Breaking News

Just Happened

ພິທີກອນສຸດເຈົ້າຊູ້ ຄົນນີ້ແມ່ນໃຜ?

  ສະບາຍດີ ໝູ່ເພື່ອນທຸກຄົນ ຊະນີIndy ມາແລ້ວເດີ້ ຫຼັງຈາກທີ່ໄປປະຕິບັດພາລະກິດເຊັ່ນ: ໄປເກາະຕິດກະແສ Superstar ອໍ້າ ພັດຊະຣາພາ ເພື່ອໄປນຳເອົາຮູບພາບ ແລະ ຄຣິບມາຝາກແຟນໆໃຫ້ໄດ້ເຫັນໂສມໜ້າງາມໆຂອງແມ່ອໍ້າແລ້ວ, ແຕ່ຍັງໆຍັງບໍ່ໝົດເດີ້ເພາະ ຊະນີIndy ໄປສະດຸດຕາກັບພິທີກອນລາວເຮົາ ໜຸ່ມສຸດເຈົ້າຊູ້ດູດີທີ່ຢືນສຳພາດດາລານັກສະແດງເບີໜຶ່ງຂອງປະເທດເພື່ອນບ້ານ ແລະ ເທົ່າທີ່ໄດ້ໄປສືບມາແມ່ນເພິ່ນມີຊື່ວ່າ: ຈັນທະສອນ ທະວີໄຊ (ມ໋ອນ) ໜຸ່ມເຈົ້າຊູ້ຂາວຕີ໋ ຖືກສະຕາສາວໆຫຼາຍໆຄົນ ເຊິ່ງວຽກຫຼັກທີ່ເພິ່ນເຮັດກໍແມ່ນຜູ້ປະກາດຂ່າວທາງສະຖານີໂທລະພາບແຫ່ງຊາດ, ພິທີກອນ, ໂຄສົກວິທະຍຸ, ນັກສະແດງຮູບເງົາຫຼາຍເລື່ອງ ແລະ ຍັງເປັນນາຍແບບອີກເດີ້. ມາເບິ່ງຮູບພາບຂອງໜຸ່ມ ມ໋ອນ ກັນເລີຍວ່າຈະເຈົ້າຊູ້ດູດີຊໍ່າໄດ… #ແຊຣວົນໄປໃຫ້ໂລກຮູ້ວ່າໜຸ່ມລາວເຮົາກໍເຈົ້າຊູ້ແລະມີຄວາມສາມາດ ຂໍຂອບໃຈຮູບພາບຈາກ: mondthavixay ເພື່ອນໆສາມາດຕິດຕາມໜຸ່ມຄົນນີໄດ້ເລີຍ!!!

Read More »

ບັນຫາຂີ້ເຫຍື້ອໃນນະຄອນຫຼວງ

  ການເກັບມ້ຽນຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນຍັງບໍ່ສາມາດເຮັດໄດ້ຢ່າງທົ່ວເຖິງ ທ່ານ ພູດອນ ເມກສະຫວັນ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ເປີດເຜີຍວ່າ: ໜ່ວຍ ງານເກັບມ້ຽນຂີ້ເຫຍື້ອມີ 9 ພາກສ່ວນ ໃນນັ້ນ 1 ພາກສ່ວນເປັນຂອງລັດ ໄດ້ບໍລິການເກັບມ້ຽນຂີ້ເຫຍື້ອໃນລາຄາ 10.000 ກີບຕໍ່ເຂັ້ງຢູ່ບັນດາບ້ານໃນ 8 ເມືອງ ແລະ ກຳລັງປຸກລະດົມຢູ່ເມືອງສັງທອງ. ແຕ່ລະເດືອນ ຄບຕ ແລະ 9 ພາກສ່ວນ ໄດ້ປະຊຸມຖອດຖອນບົດຮຽນ ເພື່ອແກ້ໄຂ ແລະ ປັບປຸງບັນດາຂໍ້ຄົງຄ້າງ. ພ້ອມນີ້ ຄບຕ ຍັງໄດ້ ທົດລອງໃຫ້ ປະຊາຊົນພາຍໃນເມືອງ ແລະ ບ້ານ ໃຫ້ແຍກຂີ້ເຫຍື້ອ ເຫັນວ່າໄດ້ຮັບຜົນດີ ແລະ ຈະສືບຕໍ່ຈັດຕັ້ງ ປະຕິບັດຢູ່ແຕ່ລະບ້ານ ໃນທຸກໆ ເມືອງ ເພື່ອເອົາຂີ້ເຫຍື້ອທີ່ຈຳເປັນປະເພດເສດຜັກ, ໝາກໄມ້ ມາຜະລິດເປັນແກັສ. …

Read More »

ດ່ວນໆ…ເກີດເຫດໄຟໃໝ້ລົດຢູ່ໜ້າຕະຫຼາດທົ່ງຂັນຄຳ (ມີຄຣິບ)

