Breaking News

Just Happened

Justin Bieber ເປີດເຜີຍເປັນໂສດມີຄວາມສຸກກວ່າ!!

ນັກຮ້ອງທີ່ມີຂ່າວດ້ານຄວາມຮັກ ທີ່ເປັນກະແສໃນປັດຈຸບັນແມ່ນ: ຈັສຕີນ ບີເບີ (Justin Bieber) ໄດ້ອອກມາເປີດເຜີຍຜ່ານລາຍການໂທລະພາບວ່າ: ຕອນເປັນໂສດ ເພາະຮູ້ສຶກວ່າມີຄວາມສຸກຫຼາຍຂຶ້ນ. ຖ້າເປັນແບບນີ້ແລ້ວສາວໆຈະວ່າແນວໃດແດ່? ບໍ່ຮູ້ວ່າເມື່ອຍຈາກການ” Tour ຄອນເສີດ”ອ້ອມໂລກ ຫຼື ແນວໃດ ເມື່ອບ່າວ “ບີເບີ” ເຖິງກັບເອີ່ຍປາກກາງລາຍການ The Ellen DeGeneres Show  ຕອນນີ້ຍັງບໍ່ມີສາວໃນດວງໃຈ ເຊິ່ງລາວໄດ້ກ່າວວ່າ: “ຂ້ອຍບໍ່ໄດ້ໄປເດດກັບໃຜ ຂ້ອຍເປັນໂສດ ແລະ ກໍບໍ່ໄດ້ຊອກຫາໃຜນຳອີກ” ນອກຈາກນີ້ນັກຮ້ອງໜຸ່ມຍັງບອກອີກວ່າ: ເຖິງວ່າຈະເຫງົາລະຫວ່າງໄປ “Tour ຄອນເສີດ” ແຕ່ລາວກໍມີຄວາມສຸກກັບໝາຂອງລາວທີ່ຊື່ວ່າ: “ທ໋ອດ”. ພ້ອມດຽວກັນນີ້ ຕາຕະລາງທົວຂອງ “ບີເບີ” ຍາວໄປເຖິງເດືອນມິຖຸນາປີໜ້າພຸ້ນ ຄົງຈະບໍ່ມີເວລາໄປຊອກຫາສາວມາເບີ່ງແຍງໃຈໄດ້ ແຕ່ໃນລະຫວ່າງນີີ້ນັກຮ້ອງໜຸ່ມໄດ້ຢຸດ “ທົວຊົ່ວຄາວ” ໄລຍະເດືອນທັນວາ ແລະ ຈະເລີ່ມງານຕໍ່ໃນວັນທີ 15 ກຸມພາ 2017 ທີ່ເມັກຊີໂກ.

Read More »

Gigi Hadid ໄດ້ຮັບລາງວັນສຸດຍອດນາງແບບແຫ່ງປີ 2016

ຫາກໍ່ຢ່າງໂຊເທິງລັນເວ Victoria’s Secret Fashion Show 2016 ດ້ວຍຫຸ່ນສຸດເຊັກຊີ່ໄປໃໝ່ໆ ລ່າສຸດ Gigi Hadid ນາງແບບສຸດຮ້ອນແຮງ ແລະ ປະກາດສັກດາເປັນສຸດຍອດນາງແບບຄົນໃໝ່ດ້ວຍການໄດ້ຮັບລາງວັນ International Model of the Year ຂອງສະຖາບັນ British Fashion Council ທີ່ກຸງລອນດອນ ປະເທດອັງກິດ ເຊິ່ງລາວໄດ້ເຂົ້າຊິງລາງວັນນີ້ພ້ອມກັັນກັບໝູ່ສະນິດ Kendall Jenner ແລະ ນ້ອງສາວຂອງລາວເອງທີ່ນັບມື້ນັບຮ້ອນແຮງຂື້ນເລື້ອຍໆຄື Bella Hadid ອີກນຳ.      ເຊີ່ງງານນີ້ Gigi  ເລືອກປາກົດຕົວໃນຊຸດສູດສຸດຫຼູໃນແບຼນ Atelier Versace ແລະ ສາມາດເອີ້ນສຽງແຟດຈາກກອງທັບຊ່າງພາບໄດ້ເປັນຢ່າງດີ ສົມສັກສີລາງວັນນາງແບບແຫ່ງປີ.

Read More »

ສາວ Air hostess ທີ່ງາມທີ່ສຸດໃນໂລກ!!!

