Breaking News

Just Happened

ແຈ້ງການ! ຈາກປະທານລາວສະຕາຣ໌

ໄດ້ມີແຈ້ງການຈາກ ທ່ານ ສຸລະເພັດ ແກ້ວວຽງຄຳ ປະທານບໍລິສັດຜູ້ກໍ່ຕັ້ງ ສະຖານີໂທລະພາບລາວສະຕາຣ໌ ກ່ຽວກັບກໍລະນີເລື່ອງ ທ່ານ ທະນູສອນ ແກ້ວວຽງຄຳ ຫຼື ທີ່ຮູ້ກັນໃນນາມ “ກູ້ ລາວສະຕາຣ໌” (ເປັນນ້ອງຊາຍ ທ່ານ ສຸລະເພັດ ແກ້ວວຽງຄຳ) ອະດີດ ຮອງອຳນວຍການສະຖານີໂທລະພາບລາວສະຕາຣ໌ ເຊິ່ງປະຈຸບັນເປັນ ຜູ້ອຳນວຍການ ບໍລິສັດ ທີແອນເຄອີນເວສເມັນແອນຄອນເຊົ້າຕັ້ນ ວ່າປະຈຸບັນຜູ້ກ່ຽວບໍ່ໄດ້ປະຕິບັດໜ້າທີ່ຢູ່ “ໂທລະພາບລາວສະຕາຣ໌” ແລ້ວ ແລະ ມີພຽງຊ່ວຍວຽກບາງໂຄງການບາງຄັ້ງຄາວເທົ່ານັ້ນ, ດັ່ງນັ້ນການເຄື່ອນໄຫວທີ່ບໍ່ໄດ້ແຕ່ງຕັ້ງ ແລະ ໄດ້ຮັບອະນຸຍາດຈາກທາງ “ໂທລະພາບລາວສະຕາຣ໌”  ຈະບໍ່ຢູ່ໃນຄວາມຮັບຜິດຊອບຂອງໂທລະພາບລາວສະຕາຣ໌!! ທີ່ມາ ແລະ ຮູບພາບຈາກ: LAO STAR TV

Read More »

ກຽມລົງບັນທຶກລາຄາສິນຄ້າໃນທ້ອງຕະຫຼາດ

  ມື້ນີ້ “ລູກຊາວບ້ານ” ຈະພາມາຮູ້ຈັກກັບເລື່ອງການບັນທຶກບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າໃນທ້ອງຕະຫຼາດ. ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ກຽມລົງເຮັດບົດບັນທຶກກັບຜູ້ປະກອບ, ຮ້ານຊັບພະສີນຄ້າ ແລະ ຊາວຄ້າຂາຍຕາມທ້ອງຕະຫຼາດ ພາຍໃນ 5 ເມືອງຄື: ເມືອງຈັນທະບູລີ, ໄຊເສດຖາ, ສີສັດຕະນາກ, ສີໂຄດຕະບອງ ແລະ ເມືອງໄຊທານີ ເພື່ອບໍ່ໃຫ້ສວຍໂອກາດປັບຂຶ້ນລາຄາສິນຄ້າໂພສະນາການ. ນອກນັ້ນ; ຂະແໜງກ່ຽວຂ້ອງໄດ້ກໍານົດລາຄາສີນຄ້າທີ່ກະທົບໄວ ຫລື ສີນຄ້າທີ່ລັດຄຸ້ມຄອງ ເຊັ່ນ: ລາຄາຊິ້ນໝູ ແມ່ນໃຫ້ຂາຍບໍ່ໃຫ້ເກີນ 35.000/ໂລ. ນອກຈາກນີ້; ລາຄາປະເພດເຄື່ອງອຸປະໂພກ-ບໍລິໂພກທົ່ວໄປກໍໃຫ້ຕິດສະຫຼາກ ເປັນພາສາລາວ ແລະ ຕິດລາຄາເປັນເງິນກີບ, ເຊິ່ງ ໜ່ວຍງານສະເພາະກິດໄດ້ມີການກໍານົດເປົ້າໝາຍຕະຫຼາດໃຫຍ່ 17 ແຫ່ງ, ຮ້ານຊັບພະສິນຄ້າ 1 ແຫ່ງ, ຮ້ານສະດວກຊື້ ແລະ ຮ້ານຂາຍຍ່ອຍທົ່ວໄປ 48 ແຫ່ງ, ຮ້ານມິນິມາກ 23 ແຫ່ງ ແລະ …

Read More »

ເຮືອນ 3 ນ້ຳ 4ແມ່ຍິງລາວຄວນຮູ້…!

