Breaking News

Just Happened

ຫົວເຫວີຍ ເປິດໂຕສະມາດໂຟນລຸ້ນຫຼ້າສຸດ Huawei GR5 2017.

ວັນທີ 17 ທັນວາ 2016 ທີ່ສູນການຄ້າວຽງຈັນເຊັນເຕີ, ບໍລິສັດຫົວເຫວີຍໄດ້ເປີດໂຕສະມາດທ໌ໂຟນໃໝ່ຫຼ້າສຸດ Huawei GR5 2017 ສູ່ສາຍຕາຄົນລາວ ເຊິ່ງງານມີຊື່ວ່າ: “ໄວລຸ້ນກວນ ຊວນກັນມາ ພາກັນມັນ”; ໂດຍເປັນປະທານເປີດງານໂດຍ ທ່ານ ຊູຈິນຢົງ ຜູ້ອໍານວຍການຝ່າຍອຸປະກອນສື່ສານ, ພ້ອມທັງແຂກທີ່ມີກຽດຈາກຫຼາຍສາຂາ, ຄູ່ຮ່ວມທຸລະກິດ, ພ້ອມດ້ວຍສື່ມວນຊົນ ແລະ ລູກຄ້າເຂົ້າຮ່ວມຢ່າງໜາແໜ້ນ. ທ່ານ ຊູຈິນຢົງ ຜູ້ອໍານວຍການຝ່າຍອຸປະກອນສື່ສານ ຍັງໄດ້ກ່າວອີກວ່າ: ຫຼັງຈາກຫົວເຫວີຍ P9 ປະສົບຜົນສໍາເລັດຢູ່ລາວ ບໍ່ວ່າຈະເປັນດ້ານຍອດຂາຍ ແລະ ຄວາມມັກຂອງລູກຄ້າ, ເຊິ່ງແມ່ນສັນຍານອັນດີທີ່ລູກຄ້າໄວ້ໃຈ ແລະ ເຊື່ອໝັ້ນ ໃນຜະລິດຕະພັນຂອງຫົວເຫວີຍ, ດັ່ງນັ້ນ ຫົວເຫວີຍ ຈຶ່ງສືບຕໍ່ສະເໜີຜະລິດຕະພັນທີ່ມີຄຸນນະພາບ ລຸ້ນໃໝ່ຫຼ້າສຸດ Huawei GR5 2017, ກ່ອນໜ້ານີ້ 2 ອາທິດເຮົາໄດ້ເປີດໃຫ້ຈອງ ພ້ອມກັບໄດ້ຮັບໂປຼໂມຊັ່ນສຸດພິເສດເຊັ່ນ: ສາຍຮັດຂໍ້ແຂນອັດສະລິຍະ Huawei …

Read More »

ນັກບິນສາວ ສຸດເກັ່ງທີ່ເດີນທາງຮອບໂລກເພື່ອຫຼິ້ນໂຍຄະ!!!

ນັກບິນສາວ Malin Rydqvist ສັນຊາດ ສະວີເດັນ ງານຫຼັກໆຄືຂັບເຮືອບິນ Boeing 737 ນອກນັ້ນ;ນາງ ຍັງເປັນນັກຫຼິ້ນໂຍຄະ (Yoga) ທີມີຊື່ສຽງນໍາອີກ ໂດຍນາງມັກຖ່າຍຮູບທ່າຍາກໆໃນເວລາທີ່ຫຼິ້ນໂຍຄະ ຢູ່ຕາມສະຖານທີ່ຕ່າງໆທີ່ງົດງາມ ແລະ ໂພສລົງ IG ສ່ວນໂຕຢູ່ເປັນປະຈໍາ ຊຶ່ງຍອດການຕິດຕາມ IG ຂອງນາງມີຄົນ Follow  ເປັນຈຳນວນຫຼາຍເອີ້ນໄດ້ວ່າ: ທັງງາມ ທັງເກັ່ງ ແຖມຍັງມີທ່າໂຍຄະຍາກໆນໍາອີກ.  

Read More »

