Breaking News

Just Happened

ກິຕ້າ ໄດ້ຄູ່ສົມໃຈແລ້ວ! (ມີຄຮິບ)

ສາວລາວຄົນທໍາອິດທີ່ສາມາດໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງປະເທດເພື່ອນບ້ານ “Take me out Thailand” ພັດທະສອນ ມະນີດາລັດ (ກິຕ້າ), ຊະນີIndy ຢາກຈະບອກວ່ານາງໄດ້ຄູ່ເດດສົມໃຈນາງແລ້ວເດີ້ແຖມເປັນ oppa ເກົາຫລີ ຊື່ວ່າ Jae Min Lee, ໂອ້ຍ ອີ່ຫຍັງຈະເລີດເລີເພີເຟັກຫຍັງປານນີ້ ເບິ່ງແລ້ວດູດີເໝາະສົມກັນແບບສຸດໆ ແຖມເຟັກບຸກສ່ວນຕົວຂອງທັງສອງຄົນຍັງດຸໝັ່ນໂພສຮູບຄູ່ຫວານເວີ້ ຈົນມີແຟນໆເຂົ້າໄປກົດໄລ້ແບບລົວໆ.     ທ່ານສາມາດເບິ່ງຄຣິບລາຍການໄດ້ເລີຍ       ຂໍຂອບໃຈຮູບພາບຈາກ: Jae Min Lee ແລະ Kitar Phatthasone Manydalath

Read More »

ຍິນດີກັບຄູ່ສ້າງຄອບຄົວໃໝ່…

ອາຍຸເປັນພຽງໂຕເລກ ຂໍພຽງມີໃຈຮັກ ແລະ ເຂົ້າໃຈກັນກໍພຽງພໍແລ້ວ ຖືວ່າເປັນພາບປະທັບໃຈ ແລະ ຂໍສະແດງຄວາມຍິນດີນໍາຄູ່ສ້າງຄອບຄົວໃໝ່. ໂດຍ: “ລູກຊາວນາ”

Read More »

ສຸດຍອດ! ສາວຄົນນີ້ແມ່ນໃຜນໍ?

  ຊະນີIndy ຂີ້ຝອຍມາແລ້ວໆ ມື້ນີ້ຈະມາເວົ້າເລື່ອງສາວງາມຄົນໜຶ່ງທີ່ມັກໂພສຮູບງາມໆ ເຊັກຊີ່ໆ ແລະ ນາງກໍມີແຟນໆຕິດຕາມນາງຫຼາຍພໍສົມຄວນ ເປັນທີ່ສະດຸດຕາເຂົ້າແບບຈັງໆເທົ່າທີ່ ຊະນີIndy ໄດ້ໄປສອດສ່ອງ Profile ຂອງສາວຄົນນີ້ມາເລີຍໄດ້ຮູ້ຊື່ສຽງຮຽງນາມຂອງເພິ່ນມາວ່າຊື່ ນາງ ອະລິວັນດາ ສິຣິພົງ (ອາລີ) ແລະ Life style ຂອງນາງກໍຈະເປັນສາວສາຍ Party ອອກງານຕະຫຼອດ ແຖມນາງຍັງເປັນສາວສາຍມັກສວຍມັກງາມ ແບບວ່າໝໍເກັ່ງໆນາງຈະຮູ້ໝົດ (ມື້ໜ້າແນະນຳ ຊະນີIndy ແດ່), ສ່ວນວ່າໜຸ່ມໆຕ້ອງອົດທົນເດີ້ເພາະວ່າສາວຄົນນີ້ນາງມີຫວານໃຈແລ້ວຈ້າ…ຮີ້ວໆໆໆ ກົດໄລ້ ກົດແຊຣໄປໃຫ້ໂລກຮູ້ວ່າສາວລາວງາມເລີດສຸດໆ…! ຂໍຂອບໃຈທີ່ມາຮູບພາບຈາກ: Alee Alivanhda Siliphong

Read More »

ຫຼິງຫຼິງ ເລີດຫຼູໄຮໂຊສົມກັບທີ່ໄດ້ສາຍາວ່າສາວປະເພດສອງອັນດັບ 1 ຂອງປະເທດ!

  ເລີດຮ້າຍໆໆ! ຊະນີIndy ຢາກຈະບ້າຕາຍເມື່ອແອບລັກໄປສ່ອງເບິ່ງ Instagram ສ່ວນຕົວຂອງສາວ ຫຼິງຫຼິງ ປິຍະດາ ທີ່ນາງມາໃນມາດຫຼູຫຼາໄຮໂຊຂອງແທ້ ເພາະຫຼ້າສຸດນາງບິນຕົງໄປຮອດ Paris ປະເທດ ຝຣັ່ງ ເພື່ອໄປຮ່ວມງານ Fashion Show ຂອງແບຼນດັງລະດັບໂລກຢ່າງ Ralphan&drosso ພຸ້ນເດີ້ (ຊະນີIndy ຢາກໄປເດ້ແຕ່ຄືຈະໄດ້ແຕ່ຝັນ555) ແລະ ໄດ້ຍິນມາວ່າຊຸດ ເກີບ ກະເປົ໋າ ນາງກໍບໍ່ນ້ອຍໜ້າຕ່າງຊາດເດີ້ເພາະ Everything ທີ່ນາງໃສ່ມາຈາກແບຼນຫຼູ Dior ສ່ວນວ່າລາຄາບໍ່ຢາກຈະເວົ້າເຖິງເພາະກໍຮູ້ໆກັນຢູ່ວ່າມັນແພງຈົນປວດຕັບ (ອືມ..ຫຼືຈະຖຽງ), ໂອ້ຍ…ແຫ່ງເລີດເຂົ້າໄປອີກສົມກັບທີ່ໄດ້ສາຍາວ່າເປັນ ສາວປະເພດສອງອັບດັບ 1 ຂອງປະເທດອີ່ຫຼີ! ຢ່າລືມກົດໄລ້ ກົດແຊຣໃຫ້ຄົນອື່ນຮູ້ແດ່ວ່າສາວສອງບ້ານເຮົາກໍເລີດບໍ່ແພ້ສາວສອງປະເທດອື່ນ…!!! ຂໍຂອບໃຈຮູບພາບຈາກ:  Instagram/lingpiyadar

Read More »

ເກີດເຫດໄຟໃໝ້ທີ່ແຂວງສະຫວັນນະເຂດ

“ລູກຊາວບ້ານ” ມາບອກ ເກີດເຫດໄຟໄໝ້ ເວລາ 15:00 ຂອງວັນທີ 26 ມັງກອນ 2017 ຢູ່ບ້ານ ເວີນໃຕ້, ເມືອງ ໄຊບູລີ, ແຂວງ ສະຫວັນນະເຂດ ສາເຫດເກີດຈາກໄຟເຮືອນຄົວ. ເບືອງຕົ້ນພົບວ່າຍັງບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດ ຂໍ້ມູນຈາກ: dong una ພາບຈາກ: KhamSamer monpadith

Read More »