Breaking News

Just Happened

ຈາກດິນເປົ່າຫວ່າງກາຍເປັນບ່ອນຖິ້ມຂີ້ເຫຍືອ!

ຈາກດິນເປົ່າຫວ່າງກາຍເປັນບ່ອນຖິ້ມຂີ້ເຫຍືອ! ດິນເປົ່າວ່າງຂ້າງຕະຫຼາດ ໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ກາຍເປັນບ່ອນຖິ້ມຂີ້ເຫຍື້ອຂອງ ແມ່ຄ້າຊາວຂາຍ ແລະ ຈູດ ໂດຍບໍ່ຄໍານຶງເຖິງຄວາມຈົບງາມຂອງສະພາບແວດລ້ອມ “ລູກຊາວບ້ານ” ເຫັນແລ້ວເມື່ອຍໃຈເດ້ ໂດຍ: ລູກຊາວບ້ານ

Read More »

ເທັກຊັດ ຊິກເກັນ ເປີດໂຕຮ້ານທຳອິດໃນ ສປປ. ລາວ

ເທັກຊັດ ຊິກເກັນ ເປີດໂຕຮ້ານທຳອິດໃນ ສປປ. ລາວ ແລະ ກຽມຂະຫຍາຍສາຂາຫຼາຍກວ່າ 7 ສາຂາ!!! ໃນຕອນແລງຂອງວັນທີ 13 ມັງກອນ 2017 ຢູ່ທີ່ເດີ່ນໜອງສະພັງເລັນ ທາງຮ້ານເທັກຊັດ ຊິກເກັນ  ໄດ້ເປີດຮ້ານສາຂາແຫ່ງທໍາອິດໃນ ສ.ປ.ປ.ລາວ  ໂດຍການເປັນປະທານຮ່ວມຂອງ ທ່ານ ອາມາ ແຊນຊູ, ຜູ້ຈັດການທົ່ວໄປຂອງ ເທັກຊັດ ຊິກເກັນ, ທ່ານ ຈີນ-ບໍຣີສລຸກ ກໍາມະການຜູ້ຈັດການ  ບໍລິສັດ Express  Food Group ໃນອາຊີຕາເວັນອອກສ່ຽງໃຕ້ ທ່ານນາງຈັນທະຈອນ ວົງໄຊ ຂາຫຸ້ນເທັກຊັດ ຊິກເກັນ ພ້ອມດ້ວຍ ບັນດາແຂກຈາກຫຼາຍພາກສ່ວນ ແລະ ສື່ມວນຊົນເຂົ້າຮ່ວມ. ເທັກຊັດ ຊິກເກັນ (Texas Chicken) ແມ່ນໜຶ່ງໃນເຄືອຂອງກຸ່ມບໍລິສັດ ອາເອັມເອ (RMA Group),ໄດ້ເປີດບໍລິການຮ້ານຂາຍຈືນໄກ່ແບບຕາເວັນຕົກທີ່ເນັ້ນການບໍລິການດ້ວຍຄວາມໄວແຫ່ງທໍາອິດຢູ່ ສ.ປ.ປ.ລາວ. …

Read More »

ແອບສ່ອງ! Honeymoon ຫວານຄູ່ຮັກພັນລ້ານ

ແອບສ່ອງ! Honeymoon ຫວານຄູ່ຮັກພັນລ້ານ ມາແລ້ວໆ ຊະນີIndy ມາແລ້ວ ແລະ ຍັງບໍ່ໄດ້ມາລ້າໆເດີ້ເພາະຍັງຈະມາເມົ້າມອຍເລື່ອງຂອງຄູ່ຮັກສຸດເວີ້ວັງອະລັງການ ສາຍາຄູ່ຮັກພັນລ້ານ, ແນະໆ! ນຶກອອກກັນແລ້ວບໍ່ ເພາະຈະເປັນໃຜໄປບໍ່ໄດເລີຍ ນັ້ນກໍຄືຄູ່ຮັກແຫ່ງປີ ເພັງ&ອ້າຍ, ເພາະຫຼັງຈາກທີ່ທັງສອງແຕ່ງດອງກັນແລ້ວ ຈົນສ້າງປະກົດການຮືຮາສະໜັ່ນເມືອງ ດ້ວຍຄວາມທີ່ວ່າ ລູກເສດຖີແຕ່ງກັບລູກເສດຖີ ( ອຸ້ຍໆ! ຢ່າເວົ້າດັງໄປດຽວມີໃຜໄດ້ຍິນ) ທັງສອງກໍໄດ້ບິນຕົງໄປ Sweet ຫວານກັນຮອດ ເມົາດຣີບ (Maldives) ແລະ ຍັງບໍ່ໝົດເພາະສາວເພັງ ແລະ ໜຸ່ມອ້າຍຍັງດຸໝັ່ນໂພສຮູບພາບຫວານໆ ມາໃຫ້ຂາເມົ້າໄດ້ອິດສາຕາຮ້ອນໄປຕາມໆກັນ. ເອົ້າ…ຢ່າງໃດກໍຂໍໃຫ້ສາວເພັງ ແລະ ໜຸ່ມອ້າຍມີຄວາມສຸກກັບ Honeymoon ຫວານຄັ້ງນີ້ເດິ້ ແລະ ຢ່າລືມຜະລິດ Baby ໂຕນ້ອຍໆມາໃຫ້ແຟນໆໄວໆເດີ້. ທີ່ມາຮູບພາບຈາກ: Pheng’s AP

Read More »

ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ຊົງຢ້ຽມຢາມແຂວງ…

ພາບປະຈໍາອາທິດ: ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ຊົງຢ້ຽມຢາມແຂວງສະຫັວນນະເຂດ ໃນວັນທີ13/01/2017 . ຂໍຂອບໃຈທີ່ມາ ແລະ ຮູບພາບຈາກ: ເພສ ລາວ ไทย

Read More »

ລາວ ກ໊ອຟ ຊາເລັນ 2017

ໃນວັນ 12 ມັງກອນ 2017 ເວລາ 14: 00 ທີ່ ໂຮງແຮມ ຣັດສະໝີ ພລາຊາ ນະຄອນຫຼວງວຽງຈັນ ວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2017 ປີທີ 5. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສູນທອນ ສິລິສັກ ປະທານສະຫະພັນກິລາກ໊ອຟແຫ່ງຊາດລາວ, ທ່ານ ໄຊຍະສອນ ປັນຍາທິບ ຜູ້ອໍານວຍການສ້າງວາລະສານທາເກັດ ທັງເປັນປະທານຈັດງານແຂ່ງຂັນ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ໃນປີນີ້ຈະເລີ່ມເປີດຮັບສະໝັກຜູ້ເຂົ້າຮ່ວມແຂ່ງຂັນຕັ້ງແຕ່ວັນທີ 23 ມັງກອນ-10 ກຸມພາ 2017 ແລະ ການແຂ່ງຂັນ ຈະຈັດຂຶ້ນໃນວັນທີ 18 ກຸມພາ 2017 ທີ່ສະໜາມກ໊ອຟ ລອງວຽງ ກ໊ອຟຄລັບ ນະຄອນຫຼວງວຽງຈັນ …

Read More »