  ດ່ວນໆ…ເກີດເຫດໄຟໃໝ້ລົດຢູ່ໜ້າຕະຫຼາດທົ່ງຂັນຄຳ ນັກຂ່າວສັນຈອນ ໄດ້ລາຍງານວ່າມີເຫດໄຟໃໝ້ລົດ ຮຸນໄດ ຢູ່ຕໍ່ໜ້າຕະຫຼາດທົ່ງຂັນຄຳ ຕຶກສ້າງໃໝ່ ໃນເວລາ 13:44 ນາທີ ຈາກເຫດການດັ່ງກ່າວໄດ້ເຮັດໃຫ້ມີປະຊາຊົນແຕກຕື່ນເປັນຈຳນວນຫຼາຍ, ແຕ່ຍັງດີທີ່ລົດນ້ຳປະຈຳອາຄານຕະຫຼາດສາມາດດັບໄຟໄດ້ທັນ ແລະ ບໍ່ເຮັດໃຫ້ມີຜົນເສຍຫາຍຫຼາຍປານໃດ. ທ່ານສາມາດເບິ່ງຄຣິບ.     ຂໍຂອບໃຈຄຣິບຂ່າວຈາກນັກຂ່າວສັນຈອນ

Read More »

ຂະບວນແຫ່ເຂີຍທີ່ບໍ່ເຄີຍເຫັນມາກ່ອນ…!

  “ລູກຊາວບ້ານ” ຈະພາທ່ານ ຜູ້ອ່ານເວັບໄຊ ຂວັນໃຈທຸກທີ່ໜ້າຮັກທຸກທ່ານ ມາເບິ່ງພິທີການແຫ່ເຂີຍ ທີ່ບໍ່ເຄີຍເຫັນມາກ່ອນ ເປັນຂະບວນແຫ່ທີ່ປະສົມປະສານ ສິລະປະມວຍລາວທີ່ຫາເບິ່ງໄດ້ຍາກ ໃນງານແຕ່ງດອງຂອງ ທ້າວ ຄໍາພາວັນ ອິນທະວົງ ແລະ ນາງ ສະແວ່ນຕ້າ ທີ່ບ້ານໄຜ່ລ້ອມ ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ແນວໃດກໍຂໍສະແດງຄວາມຍິນດີນໍາຄູ່ສ້າງຄອບຄົວໃໝ່ນໍາເດີ! ນັກຟ້ອນລາຍລາວແມ່ນມາຈາກ ໂຮງຮຽນ ສ້າງຄູພະລະສຶກສາ ທົ່ງປົ່ງ…! ທ່ານສາມາດເບິ່ງຄຣິບ:    ຂໍ້ມູນຈາກ khampilavan Inthavong

Read More »

ກຽມຈັດການປະກວດ Miss Grand Laos ຄັ້ງທໍາອິດ

ປະເທດລາວເຮົາແມ່ນຖືວ່າເປັນຄັ້ງທໍາອິດ ທີ່ຈະໄດ້ມີການປະກວດ Miss Grand Laos ສໍາລັບ ຈຸດປະສົງໃນການປະກວດມີສແກຣນລາວ ແມ່ນເພື່ອສ້າງກິດຈະກຳໃຫ້ໄວໜຸ່ມສົນໃຈໃນການສຶກສາຫາຄວາມຮູ້, ສ້າງໃຫ້ມີຈິດສຳນຶກຄວາມຮັກຊາດ, ວັດທະນາທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ມີຄວາມກ້າຫານໃນການສະແດງອອກເຖິງຄວາມສາມາດ ແລະ ເຜີຍແຜ່ໃຫ້ຕ່າງຊາດໄດ້ຮັບຮູ້ ແລະ ຍົກບົດບາດຂອງ ສປປ ລາວ ໃນເວທີສາກົນ Miss Grand International ເປັນງານປະກວດຄວາມງາມ ໜຶ່ງໃນ 5 ເວທີຊັ້ນນຳ ຂອງໂລກ ເຊິ່ງປະກອບດ້ວຍ Miss Universe, Miss World, Miss International ແລະ ນາງສາວ Supranational ຜ່ານການຈັດການປະກວດໂຄງການດັ່ງກ່າວມາເປັນໄລຍະ 4 ປິ ມີ 90 ກວ່າປະເທດໄດ້ເຂົ້າຮ່ວມການປະກວດ ແລະ ປະເທດລາວເຮົາແມ່ນເປັນຄັ້ງທໍາອິດທີ່ຈະໄດ້ເຂົ້່າຮ່ວມການປະກວດ ຜູ້ທີ່ໄດ້ຮັບຕໍ່າແໜ່ງ Miss Grand Lao ຈະໄດ້ຮັບເງິນ …

Read More »