ສະຫຼອງຄົບຮອບ 5 ປີ ບໍລິສັດ “ຮ້ອຍແປດພັນເກົ້າກຣຸບ” ຈໍາກັດ

ໃນຕອນແລງຂອງວັນທີ 12 ທັນວາ 2016 ຢູ່ທີ່ໂຮງແຮມ Mercure Vientiane ໄດ້ມີງານສະເຫຼີມສະຫຼອງຄົບຮອບ 5 ປິ ຂອງບໍລິສັດ “ຮ້ອຍແປດພັນເກົ້າກຣຸບ” ຈໍາກັດ  ໂດຍການເປັນປະທານຂອງທ່ານ ແກ້ວວີິສຸກ ດາລາສານ ຜູ້ສ້າງຕັ້ງ ແລະ ຜູ້ອໍານວຍການຂອງບໍລິສັດ “ຮ້ອຍແປດພັນເກົ້າກຣຸບ ຈໍາກັດ” ເຊິ່ງມີແຂກທັງພາຍໃນ, ຕ່າງປະເທດ ແລະ ສື່ມວນຊົນເຂົ້າຮ່ວມອວຍພອນໃນງານດັ່ງກ່າວ. ທ່ານ ແກ້ວວີສຸກ ດາລາສານໄດ້ເລົ່າເຖິງປະຫວັດຄວາມເປັນມາຂອງບໍລິສັດ ແລະ ການພັດທະນາເວັບໄຊ໌ ການຈັດຫາວຽກຕ່າງໆ ແລະ ການເຮັດວາລະສານ 108JOP ໄປແຈກ ໃຫ້ກັບບັນດາໂຮງຮຽນ ຫ້ອງສະໝຸດ ຫຼື ຕາມບ້ານຕ່າງໆ ແລະ ໃນງານຄັ້ງນີ້ຍັງມີການຮັບບໍລິຈາກເງິນເພຶ່ອໄປຊ່ວຍເຫຼຶອສັງຄົມນຳອີກ ເຊິ່ງເງິນທີ່ໄດ້ຈາກການບໍລິຈາກຄັ້ງນີ້ແມ່ນລວມທັງໝົດມີ: ເງິນກີບ 17.700.000 ກີບ ,ເງິນຢວນ 500 ຢວນ, ເງິນບາດ 9.000 …

Read More »

ເປີດຕົວລົດ New Mazda CX-3 &MX-5 RF

ເປີດຕົວລົດ New Mazda CX-3 &MX-5 RF ໃນຕອນແລງຂອງວັນທີ 12 ທັນວາ 2016 ໄດ້ມີພິທີເປີດຕົວລົດ New Mazda CX-3 & Mazda MX-5 RF ໄດ້ຈັດຂຶ້ນຢູ່ທີ່ຫ້ອງຂາຍ ມາສະດາ ລາວ ບ້ານໂພສີ (ຫຼັກ7) ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ທິບພະເນດ ແກ້ວມະນີວົງ ຜູ້ຈັດການທົ່ວໄປຂອງບໍລິສັດ ແກ້ວໂອໂຕກຣຸບ. All-New MAZDA CX-3 ພາຍໃຕ້ສະໂລແກນ “ສູ່ອິດສະຫຼະໃໝ່ ປຽ່ນຊີວິດໃຫ້ແຕກຕ່າງ” ໃນລົດຄັນນີ້ທ່ານຈະລືມທຸກຄວາມຮູ້ສຶກແບບເກົ່າທີ່ຜ່ານມາ ມຸ່ງໜ້າເຂົ້າສູ່ອີກຂັ້ນຂອງຄວາມຫລູຫລາລະດັບPremiumກັບມິຕິໃໝ່ຂອງ Freestyle Crossoverທີ່ສະກົດທຸກສາຍຕາ ທຸກອົງສາ. All-New MAZDA MX-5 RFໂດຍສືບຕໍ່ຄວາມໂດ່ງດັງອັນຂຶ້ນຊື່ ແລະ Iconic ຂອງລົດສາຍພັນສະປອດ ສຸດຍອດແຫ່ງນະວັດຕະກຳການຂັບຂີ່ທີ່ດີເລີດ …

Read More »

ງານວາງສະແດງໂມງ (International watch fair)

ໃນຕອນບ່າຍວັນທີ 10 ທັນວາ 2016 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີໄດ້ຈັດງານ Vientian center international watch fair ໂດຍມີ ທ່ານ ສົມບັດ ສິລິພອນວິທະຍາ ຜູ້ອວຍການໃຫຍ່ສູນການຄ້າວຽງຈັນເຊັນເຕີ ເປັນປະທານເປີດງານ ພ້ອມດ້ວຍແຂກ ແລະ ສື່ມວນຊົນເຂົ້າຮ່ວມໃນງານດັ່ງກ່າວ ງານ Vientian center international watch fair ເປັນງານສະແດງທີ່ນຳໂມງຍີ່ຫໍ່ດັງລະດັບແຖວໜ້າຂອງໂລກມາສະແດງໃນລາວເປັນຄັ້ງທຳອິດ ບໍ່ວ່າຈະເປັນແບຼນ OMEGA, Breitling, Rado, Zenith, Longines, Gucci, Calvin, Klein, Tissot, Mido, Tag heuer ພ້ອມນີ້ຍັງໄດ້ນໍາເອົາໂມງ”ແຟຊັນ”ແບຼນ Royal Crowne, Ogival, Casio, G-shock, Citizen ມາແນະນໍາລູກຄ້າຊາວລາວ ໃນມໍ່ໆນີ້ກໍຈະມີການເປີດຮ້ານໃໝ່ເຊັ່ນ: Fossil, DKNY, …

Read More »