕັ້ນຫຼາຍໆທີ່ຈະມີໂອກາດໄດ້ມາບອກເລົ່າ ກ່ຽວກັບງານ  “SENGLAO ART GARDEN 2019″ ເປັນງານວາງສະແດງຮູບພາບ ແລະ ຜົນງານຂອງສິລະປິນລາວເຮົາ ໃນວັນທີ 26 ມັງກອນ 2019 ທີ່ຜ່ານມາ ງານນີ້ຈັດຂຶ້ນໂດຍຮ້ານອາຫານ Senglao Café ຮ່ວມກັບ ສະຖາບັນວິຈິດສິນແຫ່ງຊາດ, ເຊິ່ງ ຂວັນໃຈ ເຮົາກໍມີໂອກາດໄດ້ໄປຮ່ວມໃນງານດັ່ງກ່າວ ແລະ ຮູ້ສຶກປະທັບໃຈ ແລະ ບໍ່ພາດທີ່ຈະນຳເອົາຮູບພາບບັນຍາກາດພາຍໃນງານມາຝາກແຟນໆທຸກໆຄົນ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມຄຶກຄຶ້ນ ແລະ ມີຜູ້ຄົນເຂົ້າຮ່ວມກັນຢ່າງຫຼວງຫຼາຍ… ສຳລັບງານ  “SENGLAO ART GARDEN 2019″ ເປັນງານອີເວັ້ນດີໆສົ່ງທ້າຍເດືອນມັງກອນ ຂອງຕົ້ນປີ 2019, ງານດັ່ງກ່າວເປັນງານວາງສະແດງຮູບພາບເພື່ອໂຊຜົນງານຂອງບັນດາສິລະປິນ (Artist) ຊັ້ນນຳຂອງລາວເຊັ່ນ:  ອຈ. ມິກ ສາຍລົມ, ອຈ. ພອນມະນີ ແກ້ວມະນີ, ອຈ. ແກ້ວມະນີ ສຸວັນນະລາດ, ອຈ. ສີວິໄລ ສຸວັນນະສິງ, ອຈ. ພູທອນ ແລະ ນັກຮຽນຈາກສະຖາບັນວິຈິດສິນແຫ່ງຊາດ ນອກຈາກການວາງສະແດງຮູບພາບແລ້ວ ພາຍໃນງານຍັງມີການແຕ້ມຮູບໂຊຈາກທາງສະຖາບັນວິຈິດສິນ, …

Read More »