ສະມາຄົມແອໂຮເຕສໂລກ ຫຼື ດັບເບິນຢູເອເອັສເອ (WASA) ໄດ້ຕັດສິນໃຫ້ ນາງ Liu Miaomiao ອາຍຸ 27 ປີແອໂຮສະເຕສຂອງສາຍການບິນເຊິນເຈິ່ນແອໄລນ໌ ຄອງຕໍາແໜ່ງ ແອໂຮສະເຕດທີ່ງາມທີ່ສຸດໃນໂລກຈາກການຄັດເລືອກ ແອໂຮດສະເຕດທົ່ວໂລກກວ່າ 30 ຄົນ. ສິ່ງທີ່ເຮັດໃຫ້ Liu Miaomiao ເອົາຊະນະໃຈຜູ້ໂດຍສານ ແລະ ຄະນະກໍາມະການຄື ການໃຫ້ບໍລິການດ້ວຍຮອຍຍິ້ມ ທີ່ມາຈາກການເຝິກແອບຢ່າງເຂັ້ມຂຸ້ນ ດ້ວຍການຍິ້ມເປັນເວລາຫຼາຍຊົ່ວໂມງ ເພື່ອໃຫ້ໄດ້ຮອຍຍິ້ມທີ່ສົມບູນ ແລະ ງົດງາມທີ່ສຸດ. ຫຼັງຈາກທີ່ເລີ່ມເຮັດອາຊີບແອໂຮສະເຕສ ໃນປີ 2010 ແຕ່ນອກຈາກຮອຍຍິ້ມທີ່ຈົບງາມແລ້ວ ນາງຍັງຄໍານຶງເຖິງຄວາມປອດໄພຂອງຜູ້ໂດຍສານໃນກໍລະນີເກີດເຫດສຸກເສີນນໍາອີກ ຈົນໃນປີ 2014 Liu Miaomiao ໄດ້ເລື່ອນຕໍາແໜ່ງເປັນລະດັບຫົວໜ້າຈາກການທຸ່ມເທໃຫ້ກັບວຽກງານຢ່າງເຕັມຄວາມສາມາດ. ແຕ່ເຖິງແນວໃດກໍຕາມ ເກນການຕັດສິນຕໍາແໜ່ງ ແອໂຮສະເຕສທີ່ງາມທີ່ສຸດໂລກ ຂອງດັບເບິ່ນຢູເອເອສເອ (WASA) ຕັດສິນຈາກຄວາມງາມພາຍນອກ 30%, ຄວາມງາມຈາກພາຍໃນ 30% ຄວາມເປັນທີ່ນິຍົມຂອງແອໂຮສະເຕສອີກ 40% ແຕ່ນອກຈາກຄວາມງາມແລ້ວຍັງຕ້ອງມີຄວາມອ່ອນໂຍນ, …

Read More »

ງານສໍາມະນາ “ການສ້າງຄວາມເຂັ້ມແຂງ ໃນການບໍລິຫານລັດ”

ໃນວັນທີ່ 08 ທັນວາ 2016 ທີ່ ນະຄອນຫຼວງວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (MPT) ໄດ້ຮ່ວມກັບ ບໍລິສັດໄມໂຄຣຊອບ (Microsoft) ຈັດງານສໍາມະນາກ່ຽວກັບແນວທາງການບໍລິຫານລັດພາຍໃຕ້ຫົວຂໍ້  “ການສ້າງຄວາມເຂັ້ມແຂງໃນການບໍລິຫານລັດ” ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ປອ. ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ນາງ ມິເຊວ ຊິມມ໋ອນ ຜູ້ອໍານວຍການຝ່າຍການຕະຫຼາດ ບໍລິສັດໄມໂຄຣຊອບ ເຂດອາຊີຕາເວັນອອກສຽງໃຕ້, ທ່ານ ວິເວກ ພູທູໂຄດ ຜູ້ອໍານວຍການຝ່າຍລັດ ບໍລິສັດໄມໂຄຣຊອບ ແລະ ບັນດາແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມເປັນຈໍານວນຫຼາຍ. ແນວຄວາມຄິດ ໃນການຈັດງານຄັ້ງນີ້ ແມ່ນນອນໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ (ປີ 2016-2020), ແຜນວິໄສທັດ …

Read More »

ເອັສຊີຈີ ມອບທຶນການສຶກສາໃຫ້ນັກຮຽນລາວ ປີທີ5

ຕອນບ່າຍ ວັນທີ 7 ທັນວາ 2016, ຢູ່ທີ່ສະໂມສອນກິລາ ບູໂດ ລາວ-ຍີ່ປຸ່ນ, ນະຄອນຫຼວງວຽງຈັນ ບໍລິສັດ ເອັສຊີຈີ ແຫ່ງປະເທດໄທ ຮ່ວມກັບກະຊວງສຶກສາ ແລະ ກິລາ, ສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວ (ALC) ໄດ້ຈັດພິທີມອບທຶນການສຶກສາ ໃນໂຄງການມອບທຶນການສຶກສາ SCG Sharing The Dream (ແບ່ງປັນຄວາມຝັນກັບ ເອັສຊີຈີ) ໃຫ້ກຽດເຂົ້າຮ່ວມໂດຍທ່ານ ລີຕູ່ ບົວປາວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນິຣິດໂຣດ ເຟື້ອງລະບິນ ເອກອັກຄະລາຊະທູດໄທ ປະຈໍາ ສປປ ລາວ, ທ່ານ ຣຸ່ງໂຣດ ລັງສິໂຍພາດ ກໍາມະການຜູ້ຈັດການໃຫຍ່ ເອັສຊີຈີ, ມີບັນດາແຂກທີ່ມີກຽດເຂົ້າຮ່ວມ, ນ້ອງນັກຮຽນທີ່ໄດ້ຮັບທຶນ ແລະ ສື່ມວນຊົນເຂົ້າຮ່ວມ. ໃນປີນີ້ ເອັສຊີຈີ ໄດ້ມອບທຶນການສຶກສາໃຫ້ກັບນັກຮຽນມັດທະຍົມສຶກສາຕອນປາຍ …

Read More »