Breaking News

Just Happened

ອາຫານຕາ ມັນດີຕໍ່ໃຈ!

ອາຫານຫູ ອາຫານຕາ ມັນດີຕໍ່ຈິດໃຈ! ກຣີດໆໆ ຊະນີIndy…ມື້ນີ້ເອົາຮູບພາບຜູ້ບ່າວມາຝາກເພື່ອເປັນອາຫານຫູອາຫານຕາ ແລະ ບຳລຸງຈິດໃຈ (ຮະຮ່າ) ຊື່ວ່າໜຸ່ມ ບີ້ ອັດສະລິຍະພົງ ບຸບຜາ ຫຼື ທີ່ຮູ້ໆກັນວ່າເປັນນ້ອງຊາຍສຸດຫຼໍ່ຂອງສາວ ວີນາ ບຸບຜາ ດາລາສາວຊື່ດັງ, ທັງເຈົ້າຊູ້ ມີຄວາມໜ້າຮັກ ອອກແນວອາຕີ໋ ໂອ້ຍໆ…ຢາກຈະບ້າຕາຍ ນ້ຳລາຍໄຫຼເປັນທາງພຸ້ນແຫຼະ555. ຂອບໃຈຮູບພາບຈາກ: Atsaryaphong Boupha

Read More »

ສາວນ້ອຍເລາະຂາຍຢໍ່ຂາວເປັນສາວແລ້ວ ຈື່ກັນໄດ້ບໍ່?

ສາວນ້ອຍເລາະຂາຍຢໍ່ຂາວເປັນສາວແລ້ວ ຈື່ກັນໄດ້ບໍ່? ແຕ່ກີ້ມີໃຜເຄີຍເຫັນເດັກນ້ອຍຜູ້ຍິງຄົນໜຶ່ງ ຊື່ວ່ານ້ອງ ນ້ຳເຜິ້ງ ເລາະຂາຍຢໍ່ຂາວ ຫຼື ໝາກໄມ້ ເປັນແພ໋ກຕາມຮ້ານເບຍແຄມຂອງ ແລະ ເຂດໃນເມືອງແຂວງນະຄອນຫຼວງວຽງຈັນແດ່ບໍ່? ຜ່ານມາ 10 ປີນາງເປັນສາວແລ້ວເດີ້ແຖມຍັງງາມ ແລະ ໜ້າຮັກອີກເພາະແຕ່ກີ້ ຊະນີIndy ເຄີຍເຫັນນາງມາຕັ້ງແຕ່ຂີ້ມູກເປື້ອນໜ້າ ຂີ້ໃຄເຕັມຄໍພຸ້ນແຫຼະ! ບາດມາເຫັນບາດນີ້ຈົນຕົກໃຈບໍ່ຄິດວ່າສິແມ່ນອີ່ນາງນ້ອຍໆນັ້ນ. ຄົນທີ່ຫາກິນດ້ວຍຕົນເອງມາຕັ້ງແຕ່ນ້ອຍແບບນີ້ຄວນສົ່ງເສີມ ແລະ ເບິ່ງເປັນແບບຢ່າງ, ດີກວ່າຄົນທີ່ແບມືຂໍເງິນພໍ່ແມ່ ຂີ່ລົດຍົກລໍ້ໄປມາຕາມຖະໜົນຫົນທາງ. (ກົດໄລ້ ແລະ ກົດແຊຣເປັນກຳລັງໃຈໃຫ້ນາງແດ່) ທີ່ມາຈາກຮູບຈາກ: Saiynampherng Somsouthi ໝາຍເຫດ: ຮູບພາບໃນໄວເດັກເປັນພຽງຮູບພາບປະກອບ

Read More »