ສາວໆຮູ້ບໍ່ວ່າສະເໜຂອງແມ່ຍິງລາວເຮົານັ້ນ ນອກຈາກຈະງາມທັງໜ້າຕາ ແລະ ກິລິຍາແລ້ວ ຍັງຕ້ອງປະກອບດ້ວຍສິ່ງນີ້ “ເຮືອນ 3 ນ້ຳ 4” ສາວໆຮູ້ສຶກແນວໃດເມຶ່ອໄດ້ຍິນຄໍານີ້ ເຄີຍໄດ້ຍິນມາແມ່ນບໍ່? ແຕ່ສາວໆບາງຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍຂອງມັນຊັດເຈນເທຶ່ອ ແຕ່ທີ່ BeautyGuru ເອົາມາຕ້ອນສາວໆໃນມື້ນີ້ຮັບຮອງວ່າສາວໆຈະໝົດຂໍ້ສົງໄສເລຶ່ອງ “ເຮືອນ 3 ນ້ຳ 4” ຢ່າງແນ່ນອນ #ເຮືອນສາມ (ເຮືອນ 3) 1. ເຮືອນຄົວ: ເຮັດວຽກເຮືອນຄົວໃຫ້ດີງາມ ເປັນລະບຽບຮຽບຮ້ອຍ ທໍາຄວາມສະອາດເຮືອນຊານໃຫ້ເບິ່ງງົດງາມ, ຂອງໃຊ້ໃນເຮືອນຄົວຈັດໃຫ້ຖືກບ່ຶອນ ຮັບຜິດຊອບງານຄົວກິນ. ນອກຈາກນັ້ນ ວຽກງານຄົວເຮືອນທຸກ ປະເພດແມ່ນໜ້າທີ່ຂອງແມ່ຍິງ. 2. ເຮືອນຜົມ: ຄົນລາວບູຮານທຸກເຜົ່າຊົນແມ່ນເກົ້າຜົມໃຫ້ສວຍງາມສະ ເໝີ, ແຕ່ປັດຈຸບັນນີ້ ມີທັງດັດ, ມີທັງຕັດ, ມີທັງຊອຍ ແຕ່ຈະເຮັດຈັ່ງໃດກໍ ສຸດແລ້ວແຕ່ຕາມໃຈມັກ ທັງນີ້ກໍຕ້ອງຮັບປະກັນຄວາມງາມ, ຄວາມສະອາດ ແລະຖືກກັບໂຄງໜ້າ. 3. ເຮືອນກາຍ: ແຕ່ງກາຍໃຫ້ສະອາດຮຽບຮ້ອຍ ເບິ່ງແລ້ວງາມຕາ …

Read More »

ຂ່າວດີສໍາລັບພີ່ນ້ອງຊາວລາວ…

ຂ່າວດີສໍາລັບພີ່ນ້ອງຊາວລາວ ຂໍເຊີນພີ່ນ້ອງທຸກທົ່ວໜ້າ ປິ່ນປົວບາດແຜຈາກໄຟໄໝ້ນໍ້າຮ້ອນລວກຟຣີ ຢູ່ທີ່ໂຮງໝໍມະໂຫສົດ ໃນວັນທີ 6-16 ກຸມພາ 2017 , ມີຜູ້ຊ່ຽວຊານຈາກ ອົດສາລີ ແລະ ນິວຊີແລນ ສາມາດຕິດຕໍ່ ພົວພັນຕາມເບີໂທ 030 9604893 ທີ່ມາຈາກ:Laopost

Read More »

ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ!

  ອັ້ມ ພັດຊະຣາພາ ຈະເດີນທາງມາລາວເປັນເທື່ອທຳອິດ! ກຣີດໆໆໆ…ໃນ IG ຂອງ Superstar ອັ້ມ ພັດຊະຣາພາ ໄດ້ໂພສຮູບເຊີນຊວນສາວົກແຟນຄຣັບ ເພາະນາງກຳລັງຈະເດີນທາງມາລາວໄວໆນີ້ ໃນວັນເສົາ ວັນທີ 28 ມັງກອນ 2017 ຢູ່ທີ່ຫ້າງວຽງຈັນເຊັນເຕີ້ ນະຄອນຫຼວງວຽງຈັນ ເວລາ 15.45 ນາທີ ແລະ Superstar ອັ້ມ ຍັງໄດ້ເປີດເຜີຍອີກວ່າການເດີນທາງມາປະເທດລາວເຮົາໃນເທື່ອນີ້ເປັນການມາເທື່ອທຳອິດຂອງນາງເລີຍກໍວ່າໄດ້. ໝູ່ຄົນໃດທີ່ມັກໃນຜົນງານຂອງ ອັ້ມ ພັດຊະຣາພາ ໄຊເຊື້ອ…ໄປເຈິກັນແນ່ນອນເດີ້ເພື່ອນໆ ແລະ ໜຶ່ງໃນນັ້ນມີ ຊະນີIndy ນໍາເດີ້ (555)   ທີ່ມາຈາກ: aum_patchrapa

Read More »