ຕະລຶງ! ອາເລັກຊານດ້າ ປ່ຽນໄປ…

ຕະລຶງ! ອາເລັກຊານດ້າ ປ່ຽນໄປ… ອີກແລ້ວໆ! ມື້ນີ້ ຊະນີIndy ມີເລື່ອງຈະມາຝອຍມາເວົ້າມາລົມກັບເພື່ອນໆເປັນເລື່ອງຂອງສາວ ອາເລັກຊານດ້າ ບຸນຊ່ວຍ ນັກຮ້ອງນັກສະແດງຄົນເກັ່ງ, ໃນໄລຍະຜ່ານມານາງກໍໄດ້ມີຜົນງານມາແລ້ວທັງໃນ ແລະ ນອກປະເທດ ຫຼື ຈະເອີ້ນ Go-Inter ນັ້ນແຫຼະ, ເຂົ້າປະເດັນກັນເລີຍກໍມີຢູ່ວ່າມື້ນີ້ ຊະນີIndy ຫວ່າງວຽກຫຼາຍເລີຍເຂົ້າໄປເຂ່ຍ FB ຫຼິ້ນແຕ່ຕ້ອງຕົກໃຈເພາະເຫັນສາວ ຊານດ້າ ເພິ່ນມັກໂພສຮູບພາບຕ່າງໆ ແລະ ຜິດສັງເກດຫຼາຍກໍໜ້າຈະເປັນຫຸ່ນທີ່ສຸດແຊບເວີ້ຂອງນາງ ແບບວ່າ 6Pack ເປັນມັດໆພຸ້ນໃດ໋ ໂອ້ຍ ຊະນີIndy ເຫັນແລ້ວເກີດຄວາມອິດສາຕາຮ້ອນເດ…ເພາະອາດຈະເຮັດບໍ່ໄດ້ຄືສາວຊານດ້າດອກແບບວ່າ ຊະນີIndy ເປັນສາຍກິນຫັ້ນນ່າ ອິອິ, ແຕ່ຈະເວົ້າໄປແລ້ວເບິ່ງລວມໆດຽວນີ້ນາງກໍງາມຂຶ້ນຫຼາຍກວ່າແຕ່ເກົ່າເພາະວ່າແຕ່ກີ້ນາງທັງຕຸ້ຍເອີ້ຍບໍ່ແມ່ນເດີ້ ອວບໆຊັນດອກແບບວ່າກໍໜ້າຮັກດີແຕ່ມາດຽວນີ້ນາງໜ້າຈະອອກສາຍ Healthy ຮັກສາສຸຂະພາບຫັນໜ້າເຂົ້າ Fitness ກິນອາຫານ Clean-food ຈົນກາຍເປັນສາວ Sexy ຂອງວົງການໄປແລ້ວ ແຕ່ກໍເປັນຜົນດີໃດ ແລະ ໜ້າເອົາເປັນແບບຢ່າງແຖມມີສຸຂະພາບດີນຳ. ປລ: ຖ້າຫວ່າງໆຝາກສາວ …

Read More »

ໜຸ່ມລາວຄວ້າຕຳແໜ່ງຈາກການປະກວດຢູ່ ສ.ສ ຫວຽດນາມ

ໜຸ່ມລາວຄວ້າຕຳແໜ່ງຈາກການປະກວດຢູ່ ສ.ສ ຫວຽດນາມ ການແຂ່ງຂັນດາວເດືອນປະຈຳມະຫາວິທະຍາໄລ ເຊິ່ງການແຂ່ງຂັນຈັດຂຶ້ນທີ່ເມືອງ ຮ່າໂນ້ຍ ( ສສ.ຫວຽດນາມ ), ໜຸ່ມລາວມີນາມວ່າ ໂນ້ ທອງປະເສີດ ຜູ້ມີບຸກຄະລິກໂດດເດ່ນ ແລະ ທັງເຈົ້າຊູ້ຄົນນີ້ສາມາດຄ້ວາລາງວັນມາໄດ້ສຳເລັດ, ເອົ້າ..ຂໍກຳລັງໃຈໂດຍການຕົບມືໃຫ້ລາວແດ່ໄວ! ເພາະວ່າເພິ່ນຫຼໍ່ບາດຕາບາດໃຈສົມກັບທີ່ໄດ້ຕຳແໜ່ງ!!! (ຢ່າລືມກົດໄລ້ກົດແຊຣ) ເປັນກຳລັງໃຈໃຫ້ໜຸ່ມຄົນນີ້ແດ່ເດີ້. ທີ່ມາຈາກ: Noh Thongpaseuth

Read More »

ສາວ ຫຼິງຫຼິງ ປີຍະດາ ມາໃນຊຸດລາວສຸດອະລັງການ

ສາວຫຼິງຫຼິງ ປີຍະດາ ມາໃນຊຸດລາວສຸດອະລັງການ ວ້າວໆໆ…ງາມຫຼາຍໆສຳລັບສາວ ຫຼິງຫຼິງ ປິຍະດາ ທີ່ຫຼ້າສຸດນາງໄດ້ໂພສຮູບທີ່ເຮັດໃຫ້ຕະລຶງໃນຄວາມງາມໄປຕາມໆກັນເຊິ່ງນາງມາໃນ Look ແບບລາວໆ ຊຸດໄໝລາວຈົນເຮັດໃຫ້ລືມໄປເລີຍວ່ານາງເປັນສາວງາມປະເພດສອງ ແລະ ເຊື່ອເລີຍວ່າແມ່ຍິງຫຼາຍໆຄົນຕ້ອງມີຄວາມອິດສາໃນຄວາມເລີດ ຄວາມງາມທີ່ຫາບ່ອນຕິບໍ່ໄດ້ຂອງນາງ ຈະງາມຊໍ່າໃດນັ້ນມາເບິ່ງດ່ວນ! ພາບຈາກ: lingpiyadar

Read More »